bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 13
2 Chronicles 13
Lao Bible 2012 (ພຣະຄຳພີສັກສິ)
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 14 →
1
ໃນຣາຊການທີສິບແປດຂອງກະສັດເຢໂຣໂບອາມແຫ່ງອິດສະຣາເອນ ເຈົ້າອາບີຢາໄດ້ຂຶ້ນເປັນກະສັດແຫ່ງຢູດາຍ
2
ແລະເພິ່ນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມປີ. ແມ່ຂອງເພິ່ນຊື່ວ່າມີກາອີຢາລູກສາວຂອງອູຣິເອນຊາວເມືອງກີເບອາ. ເສິກໄດ້ເກີດຂຶ້ນລະຫວ່າງອາບີຢາ ແລະເຢໂຣໂບອາມ.
3
ອາບີຢາໄດ້ຍົກທັບອອກໄປໂຈມຕີໂດຍມີທະຫານສີ່ຮ້ອຍພັນຄົນ ແລະເຢໂຣໂບອາມກໍຍົກທັບອອກໄປຕໍ່ສູ້ໂດຍມີທະຫານແປດຮ້ອຍພັນຄົນ.
4
ກອງທັບທັງສອງຝ່າຍໄດ້ມາປະເຊີນໜ້າກັນທີ່ເນີນພູຂອງເອຟຣາອິມ. ກະສັດອາບີຢາໄດ້ຂຶ້ນໄປທີ່ພູເຂົາເຊມາຣາອິມ ແລະຮ້ອງໃສ່ເຢໂຣໂບອາມແລະຊາວອິດສະຣາເອນວ່າ,
5
“ຈົ່ງຟັງຂ້າພະເຈົ້າໃຫ້ດີ ພວກທ່ານບໍ່ຮູ້ບໍວ່າພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນໄດ້ເຮັດພັນທະສັນຍາ ອັນບໍ່ມີວັນລຶບລ້າງໄດ້ກັບດາວິດ ໂດຍໄດ້ມອບໃຫ້ເພິ່ນກັບເຊື້ອສາຍຂຶ້ນເປັນກະສັດປົກຄອງຊາດອິດສະຣາເອນຕະຫລອດໄປ?
6
ເຢໂຣໂບອາມລູກຊາຍຂອງເນບັດໄດ້ກະບົດຕໍ່ເຈົ້າໂຊໂລໂມນ ກະສັດຂອງລາວເອງ.
7
ຕໍ່ມາ ລາວໄດ້ເຕົ້າໂຮມເອົາພວກນັກເລງໝວດໜຶ່ງ ມາບັງຄັບເຣໂຫໂບອາມລູກຊາຍຂອງໂຊໂລໂມນ ຜູ້ທີ່ຍັງໜຸ່ມນ້ອຍທັງຂາດປະສົບການທີ່ຈະຕໍ່ຕ້ານພວກເຂົາ.
8
ບັດນີ້ ພວກທ່ານຄິດຈະຕໍ່ສູ້ກັບອຳນາດແຫ່ງອານາຈັກຂອງພຣະເຈົ້າຢາເວທີ່ໄດ້ມອບໃຫ້ເຊື້ອສາຍຂອງກະສັດດາວິດ. ພວກທ່ານມີກອງທັບທີ່ໃຫຍ່ໂຕ ແລະທັງມີຮູບງົວຄຳ ທີ່ເຢໂຣໂບອາມໄດ້ສ້າງຂຶ້ນເປັນພະຂອງພວກທ່ານ.
9
ພວກທ່ານໄດ້ຂັບໄລ່ບັນດາປະໂຣຫິດຂອງພຣະເຈົ້າຢາເວ ເຊື້ອສາຍຂອງອາໂຣນ ໃຫ້ອອກໜີໄປ ແລະພວກທ່ານຍັງໄດ້ຂັບໄລ່ຊາວເລວີໃຫ້ອອກໜີດ້ວຍ. ພວກທ່ານໄດ້ແຕ່ງຕັ້ງປະໂຣຫິດຂຶ້ນແທນພວກເຂົາໃນແບບດຽວກັນກັບຊົນຊາດອື່ນໆໄດ້ເຮັດ. ຄົນໃດທີ່ນຳເອົາງົວເຖິກໜຸ່ມ ຫລືແກະເຖິກເຈັດໂຕມາມອບໃຫ້ພວກທ່ານ ຄົນນັ້ນກໍໄດ້ຖືກແຕ່ງຕັ້ງໃຫ້ເປັນປະໂຣຫິດສຳລັບພະຂອງພວກທ່ານ.
10
ແຕ່ພວກເຮົາຍັງບົວລະບັດຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາ ແລະບໍ່ໄດ້ປະຖິ້ມພຣະອົງ. ພວກປະໂຣຫິດທີ່ໄດ້ສືບເຊື້ອສາຍຈາກອາໂຣນ ກໍເຮັດໜ້າທີ່ຮັບໃຊ້ພຣະເຈົ້າຢາເວໂດຍມີຊາວເລວີຊ່ວຍພວກເຂົາ.
