bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 21
2 Chronicles 21
Lao Bible 2012 (ພຣະຄຳພີສັກສິ)
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 22 →
1
ເຈົ້າເຢໂຮຊາຟັດໄດ້ຕາຍໄປ ແລະໄດ້ຖືກຝັງໄວ້ໃນອຸບມຸງແຫ່ງກະສັດໃນເມືອງຂອງດາວິດ ແລະເຢໂຮຣາມລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
2
ເຈົ້າເຢໂຮຣາມລູກຊາຍຂອງເຈົ້າເຢໂຮຊາຟັດແຫ່ງຢູດາຍມີນ້ອງຊາຍຫົກຄົນ ດັ່ງນີ້: ອາຊາຣີຢາ, ເຢຮີເອນ, ເຊກາຣີຢາ, ອາຊາຣີຢາ, ມີກາເອນ ແລະເຊຟາຕີຢາ.
3
ບິດາຂອງພວກເຂົາໄດ້ມອບຄຳ, ເງິນ ແລະເຄື່ອງມີຄ່າອື່ນໆຢ່າງຫລວງຫລາຍໃຫ້ແກ່ພວກເຂົາ ແລະໄດ້ຕັ້ງພວກເຂົາໃຫ້ປົກຄອງເມືອງຕ່າງໆໃນຢູດາຍທີ່ມີປ້ອມປ້ອງກັນ. ແຕ່ຍ້ອນເຢໂຮຣາມເປັນອ້າຍກົກ ເຈົ້າເຢໂຮຊາຟັດຈຶ່ງມອບໃຫ້ລາວຂຶ້ນເປັນຜູ້ປົກຄອງແທນ.
4
ເມື່ອເຢໂຮຣາມໄດ້ມີອຳນາດຄວບຄຸມທົ່ວອານາຈັກຢ່າງໝັ້ນຄົງແລ້ວ ລາວກໍຂ້າພວກນ້ອງຊາຍທັງໝົດ ພ້ອມດ້ວຍຂ້າຣາຊການອິດສະຣາເອນບາງຄົນ.
5
ເຈົ້າເຢໂຮຣາມໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ສາມສິບສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາແປດປີ.
6
ເພິ່ນໄດ້ເຮັດຕາມແບບຢ່າງອັນຊົ່ວຊ້າຂອງກະສັດອາຮາບ ແລະກະສັດອື່ນໆຂອງຊາດອິດສະຣາເອນ ເພາະເພິ່ນໄດ້ແຕ່ງງານກັບລູກສາວຄົນໜຶ່ງຂອງອາຮາບ. ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ
7
ແຕ່ພຣະເຈົ້າຢາເວບໍ່ຢາກທຳລາຍເຊື້ອວົງຂອງດາວິດ ເພາະພຣະອົງໄດ້ເຮັດພັນທະສັນຍາໄວ້ກັບດາວິດໂດຍໄດ້ສັນຍາວ່າ ເຊື້ອສາຍຂອງເພິ່ນຈະສືບຕໍ່ປົກຄອງສືບໆໄປ.
8
ໃນລະຫວ່າງຣາຊການຂອງເຈົ້າເຢໂຮຣາມນັ້ນ ເອໂດມໄດ້ກະບົດຕໍ່ຢູດາຍ ແລະໄດ້ກາຍເປັນອານາຈັກເອກະລາດ.
9
ດັ່ງນັ້ນ ເຢໂຮຣາມພ້ອມທັງນາຍທະຫານຂອງເພິ່ນຈຶ່ງໄດ້ນຳລົດຮົບອອກໄປຮຸກຮານເອໂດມ. ກອງທັບຂອງເອໂດມໄດ້ປິດລ້ອມພວກເຂົາໄວ້, ແຕ່ໃນຕອນກາງຄືນ ພວກເຂົາໄດ້ຕີຜ່າວົງລ້ອມອອກມາໄດ້ແລະປົບໜີໄປ.
10
ແຕ່ນັ້ນມາ ເອໂດມກໍໄດ້ແຍກເປັນອານາຈັກເອກະລາດຈາກ ອານາຈັກຢູດາຍ. ໃນເວລານັ້ນເມືອງລິບນາໄດ້ກະບົດຄືກັນ ຍ້ອນເຢໂຮຣາມໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງຕົນ.
11
ເພິ່ນໄດ້ສ້າງແມ່ນແຕ່ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ໄວ້ຕັ້ງຫລາຍບ່ອນຢູ່ສະຖານທີ່ສູງໃນເຂດເນີນພູຂອງຢູດາຍ ຊຶ່ງເປັນການນຳພາປະຊາຊົນຊາວຢູດາແລະຊາວນະຄອນເຢຣູຊາເລັມ ໃຫ້ເຮັດບາບຕໍ່ສູ້ອົງພຣະຜູ້ເປັນເຈົ້າ.
