bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 21
Jeremiah 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 22 →
1
ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຢເຣມີຢາ ເມື່ອເຈົ້າເຊເດກີຢາກະສັດແຫ່ງຢູດາຍໄດ້ໃຫ້ປັດຊູ ລູກຊາຍຂອງມັນກີຢາ ແລະປະໂຣຫິດເຊຟານີຢາລູກຊາຍຂອງມາອາເສອີຢາ ມາຫາເພິ່ນ ພວກເຂົາໄດ້ກ່າວວ່າ,
2
“ກະລຸນາປຶກສາພຣະເຈົ້າຢາເວເພື່ອພວກເຮົາດ້ວຍ ເພາະກະສັດເນບູກາດເນັດຊາແຫ່ງບາບີໂລນແລະກອງທັບຂອງເພິ່ນ ກຳລັງປິດລ້ອມເມືອງຂອງພວກເຮົາໄວ້. ບາງທີພຣະເຈົ້າຢາເວອາດຈະເຮັດການອັດສະຈັນ ຢ່າງໃດຢ່າງໜຶ່ງສຳລັບພວກເຮົາກໍໄດ້ ແລະບັງຄັບໃຫ້ເຈົ້າເນບູກາດເນັດຊາຖອຍໜີໄປ.”
3
ແລ້ວຂ້າພະເຈົ້າກໍກ່າວແກ່ພວກເຂົາວ່າ,
4
“ໃຫ້ພວກເຈົ້າບອກເຈົ້າເຊເດກີຢາວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ບອກວ່າ: ເຊເດກີຢາເອີຍ ເຮົາຈະເອົາຊະນະກອງທັບຂອງເຈົ້າ ທີ່ຈະຕໍ່ສູ້ກັບກອງທັບກະສັດແຫ່ງບາບີໂລນ. ເຮົາຈະກອງອາວຸດຍຸດທະພັນຂອງທະຫານຂອງເຈົ້າທີ່ກາງເມືອງ.
5
ເຮົາຈະຕໍ່ສູ້ເຈົ້າດ້ວຍຣິດອຳນາດທັງໝົດຂອງເຮົາ, ດ້ວຍຄວາມໂກດຮ້າຍ, ດ້ວຍຄວາມໂມໂຫ ແລະດ້ວຍຄວາມໂກດແຄ້ນຂອງເຮົາ.
6
ເຮົາຈະຂ້າທຸກໆຄົນທີ່ຢູ່ໃນເມືອງນີ້; ບໍ່ວ່າຄົນຫລືສັດກໍຕາມ ຈະຕາຍດ້ວຍໂຣກອັນຮ້າຍແຮງເຊັ່ນດຽວກັນ.
7
ແຕ່ສຳລັບເຈົ້າ ບັນດາຂ້າຣາຊການຂອງເຈົ້າ ແລະປະຊາຊົນທີ່ລອດຕາຍຈາກສົງຄາມ, ຈາກການຕາຍອຶດຕາຍຫິວ ແລະຈາກການເຈັບໄຂ້ໄດ້ປ່ວຍນັ້ນ ເຮົາຈະໃຫ້ເນບູກາດເນັດຊາກະສັດແຫ່ງບາບີໂລນ ແລະເຫຼົ່າສັດຕູທີ່ຢາກຈະຂ້າພວກເຈົ້ານັ້ນຈັບໄປ. ເນບູກາດເນັດຊາຈະຂ້າພວກເຈົ້າ. ລາວຈະບໍ່ໄວ້ຊີວິດຜູ້ໃດເລີຍ ຫລືເມດຕາປານີຜູ້ໃດທັງສິ້ນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.”
8
ແລ້ວພຣະອົງກໍບອກຂ້າພະເຈົ້າໃຫ້ກ່າວຕໍ່ປະຊາຊົນວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ຈົ່ງຟັງໃຫ້ດີ ເຮົາຈະໃຫ້ພວກເຈົ້າເລືອກເອົາລະຫວ່າງທາງນຳໄປສູ່ຊີວິດແລະທາງນຳໄປສູ່ຄວາມຕາຍ.
9
ຜູ້ໃດຜູ້ໜຶ່ງທີ່ຢູ່ໃນເມືອງຈະຖືກຂ້າໃນສົງຄາມ ຫລືໂດຍການຕາຍອຶດຕາຍຫິວ ຫລືໂດຍເຈັບໄຂ້ໄດ້ປ່ວຍ, ແຕ່ຜູ້ໃດຜູ້ໜຶ່ງທີ່ອອກໄປຍອມຈຳນົນຕໍ່ພວກບາບີໂລນ ທີ່ກຳລັງໂຈມຕີເມືອງຢູ່ໃນເວລານີ້ຈະບໍ່ຖືກຂ້າ; ຢ່າງໜ້ອຍລາວຈະຊ່ວຍຊີວິດຕົນໃຫ້ພົ້ນໄດ້.
10
ເຮົາຕັ້ງໃຈໄວ້ແລ້ວວ່າ ເຮົາຈະບໍ່ຊ່ວຍເມືອງນີ້ແຕ່ຈະທຳລາຍມັນຖິ້ມ. ເຮົາຈະມອບເມືອງນີ້ໃຫ້ກະສັດແຫ່ງບາບີໂລນ ແລະລາວກໍຈະຈູດມັນຖິ້ມໃຫ້ໝົດກ້ຽງ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.”
11
ພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າໃຫ້ມອບຖ້ອຍຄຳຂອງພຣະເຈົ້າຢາເວແກ່ຣາຊວົງຢູດາ ຄືເຊື້ອສາຍຂອງດາວິດວ່າ, “ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວກ່າວ, ຈົ່ງໃຫ້ແຕ່ລະວັນເກີດມີຄວາມຍຸດຕິທຳ, ຈົ່ງປົກປ້ອງຄຸ້ມຄອງຜູ້ທີ່ຖືກຕົວະຍົວະຈາກຄົນສໍ້ໂກງ, ຖ້າພວກເຈົ້າບໍ່ປະຕິບັດຕາມ ຄວາມຊົ່ວທີ່ພວກເຈົ້າກຳລັງປະພຶດຢູ່ນີ້ ຈະເຮັດໃຫ້ຄວາມໂກດຮ້າຍຂອງເຮົາລຸກໄໝ້ ດັ່ງໄຟທີ່ບໍ່ມີຜູ້ໃດມອດໄດ້.
13
ນະຄອນເຢຣູຊາເລັມເອີຍ ເຈົ້າຕັ້ງຢູ່ ສູງເດັ່ນເໜືອຮ່ອມພູທັງຫລາຍ ດັ່ງໂງ່ນຫີນສູງເດັ່ນໃນທ່າມກາງທົ່ງພຽງ, ແຕ່ເຮົາຈະຕໍ່ສູ້ເຈົ້າ. ພຣະເຈົ້າຢາເວກ່າວດັ່ງນີ້: ເຈົ້າເວົ້າວ່າ, ບໍ່ມີຜູ້ໃດໂຈມຕີເຈົ້າ ຫລືຕີທີ່ປ້ອງກັນຂອງເຈົ້າໄດ້.
14
ແຕ່ເຮົາຈະລົງໂທດໃນສິ່ງທີ່ເຈົ້າໄດ້ເຮັດ. ເຮົາຈະຈູດວັງຂອງເຈົ້າ ແລະໄຟຈະໄໝ້ເຜົາຜານທຸກສິ່ງທີ່ຢູ່ອ້ອມນັ້ນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52