bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Jeremiah 49
Jeremiah 49
Lao Bible 2012 (ພຣະຄຳພີສັກສິ)
← Chapter 48
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 50 →
1
ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງດິນແດນອຳໂມນວ່າ, “ຊາຍຊາວອິດສະຣາເອນໄປໃສໝົດແລ້ວ? ບໍ່ມີຜູ້ໃດປ້ອງກັນດິນແດນບໍ? ເປັນຫຍັງພວກເຂົາຈຶ່ງປ່ອຍໃຫ້ປະຊາຊົນທີ່ຂາບໄຫວ້ພະມິນກົມ ເອົາເຂດແດນຂອງເຜົ່າກາດ ແລະຕັ້ງຫຼັກແຫຼ່ງຢູ່ບ່ອນນັ້ນ?
2
ແຕ່ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວກ່າວ່າ, ເຮົາຈະເຮັດໃຫ້ປະຊາຊົນທີ່ຢູ່ໃນເມືອງເອກຣັບບາ ໄດ້ຍິນສຽງຂອງການສູ້ຮົບ ແລະເມືອງນີ້ຈະຖືກປະປ່ອຍໃຫ້ຮົກຮ້າງເພພັງ ແລະໝູ່ບ້ານຕ່າງໆກໍຈະຖືກເຜົາຜານຈົນກ້ຽງ. ແລ້ວຊາດອິດສະຣາເອນກໍຈະໄດ້ດິນແດນຂອງຕົນ ຈາກພວກທີ່ຢຶດເອົາໄປນັ້ນກັບຄືນມາ.
3
ປະຊາຊົນເຮັດຊະໂບນເອີຍ ຈົ່ງຮ້ອງໄຫ້ສາ ເມືອງອາອີໄດ້ຖືກທຳລາຍແລ້ວ ຜູ້ຍິງຊາວເມືອງຣັບບາເອີຍ ຈົ່ງໄວ້ທຸກເຖີດ ຈົ່ງນຸ່ງຜ້າກະສອບເຂົ້າແລະໄວ້ທຸກສາ. ຈົ່ງແລ່ນສັບສົນອົນລະວົນສາ. ພະມິນກົມຂອງພວກເຈົ້າຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ ພ້ອມກັບພວກປະໂຣຫິດແລະບັນດາເຈົ້ານາຍ.
4
ເປັນຫຍັງປະຊາຊົນທີ່ບໍ່ສັດຊື່ດັ່ງພວກເຈົ້າຈຶ່ງເວົ້າຄຸຍ? ກຳລັງຂອງພວກເຈົ້ານັ້ນໝົດສາແລ້ວ. ເປັນຫຍັງພວກເຈົ້າຈຶ່ງໝັ້ນໃຈໃນກຳລັງຂອງພວກເຈົ້າ ແລະເວົ້າວ່າ, ‘ບໍ່ມີຜູ້ໃດກ້າໂຈມຕີພວກເຮົາດອກ?”’
5
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະນຳຄວາມຢ້ານກົວອັນໃຫຍ່ມາສູ່ພວກເຈົ້າຮອບດ້ານ. ພວກເຈົ້າທັງໝົດຈະແລ່ນປົບໜີໄປ, ແຕ່ລະຄົນຈະແລ່ນເອົາຊີວິດລອດ ແລະຈະບໍ່ມີຜູ້ໃດຈະນຳທະຫານຂອງພວກເຈົ້າທີ່ແຕກໄປນັ້ນ ມາເຕົ້າໂຮມກັນໄດ້ອີກ.
6
ແຕ່ພາຍລຸນມາ ເຮົາຈະເຮັດໃຫ້ອຳໂມນຈະເລີນຮຸ່ງເຮືອງຂຶ້ນ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
7
ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ກ່າວເຖິງເອໂດມວ່າ, “ປະຊາຊົນເມືອງເຕມານໝົດປັນຍາແລ້ວບໍ? ບັນດາທີ່ປຶກສາຂອງພວກເຂົາບໍ່ໄດ້ບອກວ່າ ຄວນເຮັດຢ່າງໃດບໍ? ສະຕິປັນຍາຂອງພວກເຂົາໄປໃສໝົດແລ້ວ?
8
ປະຊາຊົນເດດານ ຈົ່ງອ່ວາຍໜ້າແລ່ນໜີໄປສາ ຈົ່ງລີ້ແມ ເຮົາກຳລັງຈະທຳລາຍເຊື້ອສາຍຂອງເອຊາວ ເພາະເຖິງເວລາແລ້ວທີ່ເຮົາຈະຕ້ອງລົງໂທດພວກເຂົາ.
