bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 26
2 Chronicles 26
Lao Bible 2012 (ພຣະຄຳພີສັກສິ)
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 27 →
1
ປະຊາຊົນທັງໝົດໃນຢູດາຍໄດ້ເລືອກເອົາເຈົ້າອຸດຊີຢາອາຍຸສິບຫົກປີ ລູກຊາຍຂອງອາມາຊີຢາໃຫ້ຂຶ້ນເປັນກະສັດປົກຄອງແທນ.
2
ຫລັງຈາກອາມາຊີຢາໄດ້ຕາຍໄປແລ້ວ ອຸດຊີຢາໄດ້ຢຶດເອລາດຄືນ ແລະໄດ້ສ້າງເມືອງຂຶ້ນໃໝ່.
3
ເຈົ້າອຸດຊີຢາໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸສິບຫົກປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາຫ້າສິບສອງປີ. ແມ່ຂອງເພິ່ນຊື່ວ່າເຢໂກລີຢາ ຊາວນະຄອນເຢຣູຊາເລັມ.
4
ໂດຍນຳແບບຢ່າງຂອງພໍ່ຂອງເພິ່ນ ເພິ່ນໄດ້ເຮັດໃນສິ່ງທີ່ພຣະເຈົ້າຢາເວພໍໃຈ.
5
ແລະເພິ່ນໄດ້ຕັ້ງເພິ່ນເອງທີ່ຈະສະແຫວງຫາພຣະເຈົ້າໃນສະໄໝຂອງເຊກາຣີຢາຜູທີ່ແນະນຳເພິ່ນໃນຄວາມຢຳເກງພຣະເຈົ້າ ຕາບໃດທີ່ເພິ່ນໄດ້ສະແຫວງຫາພຣະເຈົ້າຢາເວ ແລະພຣະເຈົ້າກໍໄດ້ອວຍພອນເພິ່ນ.
6
ອຸດຊີຢາໄດ້ໄປເຮັດເສິກຕໍ່ສູ້ຊາວຟີລິດສະຕິນ. ເພິ່ນໄດ້ຮື້ກຳແພງເມືອງກາດ, ຢຳນີຢາ ແລະອາຊະໂດດໃຫ້ເພພັງລົງ ແລະໄດ້ສ້າງເມືອງທີ່ມີປ້ອມປ້ອງກັນຂຶ້ນໃນເມືອງຕ່າງໆໃກ້ເມືອງອາຊະໂດດ ແລະໃນເມືອງທັງຫລາຍຂອງດິນແດນຟີລິດສະຕິນ.
7
ພຣະເຈົ້າໄດ້ໃຫ້ເພິ່ນເອົາຊະນະພວກຟີລິດສະຕິນ, ພວກອາຣັບທີ່ອາໄສຢູ່ໃນເມືອງເກີດບາອານ ແລະພວກເມີນິດ.
8
ຊາວອຳໂມນໄດ້ເສຍສ່ວຍໃຫ້ອຸດຊີຢາ ແລະເພິ່ນເປັນກະສັດທີ່ມີອຳນາດຫລາຍ ຈົນຊື່ສຽງຂອງເພິ່ນໄດ້ໂດ່ງດັງໄປຮອດເອຢິບ.
9
ອຸດຊີຢາໄດ້ສ້າງປ້ອມປ້ອງກັນລ້ອມນະຄອນເຢຣູຊາເລັມໄວ້ຢ່າງແໜ້ນໜາ ໂດຍເສີມສ້າງຫໍຄອຍໄວ້ຢູ່ຕາມປະຕູແຈຕ່າງໆ ຕາມປະຕູຮ່ອມພູແລະບ່ອນທີ່ກຳແພງໂຄ້ງ.
10
ເພິ່ນໄດ້ສ້າງຫໍຄອຍທີ່ມີປ້ອມປ້ອງກັນນອກເມືອງເຊັ່ນກັນ ພ້ອມທັງໄດ້ຂຸດອ່າງເກັບນໍ້າໄວ້ດ້ວຍ ຍ້ອນເພິ່ນມີຝູງງົວຢ່າງຫລວງຫລາຍຢູ່ຕາມຈ້າຍພູແລະຕາມທົ່ງພຽງ. ຍ້ອນເພິ່ນມັກການປູກຝັງ ເພິ່ນຈຶ່ງສົ່ງເສີມປະຊາຊົນໃຫ້ປູກຕົ້ນອະງຸ່ນຕາມເມືອງພູດອຍແລະໃຫ້ເຮັດສວນຕາມດິນທີ່ອຸດົມສົມບູນ.
