bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 27
Jeremiah 27
Lao Bible 2012 (ພຣະຄຳພີສັກສິ)
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 28 →
1
ຕໍ່ມາບໍ່ເຫີງປານໃດ ຫລັງຈາກທີ່ເຈົ້າເຊເດກີຢາລູກຊາຍຂອງເຈົ້າໂຢສີຢາ ໄດ້ຂຶ້ນເປັນກະສັດແຫ່ງຢູດາຍ ພຣະເຈົ້າຢາເວໄດ້ໃຫ້ຖ້ອຍຄຳມາເຖິງຂ້າພະເຈົ້າ.
2
ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ ໃຫ້ເອົາທ່ອນໄມ້ເຮັດແອກສຳລັບຂ້າພະເຈົ້າເອງ ໂດຍໃຊ້ໜັງເປັນສາຍພາຍໃສ່ເທິງຄໍຂອງຂ້າພະເຈົ້າ.
3
ແລ້ວພຣະອົງກໍໄດ້ບອກຂ້າພະເຈົ້າສົ່ງຂ່າວສານ ໄປເຖິງບັນດາກະສັດແຫ່ງເອໂດມ, ໂມອາບ, ອຳໂມນ, ຕີເຣ ແລະຊີໂດນ; ໂດຍຜ່ານທາງບັນດາຕົວແທນຂອງພວກເຂົາ ທີ່ໄດ້ມານະຄອນເຢຣູຊາເລັມເພື່ອພົບເຈົ້າເຊເດກີຢາ.
4
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນໄດ້ບອກຂ້າພະເຈົ້າ ໃຫ້ສັ່ງພວກເຂົາໄປບອກກະສັດຂອງພວກເຂົາວ່າ, ພຣະເຈົ້າຢາເວໄດ້ກ່າວດັ່ງນີ້:
5
“ເຮົາໄດ້ສ້າງໂລກ, ມະນຸດສະໂລກ ແລະສັດທັງປວງ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້ ດ້ວຍຣິດອຳນາດແລະກຳລັງອັນຍິ່ງໃຫຍ່ຂອງເຮົາ; ເຮົາຈະມອບຣິດອຳນາດນັ້ນໃຫ້ແກ່ຜູ້ໃດຜູ້ໜຶ່ງທີ່ເຮົາເລືອກເອົາກໍໄດ້.
6
ເຮົາແມ່ນຜູ້ທີ່ໄດ້ວາງຊົນຊາດເຫຼົ່ານີ້ ໃຫ້ຢູ່ໃຕ້ອຳນາດຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ ຄືຜູ້ຮັບໃຊ້ຂອງເຮົາ ແລະເຮົາໄດ້ເຮັດໃຫ້ແມ່ນແຕ່ສັດປ່ານາໆຊະນິດຮັບໃຊ້ລາວດ້ວຍ.
7
ຊົນຊາດທັງໝົດຈະຮັບໃຊ້ລາວ ແລະພວກເຂົາຈະຮັບໃຊ້ລູກຫລານຂອງລາວດ້ວຍ ຈົນກວ່າເຖິງກຳນົດທີ່ຊົນຊາດຂອງລາວເອງຫຼົ້ມຈົມໄປ. ແລ້ວຊົນຊາດຂອງລາວກໍຈະຮັບໃຊ້ຊົນຊາດທັງຫລາຍ ທີ່ມີອຳນາດແລະບັນດາກະສັດທີ່ຍິ່ງໃຫຍ່.
8
ແຕ່ຖ້າປະເທດຫລືອານາຈັກໃດທີ່ບໍ່ຍອມຢູ່ໃຕ້ການປົກຄອງຂອງລາວ ແລ້ວເຮົາກໍຈະລົງໂທດປະເທດນັ້ນໂດຍໃຫ້ເກີດສົງຄາມ, ເກີດການຕາຍອຶດຕາຍຫິວ ແລະການເຈັບໄຂ້ໄດ້ປ່ວຍ. ພຣະເຈົ້າຢາເວກ່າວວ່າ ຈົນເຖິງຂັ້ນເຮົາອະນຸຍາດໃຫ້ເນບູກາດເນັດຊາແຫ່ງບາບີໂລນທຳລາຍປະເທດຢ່າງໝົດສິ້ນ.
9
ຢ່າສູ່ຟັງພວກຜູ້ທຳນວາຍຂອງພວກເຈົ້າ ຫລືຜູ້ໃດຜູ້ໜຶ່ງທີ່ອ້າງຕົນເອງວ່າລາວທຳນວາຍອະນາຄົດໄດ້ ບໍ່ວ່າຈະແມ່ນໂດຍທາງຄວາມຝັນ ຫລືໂດຍທາງເອີ້ນວິນຍານຂອງຄົນຕາຍມາສອບຖາມ ຫລືໂດຍທາງເວດມົນກໍຕາມ. ພວກເຂົາທັງໝົດບອກພວກເຈົ້າບໍ່ໃຫ້ຍອມຮັບໃຊ້ກະສັດແຫ່ງບາບີໂລນ.
10
ພວກເຂົາກຳລັງລໍ້ລວງພວກເຈົ້າ ແລະຈະກໍ່ເຫດໃຫ້ພວກເຈົ້າຖືກຈັບໄປຈາກປະເທດຂອງພວກເຈົ້າ. ເຮົາຈະຂັບໄລ່ພວກເຈົ້າອອກໄປ ແລະພວກເຈົ້າຈະຖືກທຳລາຍ.
