bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 33
Jeremiah 33
Lao Bible 2012 (ພຣະຄຳພີສັກສິ)
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 34 →
1
ໃນຂະນະທີ່ຂ້າພະເຈົ້າຢູ່ໃນຄຸກຂອງບໍລິເວນຣາຊວັງນັ້ນ ພຣະເຈົ້າຢາເວໄດ້ບອກຖ້ອຍຄຳຂອງພຣະອົງໃຫ້ແກ່ຂ້າພະເຈົ້າອີກວ່າ,
2
“ພຣະເຈົ້າຢາເວອົງທີ່ໄດ້ສ້າງແຜ່ນດິນໂລກ ແລະພຣະເຈົ້າຢາເວປະກອບໃຫ້ເປັນຮູບຮ່າງ ຜູ້ມີນາມວ່າພຣະເຈົ້າຢາເວໄດ້ກ່າວດັ່ງນີ້:
3
‘ຈົ່ງຮ້ອງຫາເຮົາ ແລະເຮົາຈະຕອບເຈົ້າ; ເຮົາຈະບອກໃຫ້ເຈົ້າຮູ້ເຖິງສິ່ງທີ່ໜ້າງຶດງໍ້ແລະການອັດສະຈັນຕ່າງໆທີ່ເຈົ້າບໍ່ຮູ້.’
4
ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ ເຮືອນທັງຫລາຍຂອງນະຄອນເຢຣູຊາເລັມກັບຣາຊວັງຂອງຢູດາຍຈະຖືກທຳລາຍເນື່ອງຈາກຖືກປິດລ້ອມແລະຖືກໂຈມຕີ.
5
ບາງຄົນຈະຕໍ່ສູ້ພວກບາບີໂລນ ຄືພວກທີ່ຈະປະຊາກສົບໄວ້ເຕັມເຮືອນທັງຫລາຍ ເປັນຊາກສົບຂອງພວກທີ່ເຮົາກຳລັງຈະທຳລາຍດ້ວຍຄວາມໂກດຮ້າຍ ແລະໂມໂຫຂອງເຮົາ. ເຮົາໄດ້ຫັນໜ້າໜີຈາກເມືອງນີ້ເພາະຄວາມຊົ່ວຊ້າ ຊຶ່ງຊາວເມືອງນີ້ໄດ້ກະທຳ.
6
ແຕ່ເຮົາຈະປິ່ນປົວເມືອງນີ້ ແລະປະຊາຊົນຂອງເຮົາ ແລະປົວແປງສຸຂະພາບຂອງພວກເຂົາຂຶ້ນໃໝ່. ເຮົາຈະໃຫ້ພວກເຂົາສະຫງົບສຸກແລະປອດໄພຢ່າງຫລວງຫລາຍ.
7
ເຮົາຈະເຮັດໃຫ້ອານາຈັກຢູດາຍກັບອິດສະຣາເອນຈະເລີນຮຸ່ງເຮືອງ ແລະເຮົາຈະສ້າງພວກເຂົາຂຶ້ນໃໝ່ໃຫ້ເປັນດັ່ງແຕ່ກ່ອນ.
8
ເຮົາຈະຫລໍ່ຫລອມພວກເຂົາໃຫ້ພົ້ນຈາກການບາບ ທີ່ພວກເຂົາໄດ້ກະທຳຕໍ່ສູ້ເຮົານັ້ນ ແລະເຮົາຈະຍົກບາບກຳເຫຼົ່ານັ້ນ ແລະການກະບົດຂອງພວກເຂົາ.
9
ນະຄອນເຢຣູຊາເລັມຈະເປັນບໍ່ແຫ່ງຄວາມຊົມຊື່ນຍິນດີ, ກຽດສັກສີ ແລະຄວາມພາກພູມໃຈໃຫ້ແກ່ເຮົາ ແລະທຸກໆຊົນຊາດໃນໂລກຈະຢ້ານກົວແລະສັ່ນເຊັນ ເມື່ອພວກເຂົາໄດ້ຍິນເຖິງສິ່ງດີທັງຫລາຍ ຊຶ່ງເຮົາເຮັດໃຫ້ແກ່ຊາວນະຄອນເຢຣູຊາເລັມ ແລະທັງໄດ້ຍິນເຖິງຄວາມຈະເລີນຮຸ່ງເຮືອງທີ່ເຮົາໄດ້ນຳມາສູ່ນະຄອນນີ້.”
