bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 19
Jeremiah 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 20 →
1
ພຣະເຈົ້າຢາເວໄດ້ບອກຂ້າພະເຈົ້າໃຫ້ໄປຊື້ເອົາໝໍ້ດິນໜ່ວຍໜຶ່ງ. ພຣະອົງຍັງບອກຂ້າພະເຈົ້າໃຫ້ເອົາພວກເຖົ້າແກ່ຂອງປະຊາຊົນ ພ້ອມທັງພວກປະໂຣຫິດຜູ້ອາວຸໂສບາງຄົນ
2
ອອກໄປທາງປະຕູເມືອງທີ່ຊື່ວ່າ ກອງເສດເຫລືອໝໍ້ທີ່ຮ່ອມພູຮິນໂນມ. ໃນທີ່ນັ້ນ ຂ້າພະເຈົ້າຕ້ອງປະກາດພຣະທຳທີ່ພຣະອົງຈະໄດ້ມອບໃຫ້ຂ້າພະເຈົ້າ.
3
ແລະຈົ່ງກ່າວວ່າ, “ບັນດາກະສັດແຫ່ງຢູດາຍ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້ວ່າ, ເຮົາກຳລັງຈະນຳໄພພິບັດດັ່ງກ່າວນັ້ນມາສູ່ບ່ອນນີ້ ຊຶ່ງທຸກຄົນທີ່ໄດ້ຍິນແລ້ວກໍຈະງົງ.
4
ເຮົາຈະເຮັດຢ່າງນີ້ກໍເພາະວ່າປະຊາຊົນໄດ້ປະຖິ້ມເຮົາ ແລະເຮັດໃຫ້ສະຖານທີ່ນີ້ເປັນມົນທິນ ໂດຍການເຜົາເຄື່ອງບູຊາຖວາຍແກ່ພະອື່ນ ຄືບັນດາພະທີ່ພວກເຂົາເອງແລະບັນພະບຸລຸດຂອງພວກເຂົາ ຕະຫລອດທັງກະສັດແຫ່ງຢູດາຍບໍ່ເຄີຍຮູ້ຈັກມາກ່ອນ. ພວກເຂົາໄດ້ເຮັດໃຫ້ບ່ອນນີ້ເປິເປື້ອນ ເຕັມໄປດ້ວຍເລືອດຂອງຄົນບໍ່ມີຄວາມຜິດ
5
ແລະພວກເຂົາໄດ້ສ້າງແທ່ນບູຊາໃຫ້ພະບາອານ ເພື່ອເຜົາລູກໆຂອງພວກເຂົາໃຫ້ເປັນເຄື່ອງບູຊາ. ເຮົາບໍ່ເຄີຍສັ່ງພວກເຂົາໃຫ້ເຮັດເຊັ່ນນີ້; ເລື່ອງດັ່ງນີ້ບໍ່ເຄີຍມີຢູ່ໃນຄວາມຄິດຂອງເຮົາເລີຍ.
6
ພຣະເຈົ້າຢາເວກ່າວວ່າ ສະນັ້ນ ເມື່ອເວລາມາເຖິງບ່ອນນີ້ຈະບໍ່ມີຜູ້ໃດເອີ້ນວ່າໂຕເຟັດ ຫລືຮ່ອມພູຮິນໂນມອີກຕໍ່ໄປ, ແຕ່ຄົນຈະເອີ້ນບ່ອນນັ້ນວ່າ ຮ່ອມພູແຫ່ງການຂ້າຟັນກັນ.
7
ເພາະໃນບ່ອນນີ້ເຮົາຈະທຳລາຍແຜນການທັງປວງຂອງຊາວຢູດາແລະຊາວນະຄອນເຢຣູຊາເລັມ. ເຮົາຈະໃຫ້ເຫຼົ່າສັດຕູຊະນະພວກເຂົາ ແລະສັງຫານພວກເຂົາໃນສະໜາມຮົບ. ເຮົາຈະໃຫ້ຝູງນົກແລະຝູງສັດປ່າໄດ້ກິນຊາກສົບຂອງພວກເຂົາເປັນອາຫານ.
