bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 29
2 Chronicles 29
Lao Bible 2012 (ພຣະຄຳພີສັກສິ)
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 30 →
1
ເຈົ້າເຮເຊກີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸຊາວຫ້າປີ ແລະໄດ້ປົກຄອງຢູ່ນະຄອນເຢຣູຊາເລັມເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າອາບີຢາລູກສາວຂອງເຊກາຣີຢາ.
2
ໂດຍເຮັດຕາມແບບຢ່າງຂອງກະສັດດາວິດຜູ້ເປັນບັນພະບຸລຸດ ເພິ່ນໄດ້ກະທຳໃນສິ່ງທີ່ພຣະເຈົ້າຢາເວພໍພຣະໄທ.
3
ໃນເດືອນທີໜຶ່ງຂອງປີແຫ່ງເຈົ້າເຮເຊກີຢາໄດ້ຂຶ້ນເປັນກະສັດນັ້ນ ເພິ່ນໄດ້ເປີດປະຕູວິຫານຂອງພຣະເຈົ້າຢາເວອີກໃໝ່ແລະລົງມືສ້ອມແປງປະຕູເຫຼົ່ານັ້ນ.
4
ເພິ່ນໄດ້ເຕົ້າໂຮມເອົາປະໂຣຫິດໝວດໜຶ່ງ ແລະພວກເລວີທາງດ້ານທິດຕາເວັນອອກ,
5
ແລະໂອ້ລົມກັບພວກເຂົາຢູ່ໃນນັ້ນວ່າ, “ພວກທ່ານຊາວເລວີ ຈົ່ງອຸທິດພວກທ່ານເອງ ແລະຈົ່ງຊຳລະວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານ. ຈົ່ງຍົກຍ້າຍທຸກໆສິ່ງທີ່ເປັນມົນທິນອອກໄປຈາກສະຖານທີ່ສັກສິດ.
6
ບັນພະບຸລຸດຂອງພວກເຮົາບໍ່ສັດຊື່ຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະໄດ້ເຮັດສິ່ງທີ່ພຣະອົງບໍ່ພໍພຣະໄທ. ພວກເພິ່ນໄດ້ປະຖິ້ມພຣະອົງ ແລະປິ່ນຫລັງໃຫ້ແກ່ທີ່ສະຖິດຂອງພຣະເຈົ້າຢາເວ.
7
ພວກເພິ່ນໄດ້ອັດປະຕູພຣະວິຫານ, ໄດ້ປ່ອຍໃຫ້ຕະກຽງມອດ ແລະບໍ່ໄດ້ເຜົາເຄື່ອງຫອມຖວາຍຫລືເຜົາບູຊາໃນສະຖານທີ່ສັກສິດຂອງພຣະເຈົ້າແຫ່ງຊາດອິດສະຣາເອນ.
8
ເພາະເລື່ອງນີ້ ພຣະເຈົ້າຢາເວຈຶ່ງໂກດຮ້າຍຢູດາຍແລະນະຄອນເຢຣູຊາເລັມ ແລະສິ່ງທີ່ພຣະອົງໄດ້ເຮັດຕໍ່ອານາຈັກທັງສອງນັ້ນ ພາໃຫ້ທຸກຄົນຕົກໃຈຢ້ານກົວຫລາຍ. ພວກທ່ານກໍຮູ້ຈັກສິ່ງນີ້ດີ.
9
ພໍ່ຂອງພວກເຮົາໄດ້ຖືກຂ້າໃນສະໜາມຮົບ ແລະເມຍກັບລູກຂອງພວກເຮົາກໍຖືກຈັບໄປເປັນຊະເລີຍ.
10
ບັດນີ້ ຂ້າພະເຈົ້າໄດ້ຕັດສິນໃຈທີ່ຈະເຮັດພັນທະສັນຍາກັບພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ເພື່ອວ່າພຣະອົງຈະບໍ່ໂກດຮ້າຍພວກເຮົາຕໍ່ໄປ.
11
ລູກທັງຫລາຍຂອງເຮົາເອີຍ ຢ່າສູ່ມົວຊັກຊ້າຢູ່ເລີຍ. ພວກທ່ານແມ່ນຜູ້ໜຶ່ງທີ່ພຣະເຈົ້າຢາເວໄດ້ເລືອກເອົາ ເພື່ອເຜົາເຄື່ອງຫອມຖວາຍແກ່ພຣະອົງ ແລະນຳພາປະຊາຊົນເຂົ້າມານະມັດສະການພຣະອົງ.”
