bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 17
Jeremiah 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 18 →
1
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ປະຊາຊົນຢູດາເອີຍ ບາບຂອງພວກເຈົ້າໄດ້ຖືກຂຽນໄວ້ແລ້ວໂດຍໃຊ້ປາກກາເຫຼັກຂຽນ; ມັນໄດ້ຖືກຂຽນໄວ້ຢູ່ໃນຫົວໃຈຂອງພວກເຈົ້າ ໂດຍໃຊ້ເພັດຄົມໆແກະສະຫລັກ ແລະຖືກສະຫລັກໄວ້ທີ່ແຈຕ່າງໆຂອງແທ່ນບູຊາຂອງພວກເຈົ້າ.
2
ປະຊາຊົນຂອງເຈົ້າຂາບໄຫວ້ທີ່ແທ່ນບູຊາແລະທີ່ເສົາໄມ້ສັກສິດ ອັນເປັນສັນຍາລັກຂອງເຈົ້າແມ່ອາເຊຣາ, ຕາມກ້ອງກົກໄມ້ໃບຂຽວ, ຕາມເນີນທີ່ສູງຕ່າງໆ,
3
ແລະຕາມໜ່ວຍພູໃນຊົນນະບົດ. ເຮົາຈະໃຫ້ເຫຼົ່າສັດຕູຂອງພວກເຈົ້າຢຶດຊັບສົມບັດແລະສິ່ງຂອງທີ່ພວກເຈົ້າໄດ້ສະສົມໄວ້ໄປໝົດ ຍ້ອນການບາບທັງໝົດທີ່ພວກເຈົ້າໄດ້ເຮັດໄວ້ ທົ່ວທັງດິນແດນຂອງພວກເຈົ້າ.
4
ພວກເຈົ້າຈະຕ້ອງປ່ອຍປະ ດິນແດນຊຶ່ງເຮົາໄດ້ມອບໃຫ້ແກ່ພວກເຈົ້ານັ້ນ ແລະເຮົາຈະກະທຳໃຫ້ພວກເຈົ້າໄປຮັບໃຊ້ເຫຼົ່າສັດຕູຢູ່ໃນດິນແດນທີ່ພວກເຈົ້າບໍ່ຮູ້ຫຍັງເລີຍ ຍ້ອນຄວາມໂກດຮ້າຍຂອງເຮົານັ້ນເປັນດັ່ງໄຟທີ່ຈະໄໝ້ເຜົາຜານຕະຫລອດໄປ.”
5
ພຣະເຈົ້າຢາເວກ່າວວ່າ, “ຄົນໃດທີ່ວາງໃຈໃນມະນຸດ ແລະວາງໃຈໃນກຳລັງຂອງຕົນ ແລະໃຈຂອງຕົນຫັນໜີໄປຈາກພຣະເຈົ້າຢາເວ ຄົນນັ້ນກໍເປັນທີ່ສາບແຊ່ງແລ້ວ.
6
ພວກເຂົາເປັນດັ່ງພຸ່ມໄມ້ໃນຖິ່ນແຫ້ງແລ້ງກັນດານ ທີ່ໃຫຍ່ຂຶ້ນໃນດິນແດນເປົ່າປ່ຽວແລະແຫ້ງແລ້ງ ເທິງພື້ນດິນເຄັມທີ່ບໍ່ມີຫຍັງເກີດຂຶ້ນມາ ບໍ່ມີສິ່ງດີຫຍັງເກີດຂຶ້ນມາແກ່ພວກເຂົາ.
7
ແຕ່ຜູ້ໃດທີ່ໄວ້ວາງໃຈໃນພຣະເຈົ້າຢາເວ ແລະຊອກຫາຄວາມປອດໄພໃນພຣະເຈົ້າຢາເວ ຜູ້ນັ້ນຈະໄດ້ຮັບພຣະພອນ.
8
ພວກເຂົາເປັນດັ່ງຕົ້ນໄມ້ທີ່ເກີດໃກ້ແຄມລຳທານ ຢັ່ງຮາກລົງດູດນໍ້າຕາມລຳທານນັ້ນ. ພວກເຂົາຈະບໍ່ຢ້ານເມື່ອອາກາດຮ້ອນພັດຜ່ານມາ ເພາະໃບກໍດົກ ແລະຂຽວຢູ່ເລື້ອຍໆ; ມັນຈະບໍ່ເດືອດຮ້ອນເມື່ອບໍ່ມີຝົນຕົກ ຈະສືບຕໍ່ເກີດດອກອອກຜົນຢູ່ຢ່າງນັ້ນ.
9
ບໍ່ມີສິ່ງໃດຫລອກລວງສໍ່າກັບຈິດໃຈຄົນ ຊຶ່ງປິ່ນປົວໃຫ້ດີແລະເຂົ້າໃຈບໍ່ໄດ້.
