bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 1
2 Chronicles 1
Lao Bible 2012 (ພຣະຄຳພີສັກສິ)
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 2 →
1
ໂຊໂລໂມນລູກຊາຍຂອງກະສັດດາວິດໄດ້ປົກຄອງຊາດອິດສະຣາເອນຢ່າງໝັ້ນຄົງ ແລະພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກໍເຮັດໃຫ້ເພິ່ນມີອຳນາດຫລາຍຂຶ້ນ.
2
ກະສັດໂຊໂລໂມນສັ່ງນາຍທະຫານທັງໝົດທີ່ບັນຊາກອງພັນ, ກອງຮ້ອຍ, ພວກຜູ້ຕັດສິນ, ພວກຜູ້ນຳທັງຫລາຍ ແລະພວກຫົວໜ້າຄອບຄົວທຸກໆຄົນກັບປະຊາຊົນທັງໝົດ
3
ໃຫ້ຕິດຕາມເພິ່ນໄປສະຖານທີ່ສູງທີ່ກີເບໂອນ. ພວກເຂົາໄດ້ໄປທີ່ນັ້ນ ເພາະແມ່ນຫໍເຕັນບ່ອນຊຸມນຸມຂອງພຣະເຈົ້າ ຊຶ່ງໂມເຊຄົນຮັບໃຊ້ຂອງພຣະເຈົ້າຢາເວໄດ້ສ້າງຂຶ້ນໃນຖິ່ນແຫ້ງແລ້ງກັນດານໄດ້ຕັ້ງຢູ່ທີ່ນັ້ນ.
4
ສ່ວນຫີບຂອງພຣະເຈົ້ານັ້ນໄດ້ຕັ້ງຢູ່ນະຄອນເຢຣູຊາເລັມ ຄືຮັກສາໄວ້ໃນຫໍເຕັນບ່ອນທີ່ກະສັດດາວິດໄດ້ສ້າງຂຶ້ນ ເມື່ອເພິ່ນໄດ້ນຳຫີບນັ້ນມາຈາກກີຣີອາດເຢອາຣີມ.
5
ແທ່ນບູຊາທີ່ເຮັດດ້ວຍທອງສຳຣິດ ຊຶ່ງເບຊາເລນລູກຊາຍຂອງອູຣິ ແລະຫລານຊາຍຂອງຮູເຣໄດ້ສ້າງ ຍັງຕັ້ງໄວ້ຢູ່ຕໍ່ໜ້າຫໍເຕັນສັກສິດຂອງພຣະເຈົ້າຢາເວທີ່ກີເບໂອນ. ກະສັດໂຊໂລໂມນ ແລະປະຊາຊົນທັງໝົດໄດ້ສະແຫວງຫາພຣະອົງທີ່ນັ້ນ.
6
ໂຊໂລໂມນໄດ້ຍົກເຄື່ອງຖວາຍບູຊາທີ່ນັ້ນຕໍ່ໜ້າພຣະເຈົ້າຢາເວເທິງແທ່ນບູຊາເປັນທອງສຳຣິດທີ່ຕັ້ງຢູ່ທາງໜ້າຫໍເຕັນບ່ອນຊຸມນຸມ; ເພິ່ນໄດ້ຂ້າສັດພັນໂຕ ແລະເຜົາຖວາຍບູຊາທັງໝົດ.
7
ແລ້ວໃນຄືນນັ້ນ ພຣະເຈົ້າກໍໄດ້ປາກົດແກ່ກະສັດໂຊໂລໂມນ ແລະຖາມເພິ່ນວ່າ, “ເຈົ້າຕ້ອງການຢາກໃຫ້ເຮົາເອົາຫຍັງໃຫ້ແກ່ເຈົ້າ? ຈົ່ງຂໍມາເຖີດ.”
8
ໂຊໂລໂມນຕອບພຣະເຈົ້າວ່າ, “ພຣະອົງໄດ້ສຳແດງຄວາມຮັກອັນຍິ່ງໃຫຍ່ແກ່ດາວິດ ພໍ່ຂອງຂ້ານ້ອຍຕະຫລອດມາ; ບັດນີ້ ພຣະອົງໄດ້ໃຫ້ຂ້ານ້ອຍຂຶ້ນເປັນກະສັດປົກຄອງແທນເພິ່ນ.
