bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 11
2 Chronicles 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 12 →
1
ເມື່ອກະສັດເຣໂຫໂບອາມໄດ້ມາຮອດນະຄອນເຢຣູຊາເລັມ ເພິ່ນຈຶ່ງສັ່ງໃຫ້ພວກທະຫານທີ່ເກັ່ງກ້າຈາກເຜົ່າເບັນຢາມິນ ແລະຈາກເຜົ່າຢູດາ ຈຳນວນໜຶ່ງແສນແປດສິບພັນຄົນ ມາເຕົ້າໂຮມກັນ. ເພິ່ນຕັ້ງໃຈຈະໄປເຮັດເສິກ ແລະຢຶດອຳນາດຄືນຈາກເຜົ່າຕ່າງໆ ທາງພາກເໜືອຂອງອິດສະຣາເອນ.
2
ແຕ່ພຣະເຈົ້າຢາເວໄດ້ບອກເຊມາອີຢາຄົນຂອງພຣະເຈົ້າ
3
ນຳເອົາຖ້ອຍຄຳໄປບອກກະສັດເຣໂຫໂບອາມ ພ້ອມປະຊາຊົນທັງໝົດໃນເຜົ່າຢູດາແລະເບັນຢາມິນວ່າ,
4
“ພຣະເຈົ້າຢາເວກ່າວວ່າ, ຢ່າໂຈມຕີພີ່ນ້ອງອິດສະຣາເອນຂອງພວກເຈົ້າເລີຍ. ພວກເຈົ້າທຸກຄົນກັບເມືອບ້ານເຮືອນໃຜລາວສາ. ນີ້ແມ່ນຄວາມປະສົງຂອງເຮົາເອງທີ່ເຮັດໃຫ້ສິ່ງເຫຼົ່ານັ້ນເກີດຂຶ້ນ.” ພວກເຂົາໄດ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະບໍ່ໄດ້ໄປສູ້ຮົບເຢໂຣໂບອາມ.
5
ເຣໂຫໂບອາມໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມ ແລະໄດ້ສ້າງປ້ອມປ້ອງກັນເມືອງຕ່າງໆຂອງຢູດາແລະເບັນຢາມິນຂຶ້ນ ດັ່ງນີ້:
6
ເບັດເລເຮັມ, ເອຕາມ, ເຕກົວ,
7
ເບັດຊູເຣ, ໂສໂກ, ອາດຸນລຳ,
8
ກາດ, ມາເຣຊາ, ຊີເຟ,
9
ອາໂດຣາອີມ, ລາກິດ, ອາເຊກາ,
10
ໂຊຣາ, ໄອຢາໂລນ ແລະເຮັບໂຣນ.
11
ເພິ່ນໄດ້ສ້າງປ້ອມປ້ອງກັນເມືອງໄວ້ຢ່າງເຂັ້ມແຂງ ແລະໄດ້ແຕ່ງຕັ້ງຜູ້ບັນຊາການໄວ້ຕາມແຕ່ລະເມືອງ ແລະຢູ່ໃນແຕ່ລະເມືອງເພິ່ນກໍໄດ້ສະສົມອາຫານ, ນໍ້າມັນໝາກກອກເທດ ແລະເຫຼົ້າອະງຸ່ນ,
12
ຕະຫລອດທັງຫອກແລະໂລ້ໄວ້ເປັນຈຳນວນຫລວງຫລາຍ. ໂດຍວິທີນີ້ ເພິ່ນຈຶ່ງຮັກສາເຜົ່າຢູດາແລະເຜົ່າເບັນຢາມິນໃຫ້ຢູ່ໃຕ້ການຄຸ້ມຄອງຂອງຕົນໄວ້ໄດ້.
13
ພວກປະໂຣຫິດກັບຊາວເລວີຈາກທົ່ວທຸກເຂດແດນຂອງອິດສະຣາເອນ ໄດ້ມາທີ່ພາກໃຕ້ຂອງຢູດາຍ.
14
ຊາວເລວີໄດ້ປະຖິ້ມທົ່ງລ້ຽງສັດກັບທີ່ດິນອື່ນໆຂອງພວກຕົນ ແລະໄດ້ຍົກຍ້າຍເຂົ້າມາອາໄສຢູ່ທີ່ຢູດາຍແລະນະຄອນເຢຣູຊາເລັມ ເພາະກະສັດເຢໂຣໂບອາມແຫ່ງອິດສະຣາເອນ ແລະຜູ້ຂຶ້ນປົກຄອງແທນເພິ່ນ ບໍ່ອະນຸຍາດໃຫ້ພວກເຂົາຮັບໃຊ້ໃນຖານະເປັນປະໂຣຫິດຂອງພຣະເຈົ້າຢາເວ.