10
ພຣະເຈົ້າຢາເວໄດ້ກ່າວວ່າ, “ປະຊາຊົນກຳລັງເວົ້າວ່າ ບ່ອນນີ້ເປັນດັ່ງຖິ່ນແຫ້ງແລ້ງກັນດານ; ໃນທີ່ນັ້ນບໍ່ມີແມ່ນແຕ່ຄົນ ແລະສັດອາໄສຢູ່. ເຂົາເວົ້າຖືກແລ້ວ; ເມືອງຂອງຢູດາຍກັບຕາມທ້ອງຖະໜົນຂອງນະຄອນເຢຣູຊາເລັມກໍຫວ່າງເປົ່າ; ບໍ່ມີຄົນຫລືສັດອາໄສຢູ່ເລີຍ, ແຕ່ໃນບ່ອນເຫຼົ່ານີ້ ພວກເຈົ້າຈະໄດ້ຍິນອີກເທື່ອໃໝ່
11
ສຽງແຫ່ງການໂຮຮ້ອງຍິນດີ ແລະຊົມຊື່ນ ແລະສຽງແຫ່ງຄວາມສຸກໃຈຂອງພິທີແຕ່ງງານ. ພວກເຈົ້າຈະໄດ້ຍິນປະຊາຊົນຮ້ອງເພງ ເມື່ອພວກເຂົານຳເຄື່ອງຖວາຍມາໂມທະນາຂອບພຣະຄຸນໃນວິຫານຂອງພຣະເຈົ້າຢາເວ; ພວກເຂົາຈະເວົ້າວ່າ, ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ເພາະພຣະເຈົ້າຢາເວຊົງຄຸນຄວາມດີ ຄວາມຮັກຂອງພຣະອົງດຳລົງຢູ່ສືບໄປເປັນນິດ. ເຮົາຈະເຮັດໃຫ້ດິນແດນນີ້ຈະເລີນຮຸ່ງເຮືອງດັ່ງຄາວແຕ່ກ່ອນ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
12
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ຢູ່ໃນດິນແດນທີ່ເປັນດັ່ງຖິ່ນແຫ້ງແລ້ງກັນດານ ແລະເປັນບ່ອນທີ່ບໍ່ມີຄົນ ຫລືສັດອາໄສຢູ່ນີ້; ດິນແດນນັ້ນຈະມີທົ່ງຫຍ້າ ຊຶ່ງຄົນລ້ຽງແກະເບິ່ງແຍງຝູງແກະຂອງພວກເຂົາ.
13
ຕາມເມືອງຕ່າງໆແລະຕາມເຂດເນີນພູ, ຕາມຕີນພູຕ່າງໆ ແລະທາງພາກໃຕ້ຂອງຢູດາຍ, ໃນເຂດແດນຂອງເບັນຢາມິນ, ໃນໝູ່ບ້ານຢູ່ອ້ອມແອ້ມນະຄອນເຢຣູຊາເລັມ ແລະໃນເມືອງຕ່າງໆຂອງຢູດາຍ, ພວກລ້ຽງແກະຈະນັບເບິ່ງຝູງແກະຂອງພວກເຂົາອີກເທື່ອໜຶ່ງ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
14
ພຣະເຈົ້າຢາເວກ່າວວ່າ, “ເມື່ອເວລານັ້ນມາເຖິງ ເຮົາຈະໃຫ້ຄຳສັນຍາທີ່ເຮົາໄດ້ເຮັດໄວ້ກັບປະຊາຊົນອິດສະຣາເອນ ແລະຢູດາເປັນຜົນສຳເລັດ.
15
ໃນເວລານັ້ນ ເຮົາຈະເລືອກເອົາຜູ້ຊອບທຳຄົນໜຶ່ງ ຈາກເຊື້ອສາຍຂອງດາວິດໃຫ້ເປັນກະສັດ. ກະສັດຜູ້ນີ້ຈະເຮັດແຕ່ສິ່ງທີ່ຖືກຕ້ອງແລະຍຸດຕິທຳທົ່ວທັງດິນແດນ.
16
ປະຊາຊົນຢູດາກັບເຢຣູຊາເລັມຈະຖືກຊ່ວຍກູ້ເອົາ ແລະໃຊ້ຊີວິດຢູ່ຢ່າງປອດໄພ. ຄົນຈະເອີ້ນເມືອງນີ້ວ່າ ‘ພຣະເຈົ້າຢາເວອົງເປັນຄວາມຊອບທຳຂອງພວກຂ້ານ້ອຍ.’
17
ເພາະພຣະເຈົ້າຢາເວສັນຍາວ່າ, ຈະມີຄົນໜຶ່ງຈາກເຊື້ອສາຍຂອງດາວິດ ໄດ້ເປັນກະສັດຂອງຊາດອິດສະຣາເອນຢູ່ເລື້ອຍໄປ.
