bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 7
2 Chronicles 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 8 →
1
ເມື່ອກະສັດໂຊໂລໂມນໄດ້ພາວັນນາອະທິຖານຈົບແລ້ວ ກໍມີໄຟລົງມາຈາກສະຫວັນລຸກໄໝ້ເຄື່ອງບູຊາຕ່າງໆ ແລະສະຫງ່າຣາສີຂອງພຣະເຈົ້າຢາເວກໍຫຸ້ມເຕັມຢູ່ທີ່ພຣະວິຫານ.
2
ຍ້ອນວິຫານຂອງພຣະເຈົ້າຢາເວເຕັມດ້ວຍສະຫງ່າຣາສີຂອງພຣະເຈົ້າຢາເວ ບັນດາປະໂຣຫິດຈຶ່ງບໍ່ອາດເຂົ້າໄປໃນວິຫານຂອງພຣະເຈົ້າຢາເວໄດ້.
3
ເມື່ອປະຊາຊົນອິດສະຣາເອນໄດ້ເຫັນໄຟລົງມາ ແລະສະຫງ່າຣາສີຂອງພຣະເຈົ້າຢາເວປົກຄຸມຢູ່ເຕັມພຣະວິຫານເຊັ່ນນັ້ນ; ພວກເຂົາກໍກາບລົງກັບພື້ນດິນແລະນະມັດສະການແລະໂມທະນາຂອບພຣະຄຸນພຣະເຈົ້າຢາເວ ທັງສັນລະເສີນຄຸນງາມຄວາມດີ ແລະຄວາມຮັກອັນໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ.
4
ແລ້ວກະສັດໂຊໂລໂມນພ້ອມກັບປະຊາຊົນທັງໝົດ ກໍໄດ້ຖວາຍເຄື່ອງບູຊາຕ່າງໆແກ່ພຣະເຈົ້າຢາເວ.
5
ເພິ່ນໄດ້ຂ້າງົວ ຊາວສອງພັນໂຕ ແລະແກະ ໜຶ່ງຮ້ອຍຊາວພັນໂຕ ຖວາຍເພື່ອຄວາມສາມັກຄີທຳ. ດັ່ງນັ້ນ ກະສັດແລະປະຊາຊົນທັງໝົດຈຶ່ງໄດ້ຖວາຍວິຫານຂອງພຣະເຈົ້າ.
6
ບັນດາປະໂຣຫິດໄດ້ຢືນປະຈຳບ່ອນທີ່ຖືກມອບໝາຍໃຫ້ ແລະຊື່ໜ້າພວກເຂົາແມ່ນຊາວເລວີທີ່ກຳລັງສັນລະເສີນພຣະເຈົ້າຢາເວ ດ້ວຍເຄື່ອງດົນຕຼີຊຶ່ງກະສັດດາວິດໄດ້ຈັດຫາໃຫ້ເພື່ອຮ້ອງເພງໂມທະນາຂອບພຣະຄຸນແກ່ພຣະເຈົ້າຢາເວ ເພາະຄວາມຮັກໝັ້ນຄົງຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ ຕາມທີ່ກະສັດດາວິດໄດ້ມອບໝາຍໃຫ້. ໃນຂະນະທີ່ປະຊາຊົນທັງໝົດໄດ້ຢືນຢູ່ນັ້ນ ພວກປະໂຣຫິດກໍໄດ້ພາກັນເປົ່າແກ.
7
ໂຊໂລໂມນໄດ້ຖວາຍສ່ວນກາງຂອງເດີ່ນ ເຂດດ້ານໜ້າວິຫານຂອງພຣະເຈົ້າຢາເວ ແລະຕໍ່ມາ ເພິ່ນໄດ້ຖວາຍເຄື່ອງບູຊາໃນທີ່ນັ້ນເປັນຕົ້ນ: ການບູຊາເຜົາທັງໝົດ, ພືດຜົນເປັນເມັດ ແລະໄຂມັນທີ່ໄດ້ມາຈາກເຄື່ອງຖວາຍເພື່ອຄວາມສາມັກຄີທຳ. ເພິ່ນໄດ້ເຮັດເຊັ່ນນີ້ເພາະແທ່ນບູຊາທອງສຳຣິດຊຶ່ງເພິ່ນໄດ້ເຮັດນັ້ນ ນ້ອຍໂພດສຳລັບບັນຈຸເຄື່ອງຖວາຍເຫຼົ່ານັ້ນທັງໝົດ.
