bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 24
2 Chronicles 24
Lao Bible 2012 (ພຣະຄຳພີສັກສິ)
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 25 →
1
ເຈົ້າໂຢອາດໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸໄດ້ເຈັດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສີ່ສິບປີ. ແມ່ຂອງເພິ່ນຊື່ວ່າຊີບີຢາ ຊາວເມືອງເບເອນເຊບາ.
2
ເພິ່ນໄດ້ເຮັດສິ່ງທີ່ພຣະເຈົ້າຢາເວພໍໃຈ ຕາບໃດທີ່ປະໂຣຫິດເຢໂຮຍອາດາຍັງມີຊີວິດຢູ່.
3
ເຢໂຮຍອາດາໄດ້ເລືອກເມຍສອງຄົນໃຫ້ກະສັດໂຢອາດ ແລະພວກນາງກໍໄດ້ເກີດລູກຊາຍ ແລະລູກຍິງຫລາຍຄົນໃຫ້ເພິ່ນ.
4
ຫລັງຈາກທີ່ເພິ່ນໄດ້ເປັນກະສັດໄປຊົ່ວໄລຍະໜຶ່ງແລ້ວ ໂຢອາດກໍໄດ້ຕັດສິນໃຈສ້ອມແປງວິຫານຂອງພຣະເຈົ້າຢາເວ.
5
ເພິ່ນໄດ້ສັ່ງໃຫ້ບັນດາປະໂຣຫິດ ແລະຊາວເລວີໄປທີ່ເມືອງຕ່າງໆໃນຢູດາຍ ແລະແຜ່ເງິນຈາກປະຊາຊົນທັງໝົດ ເພື່ອຈະໄດ້ເງິນພຽງພໍສຳລັບສ້ອມແປງວິຫານຂອງພຣະເຈົ້າແຕ່ລະປີ. ເຢໂຮຍອາດາບອກພວກເຂົາໃຫ້ລົງມືສ້ອມແປງໂດຍໄວ, ແຕ່ຊາວເລວີຍັງຊັກຊ້າຢູ່;
6
ສະນັ້ນ ເພິ່ນຈຶ່ງໄດ້ເອີ້ນບັນດາຜູ້ນຳຂອງພວກເຂົາ ມາທີ່ນະຄອນເຢຣູຊາເລັມ ແລະຖາມວ່າ, “ເປັນຫຍັງພວກເຈົ້າຈຶ່ງບໍ່ເບິ່ງແຍງ ຊາວເລວີໃຫ້ເກັບເງິນເສຍສ່ວຍໃນຢູດາຍແລະນະຄອນເຢຣູຊາເລັມຕາມທີ່ໂມເຊ ຄົນຮັບໃຊ້ຂອງພຣະເຈົ້າຢາເວຮຽກຮ້ອງປະຊາຊົນອິດສະຣາເອນ ໃຫ້ໃຊ້ຈ່າຍສຳລັບຫໍເຕັນແຫ່ງພັນທະສັນຍາ?”
7
ຄົນຂອງນາງອາທາລີຢາ ຍິງຊົ່ວຮ້າຍຜູ້ນີ້ ໄດ້ເຮັດໃຫ້ວິຫານຂອງພຣະເຈົ້າເສື່ອມເສຍແລະເສົ້າໝອງ ໂດຍພວກເຂົາໄດ້ໃຊ້ເຄື່ອງບໍຣິສຸດຕ່າງໆ ໃນວິຫານຂອງພຣະເຈົ້າຢາເວໄປໃຊ້ສຳລັບພິທີຂາບໄຫວ້ພະບາອານ.
8
ກະສັດໄດ້ສັ່ງຊາວເລວີໃຫ້ເຮັດຫີບຖວາຍໜ່ວຍໜຶ່ງ ແລະເອົາວາງໄວ້ທາງປະຕູເຂົ້າວິຫານຂອງພຣະເຈົ້າຢາເວ.
9
ພວກເຂົາໄດ້ປະກາດໄປທົ່ວນະຄອນເຢຣູຊາເລັມ ແລະຢູດາຍ ເພື່ອໃຫ້ທຸກຄົນນຳເຄື່ອງມາເປັນການເສຍສ່ວຍແກ່ພຣະເຈົ້າຢາເວ ຕາມທີ່ໂມເຊຄົນຮັບໃຊ້ຂອງພຣະເຈົ້າໄດ້ເຄີຍແຜ່ກັນມາແລ້ວຄັ້ງໜຶ່ງໃນຖິ່ນແຫ້ງແລ້ງກັນດານ.
10
ການກະທຳເຊັ່ນນີ້ເຮັດໃຫ້ປະຊາຊົນ ພ້ອມທັງພວກຜູ້ນຳຂອງພວກເຂົາພໍໃຈຫລາຍ ແລະພວກເຂົາໄດ້ນຳເງິນເສຍສ່ວຍມາ ແລະຖວາຍຈົນເຕັມຫີບ.