12
ພວກເລວີທີ່ມີໜ້າໃນທີ່ນັ້ນ ມີດັ່ງນີ້: ຈາກຕະກຸນໂກຮາດ, ມາຮາດ ລູກຊາຍຂອງອາມາໄສ ແລະໂຢເອນລູກຊາຍຂອງອາຊາຣີຢາ; ຈາກຕະກຸນເມຣາຣີ, ກີເຊ ລູກຊາຍຂອງອັບດີ ແລະອາຊາຣີຢາລູກຊາຍຂອງເຢຮານເລເລນ; ຈາກຕະກຸນເກໂຊນ, ໂຢອາ ລູກຊາຍຂອງຊິມມາ ແລະເອເດນລູກຊາຍຂອງໂຢອາ
13
ຈາກຕະກຸນເອລີຊາຟັນ, ຊິມຣີ ແລະເຢອູເອນ; ຈາກຕະກຸນອາສັບ, ເຊກາຣີຢາ ແລະມັດຕານິຢາ
14
ຈາກຕະກຸນເຮມານ, ເຢອູເອນ ແລະຊີເມອີ; ຈາກຕະກຸນເຢດູທູນ, ເຊມາອີຢາ ແລະອຸດຊີເອນ.
15
ຄົນເຫຼົ່ານີ້ໄດ້ເອີ້ນພີ່ນ້ອງຊາວເລວີຂອງພວກເຂົາມາປະຊຸມກັນ ແລະພວກເຂົາທຸກຄົນໄດ້ເຮັດພິທີຊຳລະຕົນໃຫ້ໝົດມົນທິນ. ແລ້ວໂດຍປະຕິບັດຕາມຄຳສັ່ງຂອງກະສັດ ໂດຍຖ້ອຍຄຳຂອງພຣະເຈົ້າຢາເວ ເພື່ອຊຳລະວິຫານຂອງພຣະເຈົ້າຢາເວໃຫ້ໝົດມົນທິນ.
16
ພວກປະໂຣຫິດໄດ້ເຂົ້າໄປທາງໃນຂອງວິຫານຂອງພຣະເຈົ້າຢາເວເພື່ອຊຳລະໃຫ້ສະອາດ ແລະພວກເຂົາໄດ້ຂົນທຸກສິ່ງ ທີ່ເປັນມົນທິນທັງຫຼາຍທີ່ພວກເຂົາໄດ້ພົບໃນພຣະວິຫານຂອງພຣະເຈົ້າຢາເວອອກມາກອງໄວ້ທີ່ເດີ່ນຂອງວິຫານຂອງພຣະເຈົ້າຢາເວ. ພວກເລວີໄດ້ຂົນສິ່ງທີ່ເປັນມົນທິນເຫຼົ່ານັ້ນໄປຖິ້ມລົງໃນຮ່ອມພູກິດໂຣນຢູ່ນອກເມືອງ.
17
ການລົງມືຊຳລະພຣະວິຫານນີ້ໄດ້ເລີ່ມຂຶ້ນໃນວັນທີໜຶ່ງຂອງເດືອນທີໜຶ່ງ ແລະພໍເຖິງວັນທີແປດກໍສຳເລັດໝົດ ລວມທັງຫ້ອງທີ່ທາງເຂົ້າດ້ານໜ້າວິຫານຂອງພຣະເຈົ້າຢາເວ. ແລ້ວພວກເຂົາກໍຕຽມວິຫານຂອງພຣະເຈົ້າຢາເວໄວ້ສຳລັບການນະມັດສະການອີກແປດວັນ ຈົນເຖິງວັນທີສິບຫົກຂອງເດືອນຈຶ່ງສຳເລັດທັງໝົດ.
18
ພວກເລວີໄດ້ລາຍງານໃຫ້ກະສັດເຮເຊກີຢາຮູ້ ດັ່ງນີ້: “ພວກຂ້ານ້ອຍໄດ້ເຮັດສຳເລັດພິທີຊຳລະວິຫານຂອງພຣະເຈົ້າຢາເວທັງໝົດແລ້ວ, ມີແທ່ນເຜົາບູຊາແລະເຄື່ອງໃຊ້ເທິງແທ່ນທັງໝົດ, ໂຕະວາງເຂົ້າຈີ່ໃສ່ເປັນແຖວແລະເຄື່ອງໃຊ້ເທິງໂຕະທັງໝົດ.
