bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 34
2 Chronicles 34
Lao Bible 2012 (ພຣະຄຳພີສັກສິ)
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 35 →
1
ເຈົ້າໂຢສີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມສິບເອັດປີ.
2
ເພິ່ນໄດ້ເຮັດໃນສິ່ງທີ່ພຣະເຈົ້າຢາເວພໍພຣະໄທ ຄືເພິ່ນກະທຳຕາມແບບຢ່າງຂອງກະສັດດາວິດບັນພະບຸລຸດຂອງເພິ່ນ ໂດຍໄດ້ປະຕິບັດຕາມກົດບັນຍັດທັງໝົດຂອງພຣະເຈົ້າຢ່າງເຄັ່ງຄັດ.
3
ໃນຣາຊການປີທີແປດທີ່ໂຢສີຢາເປັນກະສັດ ຄືໃນເວລາທີ່ເພິ່ນຍັງເປັນເດັກນ້ອຍຢູ່ນັ້ນ ເພິ່ນເລີ່ມຕົ້ນສະແຫວງຫາພຣະເຈົ້າຂອງກະສັດດາວິດ ບັນພະບຸລຸດຂອງເພິ່ນ. ສີ່ປີຕໍ່ມາ ເພິ່ນເລີ່ມຕົ້ນທຳລາຍບ່ອນຂາບໄຫວ້ພະຂອງຄົນບໍ່ນັບຖືພຣະເຈົ້າ ສັນຍາລັກຂອງເຈົ້າແມ່ອາເຊຣາ ແລະຮູບເຄົາຣົບອື່ນໆທັງໝົດ.
4
ໂດຍພາຍໃຕ້ການຊີ້ນຳຂອງກະສັດ ຄົນຂອງເພິ່ນໄດ້ທຳລາຍແທ່ນບູຊາທັງໝົດ ທີ່ເປັນບ່ອນຂາບໄຫວ້ພະບາອານຈົນໝຸ່ນທະລາຍ ແລະຮື້ແທ່ນເຜົາເຄື່ອງຫອມທີ່ຢູ່ໃກ້ນັ້ນລົງ. ພວກເຂົາໄດ້ບົດໃຫ້ໝຸ່ນຄື: ຮູບເຈົ້າແມ່ອາເຊຣາແລະຮູບເຄົາຣົບອື່ນໆທັງໝົດ; ແລ້ວກໍໂຮຍຂີ້ຝຸ່ນນັ້ນໃສ່ເທິງຂຸມຝັງສົບຂອງຄົນທີ່ຖືກເຜົາບູຊາໃຫ້ພະເຫຼົ່ານັ້ນ.
5
ເພິ່ນໄດ້ເຜົາກະດູກພວກປະໂຣຫິດຂອງຄົນບໍ່ນັບຖືພຣະເຈົ້າ ທີ່ເທິງແທ່ນບູຊາບ່ອນພວກເຂົາຂາບໄຫວ້. ເພິ່ນໄດ້ຊຳລະອານາຈັກຢູດາຍແລະນະຄອນເຢຣູຊາເລັມໃຫ້ໝົດສິ້ນມົນທິນ ໂດຍການເຮັດສິ່ງທັງໝົດນັ້ນ.
6
ເພິ່ນເຮັດເໝືອນກັນໃນເມືອງຕ່າງໆ ແລະໃນບໍລິເວນທີ່ຖືກທຳລາຍຂອງມານາເຊ, ເອຟຣາອິມ ແລະຊີເມໂອນ ແລະຈົນຮອດເໜືອສຸດຂອງເນັບທາລີ.
7
ທົ່ວເຂດແດນທາງພາກເໜືອຂອງອານາຈັກ ເພິ່ນໄດ້ທຳລາຍຈົນໝຸ່ນທະລາຍ ແທ່ນບູຊາທັງຫລາຍ ແລະສັນຍາລັກເຈົ້າແມ່ອາເຊຣາ, ບົດຮູບເຄົາຣົບໃຫ້ໝຸ່ນ ແລະທັບແທ່ນເຜົາເຄື່ອງຫອມໃຫ້ແຕກເປັນປ່ຽງໆ. ແລ້ວເພິ່ນກໍໄດ້ກັບຄືນມາທີ່ນະຄອນເຢຣູຊາເລັມ.