9
ເມື່ອຄົນເກັບໝາກອະງຸ່ນປະໝາກອະງຸ່ນບາງໜ່ວຍໄວ້ຕາມເຄືອ; ແລະເມື່ອພວກນັກປຸ້ນມາໃນຕອນກາງຄືນ ພວກເຂົາຈະປຸ້ນເອົາແຕ່ສິ່ງທີ່ຕ້ອງການເທົ່ານັ້ນໄປ.
10
ແຕ່ເຮົາ ໄດ້ປຸ້ນເອົານຳເຊື້ອສາຍຂອງເອຊາວຈົນໝົດກ້ຽງ ພ້ອມທັງໄດ້ເປີດເຜີຍບ່ອນທີ່ພວກເຂົາຫລົບລີ້ ເພື່ອວ່າພວກເຂົາຈະຫລົບລີ້ບໍ່ໄດ້ອີກຕໍ່ໄປ. ປະຊາຊົນເອໂດມທັງໝົດຖືກທຳລາຍແລ້ວ. ບໍ່ມີຜູ້ໜຶ່ງຜູ້ໃດໃນພວກເຂົາເຫຼືອຢູ່ເລີຍ.
11
ຈົ່ງປະພວກເດັກກຳພ້າໄວ້ກັບເຮົາສາ ແລະເຮົາຈະເບິ່ງແຍງພວກເຂົາເອງ. ບັນດາແມ່ໝ້າຍຂອງພວກເຈົ້າເພິ່ງພາອາໄສເຮົາໄດ້.”
12
ພຣະເຈົ້າຢາເວກ່າວວ່າ, “ເຖິງແມ່ນວ່າຄົນທີ່ບໍ່ສົມຄວນໄດ້ຖືກລົງໂທດກໍຕ້ອງດື່ມຈາກຈອກແຫ່ງການຕັດສິນ; ພວກເຈົ້າຄິດວ່າຈະໄປໂດຍບໍ່ຖືກລົງໂທດຊັ້ນບໍ? ບໍ່ແມ່ນດອກ ພວກເຈົ້າຕ້ອງດື່ມຈາກຈອກນັ້ນ
13
ເຮົາເອງໄດ້ສັນຍາໄວ້ວ່າ ນະຄອນໂບຊະຣາຈະກາຍເປັນເປົ້າສາຍຕາອັນໜ້າຢ້ານກົວຍິ່ງ ແລະເປັນຖິ່ນແຫ້ງແລ້ງກັນດານ; ປະຊາຊົນຈະຫົວເຍາະເຍີ້ຍແລະໃຊ້ຊື່ນັ້ນເປັນຄຳສາບແຊ່ງ. ໝູ່ບ້ານທັງໝົດທີ່ຢູ່ອ້ອມແອ້ມນັ້ນຈະເປັນທີ່ຮົກຮ້າງເພພັງຕະຫລອດໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
14
ຂ້າພະເຈົ້າກ່າວວ່າ, “ເອໂດມເອີຍ ຂ້ອຍໄດ້ຮັບຖ້ອຍຄຳຈາກພຣະເຈົ້າຢາເວ. ພຣະອົງໄດ້ສົ່ງຖ້ອຍຄຳມາບອກຊົນຊາດທັງຫລາຍ ເພື່ອຮວບຮວມກອງທັບຂອງພວກເຂົາໃຫ້ຕຽມພ້ອມໂຈມຕີເຈົ້າ.
15
ພຣະອົງຈະໃຫ້ເຈົ້າອ່ອນກຳລັງ ແລະບໍ່ມີຜູ້ໃດຈະໃຫ້ຄວາມນັບຖືແກ່ເຈົ້າ.
16
ການອວດດີຂອງເຈົ້ານັ້ນໄດ້ຫລອກລວງເຈົ້າເອງ. ບໍ່ມີຜູ້ໃດຢ້ານກົວເຈົ້າດັ່ງທີ່ເຈົ້າໄດ້ຄິດໄວ້. ເຖິງແມ່ນວ່າເຈົ້າຕັ້ງຢູ່ເທິງຫີນຜາສູງ ຄືຢູ່ເທິງຈອມພູກໍຕາມ; ແຕ່ເຖິງແມ່ນວ່າເຈົ້າບິນສູງດັ່ງນົກອິນຊີກໍດີ ອົງພຣະຜູ້ເປັນເຈົ້າກໍຈະດຶງເຈົ້າລົງມາ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
17
ພຣະເຈົ້າຢາເວກ່າວວ່າ, “ການທຳລາຍທີ່ຈະມາຖືກເອໂດມນັ້ນ ຈະຮ້າຍແຮງຫລາຍຈົນທຸກໆຄົນທີ່ຜ່ານໄປຈະຕື່ນຕົກໃຈແລະຢ້ານກົວຍິ່ງ.