9
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຈົ່ງໃຫ້ຄຳສັນຍາທີ່ພຣະອົງໄດ້ເຮັດໄວ້ກັບພໍ່ຂອງຂ້ານ້ອຍນັ້ນກາຍເປັນຈິງເທີ້ນ. ພຣະອົງໄດ້ແຕ່ງຕັ້ງຂ້ານ້ອຍໃຫ້ໄດ້ຂຶ້ນເປັນກະສັດ ເພື່ອປົກຄອງປະຊາຊົນຢ່າງຫລວງຫລາຍຈົນນັບບໍ່ຖ້ວນ
10
ສະນັ້ນ ໂຜດປະທານສະຕິປັນຍາແລະຄວາມຮູ້ທີ່ຈຳເປັນໃຫ້ແກ່ຂ້ານ້ອຍດ້ວຍ ເພື່ອຈະປົກຄອງພວກເຂົາໄດ້ ບໍ່ດັ່ງນັ້ນແລ້ວ ຂ້ານ້ອຍຈະປົກຄອງປະຊາຊົນອັນຫລວງຫລາຍຂອງພຣະອົງໄດ້ຢ່າງໃດ?”
11
ພຣະເຈົ້າໄດ້ຕອບໂຊໂລໂມນວ່າ, “ເຈົ້າເລືອກເອົາສິ່ງທີ່ຖືກຕ້ອງ. ແທນທີ່ຈະຂໍຄວາມຮັ່ງມີ ຫລືຊັບສົມບັດ ຫລືຊື່ສຽງ ຫລືຄວາມຕາຍຂອງສັດຕູ ຫລືໃຫ້ຊີວິດຂອງເຈົ້າເອງໝັ້ນຍືນ ແຕ່ເຈົ້າກັບຂໍສະຕິປັນຍາ ແລະຄວາມຮູ້ ເພື່ອວ່າເຈົ້າຈະປົກຄອງປະຊາຊົນຂອງເຮົາໄດ້ ຊຶ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດຂອງພວກເຂົາ.
12
ເຮົາຈະໃຫ້ເຈົ້າມີສະຕິປັນຍາ ແລະຄວາມຮອບຮູ້. ນອກຈາກນີ້ອີກ ເຮົາຍັງຈະໃຫ້ເຈົ້າຮັ່ງມີເປັນດີຕະຫລອດທັງມີຊັບສົມບັດ ແລະມີຊື່ສຽງລື່ນກວ່າກະສັດຄົນໃດໆທີ່ຢູ່ກ່ອນເຈົ້າຫລືພາຍຫລັງເຈົ້າ.”
13
ດັ່ງນັ້ນ ກະສັດໂຊໂລໂມນຈຶ່ງໄດ້ຈາກ ສະຖານທີ່ສູງທີ່ກີເບໂອນ ຄືບ່ອນທີ່ຕັ້ງຫໍເຕັນບ່ອນຊຸມນຸມ ແລະກັບຄືນເມືອນະຄອນເຢຣູຊາເລັມ. ແລະເພິ່ນໄດ້ປົກຄອງທົ່ວປະເທດອິດສະຣາເອນ.
14
ເພິ່ນໄດ້ສ້າງກອງທັບຂຶ້ນໂດຍມີລົດຮົບ ໜຶ່ງພັນສີ່ຮ້ອຍຄັນ ແລະທະຫານມ້າ ສິບສອງພັນຄົນ. ເພິ່ນໄດ້ຮັກສາບາງສ່ວນໄວ້ປະຈຳນະຄອນເຢຣູຊາເລັມ ແລະນອກນັ້ນ ເພິ່ນໄດ້ໃຫ້ປະຈຳຢູ່ຕາມເມືອງຕ່າງໆ.
15
ໃນຣາຊການຂອງເພິ່ນ ເງິນແລະຄຳໃນນະຄອນເຢຣູຊາເລັມຖືວ່າເປັນຂອງທຳມະດາດັ່ງດຽວກັບກ້ອນຫີນ ແລະໄມ້ແປກກໍມີເຕັມ ຖືເປັນຂອງທຳມະດາດັ່ງດຽວກັບໄມ້ຕົ້ນໝາກເດື່ອ.
16
ເຈົ້າໜ້າທີ່ຂອງກະສັດໄດ້ຄວບຄຸມການສົ່ງມ້າຈາກມຸຊະຣີ ແລະເມືອງຊີລີເຊຍ ໄປຂາຍນອກປະເທດ
17
ຕະຫລອດທັງຄວບຄຸມລົດຮົບຈາກປະເທດເອຢິບໄປນອກປະເທດດ້ວຍ. ພວກເຂົາໄດ້ຈັດສົ່ງມ້າກັບລົດຮົບ ໄປໃຫ້ກະສັດຂອງຊາວຮິດຕີ ແລະກະສັດຂອງຊາວຊີເຣຍ ໂດຍຂາຍລົດຮົບຄັນລະຫົກຮ້ອຍຫລຽນເງິນ ແລະມ້າໂຕລະໜຶ່ງຮ້ອຍຫ້າສິບຫລຽນເງິນ.
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 2 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36