8
ເຮົາຈະນຳໄພພິບັດອັນໜ້າຢ້ານເຊັ່ນນີ້ມາສູ່ນະຄອນນີ້ ຊຶ່ງທຸກຄົນທີ່ຜ່ານກາຍໄປມາຈະສະທ້ານຢ້ານກົວແລະປະຫລາດໃຈ.
9
ສັດຕູຈະປິດລ້ອມເມືອງ ແລະພະຍາຍາມຂ້າຊາວເມືອງຖິ້ມ. ການປິດລ້ອມເມືອງຈະເປັນການໜ້າຢ້ານກົວທີ່ສຸດ ຈົນຊາວເມືອງຈະກິນກັນເອງ ແລະກິນແມ່ນແຕ່ລູກຂອງຕົນເອງ.”
10
ແລ້ວພຣະອົງກໍບອກຂ້າພະເຈົ້າ ໃຫ້ທຸບໝໍ້ຕໍ່ໜ້າພວກທີ່ມາກັບຂ້າພະເຈົ້າ
11
ໂດຍໃຫ້ບອກວ່າ, “ພຣະເຈົ້າຢາເວໄດ້ກ່າວດັ່ງນີ້: ເຮົາຈະທຸບຕີປະຊາຊົນພ້ອມນະຄອນນີ້ໃຫ້ແຕກ ດັ່ງໄດ້ທຸບໝໍ້ດິນໜ່ວຍນີ້ທີ່ຈອດເຂົ້າກັນບໍ່ໄດ້ອີກ. ປະຊາຊົນຈະຝັງຊາກສົບຂອງຄົນຕາຍໄວ້ ແມ່ນແຕ່ໃນໂຕເຟັດຍ້ອນໃນທີ່ອື່ນບໍ່ມີບ່ອນຝັງ.
12
ພຣະເຈົ້າຢາເວກ່າວວ່າ: ເຮົາສັນຍາວ່າ ເຮົາຈະເຮັດໃຫ້ນະຄອນ ແລະປະຊາຊົນໃນເມືອງນີ້ເປັນດັ່ງໂຕເຟັດ.
13
ເຮືອນຢູ່ໃນນະຄອນເຢຣູຊາເລັມ, ຫໍໂຮງຕ່າງໆຂອງກະສັດແຫ່ງຢູດາຍ ແລະບ້ານເຮືອນຂອງທຸກຄົນທີ່ເຜົາເຄື່ອງຫອມບູຊາຕາເວັນ, ເດືອນ, ດວງດາວ ແລະຖອກເຫຼົ້າອະງຸ່ນຖວາຍໃຫ້ບັນດາພະອື່ນ ຈະເປັນມົນທິນດັ່ງໂຕເຟັດ.”
14
ແລ້ວຂ້າພະເຈົ້າກໍອອກໄປຈາກໂຕເຟັດ ບ່ອນທີ່ພຣະເຈົ້າຢາເວໄດ້ໃຊ້ຂ້າພະເຈົ້າໄປປະກາດຖ້ອຍຄຳຂອງພຣະອົງ. ຂ້າພະເຈົ້າໄດ້ໄປຢືນຢູ່ທີ່ເດີ່ນຂອງວິຫານຂອງພຣະເຈົ້າຢາເວ
15
ແລະບອກໃຫ້ປະຊາຊົນທັງໝົດຮູ້ວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ກ່າວດັ່ງນີ້ວ່າ, “ເຮົາກຳລັງຈະນຳໂທດກຳທີ່ເຮົາໄດ້ກ່າວນັ້ນ ມາສູ່ນະຄອນນີ້ແລະເມືອງໃກ້ຄຽງທັງໝົດດ້ວຍ ເພາະພວກເຈົ້າດື້ດ້ານແລະບໍ່ຍອມຟັງຖ້ອຍຄຳຂອງເຮົາ.”
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52