11
ແຕ່ຖ້າປະເທດໃດຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ ແລະຮັບໃຊ້ລາວ ແລ້ວເຮົາກໍຈະປ່ອຍໃຫ້ປະເທດນັ້ນມີດິນແດນທີ່ເປັນຂອງຕົນເອງ ເພື່ອເຮັດໄຮ່ໄຖນາແລະຢູ່ທີ່ນັ້ນ. ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.”
12
ຂ້າພະເຈົ້າໄດ້ກ່າວຢ່າງດຽວກັນແກ່ກະສັດເຊເດກີຢາແຫ່ງຢູດາຍວ່າ, “ຈົ່ງຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ. ຈົ່ງຮັບໃຊ້ເພິ່ນແລະປະຊາຊົນຂອງເພິ່ນແລະທ່ານກໍຈະມີຊີວິດຢູ່.
13
ເປັນຫຍັງທ່ານເອງແລະປະຊາຊົນຂອງທ່ານຈະຕ້ອງຕາຍໃນສົງຄາມ ຫລືໃນການຕາຍອຶດຕາຍຫິວ ຫລືໃນການເຈັບໄຂ້ໄດ້ປ່ວຍ? ສິ່ງເຫຼົ່ານັ້ນແຫຼະ ທີ່ພຣະເຈົ້າຢາເວໄດ້ກ່າວວ່າຈະເກີດຂຶ້ນກັບທຸກຊົນຊາດ ທີ່ບໍ່ຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ.
14
ຢ່າສູ່ຟັງພວກຜູ້ທຳນວາຍ ທີ່ບອກທ່ານບໍ່ໃຫ້ຍອມຢູ່ໃຕ້ບັງຄັບຂອງເພິ່ນ. ພວກເຂົາກຳລັງລໍ້ລວງທ່ານ.
15
ພຣະເຈົ້າຢາເວເອງກ່າວວ່າພຣະອົງບໍ່ໄດ້ໃຊ້ພວກເຂົາມາ ແລະກ່າວວ່າພວກເຂົາກຳລັງຕົວະທ່ານໂດຍໃຊ້ນາມຂອງພຣະອົງ. ເພາະສະນັ້ນ ພຣະອົງຈຶ່ງຈະຂັບໄລ່ທ່ານໃຫ້ອອກໄປ ແລະທ່ານຈະຖືກຂ້າ ຄືທ່ານກັບບັນດາຜູ້ທຳນວາຍທີ່ກຳລັງເວົ້າຄຳຕົວະເຫຼົ່ານີ້.”
16
ແລ້ວຂ້າພະເຈົ້າກໍບອກບັນດາປະໂຣຫິດແລະປະຊາຊົນວ່າ, “ພຣະເຈົ້າຢາເວໄດ້ກ່າວວ່າ ຢ່າເຊື່ອຟັງພວກຜູ້ທຳນວາຍທີ່ກ່າວວ່າ ຊັບສົມບັດຂອງວິຫານຂອງພຣະເຈົ້າຢາເວຈະຖືກນຳມາຈາກນະຄອນບາບີໂລນໃນໄວໆນີ້. ພວກເຂົາກຳລັງຕົວະພວກເຈົ້າ.
17
ຢ່າສູ່ເຊື່ອຟັງພວກເຂົາ; ຈົ່ງຍອມຢູ່ໃຕ້ບັງຄັບຂອງກະສັດແຫ່ງບາບີໂລນ ແລະພວກເຈົ້າຈະມີຊີວິດຢູ່ ເປັນຫຍັງຈຶ່ງຈະເຮັດໃຫ້ເມືອງນີ້ກາຍເປັນກອງສິ່ງຮົກຮ້າງເພພັງ?
18
ຖ້າພວກເຂົາເປັນຜູ້ທຳນວາຍແທ້ ແລະຮູ້ຈັກຖ້ອຍຄຳຂອງພຣະເຈົ້າຢາເວກໍໃຫ້ພວກເຂົາຂໍນຳພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ບໍ່ໃຫ້ຊັບສົມບັດທີ່ຍັງເຫລືອຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະໃນຣາຊວັງນັ້ນ ຖືກຂົນໄປບາບີໂລນລອງເບິ່ງດູ.
19
ເພາະວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເອົາເຈົ້າເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມພ້ອມທັງພວກເຈົ້ານາຍຂອງຢູດາຍ ແລະຂອງນະຄອນເຢຣູຊາເລັມໄປນັ້ນ ເພິ່ນໄດ້ປະຕົ້ນເສົາທັງຫລາຍ, ອ່າງທີ່ເປັນທອງສຳຣິດ, ລົດລໍ້ ແລະສົມບັດອື່ນໆຂອງພຣະວິຫານໄວ້.
21
ເພາະພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້ວ່າ, ຊັບສົມບັດຕ່າງໆທີ່ເຫຼືອຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະຢູ່ໃນຣາຊວັງຂອງນະຄອນເຢຣູຊາເລັມ
22
ສິ່ງເຫຼົ່ານັ້ນຈະຖືກຂົນໄປບາບີໂລນ ແລະຈະຢູ່ທີ່ນັ້ນ ຈົນກວ່າເຮົາຫັນມາສົນໃຈມັນອີກ. ແລ້ວເຮົາກໍຈະນຳຊັບສົມບັດເຫຼົ່ານັ້ນຄືນມາ ແລະສ້າງພວກມັນຂຶ້ນໃໝ່ໃນບ່ອນນີ້. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.”
← Chapter 26
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 28 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52