8
ໂຊໂລໂມນກັບປະຊາຊົນອິດສະຣາເອນທັງໝົດໄດ້ສະຫລອງເທດສະການປຸກຕຸບຢູ່ເປັນເວລາເຈັດວັນ. ປະຊາຊົນເປັນຈຳນວນຫລວງຫລາຍທີ່ຢູ່ໄກ ຄືຈາກທາງເໜືອສຸດຂອງຊ່ອງແຄບຮາມັດ ແລະເຂດແດນເບື້ອງໃຕ້ຂອງປະເທດເອຢິບກໍໄດ້ມາຮ່ວມນຳ.
9
ພວກເຂົາໄດ້ຢູ່ທີ່ນັ້ນເປັນເວລາເຈັດວັນ ເພື່ອອຸທິດຖວາຍແທ່ນບູຊາ ແລະຢູ່ອີກເຈັດວັນ ເພື່ອສະຫລອງເທດສະການ. ໃນມື້ສຸດທ້າຍ ພວກເຂົາໄດ້ສະຫລອງມື້ປິດງານ
10
ແລະວັນຕໍ່ມາ ຄືວັນທີຊາວສາມ ຂອງເດືອນທີເຈັດ ໂຊໂລໂມນໄດ້ໃຫ້ປະຊາຊົນກັບເມືອເຮືອນໃຜລາວ. ພວກເຂົາຊົມຊື່ນຍິນດີກັບຄຳອວຍພອນ ທີ່ພຣະເຈົ້າຢາເວໄດ້ໃຫ້ແກ່ປະຊາຊົນອິດສະຣາເອນຂອງພຣະອົງ, ແກ່ດາວິດ ແລະແກ່ໂຊໂລໂມນ.
11
ຫລັງຈາກກະສັດໂຊໂລໂມນໄດ້ສ້າງວິຫານຂອງພຣະເຈົ້າຢາເວແລະວັງຂອງເພິ່ນສຳເລັດ ແລ້ວກະສັດໂຊໂລໂມນໄດ້ເຮັດຂ້າງໃນວິຫານຂອງພຣະເຈົ້າຢາເວແລະວັງຂອງເພິ່ນໃຫ້ສຳເລັດຮຽບຮ້ອຍຕາມແບບແຜນທັງໝົດນັ້ນ,
12
ຂະນະນັ້ນ ພຣະເຈົ້າຢາເວໄດ້ປາກົດຕໍ່ເພິ່ນໃນເວລາກາງຄືນ ແລະໄດ້ກ່າວຕໍ່ເພິ່ນວ່າ, “ເຮົາໄດ້ຍິນຄຳພາວັນນາອະທິຖານຂອງເຈົ້າແລ້ວ ແລະເຮົາກໍຍິນດີຮັບເອົາວິຫານນີ້ ເພື່ອເປັນບ່ອນຖວາຍເຄື່ອງບູຊາແກ່ເຮົາ.
13
ເມື່ອໃດເຮົາປິດຟ້າສະຫວັນກັກຝົນບໍ່ໃຫ້ຕົກ ຫລືສົ່ງຝູງຕັກແຕນມາກິນເຄື່ອງປູກຂອງຝັງ ຫລືສົ່ງພະຍາດລະບາດມາສູ່ປະຊາຊົນຂອງເຮົາ,
14
ຖ້າປະຊາຊົນຂອງເຮົາຜູ້ທີ່ພວກເຂົາເອີ້ນກັນໂດຍຊື່ຂອງເຮົາຖ່ອມຕົວລົງ, ພາວັນນາອະທິຖານ, ຊອກຫາໜ້າເຮົາ ພ້ອມທັງກັບໃຈໃໝ່ ແລະຫັນໜີຈາກຄວາມຊົ່ວທີ່ພວກເຂົາກຳລັງເຮັດຢູ່; ແລ້ວທີ່ສະຫວັນ ເຮົາກໍຈະຟັງຄຳພາວັນນາອະທິຖານຂອງພວກເຂົາ, ໃຫ້ອະໄພການບາບຂອງພວກເຂົາ ແລະເຮັດໃຫ້ດິນແດນຂອງພວກເຂົາຈະເລີນຮຸ່ງເຮືອງຂຶ້ນໃໝ່.