12
ຜູ້ທຳນວາຍເອລີຢາໄດ້ສົ່ງຈົດໝາຍສະບັບໜຶ່ງ ມາຫາເຢໂຮຣາມໂດຍມີຖ້ອຍຄຳດັ່ງນີ້: “ພຣະເຈົ້າຢາເວ ພຣະເຈົ້າຂອງດາວິດຜູ້ເປັນບັນພະບຸລຸດຂອງທ່ານປະນາມທ່ານ ເພາະທ່ານບໍ່ໄດ້ເຮັດຕາມແບບຢ່າງຂອງກະສັດເຢໂຮຊາຟັດບິດາຂອງທ່ານແລະຂອງກະສັດອາສາພໍ່ປູ່ຂອງທ່ານ.
13
ແຕ່ທ່ານກັບໄປເຮັດຕາມແບບຢ່າງຂອງກະສັດແຫ່ງອິດສະຣາເອນ ແລະໄດ້ນຳພາປະຊາຊົນຢູດາແລະນະຄອນເຢຣູຊາເລັມບໍ່ໃຫ້ສັດຊື່ຕໍ່ພຣະເຈົ້າ ເໝືອນກັນກັບອາຮາບແລະຜູ້ສືບຕໍ່ແທນລາວໄດ້ນຳພາຊາດອິດສະຣາເອນໄປໃນທາງບໍ່ສັດຊື່. ທ່ານຂ້າແມ່ນແຕ່ພວກນ້ອງຊາຍທ່ານເອງ ຜູ້ທີ່ດີລື່ນທ່ານ.
14
ຜົນກຳທີ່ໄດ້ຮັບກໍຄືພຣະເຈົ້າຢາເວຈະລົງໂທດຢ່າງໜັກຕໍ່ປະຊາຊົນ, ລູກ ແລະເມຍຂອງທ່ານ, ພ້ອມທັງຈະທຳລາຍສິ່ງຂອງຂອງທ່ານດ້ວຍ.
15
ສ່ວນທ່ານເອງກໍຈະຖືກທໍລະມານດ້ວຍພະຍາດລຳໄສ້ ຊຶ່ງຈະນັບມື້ນັບຮ້າຍແຮງຂຶ້ນ.”
16
ພວກຟີລິດສະຕິນກັບຊາວອາຣັບບາງພວກໄດ້ອາໄສຢູ່ໃກ້ແຄມຝັ່ງທະເລ ບ່ອນທີ່ຊາວເອທີໂອເປຍໄດ້ຕັ້ງຖິ່ນຖານຢູ່ນັ້ນ. ພຣະເຈົ້າຢາເວໄດ້ບັນດານໃຫ້ພວກເຂົາໄປເຮັດເສິກຕໍ່ສູ້ເຈົ້າເຢໂຮຣາມ.
17
ພວກເຂົາໄດ້ຮຸກຮານຢູດາຍ, ປຸ້ນສະດົມຣາຊວັງ ແລະຈັບເອົາລູກເມຍທັງໝົດຂອງກະສັດໄປເປັນຊະເລີຍ; ຍົກເວັ້ນແຕ່ເຈົ້າອາຮາຊີຢາ ລູກຊາຍຫລ້າຂອງເພິ່ນເທົ່ານັ້ນ.
18
ຫລັງຈາກນີ້ແລ້ວ ພຣະເຈົ້າຢາເວໄດ້ນຳພະຍາດລຳໄສ້ຢ່າງເຈັບປວດມາສູ່ກະສັດ.
19
ພະຍາດນີ້ຮ້າຍແຮງໜັກຂຶ້ນເປັນເວລາສອງປີ ຈົນໃນທີ່ສຸດກະສັດໄດ້ຕາຍໄປຢ່າງທໍລະມານ. ພົນລະເມືອງບໍ່ໄດ້ກໍ່ໄຟໄວ້ທຸກໃຫ້ເພິ່ນ ດັ່ງພວກເຂົາໄດ້ເຮັດແກ່ບັນພະບຸລຸດຂອງເພິ່ນ.
20
ເຈົ້າເຢໂຮຣາມໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ສາມສິບສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາແປດປີ. ໂດຍບໍ່ມີຜູ້ໃດເສຍໃຈນຳເພິ່ນເມື່ອເພິ່ນຕາຍໄປ. ພວກເຂົາໄດ້ຝັງເພິ່ນໄວ້ໃນເມືອງຂອງດາວິດ, ແຕ່ບໍ່ໄດ້ຝັງໄວ້ໃນອຸບມຸງແຫ່ງກະສັດ.
← Chapter 20
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 22 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36