15
ເຢໂຣໂບອາມໄດ້ແຕ່ງຕັ້ງປະໂຣຫິດຂຶ້ນໂດຍຕົນເອງ ເພື່ອໃຫ້ຮັບໃຊ້ໃນສະຖານທີ່ຂາບໄຫວ້ພະຂອງຊາວຕ່າງດ້າວ, ຂາບໄຫວ້ຜີສາດແລະຮູບງົວທີ່ພວກເຂົາໄດ້ສ້າງຂຶ້ນເປັນຮູບເຄົາຣົບ.
16
ຈາກເຜົ່າທັງໝົດຂອງປະຊາຊົນອິດສະຣາເອນ ຜູ້ໃດທີ່ຢາກນະມັດສະການຢ່າງຈິງໃຈ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນນັ້ນ ກໍໄດ້ຕິດຕາມຊາວເລວີໄປທີ່ນະຄອນເຢຣູຊາເລັມ, ເພື່ອພວກເຂົາຈະຖວາຍບູຊາແກ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.
17
ເລື່ອງນີ້ໄດ້ເຮັດໃຫ້ອານາຈັກຢູດາຍເຂັ້ມແຂງຂຶ້ນ ແລະເປັນເວລາເຖິງສາມປີ ທີ່ພວກເຂົາອູ້ມຊູກະສັດເຣໂຫໂບອາມລູກຊາຍຂອງໂຊໂລໂມນ ແລະໃຊ້ຊີວິດດັ່ງຢູ່ໃຕ້ການປົກຄອງຂອງກະສັດດາວິດ ແລະຂອງກະສັດໂຊໂລໂມນ.
18
ເຣໂຫໂບອາມໄດ້ແຕ່ງງານກັບນາງມາຮາລັດລູກສາວຂອງເຢຣິໂມດ; ແລະເຢຣິໂມດເປັນລູກຊາຍຄົນໜຶ່ງຂອງກະສັດດາວິດທີ່ເກີດຈາກນາງອາບີໄຮ. ນາງອາບີໄຮເປັນລູກສາວຂອງເອລີອາບ ແລະເປັນຫລານສາວຂອງເຢຊີ.
19
ນາງມີລູກຊາຍສາມຄົນ ດັ່ງນີ້: ເຢອຸດ, ເຊມາຣີຢາ ແລະຊາຮາມ.
20
ຕໍ່ມາ ເພິ່ນໄດ້ນາງມາອາກາ ລູກສາວຂອງອັບຊາໂລມມາເປັນເມຍ; ແລະເຂົາມີລູກຊາຍສີ່ຄົນນຳກັນ ດັ່ງນີ້: ອາບີຢາ, ອັດໄຕ, ຊີຊາ ແລະເຊໂລມິດ.
21
ເຣໂຫໂບອາມມີເມຍທັງໝົດ ສິບແປດຄົນແລະມີເມຍນ້ອຍຫົກສິບຄົນ; ເພິ່ນມີລູກຊາຍຊາວແປດຄົນ ແລະລູກສາວຫົກສິບຄົນ. ໃນບັນດາເມຍໃຫຍ່ແລະເມຍນ້ອຍທັງໝົດນັ້ນ ເພິ່ນຮັກນາງມາອາກາຫລາຍກວ່າໝູ່
22
ແລະເພິ່ນພໍໃຈນຳອາບີຢາລູກຊາຍທີ່ເກີດຈາກນາງຫລາຍກວ່າພວກລູກຊາຍທັງໝົດ ໂດຍໄດ້ເລືອກໃຫ້ລາວຂຶ້ນເປັນກະສັດປົກຄອງແທນຕົນ.
23
ເຣໂຫໂບອາມໄດ້ມອບຄວາມຮັບຜິດຊອບຕ່າງໆ ໃຫ້ພວກລູກຊາຍຂອງຕົນຢ່າງສະຫລຽວສະຫລາດທີ່ສຸດຄື: ເພິ່ນໃຫ້ພວກເຂົາຢູ່ຕາມເມືອງຕ່າງໆທີ່ມີປ້ອມປ້ອງກັນເມືອງ ທົ່ວອານາຈັກຢູດາຍແລະເບັນຢາມິນ. ເພິ່ນໄດ້ຈັດຫາສິ່ງຕ່າງໆໃຫ້ພວກເຂົາຢ່າງໃຈກວ້າງຂວາງ ແລະຫາເມຍໃຫ້ພວກເຂົາຕັ້ງຫລາຍຄົນ.
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36