8
ໃນຣາຊການປີທີສິບແປດ ຫລັງຈາກທີ່ເພິ່ນໄດ້ຊຳລະດິນແດນ ແລະພຣະວິຫານ ໂດຍໃຫ້ຢຸດຂາບໄຫວ້ຕາມຢ່າງຄົນບໍ່ນັບຖືພຣະເຈົ້າແລ້ວ ກະສັດໂຢສີຢາໄດ້ສົ່ງສາມຄົນ ມີດັ່ງນີ້: ຊາຟານ ລູກຊາຍຂອງອາຊາລີຢາ, ມາອາເສອີຢາ ຜູ້ປົກຄອງນະຄອນເຢຣູຊາເລັມ ແລະໂຢອາ ລູກຊາຍຂອງໂຢອາຮາດຂ້າຣາຊການຊັ້ນສູງ ເພື່ອໄປສ້ອມແປງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.
9
ເງິນຖວາຍທີ່ຊາວເລວີເກັບໃນວິຫານຂອງພຣະເຈົ້ານັ້ນ ແມ່ນໄດ້ຖືກມອບໃຫ້ມະຫາປະໂຣຫິດຮິນກີຢາ. (ເງິນນີ້ໄດ້ເກັບຈາກຊາວເອຟຣາອິມແລະມານາເຊ ລວມທັງປະຊາຊົນໃນອານາຈັກທາງພາກເໜືອ ແລະຈາກປະຊາຊົນຊາວຢູດາ ຄືຊາວເບັນຢາມິນ ແລະຊາວນະຄອນເຢຣູຊາເລັມ.)
10
ເງິນນີ້ໄດ້ຖືກສົ່ງໄປໃຫ້ຄົນເຮັດວຽກຊຶ່ງເປັນຜູ້ທີ່ດູແລວິຫານຂອງພຣະເຈົ້າຢາເວ ແລະຜູ້ທີ່ດູແລວິຫານຂອງພຣະເຈົ້າຢາເວ ກໍໄດ້ເອົາເງິນນີ້ໄປໃຫ້
11
ຊ່າງໄມ້ ແລະຊ່າງກໍ່ ເພື່ອຊື້ຫີນແລະຊື້ໄມ້ສຳລັບສ້ອມແປງອາຄານ ທີ່ກະສັດຂອງຢູດາຍໄດ້ປ່ອຍໃຫ້ເພພັງລົງ.
12
ຄົນທີ່ໄດ້ເຮັດວຽກສ້ອມແປງລ້ວນແຕ່ເປັນຄົນສັດຊື່. ພວກເລວີສີ່ຄົນທີ່ເປັນຜູ້ຄວບຄຸມກວດກາວຽກງານ ມີດັ່ງນີ້: ຢາຮາດແລະໂອບາດີຢາຈາກຕະກຸນເມຣາຣີ, ເຊກາຣີຢາແລະເມຊຸນລຳຈາກຕະກຸນໂກຮາດ. (ຊາວເລວີກໍລ້ວນແລ້ວແຕ່ເປັນນັກດົນຕຼີທີ່ມີສີມືດີ.)
13
ຊາວເລວີຄົນອື່ນໆແມ່ນຮັບຜິດຊອບຂົນສົ່ງວັດສະດຸກໍ່ສ້າງ ແລະຄວບຄຸມຄົນງານໃນຂະແໜງວຽກຕ່າງໆທີ່ພວກເຂົາສັງກັດຢູ່; ສ່ວນຄົນອື່ນນັ້ນເປັນຜູ້ຮັກສາເອກະສານຫລືເຮັດໜ້າທີ່ເຝົ້າຍາມ.
14
ຂະນະທີ່ນຳເງິນອອກມາຈາກຄັງຂອງວິຫານຂອງພຣະເຈົ້າຢາເວນັ້ນ ປະໂຣຫິດຮິນກີຢາໄດ້ພົບໜັງສືກົດບັນຍັດຂອງພຣະເຈົ້າຢາເວ ເປັນກົດບັນຍັດທີ່ພຣະເຈົ້າໄດ້ມອບໃຫ້ແກ່ໂມເຊ.
15
ເພິ່ນໄດ້ກ່າວແກ່ຊາຟານວ່າ, “ເຮົາໄດ້ພົບໜັງສືກົດບັນຍັດນີ້ຢູ່ໃນວິຫານຂອງພຣະເຈົ້າຢາເວ.” ເພິ່ນໄດ້ມອບໜັງສືນັ້ນໃຫ້ຊາຟານ
16
ແລະຊາຟານກໍໄດ້ນຳໄປໃຫ້ກະສັດ. ລາວລາຍງານວ່າ, “ພວກຂ້ານ້ອຍປະຕິບັດທຸກສິ່ງສຳເລັດແລ້ວ ຕາມທີ່ທ່ານໄດ້ສັ່ງນັ້ນ.
17
ພວກຂ້ານ້ອຍໄດ້ເອົາເງິນທີ່ມ້ຽນໄວ້ໃນວິຫານຂອງພຣະເຈົ້າຢາເວ ໄປໃຫ້ພວກຜູ້ຄຸມງານແລະຄົນງານ.”