10
ເຮົາຄືພຣະເຈົ້າຢາເວຄົ້ນເບິ່ງແນວຄິດຂອງຄົນ ແລະທົດສອບເບິ່ງໃຈມະນຸດທັງຫລາຍດ້ວຍ. ເຮົາເຮັດຕໍ່ແຕ່ລະຄົນຕາມວິທີທີ່ພວກເຂົາໃຊ້ຊີວິດ ຄືຕາມສິ່ງທີ່ພວກເຂົາປະພຶດແລະກະທຳ.”
11
ຜູ້ທີ່ໄດ້ເງິນຄຳມາໃນທາງບໍ່ສຸດຈະຫລິດ ກໍເປັນດັ່ງນົກຟັກໄຂ່ທີ່ບໍ່ອອກລູກ ໃນຊີວິດບັ້ນກາງລາວຈະເສຍຄວາມຮັ່ງມີໄປ ໃນຊີວິດບັ້ນປາຍຈະບໍ່ມີຫຍັງແຕ່ກາຍເປັນບ້າ.
12
ພຣະວິຫານນັ້ນ ເປັນດັ່ງບັນລັງອັນສະຫງ່າຣາສີ ໂດຍຕັ້ງຢູ່ເທິງພູເຂົາສູງມາແຕ່ຕົ້ນເດີມພຸ້ນ.
13
ພຣະເຈົ້າຢາເວຄືຄວາມຫວັງຂອງອິດສະຣາເອນ ທຸກຄົນທີ່ປະຖິ້ມພຣະອົງຈະໄດ້ຖືກອັບອາຍຂາຍໜ້າ. ພວກເຂົາຈະດັບສູນໄປ ດັ່ງຊື່ທີ່ຖືກບັນທຶກໃນຂີ້ຝຸ່ນດິນ ເພາະໄດ້ປະຖິ້ມພຣະເຈົ້າຢາເວອົງເປັນນໍ້າພຸແຫ່ງຊີວິດ.
14
ຂ້າແດ່ພຣະເຈົ້າຢາເວ ຈົ່ງປິ່ນປົວຂ້ານ້ອຍແລະຂ້ານ້ອຍກໍຈະຫາຍດີ; ຈົ່ງຊ່ວຍກູ້ເອົາຂ້ານ້ອຍ ແລະຂ້ານ້ອຍກໍຈະໄດ້ພົ້ນ. ພຣະອົງແມ່ນຜູ້ທີ່ຂ້ານ້ອຍຍ້ອງຍໍສັນລະເສີນ.
15
ປະຊາຊົນເວົ້າຕໍ່ຂ້າພະເຈົ້າວ່າ, “ຖ້ອຍຄຳຂອງພຣະເຈົ້າຢາເວໄປໃສແລ້ວ? ໃຫ້ພຣະອົງເຮັດສຳເລັດດຽວນີ້ແມ.”
16
ແຕ່ຂ້ານ້ອຍບໍ່ໄດ້ຫາໂອກາດໜີຈາກການເປັນຜູ້ລ້ຽງແກະທີ່ຕາມພຣະອົງໄປ ຂ້ານ້ອຍບໍ່ເຄີຍປາຖະໜາເຫັນວັນແຫ່ງຄວາມຈິບຫາຍ. ພຣະອົງກໍຮູ້ເລື່ອງນີ້ດີ; ພຣະອົງກໍຮູ້ແລ້ວໃນສິ່ງທີ່ຂ້ານ້ອຍໄດ້ເວົ້າອອກມາຈາກປາກຂອງຂ້ານ້ອຍ ກໍຖືກຕ້ອງຕໍ່ສາຍຕາຂອງພຣະອົງ.
17
ຢ່າສູ່ເຮັດໃຫ້ຂ້ານ້ອຍຕົກໃຈຢ້ານກົວເລີຍ; ພຣະອົງເປັນທີ່ເພິ່ງອັນປອດໄພຂອງຂ້ານ້ອຍ ເມື່ອຄວາມເດືອດຮ້ອນມາເຖິງ.
18
ຈົ່ງນຳຄວາມອັບອາຍຂາຍໜ້າມາສູ່ຄົນທີ່ຂົ່ມເຫັງຂ້ານ້ອຍແດ່ທ້ອນ; ແຕ່ຂໍຊົງໂຜດໄວ້ຊີວິດຂອງຂ້ານ້ອຍດ້ວຍເທີ້ນ. ຈົ່ງກະທຳໃຫ້ພວກເຂົາຕົກໃຈຢ້ານຢ່າງໃຫຍ່ ແຕ່ຢ່າເຮັດໃຫ້ຂ້ານ້ອຍຢ້ານກົວເລີຍ. ຈົ່ງນຳໄພພິບັດມາສູ່ພວກເຂົາ ແລະທຳລາຍພວກເຂົາໃຫ້ໝຸ່ນທະລາຍດ້ວຍເຖີດ.
19
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ເຢເຣມີຢາເອີຍ ຈົ່ງໄປປະກາດຖ້ອຍຄຳຂອງເຮົາທີ່ປະຕູເມືອງ ຊຶ່ງເປັນບ່ອນທີ່ບັນດາກະສັດແຫ່ງຢູດາຍເຂົ້າແລະອອກເມືອງ; ແລ້ວຈົ່ງໄປທົ່ວທັງປະຕູອື່ນໆຂອງນະຄອນເຢຣູຊາເລັມອີກ.
