2 Chronicles 30

Lao Bible 2012 (ພຣະຄຳພີສັກສິ)

← Chapter 29 Chapter 31 →
1ເນື່ອງ​ຈາກ​ປະຊາຊົນ​ບໍ່​ອາດ​ຈະ​ສະຫລອງ​ປັດສະຄາ ຕາມ​ກຳນົດ​ໃນ​ເດືອນ​ທີ​ໜຶ່ງ​ໄດ້ ເພາະ​ປະໂຣຫິດ​ທີ່​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ແລ້ວ​ນັ້ນ​ຍັງ​ບໍ່ມີ​ພຽງພໍ ແລະ​ປະຊາຊົນ​ສ່ວນ​ຫລາຍ​ກໍ​ຍັງ​ບໍ່​ທັນ​ໄດ້​ມາ​ເຕົ້າໂຮມ​ກັນ​ທີ່​ນະຄອນ​ເຢຣູຊາເລັມ. ດັ່ງນັ້ນ ກະສັດ​ເຮເຊກີຢາ, ບັນດາ​ຂ້າຣາຊການ ແລະ​ປະຊາຊົນ​ໃນ​ນະຄອນ​ເຢຣູຊາເລັມ ຈຶ່ງ​ໄດ້​ຕົກລົງ​ກັນ​ສະຫລອງ​ງານ​ນີ້​ໃນ​ເດືອນ​ທີ​ສອງ. ສ່ວນ​ກະສັດ​ກໍໄດ້​ປະກາດ​ໄປ​ເຖິງ​ປະຊາຊົນ​ອິດສະຣາເອນ ແລະ​ຢູດາຍ​ໃຫ້​ຮູ້​ທົ່ວ​ເຖິງ​ກັນ. ເພິ່ນ​ໄດ້​ເອົາໃຈໃສ່​ເປັນ​ພິເສດ​ແກ່​ເຜົ່າ​ເອຟຣາອິມ​ແລະ​ມານາເຊ ໂດຍ​ສົ່ງ​ຈົດໝາຍ​ໄປ​ເຊີນ​ພວກເຂົາ​ໃຫ້​ມາ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ​ໃນ​ນະຄອນ​ເຢຣູຊາເລັມ ເພື່ອ​ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.
← Chapter 29 Chapter 31 →