18
ສິ່ງທີ່ໄດ້ເກີດຂຶ້ນກັບເມືອງໂຊໂດມ ແລະໂກໂມຣາ ກໍຈະເກີດຂຶ້ນຄືກັນກັບເມືອງເອໂດມ ເມື່ອພວກເຂົາແລະເມືອງທີ່ຢູ່ອ້ອມແອ້ມນັ້ນຖືກທຳລາຍ. ຈະບໍ່ມີຜູ້ໃດຢູ່ທີ່ນັ້ນອີກຕໍ່ໄປ.”
19
“ສິງອອກຈາກປ່າຕຶບມາສູ່ແຄມແມ່ນໍ້າຈໍແດນທີ່ມີຫຍ້າຂຽວສັນໃດ; ເຮົາກໍຈະມາເຮັດໃຫ້ຊາວເອໂດມ ແລ່ນໜີຈາກດິນແດນຂອງພວກເຂົາຢ່າງກະທັນຫັນສັນນັ້ນ. ແລ້ວຜູ້ນຳທີ່ເຮົາເລືອກເອົາກໍຈະປົກຄອງດິນແດນ. ຜູ້ໃດແດ່ທຽບເທົ່າກັບເຮົາໄດ້? ຜູ້ໃດແດ່ກ້າທ້າທາຍເຮົາໄດ້? ນັກປົກຄອງຜູ້ໃດແດ່ຕ້ານທານເຮົາໄດ້?
20
ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວກະທຳຕໍ່ສູ້ປະຊາຊົນເອໂດມ ແລະສິ່ງທີ່ພຣະອົງຕັ້ງໃຈກະທຳຕໍ່ຊາວເຕມານ. ແມ່ນແຕ່ລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະຢ້ານກົວໃຫຍ່.
21
ເມື່ອເອໂດມແຕກ ຈະມີສຽງດັງຈົນແຜ່ນດິນໂລກຫວັ່ນໄຫວ ແລະສຽງແຕກຕື່ນກໍຈະໄດ້ຍິນໄປຮອດອ່າວອາກາບາ.
22
ສັດຕູຈະໂຈມຕີດັ່ງນົກອິນຊີ ຄືບິນລົງມາເທິງໂບຊະຣາ ໂດຍພືປີກອອກກວມ. ໃນວັນນັ້ນ ທະຫານເອໂດມຈະຕົກສະທ້ານຢ້ານກົວດັ່ງຜູ້ຍິງຄອດລູກ.”
23
ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງນະຄອນດາມັສກັດວ່າ, “ປະຊາຊົນໃນເມືອງຮາມັດແລະອັກປັດ ຕ່າງກໍກະວົນກະວາຍ ແລະເດືອດຮ້ອນຍ້ອນພວກເຂົາໄດ້ຍິນຂ່າວບໍ່ດີ. ຄວາມວິຕົກກັງວົນທັບຖ້ວມພວກເຂົາດັ່ງນໍ້າທະເລໄຫລຊັດຈົນພວກເຂົາຢູ່ບໍ່ເປັນສຸກ.
24
ປະຊາຊົນດາມັສກັດອ່ອນກຳລັງ ແລະປົບໜີໄປດ້ວຍຄວາມຢ້ານກົວຫລາຍ. ພວກເຂົາເຈັບປວດ ແລະທົນທຸກທໍລະມານດັ່ງຜູ້ຍິງຄອດລູກ.
25
ນະຄອນໂດ່ງດັງທີ່ເຄີຍມີຄວາມສຸກ ໄດ້ຮົກຮ້າງຫວ່າງເປົ່າໄປໝົດ.
26
ໃນວັນນັ້ນ ຊາຍໜຸ່ມຈະຖືກຂ້າຕາມທ້ອງຖະໜົນຫົນທາງໃນເມືອງ ແລະທະຫານກໍຈະຖືກທຳລາຍກ້ຽງ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫຼະ.
27
“ເຮົາຈະຈູດໄຟເຜົາກຳແພງທັງຫລາຍຂອງນະຄອນດາມັສກັດ ແລະກໍຈະຈູດວັງທັງຫລາຍຂອງກະສັດເບັນຮາດາດ.”
28
ຕໍ່ໄປນີ້ແມ່ນສິ່ງທີ່ພຣະເຈົ້າຢາເວໄດ້ກ່າວເຖິງເຜົ່າເກດາ ແລະທ້ອງຖິ່ນຕ່າງໆຊຶ່ງຖືກຄວບຄຸມໂດຍເມືອງຮາໂຊ ຊຶ່ງກະສັດເນບູກາດເນັດຊາແຫ່ງບາບີໂລນຕີໄດ້ວ່າ, “ຈົ່ງໂຈມຕີປະຊາຊົນເກດາ ແລະທຳລາຍເຜົ່າທາງທິດຕາເວັນອອກ
29
ຈົ່ງຢຶດເອົາຜ້າເຕັນກັບຝູງສັດຂອງພວກເຂົາ ຄືຜ້າກັ້ງຂອງເຕັນ ແລະທຸກສິ່ງທີ່ຢູ່ໃນເຕັນນັ້ນ. ຈົ່ງຢຶດຝູງອູດຂອງພວກເຂົາ ແລະບອກປະຊາຊົນວ່າ, ‘ຄວາມຢ້ານອັນໃຫຍ່ໄດ້ມາອ້ອມຮອບພວກເຈົ້າແລ້ວ.”’