15
ເຮົາຈະເຝົ້າເບິ່ງວິຫານນີ້ ແລະຕຽມຟັງຄຳພາວັນນາອະທິຖານຂອງທຸກໆຄົນທີ່ຮ້ອງຫາເຮົາໃນທີ່ນີ້
16
ເພາະເຮົາໄດ້ເລືອກເອົາສະຖານທີ່ນີ້ເປັນບ່ອນສັກສິດ ໃຫ້ພວກເຂົານະມັດສະການເຮົາຕະຫລອດໄປ. ເຮົາຈະເຝົ້າເບິ່ງສະຖານທີ່ນີ້ ແລະປົກປັກຮັກສາຢູ່ທຸກເວລາ.
17
ຖ້າເຈົ້າຮັບໃຊ້ເຮົາຢ່າງສັດຊື່ ດັ່ງທີ່ດາວິດພໍ່ຂອງເຈົ້າໄດ້ເຮັດມາ ຄືເຊື່ອຟັງກົດບັນຍັດທັງຫລາຍຂອງເຮົາ ແລະຂັບຕາມທຸກໆສິ່ງທີ່ເຮົາໄດ້ສັ່ງເຈົ້າ,
18
ເຮົາກໍຈະຮັກສາຄຳສັນຍາທີ່ເຮົາໄດ້ເຮັດກັບດາວິດພໍ່ຂອງເຈົ້າ ຄືເວລາທີ່ເຮົາໄດ້ບອກລາວວ່າ ຊາດອິດສະຣາເອນຈະມີເຊື້ອສາຍຂອງລາວ ປົກຄອງປະເທດສືບໆໄປ.
19
ແຕ່ຖ້າເຈົ້າແລະປະຊາຊົນຂອງເຈົ້າ ບໍ່ເຊື່ອຟັງກົດບັນຍັດ ແລະຂໍ້ຄຳສັ່ງທີ່ເຮົາໄດ້ໃຫ້ພວກເຈົ້າ ແລະຫັນໄປຂາບໄຫວ້ບັນດາພະອື່ນ,
20
ເຮົາກໍຈະຍົກຍ້າຍພວກເຈົ້າອອກຈາກດິນແດນ ຊຶ່ງເຮົາໄດ້ໃຫ້ພວກເຈົ້າ ແລະເຮົາຈະປະຖິ້ມພຣະວິຫານນີ້ ຊຶ່ງເຮົາໄດ້ເຮັດໃຫ້ເປັນສະຖານທີ່ສັກສິດເພື່ອນະມັດສະການເຮົາ. ປະຊາຊົນທົ່ວທຸກໆບ່ອນຈະຫຍໍ້ຫຍັນ ແລະໝິ່ນປະໝາດສະຖານທີ່ນີ້.
21
ໃນເວລານີ້ ພຣະວິຫານເປັນທີ່ຍົກຍໍຢ່າງສູງສົ່ງແທ້, ແຕ່ແລ້ວໃນເວລານັ້ນ ທຸກໆຄົນທີ່ຜ່ານໄປກໍຈະສະດຸ້ງໃນໃຈ ແລະຖາມວ່າ, ‘ເປັນຫຍັງພຣະເຈົ້າຢາເວຈຶ່ງເຮັດກັບດິນແດນ ແລະວິຫານເຊັ່ນນີ້?’
22
ຄົນທັງຫລາຍຈະຕອບວ່າ, ‘ກໍເພາະພວກເຂົາປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຜູ້ທີ່ໄດ້ນຳພາບັນພະບຸລຸດຂອງພວກເຂົາອອກມາຈາກປະເທດເອຢິບ. ພວກເຂົາຈົງຮັກພັກດີຕໍ່ບັນດາພະອື່ນ ແລະຂາບໄຫວ້ພະເຫຼົ່ານັ້ນ. ສະນັ້ນ ພຣະອົງຈຶ່ງນຳໄພພິບັດຫລາຍຢ່າງມາສູ່ພວກເຂົາ.”’
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36