bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 14
2 Chronicles 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 15 →
1
ກະສັດອາບີຢາໄດ້ຕາຍໄປ ແລະຖືກຝັງໄວ້ຢູ່ໃນອຸບມຸງແຫ່ງກະສັດໃນເມືອງຂອງດາວິດ. ເຈົ້າອາສາລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ; ແລະພາຍໃຕ້ການປົກຄອງຂອງອາສາ ປະເທດຊາດຈຶ່ງສະຫງົບສຸກເປັນເວລາສິບປີ.
2
ອາສາໄດ້ໃຊ້ຊີວິດເປັນທີ່ພໍໃຈພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ໂດຍໄດ້ເຮັດສິ່ງທີ່ຖືກຕ້ອງແລະດີງາມ.
3
ເພິ່ນໄດ້ໂຄ່ນລົ້ມແທ່ນບູຊາຂອງຊາວຕ່າງດ້າວ ແລະບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ທັງໄດ້ທຳລາຍເສົາຫີນສັກສິດ ແລະໄດ້ຕັດສັນຍາລັກຂອງຮູບເຈົ້າແມ່ອາເຊຣາລົງ.
4
ເພິ່ນໄດ້ສັ່ງປະຊາຊົນຊາວຢູດາ ໃຫ້ເຮັດຕາມຄວາມປະສົງຂອງພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ແລະໃຫ້ເຊື່ອຟັງຄຳສັ່ງສອນແລະຂໍ້ຄຳສັ່ງຂອງພຣະອົງ.
5
ຍ້ອນເພິ່ນໄດ້ລຶບລ້າງບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ແລະແທ່ນບູຊາເຄື່ອງຫອມຈາກເມືອງທັງໝົດຂອງຢູດາຍ ພາຍໃຕ້ການປົກຄອງຂອງເພິ່ນ ຢູດາຍຈຶ່ງເກີດມີຄວາມສະຫງົບສຸກ.
6
ເພິ່ນໄດ້ສ້າງປ້ອມປ້ອງກັນເມືອງຕ່າງໆຂອງຢູດາຍໃນສະໄໝນັ້ນ ແລະເສິກສົງຄາມຈຶ່ງບໍ່ເກີດຂຶ້ນເປັນເວລາຫລາຍປີ ເພາະພຣະເຈົ້າຢາເວໄດ້ໃຫ້ເພິ່ນມີຄວາມສະຫງົບສຸກ.
7
ເພິ່ນໄດ້ບອກປະຊາຊົນຊາວຢູດາວ່າ, “ໃຫ້ພວກເຮົາສ້າງປ້ອມປ້ອງກັນເມືອງໄວ້ ໂດຍສ້າງກຳແພງແລະຫໍຄອຍຕ່າງໆ ແລະປະຕູເມືອງທີ່ມີກອນເປັນເຫລັກແທ່ງ. ພວກເຮົາຄຸ້ມຄອງດິນແດນໄດ້ ເພາະພວກເຮົາໄດ້ເຮັດຕາມຄວາມປະສົງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ. ພຣະອົງໄດ້ປົກປັກຮັກສາພວກເຮົາ ແລະໄດ້ໃຫ້ພວກເຮົາມີຄວາມປອດໄພທຸກດ້ານ.” ສະນັ້ນ ພວກເຂົາຈຶ່ງໄດ້ດຳເນີນການສ້າງສາແລະຈະເລີນຮຸ່ງເຮືອງຂຶ້ນ.
8
ກະສັດອາສາມີທະຫານສາມຮ້ອຍພັນຄົນຈາກເຜົ່າຢູດາ ຊຶ່ງປະກອບອາວຸດດ້ວຍໂລ້ແລະຫອກ ແລະມີທະຫານສອງຮ້ອຍແປດສິບພັນຄົນຈາກເຜົ່າເບັນຢາມິນ ຊຶ່ງປະກອບອາວຸດດ້ວຍໂລ້ແລະໜ້າທະນູ. ທຸກຄົນເປັນທະຫານທີ່ເກັ່ງກ້າແລະໄດ້ຮັບການຝຶກແອບເປັນຢ່າງດີ.