11
ທຸກເຊົ້າແລະທຸກແລງ ພວກເຂົາໄດ້ຖວາຍເຄື່ອງຫອມ ແລະຂ້າສັດເຜົາທັງໂຕບູຊາແກ່ພຣະເຈົ້າຢາເວ. ພວກເຂົາຖວາຍເຂົ້າຈີ່ທີ່ເທິງໂຕະ ຊຶ່ງຖືກຊຳລະໃຫ້ໝົດມົນທິນແລ້ວຕາມພິທີ ແລະທຸກແລງພວກເຂົາໄດ້ໄຕ້ຕະກຽງເທິງຫລັກຮອງຕະກຽງທີ່ເຮັດດ້ວຍຄຳ. ພວກເຮົາປະຕິບັດຕາມສິ່ງທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາໄດ້ສັ່ງໄວ້, ແຕ່ພວກທ່ານໄດ້ປະຖິ້ມພຣະອົງ.
12
ພຣະເຈົ້າເອງເປັນຜູ້ນຳພາຂອງພວກເຮົາ ແລະປະໂຣຫິດຂອງພຣະອົງກໍຢູ່ທີ່ນີ້ໂດຍມີແກຕຽມພ້ອມທີ່ຈະເປົ່າ ເພື່ອເອີ້ນພວກເຮົາເຂົ້າສູ້ຮົບພວກທ່ານ. ປະຊາຊົນອິດສະຣາເອນເອີຍ ຢ່າຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດພວກທ່ານເທາະ ພວກທ່ານຕີຊະນະບໍ່ໄດ້ດອກ.”
13
ຂະນະດຽວກັນນັ້ນ ເຢໂຣໂບອາມກໍໄດ້ສົ່ງທະຫານບາງສ່ວນຂອງຕົນ ມາດັກສະກັດທາງແນວຫລັງຂອງກອງທັບຢູດາ ສ່ວນພວກທີ່ເຫຼືອກໍໄດ້ປະເຊີນໜ້າກັນທີ່ແນວໜ້າ.
14
ພວກທະຫານຢູດາໄດ້ແນມໄປອ້ອມຮອບ ແລະເຫັນວ່າພວກຕົນຖືກປິດລ້ອມແລ້ວ. ພວກເຂົາຈຶ່ງຂໍຮ້ອງພຣະເຈົ້າຢາເວໃຫ້ຊ່ວຍເຫລືອ ແລະພວກປະໂຣຫິດກໍເປົ່າແກຂຶ້ນ.
15
ທະຫານຢູດາໄດ້ໂຮຮ້ອງຂຶ້ນ ແລະໂດຍການນຳພາຂອງອາບີຢາ ພວກເຂົາໄດ້ບຸກໂຈມຕີສັດຕູ; ພຣະເຈົ້າໄດ້ເອົາຊະນະເຢໂຣໂບອາມ ແລະກອງທັບອິດສະຣາເອນ.
16
ຊາວອິດສະຣາເອນໄດ້ປົບໜີຈາກຊາວຢູດາໄປ ແລະພຣະເຈົ້າໄດ້ໃຫ້ຊາວຢູດາມີອຳນາດເໜືອພວກເຂົາ.
17
ອາບີຢາແລະກອງທັບຂອງຕົນໄດ້ຕີກອງທັບອິດສະຣາເອນໃຫ້ພ່າຍແພ້ຢ່າງໜັກ ຄືທະຫານທີ່ເກັ່ງກ້າຂອງກອງທັບອິດສະຣາເອນ ເຄິ່ງລ້ານຄົນໄດ້ຖືກຂ້າ.
18
ດັ່ງນັ້ນ ປະຊາຊົນຊາວຢູດາຈຶ່ງໄດ້ໄຊຊະນະເໜືອຊາວອິດສະຣາເອນ ເພາະພວກເຂົາໄດ້ເພິ່ງພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ.
19
ອາບີຢາໄດ້ໄລ່ຕິດຕາມກອງທັບຂອງເຢໂຣໂບອາມໄປ ແລະຢຶດຄອງເອົາບາງເມືອງຂອງເພິ່ນໄດ້ເຊັ່ນ: ເບັດເອນ, ເຢຊານາ ແລະເອຟະໂຣນ ພ້ອມທັງໝູ່ບ້ານຕ່າງໆທີ່ຢູ່ໃກ້ເມືອງເຫຼົ່ານີ້.
20
ເຢໂຣໂບອາມບໍ່ໄດ້ອຳນາດຂອງຕົນຄືນມາເລີຍ ຕະຫລອດຊົ່ວຣາຊການຂອງອາບີຢາ. ໃນທີ່ສຸດພຣະເຈົ້າຢາເວໄດ້ຕີເພິ່ນລົງ ແລະເພິ່ນໄດ້ຕາຍໄປ.
21
ສ່ວນອາບີຢານັ້ນຍິ່ງມີອຳນາດຫລາຍຂຶ້ນ. ເພິ່ນມີເມຍສິບສີ່ຄົນ ແລະມີລູກຊາຍຊາວສອງຄົນແລະມີລູກສາວສິບຫົກຄົນ.
22
ປະຫວັດສາດຢ່າງອື່ນອີກຂອງກະສັດອາບີຢາ ຄືສິ່ງທີ່ເພິ່ນໄດ້ເວົ້າ ແລະໄດ້ເຮັດແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງຜູ້ທຳນວາຍອິດໂດ.
← Chapter 12
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 14 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36