20
ຈົ່ງບອກບັນດາກະສັດ ແລະປະຊາຊົນທັງໝົດຂອງຢູດາຍຕະຫລອດກັບທຸກໆຄົນທີ່ອາໄສຢູ່ໃນນະຄອນເຢຣູຊາເລັມ ຄືຜູ້ທີ່ເຂົ້າທາງປະຕູນີ້ໃຫ້ຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ.
21
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, ຈົ່ງລະວັງໃຫ້ດີ ຖ້າພວກເຈົ້າຮັກຊີວິດຂອງພວກເຈົ້າ; ຢ່າແບກຫາມສິ່ງໃດໆຜ່ານປະຕູຂອງນະຄອນເຢຣູຊາເລັມ
22
ຫລືແບກຫາມສິ່ງໃດໆອອກຈາກເຮືອນໃນວັນຊະບາໂຕ. ພວກເຈົ້າບໍ່ຕ້ອງເຮັດວຽກໃນວັນນີ້ ພວກເຈົ້າຕ້ອງຢຶດຖືເປັນວັນສັກສິດ ດັ່ງທີ່ເຮົາໄດ້ສັ່ງບັນພະບຸລຸດຂອງພວກເຈົ້າ.
23
ພວກເຂົາບໍ່ໄດ້ເຊື່ອຟັງເຮົາ ແລະພວກເຂົາກໍບໍ່ໄດ້ເອົາໃຈໃສ່ຕໍ່ວັນນີ້ ແຕ່ພວກເຂົາຊໍ້າພັດດື້ດ້ານ, ບໍ່ຍອມເຊື່ອຟັງ ທັງບໍ່ຍອມຮຽນຮູ້ຈາກເຮົາດ້ວຍ.
24
ພຣະເຈົ້າຢາເວກ່າວວ່າ ພວກເຈົ້າຕ້ອງເຊື່ອຟັງຂໍ້ຄຳສັ່ງທັງໝົດຂອງເຮົາ. ແລະບໍ່ຕ້ອງແບກຫາມສິ່ງໃດໆ ຜ່ານເຂົ້າໄປໃນປະຕູຕ່າງໆຂອງນະຄອນນີ້ໃນວັນຊະບາໂຕ. ພວກເຈົ້າຕ້ອງຢຶດຖືວັນຊະບາໂຕ ເປັນວັນສັກສິດ ແລະບໍ່ຕ້ອງເຮັດວຽກໃດໆໃນວັນນີ້.
25
ແລ້ວບັນດາກະສັດກັບບັນດາເຈົ້າຊາຍຂອງພວກເຂົາກໍຈະເຂົ້າໄປທີ່ປະຕູນະຄອນເຢຣູຊາເລັມ ແລະມີອຳນາດແຫ່ງກະສັດເພື່ອປົກຄອງອານາຈັກດັ່ງທີ່ດາວິດໄດ້ມີ. ພ້ອມກັບຊາວຢູດາ ແລະຊາວນະຄອນເຢຣູຊາເລັມພວກເຂົາຈະຂີ່ລົດຮົບ ແລະມ້າແຫ່ກັນໄປ ແລະນະຄອນເຢຣູຊາເລັມກໍຈະເຕັມໄປດ້ວຍຝູງຄົນສະເໝີ.
26
ປະຊາຊົນຈະມາຈາກເມືອງຂອງຢູດາຍ ແລະຈາກບ້ານອ້ອມແອ້ມນະຄອນເຢຣູຊາເລັມ ພວກເຂົາຈະມາຈາກເຂດແດນຂອງເບັນຢາມິນ, ຈາກທິດຕາເວັນຕົກຂອງຕີນພູຕ່າງໆ, ຈາກເຂດເນີນພູທັງຫລາຍ ແລະຈາກພາກໃຕ້ຂອງຢູດາຍ. ພວກເຂົາຈະນຳເຄື່ອງເຜົາບູຊາ ແລະເຄື່ອງບູຊາ, ພືດຜົນເປັນເມັດແລະເຄື່ອງຫອມ, ຕະຫລອດທັງເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ.
27
ແຕ່ພວກເຈົ້າຕ້ອງເຊື່ອຟັງເຮົາແລະຢຶດຖືວັນຊະບາໂຕເປັນວັນສັກສິດ. ແລະບໍ່ຕ້ອງແບກຫາມສິ່ງໃດໆ ຜ່ານປະຕູຕ່າງໆຂອງນະຄອນເຢຣູຊາເລັມໃນວັນນັ້ນ; ເພາະຖ້າພວກເຈົ້າຂືນເຮັດ ເຮົາຈະຈູດປະຕູຂອງນະຄອນເຢຣູຊາເລັມຖິ້ມ. ໄຟຈະໄໝ້ເຜົາຜານວັງຕ່າງໆໃນນະຄອນເຢຣູຊາເລັມ ແລະຈະບໍ່ມີຜູ້ໃດມອດໄດ້.”
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52