11
ທຸກໆວັນ ຊາວເລວີຈະຕ້ອງນຳຫີບຖວາຍໄປຫາເຈົ້າໜ້າທີ່ຂອງກະສັດ ຜູ້ຮັບຜິດຊອບໃນເລື່ອງນີ້. ເມື່ອເງິນເຕັມຫີບຖວາຍຍາມໃດ ເລຂາທິການຂອງຣາຊວັງແລະຜູ້ຕາງໜ້າມະຫາປະໂຣຫິດ ຈະເອົາເງິນອອກຈາກຫີບຍາມນັ້ນ ແລະນຳຫີບໄປໄວ້ບ່ອນເກົ່າ. ສະນັ້ນ ພວກເຂົາຈຶ່ງແຜ່ເງິນໄດ້ເປັນຈຳນວນຫລວງຫລາຍ.
12
ແລ້ວກະສັດ ແລະເຢໂຮຍອາດາກໍຈະມອບເງິນນີ້ ໃຫ້ຜູ້ຮັບຜິດຊອບວຽກງານວິຫານຂອງພຣະເຈົ້າຢາເວ ແລະພວກເຂົາໄດ້ຈ້າງຊ່າງຫີນ, ຊ່າງໄມ້ ເພື່ອສ້ອມແປງວິຫານຂອງພຣະເຈົ້າຢາເວ ພ້ອມທັງຊ່າງເຫຼັກແລະຊ່າງທອງ ເພື່ອສ້ອມແປງວິຫານຂອງພຣະເຈົ້າຢາເວ.
13
ພວກຄົນງານທັງໝົດຕ່າງກໍເຮັດວຽກຢ່າງໜັກໜ່ວງ ພວກເຂົາໄດ້ສ້ອມແປງວິຫານຂອງພຣະເຈົ້າຂຶ້ນໃໝ່ຈົນເຂົ້າສູ່ສະພາບເດີມ ແລະແໜ້ນໜາກວ່າເກົ່າ.
14
ເມື່ອການສ້ອມແປງສຳເລັດຮຽບຮ້ອຍແລ້ວ ຄຳແລະເງິນທີ່ຍັງເຫລືອນັ້ນກໍຖືກມອບໃຫ້ກະສັດແລະເຢໂຮຍອາດາ ເພື່ອໃຊ້ເຮັດຖ້ວຍແລະເຄື່ອງໃຊ້ອື່ນໆສຳລັບວິຫານຂອງພຣະເຈົ້າຢາເວ. ຕາບໃດທີ່ເຢໂຮຍອາດາຍັງມີຊີວິດຢູ່ ການຖວາຍເຄື່ອງບູຊາກໍມີຢ່າງສະໝໍ່າສະເໝີທີ່ວິຫານຂອງພຣະເຈົ້າຢາເວ.
15
ຫລັງຈາກອາຍຸໄດ້ໜຶ່ງຮ້ອຍສາມສິບປີ ເພິ່ນກໍໄດ້ຕາຍໄປ.
16
ພວກເຂົາໄດ້ຝັງສົບເພິ່ນໄວ້ໃນອຸບມຸງແຫ່ງກະສັດໃນເມືອງຂອງດາວິດ ເພື່ອລະນຶກເຖິງຄຸນງາມຄວາມດີທີ່ເພິ່ນໄດ້ເຮັດສຳລັບປະຊາຊົນອິດສະຣາເອນ, ສຳລັບພຣະເຈົ້າ ແລະສຳລັບວິຫານຂອງພຣະອົງ.
17
ແຕ່ພໍເມື່ອເຢໂຮຍອາດາໄດ້ຕາຍໄປແລ້ວ ບັນດາຜູ້ນຳຂອງຢູດາຈຶ່ງຊັກຊວນກະສັດໂຢອາດໃຫ້ເຊື່ອຟັງພວກເຂົາ.
18
ສະນັ້ນ ພວກເຂົາໄດ້ປະຖິ້ມວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ແລະພວກເຂົາໄດ້ເລີ່ມຕົ້ນຂາບໄຫວ້ຮູບເຄົາຣົບ ແລະຮູບເຈົ້າແມ່ອາເຊຣາ. ຄວາມສຳນຶກຜິດໃນການບາບຂອງພວກເຂົາໃນຄັ້ງນີ້ ໄດ້ເຮັດໃຫ້ພຣະເຈົ້າຢາເວໂກດຮ້າຍຢູດາຍແລະນະຄອນເຢຣູຊາເລັມ.
19
ສະນັ້ນ ພຣະເຈົ້າຢາເວຈຶ່ງໃຊ້ບັນດາຜູ້ທຳນວາຍ ມາເຕືອນພວກເຂົາໃຫ້ກັບມາຫາພຣະອົງ ແຕ່ປະຊາຊົນບໍ່ເຊື່ອຟັງ.