30
ພຣະເຈົ້າຢາເວກ່າວວ່າ, “ປະຊາຊົນຮາໂຊເອີຍ ຈົ່ງແລ່ນປົບໜີໄປໄກແສນໄກ ແລະຫລົບລີ້ຢູ່ສາ. ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ວາງແຜນຮ້າຍຕໍ່ສູ້ພວກເຈົ້າ ແລະລາວເວົ້າວ່າ,
31
‘ຮີບມາ ພວກເຮົາຈະໂຈມຕີຄົນເຫຼົ່ານັ້ນທີ່ຄິດວ່າ ຕົນປອດໄພແລະໝັ້ນຄົງ ເມືອງຂອງພວກເຂົາບໍ່ມີປະຕູຫລືມີໄລ ທັງເປັນເມືອງທີ່ບໍ່ມີໜ່ວຍປ້ອງກັນຊໍ້າ.”’ ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
32
ພຣະເຈົ້າຢາເວກ່າວວ່າ, “ຈົ່ງຢຶດຝູງອູດ ແລະຝູງງົວຂອງພວກເຂົາໄປໃຫ້ໝົດ ເຮົາຈະກະຈັດກະຈາຍຄົນທີ່ຕັດຜົມສັ້ນໄປທຸກທິດທຸກທາງ ແລະເຮົາຈະນຳໄພພິບັດມາສູ່ພວກເຂົາຮອບດ້ານ.
33
ເມືອງຮາໂຊຈະເປັນຖິ່ນແຫ້ງແລ້ງກັນດານຕະຫລອດໄປ ຄືເປັນບ່ອນທີ່ໝາປ່າອາໄສຢູ່ເທົ່ານັ້ນ. ຈະບໍ່ມີຜູ້ໃດຢູ່ທີ່ນັ້ນອີກ.”
34
ຫລັງຈາກທີ່ເຈົ້າເຊເດກີຢາຂຶ້ນເປັນກະສັດແຫ່ງຢູດາຍແລ້ວ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າກ່ຽວກັບດິນແດນເອລາມ.
35
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້: “ເຮົາຈະຂ້ານັກຍິງທະນູທັງໝົດ ທີ່ໄດ້ເຮັດໃຫ້ເອລາມມີອຳນາດ.
36
ເຮົາຈະເຮັດໃຫ້ລົມພັດມາຈາກທຸກທິດເພື່ອຕໍ່ສູ້ເອລາມ ແລະເຮົາຈະເຮັດໃຫ້ປະຊາຊົນໃນດິນແດນນັ້ນ ກະຈັດກະຈາຍໄປທົ່ວທຸກບ່ອນ ຈົນມີຜູ້ລີ້ໄພຢູ່ໃນທຸກໆປະເທດ.
37
ເຮົາຈະເຮັດໃຫ້ປະຊາຊົນເອລາມຢ້ານກົວເຫຼົ່າສັດຕູ ຄືຜູ້ທີ່ຢາກຂ້າພວກເຂົາ. ເຮົາຈະທຳລາຍປະຊາຊົນເອລາມດ້ວຍຄວາມໂກດຮ້າຍອັນໃຫຍ່ຂອງເຮົາ ພຣະເຈົ້າຢາເວກ່າວວ່າ ແລະເຮົາຈະສົ່ງກອງທັບທັງຫລາຍມາຕໍ່ສູ້ຈົນກວ່າເຮົາໄດ້ກຳຈັດພວກເຂົາໃຫ້ໝົດໄປ.
38
ເຮົາຈະທຳລາຍບັນດາກະສັດພ້ອມທັງພວກເຈົ້ານາຍຂອງພວກເຂົາ ແລະຈະຕັ້ງບັນລັງຂອງເຮົາຢູ່ໃນທີ່ນັ້ນ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
39
ແຕ່ພາຍລຸນມາ ເຮົາຈະເຮັດໃຫ້ປະຊາຊົນເອລາມຈະເລີນຮຸ່ງເຮືອງຂຶ້ນໃໝ່.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
← Chapter 48
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 43
Chapter 44
Chapter 45
Chapter 46
Chapter 47
Chapter 48
Chapter 49
Chapter 50
Chapter 51
Chapter 52
Chapter 50 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42
43
44
45
46
47
48
49
50
51
52