19
ພວກຂ້ານ້ອຍຍັງໄດ້ນຳເຄື່ອງໃຊ້ທັງໝົດ ຊຶ່ງກະສັດອາຮາດໄດ້ເອົາໄປໃນສະໄໝທີ່ເພິ່ນບໍ່ສັດຊື່ຕໍ່ພຣະເຈົ້ານັ້ນຄືນມາ ແລະພວກຂ້ານ້ອຍໄດ້ອຸທິດຖວາຍແກ່ພຣະເຈົ້າຄືນໃໝ່ອີກ. ສິ່ງທັງໝົດນັ້ນໄດ້ວາງໄວ້ຢູ່ດ້ານໜ້າຂອງແທ່ນບູຊາຂອງພຣະເຈົ້າຢາເວແລ້ວ.”
20
ໂດຍບໍ່ຊັກຊ້າກະສັດເຮເຊກີຢາໄດ້ເອີ້ນຊາວເມືອງຊັ້ນຫົວໜ້າມາປະຊຸມ ແລະພວກເຂົາຈຶ່ງພ້ອມພາກັນຂື້ນໄປທີ່ວິຫານຂອງພຣະເຈົ້າຢາເວ.
21
ເພື່ອເປັນການລຶບລ້າງການບາບຂອງຣາຊວົງ ລວມທັງຂອງປະຊາຊົນຢູດາ ແລະຊຳລະພຣະວິຫານ ພວກເຂົາໄດ້ຖວາຍງົວເຖິກເຈັດໂຕ, ແກະເຖິກເຈັດໂຕ, ລູກແກະເຈັດໂຕ ແລະແບ້ເຈັດໂຕ. ເພິ່ນບອກບັນດາປະໂຣຫິດທີ່ເປັນເຊື້ອສາຍຂອງອາໂຣນ ໃຫ້ຖວາຍສັດເຫຼົ່ານັ້ນທີ່ແທ່ນບູຊາຂອງພຣະເຈົ້າຢາເວ.
22
ພວກປະໂຣຫິດໄດ້ຂ້າງົວເຖິກກ່ອນ ແລ້ວກໍຂ້າແກະເຖິກກັບລູກແກະ ແລະຊິດເລືອດຂອງສັດແຕ່ລະໂຕໃສ່ແທ່ນບູຊາ.
23
ແລະພວກເຂົາໄດ້ນຳແບ້ເຖິກສຳລັບເປັນເຄື່ອງບູຊາໄຖ່ບາບມາຕໍ່ໜ້າກະສັດ ແລະທີ່ຊຸມນຸມຊົນ; ແລ້ວພວກເຂົາໄດ້ວາງມືໃສ່ມັນ.
24
ແລ້ວບັນດາປະໂຣຫິດຈຶ່ງໄດ້ຂ້າແບ້ ແລະຖອກເລືອດໃສ່ແທ່ນບູຊາ ເພື່ອລຶບລ້າງການບາບຂອງປະຊາຊົນທຸກຄົນ ເພາະກະສັດໄດ້ສັ່ງໃຫ້ຖວາຍເຄື່ອງເຜົາບູຊາ ແລະຖວາຍເຄື່ອງບູຊາ ເພື່ອລຶບລ້າງການບາບຂອງປະຊາຊົນອິດສະຣາເອນທັງໝົດ.
25
ກະສັດໄດ້ເຮັດຕາມຄຳສັ່ງທີ່ພຣະເຈົ້າຢາເວໄດ້ໃຫ້ແກ່ກະສັດດາວິດໂດຍຜ່ານທາງກາດ ຜູ້ທຳນວາຍຂອງກະສັດ ແລະຜ່ານທາງຜູ້ທຳນວາຍນາທານ; ເພິ່ນໄດ້ໃຫ້ຊາວເລວີປະຈຳຢູ່ໃນວິຫານຂອງພຣະເຈົ້າຢາເວໂດຍໃຫ້ມີພິນແລະມີແສ່ງ
26
ເຄື່ອງດົນຕຼີດັ່ງສະໄໝຂອງກະສັດດາວິດໄດ້ເຮັດ. ພວກປະໂຣຫິດໄດ້ຢືນຖືແກຕຽມພ້ອມຢູ່ທີ່ນັ້ນຄືກັນ.
27
ເຮເຊກີຢາໄດ້ສັ່ງໃຫ້ຖວາຍເຄື່ອງເຜົາບູຊາ ແລະພໍພິທີເລີ່ມຂຶ້ນ ປະຊາຊົນຕ່າງກໍຮ້ອງເພງສັນລະເສີນພຣະເຈົ້າຢາເວ; ສ່ວນບັນດານັກດົນຕຼີກໍຕັ້ງຕົ້ນເປົ່າແກ ແລະຫລີ້ນເຄື່ອງດົນຕຼີອື່ນໆອີກ.