20
ແລ້ວພຣະວິນຍານຂອງພຣະເຈົ້າໄດ້ຄວບຄຸມເຊກາຣີຢາລູກຊາຍຂອງປະໂຣຫິດເຢໂຮຍອາດາ. ເພິ່ນໄດ້ຢືນຂຶ້ນໃນບ່ອນທີ່ປະຊາຊົນເຫັນເພິ່ນໄດ້ ແລະຮ້ອງຂຶ້ນວ່າ, “ພຣະເຈົ້າຖາມວ່າ, ເປັນຫຍັງພວກທ່ານຈຶ່ງບໍ່ເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ແລະກຳລັງນຳເອົາຄວາມຈິບຫາຍມາສູ່ພວກທ່ານເອງ ພວກທ່ານໄດ້ປະຖິ້ມພຣະເຈົ້າຢາເວ. ສະນັ້ນ ພຣະອົງຈຶ່ງຈະປະຖິ້ມພວກທ່ານເໝືອນກັນ.”
21
ກະສັດໂຢອາດໄດ້ຮ່ວມຄິດຮ້າຍຕໍ່ສູ້ເຊກາຣີຢາ ແລະຕາມຄຳສັ່ງກະສັດ ປະຊາຊົນໄດ້ແກວ່ງກ້ອນຫີນໃສ່ລາວໃນເດີ່ນວິຫານຂອງພຣະເຈົ້າຢາເວ.
22
ກະສັດໂຢອາດໄດ້ລືມໄລຄຸນງາມຄວາມດີທີ່ເຢໂຮຍອາດາ ພໍ່ຂອງເຊກາຣີຢາໄດ້ເຮັດໄວ້ແກ່ຕົນ ຈົນເພິ່ນຕ້ອງປະຫານເຊກາຣີຢາ. ກ່ອນເຊກາຣີຢາໃກ້ຈະສິ້ນໃຈຕາຍ ເພິ່ນໄດ້ຮ້ອງຂຶ້ນວ່າ, “ຂໍໃຫ້ພຣະເຈົ້າຢາເວເບິ່ງສິ່ງທີ່ທ່ານກຳລັງເຮັດແລະລົງໂທດທ່ານດ້ວຍ.”
23
ພໍເຖິງລະດູໃບໄມ້ລົ່ນໃນປີນັ້ນເອງ ກອງທັບຂອງຊີເຣຍໄດ້ມາໂຈມຕີຢູດາຍແລະນະຄອນເຢຣູຊາເລັມ. ພວກເຂົາໄດ້ຂ້າພວກຜູ້ນຳໝົດທຸກຄົນ ແລະໄດ້ປຸ້ນເອົາເຄື່ອງຂອງກັບຄືນໄປນະຄອນດາມັສກັດຢ່າງຫລວງຫລາຍ.
24
ກອງທັບຊີເຣຍເປັນກອງທັບນ້ອຍ ແຕ່ພຣະເຈົ້າຢາເວໃຫ້ພວກເຂົາເອົາຊະນະກອງທັບໃຫຍ່ຂອງຢູດາຍ ເພາະປະຊາຊົນໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ. ກະສັດໂຢອາດໄດ້ຖືກລົງໂທດດ້ວຍວິທີນີ້ແຫຼະ.
25
ເພິ່ນໄດ້ຮັບບາດເຈັບຢ່າງສາຫັດ ແລະເມື່ອສັດຕູຖອຍກັບໄປແລ້ວ ຂ້າຣາຊການຂອງເພິ່ນສອງຄົນກໍໄດ້ຄົບຄິດກັນວາງອຸບາຍ ແລະສັງຫານເພິ່ນເສຍເທິງຕຽງນອນເພື່ອແກ້ແຄ້ນແທນໃຫ້ລູກຊາຍ ຂອງປະໂຣຫິດເຢໂຮຍອາດາ ຜູ້ທີ່ເພິ່ນໄດ້ສັ່ງໃຫ້ປະຫານນັ້ນ. ເພິ່ນຖືກຝັງໄວ້ໃນເມືອງຂອງດາວິດ, ແຕ່ບໍ່ແມ່ນໃນອຸບມຸງແຫ່ງກະສັດ.
26
ຜູ້ທີ່ວາງແຜນຂ້າເພິ່ນນັ້ນແມ່ນຊາບັດລູກຊາຍຂອງຍິງຊາວອຳໂມນ ຊື່ວ່າຊິມເມອາດ ແລະເຢໂຮຊາບັດລູກຊາຍຂອງຍິງຊາວໂມອາບຊື່ວ່າຊິມຣິດ.
27
ບົດວິຈານຂອງໜັງສືແຫ່ງກະສັດ ບັນຈຸເລື່ອງຂອງລູກຊາຍຂອງກະສັດໂຢອາດ, ຄຳທຳນວາຍຕ່າງໆທີ່ໄດ້ກ່າວຕໍ່ສູ້ເພິ່ນ ແລະບົດບັນທຶກກ່ຽວກັບການທີ່ເພິ່ນໄດ້ສ້າງວິຫານຂອງພຣະເຈົ້າຂຶ້ນໃໝ່. ເຈົ້າອາມາຊີຢາລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
← Chapter 23
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 25 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36