18
ແລະຈະມີປະໂຣຫິດຈາກເຜົ່າເລວີໄດ້ຮັບໃຊ້ເຮົາຢູ່ເລື້ອຍໄປ ເພື່ອຖວາຍເຄື່ອງເຜົາບູຊາ, ພືດຜົນເປັນເມັດ ແລະຖວາຍເຄື່ອງບູຊາຕ່າງໆ.”
19
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
20
“ພຣະເຈົ້າຢາເວກ່າວວ່າດັ່ງນີ້: ເຮົາໄດ້ເຮັດພັນທະສັນຍາຢ່າງໜຶ່ງໄວ້ກັບມື້ເວັນແລະກັບມື້ຄືນ ເພື່ອວ່າສິ່ງນັ້ນຈະມາຖືກຕ້ອງຕາມເວລາສະເໝີ; ແລະພັນທະສັນຍານັ້ນຈະບໍ່ຖືກລົບລ້າງຈັກເທື່ອ.
21
ໃນທຳນອງດຽວກັນ ເຮົາໄດ້ເຮັດພັນທະສັນຍາຢ່າງໜຶ່ງໄວ້ກັບດາວິດຜູ້ຮັບໃຊ້ຂອງເຮົາວ່າ ລາວຈະມີເຊື້ອສາຍຂຶ້ນເປັນກະສັດຕະຫລອດໄປ; ເຮົາໄດ້ເຮັດພັນທະສັນຍາຢ່າງໜຶ່ງໄວ້ກັບພວກປະໂຣຫິດຈາກເຜົ່າເລວີວ່າ ພວກເຂົາຈະຮັບໃຊ້ເຮົາສະເໝີໄປ ແລະພັນທະສັນຍານີ້ຈະບໍ່ຖືກລົບລ້າງຈັກເທື່ອ.
22
ເຮົາຈະຕື່ມຈຳນວນໃຫ້ເຊື້ອສາຍຂອງດາວິດຜູ້ຮັບໃຊ້ຂອງເຮົາ ແລະຕື່ມຈຳນວນປະໂຣຫິດຈາກເຜົ່າເລວີ ເພື່ອວ່າພວກເຂົາຈະໄດ້ມີຢ່າງຫລວງຫລາຍ ເໝືອນດັ່ງດວງດາວໃນທ້ອງຟ້າ ຫລືເມັດດິນຊາຍທີ່ແຄມທະເລ.”
23
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່າວວ່າ,
24
“ພວກເຈົ້າບໍ່ໄດ້ສັງເກດເບິ່ງບໍສິ່ງທີ່ຄົນກຳລັງເວົ້າກັນວ່າ ພຣະເຈົ້າຢາເວໄດ້ປະຖິ້ມອິດສະຣາເອນ ແລະຢູດາ ສອງຄອບຄົວທີ່ເຮົາໄດ້ເລືອກເອົານັ້ນ? ສະນັ້ນ ພວກເຂົາຈຶ່ງໝິ່ນປະໝາດຄົນຂອງເຮົາ ແລະບໍ່ໄດ້ຖືວ່າພວກເຂົາເປັນຊົນຊາດໜຶ່ງອີກຕໍ່ໄປ.
25
ແຕ່ພຣະເຈົ້າຢາເວໄດ້ເຮັດພັນທະສັນຍາໄວ້ທັງກາງເວັນແລະກາງຄືນ ແລະເຮົາໄດ້ຕັ້ງກົດຕ່າງໆຄວບຄຸມສະຫວັນ ແລະແຜ່ນດິນໂລກ.
26
ເຮົາໄດ້ເຮັດສິ່ງນີ້ໄວ້ຢ່າງແນ່ນອນສັນໃດ ເຮົາກໍຈະຮັກສາພັນທະສັນຍາຂອງເຮົາໄວ້ຢ່າງແນ່ນອນສັນນັ້ນ ກັບເຊື້ອສາຍຂອງຢາໂຄບ ແລະກັບດາວິດຜູ້ຮັບໃຊ້ຂອງເຮົາ. ເຮົາຈະເລືອກເອົາເຊື້ອສາຍຂອງດາວິດຜູ້ໜຶ່ງໄວ້ ເພື່ອໃຫ້ປົກຄອງເຊື້ອສາຍຂອງອັບຣາຮາມ, ອີຊາກ ແລະຢາໂຄບ. ເຮົາຈະເມດຕາປະຊາຊົນຂອງເຮົາ ແລະຈະເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຂຶ້ນອີກ.”
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 34 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52