9
ມີຊາວເອທີໂອເປຍຜູ້ໜຶ່ງຊື່ວ່າ ເຊຣາ; ລາວໄດ້ຮຸກຮານຢູດາຍ ໂດຍໄດ້ນຳກອງທັບທີ່ມີທະຫານໜຶ່ງລ້ານຄົນພ້ອມທັງລົດຮົບສາມຮ້ອຍຄັນ ແລະໄດ້ບຸກໜ້າມາຮອດເມືອງມາເຣຊາ.
10
ອາສາໄດ້ຍົກທັບອອກໄປສູ້ຮົບເຊຣາ ແລະທັງສອງຝ່າຍໄດ້ຕັ້ງທີ່ໝັ້ນຢູ່ໃນຮ່ອມພູເຊຟາທາໃກ້ກັບເມືອງມາເຣຊາ.
11
ອາສາໄດ້ພາວັນນາອະທິຖານຫາພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະອົງຊ່ວຍກອງທັບທີ່ອ່ອນແຮງໄດ້ຢ່າງ່າຍດາຍ ໃຫ້ເທົ່າກັບກອງທັບທີ່ມີກຳລັງ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ບັດນີ້ ໂຜດຊ່ວຍຊູພວກຂ້ານ້ອຍດ້ວຍ ເພາະພວກຂ້ານ້ອຍເຊື່ອໝັ້ນໃນພຣະອົງແລະໃນນາມຂອງພຣະອົງ ພວກຂ້ານ້ອຍຈຶ່ງອອກມາສູ້ຮົບກອງທັບອັນໃຫຍ່ໂຕຢ່າງນີ້. ຂ້າແດ່ພຣະເຈົ້າຢາເວ ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ; ບໍ່ມີຜູ້ໃດເລີຍທີ່ຈະຫວັງຊະນະພຣະອົງໄດ້.”
12
ພຣະເຈົ້າຢາເວໄດ້ເອົາຊະນະກອງທັບຂອງຊາວເອທີໂອເປຍ ເມື່ອອາສາ ແລະກອງທັບຊາວຢູດາບຸກໂຈມຕີພວກເຂົາ. ພວກເຂົາໄດ້ປົບໜີໄປ
13
ແລະອາສາພ້ອມດ້ວຍທະຫານຂອງຕົນໄດ້ໄລ່ຕາມພວກເຂົາໄປ ຈົນຮອດເມືອງເກຣາກ. ທະຫານປະເທດເອທີໂອເປຍຕັ້ງຫລວງຫລາຍໄດ້ຖືກຂ້າ ຈົນລວບລວມທະຫານເຂົ້າມາສູ້ຮົບບໍ່ໄດ້. ພວກເຂົາຖືກຕີໃຫ້ພ່າຍແພ້ດ້ວຍອຳນາດຂອງພຣະເຈົ້າຢາເວ ແລະກອງທັບຂອງເພິ່ນ. ດັ່ງນັ້ນ ກອງທັບຈຶ່ງຢຶດເຄື່ອງຂອງມາໄດ້ຢ່າງຫລວງຫລາຍ.
14
ແລ້ວພວກເຂົາກໍສາມາດທຳລາຍເມືອງຕ່າງໆທີ່ຢູ່ອ້ອມແອ້ມຂອບເຂດເມືອງເກຣາກ ເພາະປະຊາຊົນໃນທີ່ນັ້ນຢ້ານກົວພຣະເຈົ້າຢາເວຫລາຍ. ກອງທັບປຸ້ນສະດົມເມືອງ ແລະຢຶດສິ່ງຂອງຕ່າງໆມາໄດ້ຢ່າງຫລວງຫລາຍ.
15
ພວກເຂົາໄດ້ໂຈມຕີຄ້າຍພັກຂອງຄົນລ້ຽງແກະບາງບ່ອນ ໂດຍໄດ້ຕ້ອນເອົາຝູງແກະແລະຝູງອູດໄປເປັນຈຳນວນຫລວງຫລາຍ. ແລ້ວພວກເຂົາກໍກັບຄືນສູ່ນະຄອນເຢຣູຊາເລັມ.
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36