bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 20
Jeremiah 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 21 →
1
ເມື່ອປະໂຣຫິດປັດຊູລູກຊາຍຂອງອິມເມ ຜູ້ທີ່ເປັນຫົວໜ້າເຈົ້າໜ້າທີ່ໃນວິຫານຂອງພຣະເຈົ້າຢາເວ ໄດ້ຍິນຂ້າພະເຈົ້າປະກາດສິ່ງເຫຼົ່ານີ້,
2
ລາວຈຶ່ງສັ່ງຄົນໃຫ້ຂ້ຽນຕີ ແລະລ່າມໂສ້ຂ້າພະເຈົ້າໄວ້ ທີ່ຂ້າງເທິງໃກ້ກັບປະຕູເບັນຢາມິນໃນວິຫານຂອງພຣະເຈົ້າຢາເວ.
3
ເຊົ້າຂອງວັນຕໍ່ມາ ຫລັງຈາກປັດຊູແກ້ໂສ້ທີ່ລາວໄດ້ໃຊ້ລ່າມຂ້າພະເຈົ້າແລ້ວ ຂ້າພະເຈົ້າຈຶ່ງກ່າວຕໍ່ລາວວ່າ, “ພຣະເຈົ້າຢາເວບໍ່ໄດ້ເອີ້ນຊື່ເຈົ້າວ່າ ປັດຊູ, ແຕ່ໄດ້ເອີ້ນຊື່ເຈົ້າວ່າ, ‘ຕົກໃຈຢ້ານຢູ່ທຸກບ່ອນ.’
4
ພຣະເຈົ້າຢາເວເອງໄດ້ກ່າວວ່າ, ‘ເຮົາຈະເຮັດໃຫ້ເຈົ້າກັບມິດສະຫາຍຂອງເຈົ້າຕົກໃຈຢ້ານ ແລະເຈົ້າກໍຈະເຫັນພວກເຂົາທັງໝົດຖືກຂ້າດ້ວຍດາບຂອງເຫຼົ່າສັດຕູ. ເຮົາຈະມອບປະຊາຊົນຢູດາທັງໝົດໃຫ້ຢູ່ໃຕ້ອຳນາດຂອງກະສັດແຫ່ງບາບີໂລນ; ລາວຈະຈັບເອົາບາງຄົນໄປເປັນຊະເລີຍທີ່ປະເທດຂອງລາວ ຫລືສັງຫານບາງຄົນເສຍ.
5
ເຮົາຈະໃຫ້ເຫຼົ່າສັດຕູປຸ້ນເອົາຊັບສົມບັດ ແລະຢຶດຂອງມີຄ່າທັງໝົດໃນເມືອງໄປ; ແມ່ນແຕ່ຊັບສົມບັດອັນມີຄ່າຂອງບັນດາກະສັດແຫ່ງຢູດາຍ ກໍຈະຖືກຂົນໄປບາບີໂລນໝົດ.
6
ປັດຊູເອີຍ ສຳລັບເຈົ້າ ແລະຄອບຄົວຂອງເຈົ້າກໍຈະຖືກຈັບໄປທີ່ນັ້ນເຊັ່ນກັນ. ເຈົ້າຈະຕາຍແລະຖືກຝັງໄວ້ໃນທີ່ນັ້ນຮ່ວມກັບມິດສະຫາຍທັງໝົດ ທີ່ເຈົ້າໄດ້ບອກໃຫ້ພວກເຂົາເວົ້າຕົວະຫລາຍໆຢ່າງນັ້ນ.”’
7
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຫລອກລວງຂ້ານ້ອຍ ຂ້ານ້ອຍຈຶ່ງຖືກຫລອກລວງສາແລ້ວ. ພຣະອົງນັ້ນເຂັ້ມແຂງລື່ນກວ່າຂ້ານ້ອຍ ພຣະອົງຊົງຣິດເໜືອຂ້ານ້ອຍຫລາຍແທ້. ທຸກຄົນຫົວເຍາະເຍີ້ຍນິນທາຂ້ານ້ອຍ ຫົວເລາະໃສ່ຂ້ານ້ອຍຕະຫລອດວັນ.
8
ເມື່ອໃດຂ້ານ້ອຍກ່າວອອກ ກໍຮ້ອງໄຫ້ທຸກເທື່ອ ແລະຮ້ອງວ່າ, “ຮຸນແຮງ ພິນາດ” ທັງຖືກລໍ້ຫຍໍ້ຫຍັນຕະຫລອດມາ ຂ້າແດ່ພຣະເຈົ້າຢາເວ ເພາະຂ້ານ້ອຍປະກາດຖ້ອຍຄຳຂອງພຣະອົງ.
9
ແຕ່ເມື່ອຂ້ານ້ອຍກ່າວວ່າ, “ຂ້ອຍຈະລືມໄລພຣະອົງ ທັງຈະບໍ່ກ່າວເຖິງພຣະນາມຂອງພຣະອົງຕໍ່ໄປອີກ.” ແລ້ວຖ້ອຍຄຳຂອງພຣະອົງກໍຮ້ອນຮົນຢູ່ພາຍໃນ ດັ່ງໄຟລຸກໄໝ້ເຜົາຜານໃນຈິດໃຈຂ້ານ້ອຍຢູ່. ຂ້ານ້ອຍຈຶ່ງພະຍາຍາມລະງັບມັນໃຫ້ໄດ້ຜົນ ແຕ່ກໍທົນລະງັບມັນຕໍ່ໄປບໍ່ໄດ້.
