bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 19
2 Chronicles 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 20 →
1
ກະສັດເຢໂຮຊາຟັດແຫ່ງຢູດາຍໄດ້ກັບຄືນມາສູ່ວັງຂອງຕົນ ທີ່ນະຄອນເຢຣູຊາເລັມໄດ້ຢ່າງປອດໄພ.
2
ມີຜູ້ທຳນວາຍຄົນໜຶ່ງຊື່ວ່າເຢຮູລູກຊາຍຂອງຮານານີໄດ້ເຂົ້າໄປພົບເພິ່ນ ແລະເວົ້າວ່າ, “ທ່ານຄິດວ່າເປັນການຖືກຕ້ອງຊັ້ນບໍ ທີ່ຊ່ວຍຄົນຊົ່ວຊ້າ ແລະເຂົ້າຂ້າງຄົນທີ່ກຽດຊັງພຣະເຈົ້າຢາເວ? ສິ່ງທີ່ທ່ານໄດ້ເຮັດນັ້ນເປັນເຫດໃຫ້ພຣະເຈົ້າຢາເວໂກດຮ້າຍທ່ານ.
3
ແຕ່ເຖິງຢ່າງໃດກໍຕາມ, ທ່ານກໍໄດ້ເຮັດບາງສິ່ງທີ່ດີງາມ; ທ່ານໄດ້ທຳລາຍສັນຍາລັກຂອງເຈົ້າແມ່ອາເຊຣາ ຊຶ່ງປະຊາຊົນໄດ້ຂາບໄຫວ້ ແລະທ່ານໄດ້ພະຍາຍາມເຮັດຕາມພຣະປະສົງຂອງພຣະເຈົ້າ.”
4
ເຖິງແມ່ນວ່າ ກະສັດເຢໂຮຊາຟັດໄດ້ອາໄສຢູ່ທີ່ນະຄອນເຢຣູຊາເລັມ, ແຕ່ເພິ່ນກໍໄດ້ອອກໄປຢ້ຽມຢາມປະຊາຊົນສະເໝີ, ຕັ້ງແຕ່ເບເອນເຊບາທາງພາກໃຕ້ ຈົນຮອດສົ້ນສຸດຂອງເຂດເນີນພູເອຟຣາອິມທາງພາກເໜືອ ເພື່ອຮຽກຮ້ອງປະຊາຊົນໃຫ້ຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.
5
ເພິ່ນໄດ້ແຕ່ງຕັ້ງພວກຜູ້ຕັດສິນປະຈຳແຕ່ລະເມືອງຂອງຢູດາຍທີ່ມີປ້ອມປ້ອງກັນ
6
ແລະໄດ້ແນະນຳພວກເຂົາວ່າ, “ເມື່ອກ່າວຄຳຕັດສິນນັ້ນ ຈົ່ງລະວັງໃຫ້ດີ; ພວກທ່ານບໍ່ໄດ້ເຮັດຕາມອຳນາດຂອງມະນຸດ, ແຕ່ເຮັດຕາມອຳນາດຂອງພຣະເຈົ້າຢາເວ ແລະພຣະອົງສະຖິດຢູ່ນຳພວກທ່ານເມື່ອພວກທ່ານກ່າວຄຳຕັດສິນລົງໂທດ.
7
ຈົ່ງຢຳເກງພຣະເຈົ້າຢາເວ ແລະປະພຶດຢ່າງລະມັດລະວັງ, ຍ້ອນວ່າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາບໍ່ຜ່ອນຜັນຄວາມຜິດໃດໆ ຫລືຕັດສິນເຂົ້າຂ້າງ ຫລືຮັບສິນຈ້າງລາງວັນໃດໆທັງສິ້ນ.”
8
ໃນນະຄອນເຢຣູຊາເລັມ ເຢໂຮຊາຟັດໄດ້ແຕ່ງຕັ້ງຊາວເລວີ, ພວກປະໂຣຫິດ ແລະຊາວເມືອງຊັ້ນຜູ້ນຳບາງຄົນ ໃຫ້ເປັນຜູ້ຕັດສິນຄວາມ ໃນກໍລະນີທີ່ກ່ຽວຂ້ອງກັບການຝ່າຝືນກົດບັນຍັດຂອງພຣະເຈົ້າຢາເວ ຫລືການຂັດແຍ່ງທາງດ້ານກົດໝາຍລະຫວ່າງປະຊາຊົນໃນເມືອງ.
9
ເພິ່ນໄດ້ໃຫ້ຄຳແນະນຳແກ່ພວກເຂົາດັ່ງນີ້: “ພວກທ່ານຕ້ອງປະຕິບັດໜ້າທີ່ຂອງພວກທ່ານດ້ວຍຄວາມຢຳເກງພຣະເຈົ້າຢາເວ ແລະເຊື່ອຟັງພຣະອົງຢ່າງສັດຊື່ໃນທຸກໆສິ່ງທີ່ພວກທ່ານເຮັດ.
10
ເມື່ອໃດທີ່ຊາວເມືອງອື່ນໆນຳຄະດີຂ້າຄົນ ຫລືການຝ່າຝືນກົດໝາຍ ຫລືຝ່າຝືນຄຳສັ່ງມາຫາພວກທ່ານ; ພວກທ່ານຕ້ອງແນະນຳພວກເຂົາຢ່າງລະມັດລະວັງວ່າ ພວກເຂົາຄວນປະພຶດຢ່າງໃດໃນລະຫວ່າງການສອບສວນ ເພື່ອວ່າພວກເຂົາຈະບໍ່ເປັນຝ່າຍຜິດໂດຍເຮັດບາບຕໍ່ສູ້ພຣະເຈົ້າຢາເວ. ເວັ້ນເສຍແຕ່ພວກທ່ານຂືນເຮັດເທົ່ານັ້ນ ພວກທ່ານກັບພວກພີ່ນ້ອງຊາວເມືອງກໍຈະຖືກພຣະອົງໂກດຮ້າຍຢ່າງໜັກ. ແຕ່ຖ້າພວກທ່ານປະຕິບັດຕາມໜ້າທີ່ຂອງພວກທ່ານ ພວກທ່ານກໍຈະບໍ່ເປັນຝ່າຍຜິດ.
11
ມະຫາປະໂຣຫິດອາມາຣີຢາຈະມີອຳນາດສູງສຸດໃນທຸກໆຄະດີ ກ່ຽວກັບກິດຈະການວຽກງານຂອງພຣະເຈົ້າຢາເວ ແລະເຊບາດີຢາລູກຊາຍຂອງອິດຊະມາເອນ ທີ່ເປັນຜູ້ປົກຄອງຂອງຢູດາຍ ຈະມີອຳນາດເດັດຂາດກ່ຽວກັບຄະດີດ້ານພົນລະເຮືອນ. ຊາວເລວີຕ້ອງຮັບຜິດຊອບເບິ່ງວ່າ ຄຳຕັດສິນຂອງສານນັ້ນໄດ້ຖືກປະຕິບັດຕາມຫລືບໍ່. ຈົ່ງກ້າຫານແລະເຮັດຕາມຄຳແນະນຳເຫຼົ່ານີ້ ແລະຂໍໃຫ້ພຣະເຈົ້າຢາເວສະຖິດນຳຝ່າຍທີ່ຖືກຕ້ອງ.”
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36