bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 12
Jeremiah 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 13 →
1
“ຂ້າແດ່ພຣະເຈົ້າຢາເວ ຖ້າຂ້ານ້ອຍຖົກຖຽງຄະດີກັບພຣະອົງ ພຣະອົງກໍຈະພິສູດວ່າພຣະອົງເປັນຝ່າຍຖືກຕ້ອງ. ແຕ່ຂ້ານ້ອຍຕ້ອງຖາມພຣະອົງເຖິງຄວາມຍຸດຕິທຳ ເປັນຫຍັງຄົນຊົ່ວຈຶ່ງຈະເລີນຮຸ່ງເຮືອງຂຶ້ນແທ້? ເປັນຫຍັງຄົນບໍ່ສັດຊື່ ຄົນຂີ້ສໍ້ຂີ້ໂກງ ຈຶ່ງໄດ້ຮັບຜົນສຳເລັດໃນຊີວິດ?
2
ພຣະອົງປູກພວກເຂົາໄວ້ ແລະພວກເຂົາກໍຢັ່ງຮາກລົງ ພວກເຂົາໃຫຍ່ຂຶ້ນມາ ແລະເກີດດອກອອກຜົນທັງນັ້ນ. ພວກເຂົາເວົ້າຈາຊົມເຊີຍກ່ຽວກັບພຣະອົງຢູ່ສະເໝີ ແຕ່ໃນໃຈຂອງພວກເຂົາພັດບໍ່ສົນໃຈພຣະອົງ.
3
ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງຮູ້ຂ້ານ້ອຍດີ ເຫັນສິ່ງທີ່ຂ້ານ້ອຍກະທຳ ແລະຮູ້ວ່າຂ້ານ້ອຍຮັກພຣະອົງດ້ວຍ. ຈົ່ງດຶງຄົນຊົ່ວອອກມາເບິ່ງດູ ດັ່ງດຶງແກະໄປຂ້າ ຈົ່ງເຝົ້າເບິ່ງພວກເຂົາຈົນກວ່າພວກເຂົາຖືກຂ້າຖິ້ມ.
4
ດິນແດນນັ້ນຈະແຫ້ງແລ້ງຢູ່ຢ່າງນີ້ບໍ? ຫຍ້າຕາມທົ່ງນາຈະແຫ້ງຢູ່ຢ່າງນີ້ດົນປານໃດ? ຝູງສັດ ຝູງນົກລົ້ມຕາຍຍ້ອນປະຊາຊົນຊົ່ວຊາມ ຄືຜູ້ທີ່ເວົ້າວ່າ, ‘ພຣະເຈົ້າບໍ່ເຫັນພວກເຮົາເຮັດດອກ.”’
5
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຖ້າເຈົ້າເມື່ອຍແລ່ນແຂ່ງກັບຄົນ ເຮັດຈັ່ງໃດເຈົ້າຈະແລ່ນແຂ່ງກັບໂຕມ້າໄດ້? ຖ້າຢືນຢູ່ໃນເມືອງທີ່ເປີດແປນບໍ່ໄດ້ ເຈົ້າຈະບຸປ່າທີ່ລຸ່ມແມ່ນໍ້າຈໍແດນໄດ້ຈັ່ງໃດ?
6
ແມ່ນແຕ່ອ້າຍເອື້ອຍນ້ອງຂອງເຈົ້າກໍຍັງຫັກຫລັງ ພວກເຂົາເຂົ້າຮ່ວມກຸ່ມເພື່ອໂຈມຕີຕໍ່ສູ້ເຈົ້າ. ເຖິງວ່າພວກເຂົາເວົ້າຢ່າງເພື່ອນມິດກໍຕາມ ຢ່າວາງໃຈເຊື່ອທັງຢ່າເວົ້າຄຳໃດໆກັບພວກເຂົາດ້ວຍ.”
7
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ປະຖິ້ມຊົນຊາດອິດສະຣາເອນ ເຮົາໄດ້ໂຍນຊົນຊາດທີ່ເຮົາໄດ້ເລືອກເອົານັ້ນ. ເຮົາໄດ້ມອບປະຊາຊົນທີ່ເຮົາຮັກແພງຫລາຍ ໄວ້ໃນເງື້ອມມືໃຕ້ອຳນາດຂອງສັດຕູສາແລ້ວ.
8
ປະຊາຊົນທີ່ເຮົາໄດ້ເລືອກນັ້ນຫັນມາຕໍ່ສູ້ເຮົາ ເໝືອນດັ່ງໂຕສິງຢູ່ໃນປ່າດົງພົງໄພນັ້ນ ຕ່າງກໍຮ້ອງແຜດສຽງໃສ່ເຮົາ ດັ່ງນັ້ນ ເຮົາຈຶ່ງກຽດຊັງພວກເຂົາ.