10
ຂ້ານ້ອຍໄດ້ຍິນຫລາຍໆຄົນຊີ່ມໃສ່ກັນວ່າ, “ຄວາມຕົກໃຈຢ້ານກົວມີຢູ່ທົ່ວທຸກແຫ່ງ ຈົ່ງຮີບລາຍງານສະພາບການໃໝ່ໃຫ້ເຈົ້າໜ້າທີ່ຟັງ.” ແມ່ນແຕ່ໝູ່ເພື່ອນຜູ້ໃກ້ຊິດກໍລໍເບິ່ງຂ້ານ້ອຍລົ້ມ. ພວກເຂົາເວົ້າວ່າ, “ບາງທີການທີ່ພວກເຮົາເວົ້າໂຈມຕີລາວ ອາດເຮັດໃຫ້ພວກເຮົາຈັບລາວມາແກ້ແຄ້ນກໍໄດ້.”
11
ແຕ່ພຣະອົງຄືພຣະເຈົ້າຢາເວ ຜູ້ເຂົ້າຂ້າງຂ້ານ້ອຍ ຜູ້ເຂັ້ມແຂງແລະຊົງຣິດສະຖິດຢູ່ນຳຂ້ານ້ອຍແລ້ວ ແລະພວກທີ່ຂົ່ມເຫັງຂ້ານ້ອຍນັ້ນກໍຈະລົ້ມລົງ ພວກເຂົາຈະຖືກອັບອາຍຂາຍໜ້າໄປຕະຫລອດ ເພາະພວກເຂົາເຮັດໃຫ້ເກີດຜົນສຳເລັດບໍ່ໄດ້ດອກ ພວກເຂົາຈະຖືກອັບອາຍບໍ່ມີມື້ລືມໄລໄດ້ຈັກເທື່ອ.
12
ຂ້າແດ່ພຣະເຈົ້າຢາເວອົງຊົງຣິດຍິ່ງໃຫຍ່ທົດສອບຢ່າງຍຸດຕິທຳ ຮູ້ສິ່ງທີ່ຢູ່ໃນໃຈຄົນແລະແນວຄິດຂອງພວກເຂົາດ້ວຍ. ສະນັ້ນ ຈົ່ງໃຫ້ຂ້ານ້ອຍໄດ້ເຫັນພຣະອົງແກ້ແຄ້ນເຫຼົ່າສັດຕູ ເພາະຂ້ານ້ອຍໄດ້ມອບເລື່ອງລາວໄວ້ໃນກຳມືຂອງພຣະອົງ.
13
ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າຢາເວ ຈົ່ງຍ້ອງຍໍສັນລະເສີນພຣະເຈົ້າຢາເວ ພຣະອົງຊ່ວຍກູ້ເອົາຜູ້ຖືກຂົ່ມເຫັງຈາກຄົນຊົ່ວຮ້າຍ.
14
ໂຜດສາບແຊ່ງມື້ທີ່ຂ້ານ້ອຍໄດ້ເກີດມາ ໂຜດລືມໄລມື້ທີ່ມານດາຂອງຂ້ານ້ອຍໃຫ້ກຳເນີດ
15
ຈົ່ງສາບແຊ່ງຊາຍທີ່ນຳຂ່າວມາບອກພໍ່ຂອງຂ້ານ້ອຍໃຫ້ດີໃຈ ວ່າ, “ລູກຜູ້ຊາຍ ເຈົ້າໄດ້ລູກຜູ້ຊາຍ.”
16
ຂໍໃຫ້ລາວເປັນດັ່ງເມືອງເຫຼົ່ານັ້ນທັງຫລາຍ ທີ່ພຣະເຈົ້າຢາເວໄດ້ທຳລາຍ ໂດຍບໍ່ປານີຈັກດີ້. ຂໍໃຫ້ລາວໄດ້ຍິນສຽງຮ້ອງອັນເຈັບປວດໃນຮຸ່ງອາຣຸນ ສຽງສັນຍານສູ້ເສິກທີ່ສະໜາມຮົບໃນຕອນທ່ຽງ
17
ເພາະລາວບໍ່ໄດ້ສັງຫານຂ້ານ້ອຍກ່ອນເກີດມາ ທ້ອງມານດາກໍຄືຫລຸມຝັງຊາກສົບຂ້ານ້ອຍແລ້ວ.
18
ເປັນຫຍັງເດຂ້ານ້ອຍຈຶ່ງໄດ້ເກີດມານໍ? ເພື່ອໃຫ້ເດືອດຮ້ອນເຂັນໃຈແລະໂສກເສົ້າຫລືນີ້? ແລະເພື່ອໃຫ້ຂ້ານ້ອຍນີ້ຈົບຊີວິດລົງ ໂດຍໃຫ້ຖືກອັບອາຍຂາຍໜ້າຫລືນີ້?
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52