18
ແລ້ວລາວກໍເວົ້າຕື່ມວ່າ, “ຂ້ານ້ອຍໄດ້ຖືໜັງສືທີ່ປະໂຣຫິດຮິນກີຢາໄດ້ມອບໃຫ້ຂ້ານ້ອຍມານຳ.” ແລ້ວລາວກໍອ່ານໜັງສືນັ້ນດ້ວຍສຽງດັງສູ່ກະສັດຟັງ.
19
ເມື່ອກະສັດໄດ້ຍິນຊາຟານອ່ານໜັງສືນັ້ນສູ່ຟັງ ເພິ່ນຈຶ່ງຈີກເສື້ອຂອງຕົນຢ່າງເປັນທຸກໃຈ
20
ແລະໄດ້ໃຫ້ຄຳສັ່ງດັ່ງຕໍ່ໄປນີ້ແກ່ຮິນກີຢາ, ອາຮີກຳລູກຊາຍຂອງຊາຟານ, ອັບໂດນ ລູກຊາຍຂອງມີກາ, ຊາຟານເລຂາທິການ ແລະອາສາອີຢາຜູ້ລໍຮັບໃຊ້ປະຈຳກະສັດວ່າ,
21
“ຈົ່ງໄປປຶກສາພຣະເຈົ້າຢາເວເພື່ອເຮົາແລະປະຊາຊົນຜູ້ທີ່ຍັງເຫລືອຢູ່ໃນອານາຈັກອິດສະຣາເອນແລະຢູດາຍ ໂດຍໃຫ້ຖາມເບິ່ງເຖິງຖ້ອຍຄຳໃນໜັງສືນີ້. ພຣະເຈົ້າຢາເວໄດ້ໂກດຮ້າຍພວກເຮົາ ເພາະບັນພະບຸລຸດຂອງພວກເຮົາບໍ່ໄດ້ເຊື່ອຟັງຖ້ອຍຄຳຂອງພຣະເຈົ້າຢາເວ ແລະບໍ່ໄດ້ປະຕິບັດຕາມຖ້ອຍຄຳທັງໝົດທີ່ພຣະອົງໄດ້ກ່າວໄວ້ໃນໜັງສືນີ້.”
22
ເພື່ອປະຕິບັດຕາມຄຳສັ່ງຂອງກະສັດ ຮິນກີຢາກັບຄົນອື່ນໆໄດ້ໄປປຶກສາຜູ້ທຳນວາຍຍິງຄົນໜຶ່ງຊື່ວ່າ ຮູນດາ. ນາງອາໄສຢູ່ເຂດສ້າງໃໝ່ຂອງນະຄອນເຢຣູຊາເລັມ. (ຊານລຸມຜົວຂອງນາງເປັນລູກຊາຍຂອງຕິກວາ ແລະຫລານຊາຍຂອງຮາກຮາ. ລາວເປັນຜູ້ຮັບຜິດຊອບເຄື່ອງນຸ່ງໃນພຣະວິຫານ.) ພວກເຂົາເລົ່າເລື່ອງທີ່ໄດ້ເກີດຂຶ້ນສູ່ນາງຟັງ
23
ແລະນາງໄດ້ບອກພວກເຂົາວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວຕໍ່ຜູ້ທີ່ສົ່ງພວກເຈົ້າມາຫາເຮົາວ່າ,
24
ພຣະເຈົ້າຢາເວ ກ່າວວ່າດັ່ງນີ້: “ເຮົາຈະລົງໂທດນະຄອນເຢຣູຊາເລັມ ແລະຊາວນະຄອນທັງໝົດດ້ວຍຄຳສາບແຊ່ງທີ່ມີຂຽນໄວ້ຢູ່ໃນໜັງສືນີ້ ທີ່ໄດ້ອ່ານຕໍ່ໜ້າກະສັດແຫ່ງຢູດາຍ.
25
ພວກເຂົາປະຖິ້ມເຮົາແລະໄປຖວາຍເຄື່ອງບູຊາໃຫ້ບັນດາພະອື່ນ ແລະເຮັດໃຫ້ເຮົາໂກດຮ້າຍຍ້ອນສິ່ງທັງໝົດທີ່ພວກເຂົາໄດ້ເຮັດ. ເຮົາໂກດຮ້າຍນະຄອນເຢຣູຊາເລັມຢ່າງບໍ່ມີມື້ສິ້ນສຸດ.