9
ປະຊາຊົນທີ່ເຮົາໄດ້ເລືອກນັ້ນຄືນົກໂຕໜຶ່ງ ຖືກຝູງແຫລວຫຸ້ມລ້ອມໂຈມຕີທຸກດ້ານທຸກແຈ. ຈົ່ງໃຫ້ຄົນເອີ້ນເອົາສັດປ່າທັງຫລາຍມາ ຮ່ວມສັງສັນໃນງານກິນລ້ຽງເທາະ
10
ຜູ້ປົກຄອງຕ່າງດ້າວທຳລາຍສວນອະງຸ່ນຂອງເຮົາ ພວກເຂົາຢຽບຢໍ່າທົ່ງນາຂອງເຮົາລົງສາແລ້ວ; ພວກເຂົາໄດ້ພາກັນປ່ຽນດິນແດນທີ່ໜ້າຮັກຂອງເຮົາ ໃຫ້ກາຍເປັນຖິ່ນແຫ້ງແລ້ງກັນດານສາແລ້ວ.
11
ພວກເຂົາເຮັດໃຫ້ດິນແດນນັ້ນຮົກຮ້າງຫວ່າງເປົ່າໄປ ໃຫ້ນອນຢຽດຢູ່ຕໍ່ໜ້າເຮົາຢ່າງໂສກເສົ້າ. ດິນແດນຈຶ່ງກາຍເປັນຖິ່ນແຫ້ງແລ້ງກັນດານ ບໍ່ມີຜູ້ໃດກັງວົນສົນໃຈນຳມັນອີກ.
12
ຕາມບ່ອນສູງທີ່ຖິ່ນແຫ້ງແລ້ງກັນດານ ພວກທຳລາຍລ້າງຜານໄດ້ມາປຸ້ນສະດົມຈົນໝົດ. ເຮົາໄດ້ສົ່ງເສິກມາທຳລາຍດິນແດນທັງໝົດ ຈົນບໍ່ມີຜູ້ໃດຢູ່ຢ່າງສະຫງົບສຸກໄດ້ຕາມທີ່ຕ່າງໆ.
13
ປະຊາຊົນຂອງເຮົາປູກເຂົ້າ ແຕ່ກ່ຽວຫຍ້າແທນ ພວກເຂົາໄດ້ເຮັດວຽກໜັກ ແຕ່ພັດບໍ່ໄດ້ຫຍັງຈັກຢ່າງ. ຍ້ອນຄວາມໂກດຮ້າຍຂອງພຣະເຈົ້າຢາເວທີ່ມີຕໍ່ພວກເຂົາ ຈຶ່ງໃຫ້ຜົນລະປູກຂອງພວກເຂົາຕົກເຮ່ຍເສຍໄປສິ້ນ.”
14
ພຣະເຈົ້າຢາເວກ່າວວ່າ, “ເຮົາມີບາງສິ່ງທີ່ຈະກ່າວຕໍ່ປະເທດ ເພື່ອນບ້ານໃກ້ຄຽງທັງຫລາຍຂອງຊາດອິດສະຣາເອນ ຄືປະເທດທີ່ໄດ້ທຳລາຍດິນແດນທີ່ເຮົາໄດ້ມອບໃຫ້ແກ່ປະຊາຊົນອິດສະຣາເອນ. ເຮົາຈະຖອນຮາກຖອນເຫງົ້າຄົນຊົ່ວເຫຼົ່ານັ້ນ ໃຫ້ອອກໄປຈາກດິນແດນຂອງພວກເຂົາເໝືອນຫລົກຕົ້ນໄມ້ ແລະເຮົາຈະຊ່ວຍກູ້ເອົາຢູດາອອກຈາກພວກເຂົາ.
15
ແຕ່ຫລັງຈາກເຮົາໄດ້ກວາດຕ້ອນພວກເຂົາໄປແລ້ວ ເຮົາຈະເມດຕາພວກເຂົາ; ເຮົາຈະນຳແຕ່ລະຊົນຊາດໃຫ້ກັບຄືນມາສູ່ດິນແດນທີ່ເປັນຂອງຕົນເອງ ແລະສູ່ປະເທດທີ່ເປັນຂອງພວກເຂົາ.
16
ຖ້າພວກເຂົາຍອມຮັບເອົາວິທີທາງດຳເນີນຊີວິດ ຂອງປະຊາຊົນຂອງເຮົາດ້ວຍໝົດຈິດໝົດໃຈ ແລະຈະສາບານໃນນາມຂອງພຣະເຈົ້າຢາເວອົງຊົງພຣະຊົນຢູ່ ດັ່ງພວກເຂົາໄດ້ສັ່ງສອນປະຊາຊົນຂອງເຮົາໃຫ້ສາບານຕໍ່ພະບາອານນັ້ນ ແລ້ວພວກເຂົາກໍຈະເປັນສ່ວນໜຶ່ງຂອງປະຊາຊົນຂອງເຮົາເໝືອນກັນ ແລະພວກເຂົາຈະຈະເລີນຮຸ່ງເຮືອງດ້ວຍ.
17
ແຕ່ຖ້າຊົນຊາດໃດບໍ່ເຊື່ອຟັງເຮົາ ເຮົາກໍຈະຖອນຮາກຖອນເຫງົ້າຂອງພວກເຂົາຖິ້ມຢ່າງໝົດກ້ຽງ ແລະທຳລາຍພວກເຂົາຖິ້ມໝົດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52