28
ທຸກໆຄົນທີ່ຢູ່ໃນທີ່ນັ້ນໄດ້ເຂົ້າຮ່ວມໃນການນະມັດສະການ ແລະສຽງຮ້ອງພ້ອມສຽງເສບກໍສືບຕໍ່ກັນໄປ ຈົນກວ່າການຖວາຍບູຊາໄດ້ສຳເລັດລົງ.
29
ແລ້ວກະສັດເຮເຊກີຢາພ້ອມດ້ວຍປະຊາຊົນທັງໝົດ ກໍໄດ້ຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ.
30
ກະສັດພ້ອມດ້ວຍພວກຜູ້ນຳຂອງປະຊາຊົນໃນຊາດ ໄດ້ບອກໃຫ້ຊາວເລວີຮ້ອງເພງສັນລະເສີນແດ່ພຣະເຈົ້າຢາເວ ຄືຖ້ອຍຄຳທີ່ກະສັດດາວິດ ແລະຜູ້ທຳນວາຍອາສັບໄດ້ແຕ່ງໄວ້. ສະນັ້ນ ທຸກຄົນຈຶ່ງຮ້ອງເພງດ້ວຍຄວາມຊົມຊື່ນຍິນດີ ເມື່ອພວກເຂົາຄຸເຂົ່າລົງນ້ອມນະມັດສະການພຣະເຈົ້າ.
31
ເຮເຊກີຢາກ່າວແກ່ປະຊາຊົນວ່າ, “ບັດນີ້ ເມື່ອພວກເຈົ້າໄດ້ຊຳລະຕົນໃຫ້ໝົດມົນທິນສຳລັບພຣະເຈົ້າຢາເວແລ້ວ ຈົ່ງຫຍັບມາໃກ້ ແລະນຳເຄື່ອງບູຊາກັບເຄື່ອງຖວາຍໂມທະນາຂອບພຣະຄຸນມາທີ່ວິຫານຂອງພຣະເຈົ້າຢາເວ.” ພວກເຂົາກໍໄດ້ປະຕິບັດຕາມ ແລະຍັງມີບາງຄົນໄດ້ນຳສັດມາຂ້າ ເພື່ອເຜົາບູຊາດ້ວຍຄວາມສະໝັກໃຈ.
32
ພວກເຂົາໄດ້ນຳງົວເຖິກເຈັດສິບໂຕ, ແກະເຖິກໜຶ່ງຮ້ອຍໂຕ ແລະລູກແກະສອງຮ້ອຍໂຕ ມາເຜົາບູຊາຖວາຍແກ່ພຣະເຈົ້າຢາເວ;
33
ພວກເຂົາໄດ້ນຳງົວເຖິກຫົກຮ້ອຍໂຕ ແລະແກະເຖິກສາມພັນໂຕ ມາເປັນເຄື່ອງບູຊາ ເພື່ອໃຫ້ປະຊາຊົນກິນ.
34
ເມື່ອບໍ່ມີປະໂຣຫິດພຽງພໍທີ່ຈະຂ້າສັດເຫຼົ່ານີ້ ຊາວເລວີຈຶ່ງໄດ້ຂ້າຊ່ວຍ ຈົນວຽກງານສຳເລັດຮຽບຮ້ອຍ. ໃນເວລານັ້ນ ມີປະໂຣຫິດຫລາຍຄົນໄດ້ເຮັດພິທີຊຳລະຕົນໃຫ້ໝົດມົນທິນຕື່ມອີກ. (ຊາວເລວີຍິ່ງມີໃຈສັດຊື່ຫລາຍຂຶ້ນ ໃນການປະພຶດຕົນບໍ່ໃຫ້ເປັນມົນທິນຕາມກົດບັນຍັດ.)
35
ນອກເໜືອຈາກການຖວາຍບູຊາດ້ວຍການເຜົາທັງໝົດແລ້ວ ພວກປະໂຣຫິດຍັງຮັບຜິດຊອບເຜົາໄຂມັນ ຊຶ່ງໄດ້ມາຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳ ແລະສຳລັບຖອກເຫຼົ້າອະງຸ່ນຖວາຍພ້ອມກັບເຄື່ອງເຜົາບູຊາອີກ. ສະນັ້ນ ການນະມັດສະການໃນວິຫານຂອງພຣະເຈົ້າຢາເວຈຶ່ງໄດ້ຮັບການຟື້ນຟູຂຶ້ນໃໝ່.
36
ກະສັດເຮເຊກີຢາແລະປະຊາຊົນພາກັນຊົມຊື່ນຍິນດີ ເພາະພຣະເຈົ້າໄດ້ຊ່ວຍໃຫ້ເຮັດສິ່ງທັງໝົດນີ້ສຳເລັດຜົນຢ່າງວ່ອງໄວ.
← Chapter 28
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 30 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36