26
ສຳລັບກະສັດຢູດາຍທີ່ໄດ້ໃຊ້ພວກທ່ານໄປຖາມພຣະເຈົ້າຢາເວ ແລ້ວທ່ານທັງຫລາຍຈົ່ງກ່າວດັ່ງນີ້ວ່າ, ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນກ່າວດັ່ງນີ້: ຍ້ອນເຈົ້າເຊື່ອຟັງໃນຖ້ອຍຄຳທັງຫລາຍທີ່ເຮົາໄດ້ຂຽນໄວ້ໃນໜັງສືນັ້ນ
27
ແລະເຈົ້າໄດ້ກັບໃຈໃໝ່ທັງຖ່ອມຕົວລົງຕໍ່ໜ້າເຮົາ ໂດຍຈີກເສື້ອຂອງເຈົ້າເອງແລະຮ້ອງໄຫ້ເມື່ອເຈົ້າໄດ້ຍິນວ່າ ເຮົາໄດ້ນາບຂູ່ຈະລົງໂທດນະຄອນເຢຣູຊາເລັມແລະຊາວນະຄອນຢ່າງໃດ. ເຮົາຈຶ່ງໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ. ພຣະເຈົ້າຢາເວກ່າວດັ່ງນີ້.
28
ແລະການລົງໂທດທີ່ເຮົາຈະນຳມາສູ່ນະຄອນເຢຣູຊາເລັມນັ້ນ ຈະບໍ່ມາເຖິງເຈົ້າ ຈົນກວ່າເຈົ້າຕາຍໄປ. ເຮົາຈະໃຫ້ເຈົ້າຕາຍຢ່າງສະຫງົບສຸກ.” ແລ້ວພວກເຂົາກໍກັບຄືນມາບອກກະສັດໂຢສີຢາຕາມນັ້ນ.
29
ກະສັດໂຢສີຢາໄດ້ເອີ້ນຜູ້ນຳທັງໝົດຂອງຢູດາແລະນະຄອນເຢຣູຊາເລັມມາ
30
ແລະໄດ້ພ້ອມກັນໄປທີ່ວິຫານຂອງພຣະເຈົ້າຢາເວຕິດຕາມດ້ວຍພວກປະໂຣຫິດຊາວເລວີ ແລະປະຊາຊົນຜູ້ຮັ່ງມີແລະຍາກຈົນ. ກະສັດໄດ້ອ່ານໜັງສືພັນທະສັນຍາ ຊຶ່ງໄດ້ພົບໃນວິຫານຂອງພຣະເຈົ້າຢາເວນັ້ນດ້ວຍສຽງດັງ ຕໍ່ໜ້າພວກເຂົາທັງໝົດ.
31
ເພິ່ນຢືນຂຶ້ນທີ່ຂ້າງເສົາບ່ອນທີ່ຖືກຈັດໄວ້ສຳລັບເພິ່ນ ແລະເຮັດພັນທະສັນຍາວ່າຈະເຊື່ອຟັງພຣະເຈົ້າຢາເວ, ຈະຖືຮັກສາກົດບັນຍັດແລະຂໍ້ຄຳສັ່ງຂອງພຣະເຈົ້າຢາເວດ້ວຍສຸດໃຈ ແລະສຸດຈິດ, ແລະຈະປະຕິບັດຕາມຂໍ້ຮຽກຮ້ອງຊຶ່ງໄດ້ຄັດຕິດມາກັບພັນທະສັນຍາ ທີ່ໄດ້ມີຂຽນໄວ້ໃນໜັງສືນີ້.
32
ເພິ່ນໃຫ້ຊາວເບັນຢາມິນ ແລະຄົນອື່ນໆທຸກຄົນ ທີ່ມີໜ້າໃນນະຄອນເຢຣູຊາເລັມສັນຍາວ່າຈະຮັກສາພັນທະສັນຍານັ້ນ. ດັ່ງນັ້ນ ປະຊາຊົນຊາວເຢຣູຊາເລັມຈຶ່ງເຮັດຕາມເງື່ອນໄຂຂອງພັນທະສັນຍາຂອງພຣະເຈົ້າ ທີ່ພວກເຂົາໄດ້ເຮັດໄວ້ກັບພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາທຸກປະການ.
33
ກະສັດໂຢສີຢາໄດ້ທຳລາຍຮູບເຄົາຣົບອັນໜ້າລັງກຽດທັງໝົດ ຊຶ່ງມີຢູ່ໃນດິນແດນທີ່ເປັນຂອງຊາວອິດສະຣາເອນ. ເພິ່ນກໍຮຽກຮ້ອງປະຊາຊົນໃນອິດສະຣາເອນໃຫ້ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ. ຕະຫລອດຣາຊການຂອງເພິ່ນ ພວກເຂົາບໍ່ໄດ້ຫັນໜີຈາກການຕິດຕາມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດພວກເຂົາ.
← Chapter 33
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 35 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36