11
ເພິ່ນມີກອງທັບໃຫຍ່ພ້ອມທີ່ຈະດຳເນີນການສູ້ຮົບ. ບັນຊີຝ່າຍທະຫານແມ່ນຖືກກຳກັບໂດຍເລຂາທິການສອງທ່ານ ຄື: ເຢອີເອນແລະມາອາເສອີຢາ ພາຍໃຕ້ການກວດກາຂອງຮານານີຢາ ຜູ້ບັນຊາການກອງພົນໜຶ່ງຂອງກະສັດ.
12
ໃນກອງທັບມີນາຍທະຫານບັນຊາການທັງໝົດສອງພັນຫົກຮ້ອຍຄົນ.
13
ພວກເຂົາບັນຊາທະຫານສາມແສນເຈັດພັນຫ້າຮ້ອຍຄົນ ທີ່ສາມາດສູ້ຮົບສັດຕູຂອງກະສັດໄດ້ຢ່າງມີປະສິດທິພາບ.
14
ອຸດຊີຢາປະກອບອາວຸດໃຫ້ທະຫານດ້ວຍໂລ້, ຫອກ, ໝວກເຫລັກ, ເສື້ອເຫລັກ, ໜ້າກັບລູກທະນູ, ກ້ອນຫີນແລະກະຖຸນ.
15
ຢູ່ໃນນະຄອນເຢຣູຊາເລັມ ນັກປະດິດຄິດສ້າງຂອງເພິ່ນໄດ້ເຮັດອາວຸດຍິງລູກສອນ ແລະແກວ່ງກ້ອນຫີນໃຫຍ່ຈາກຫໍຄອຍ ແລະຈາກແຈກຳແພງເມືອງອອກໄປ. ຊື່ສຽງຂອງເພິ່ນໄດ້ຊ່າລືອອກໄປທົ່ວທຸກບ່ອນ ແລະຍ້ອນໄດ້ຮັບການຊ່ວຍຊູມາຈາກພຣະເຈົ້າ ເພິ່ນຈຶ່ງມີອຳນາດຫລາຍ.
16
ແຕ່ເມື່ອກະສັດອຸດຊີຢາໄດ້ມີອຳນາດເຂັ້ມແຂງແລ້ວ ເພິ່ນກໍຈອງຫອງຂຶ້ນອັນເປັນເຫດໃຫ້ເພິ່ນຫຼົ້ມຈົມ. ເພິ່ນໄດ້ໝິ່ນປະໝາດພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ໂດຍເຂົ້າໄປໃນພຣະວິຫານຂອງພຣະເຈົ້າຢາເວ ເພື່ອເຜົາເຄື່ອງຫອມຖວາຍບູຊາທີ່ແທ່ນໂດຍຕົນເອງ.
17
ປະໂຣຫິດອາຊາຣີຢາຈຶ່ງຕາມກະສັດໄປ ຕິດຕາມດ້ວຍປະໂຣຫິດຂອງພຣະເຈົ້າຢາເວທີ່ເຂັ້ມແຂງ ແລະໃຈກ້າອີກແປດສິບຄົນ
18
ເພື່ອສະກັດກັ້ນເພິ່ນໄວ້. ພວກເຂົາເວົ້າວ່າ, “ອຸດຊີຢາ ທ່ານບໍ່ມີສິດທີ່ຈະເຜົາເຄື່ອງຫອມຖວາຍແກ່ພຣະເຈົ້າຢາເວ. ມີແຕ່ປະໂຣຫິດທີ່ສືບເຊື້ອສາຍຈາກອາໂຣນ ຜູ້ທີ່ໄດ້ອຸທິດຕົວແລ້ວເທົ່ານັ້ນ ຖວາຍເຄື່ອງຫອມນີ້ໄດ້. ຈົ່ງອອກໄປຈາກບ່ອນສັກສິດດຽວນີ້. ທ່ານໄດ້ໝິ່ນປະໝາດພຣະເຈົ້າຢາເວ ພຣະເຈົ້າ ແລະພຣະອົງຈະບໍ່ອວຍພອນທ່ານຕໍ່ໄປ.”
19
ອຸດຊີຢາກຳລັງຖືເຄື່ອງຫອມຢືນຢູ່ຂ້າງແທ່ນບູຊາໃນວິຫານຂອງພຣະເຈົ້າຢາເວ. ເພິ່ນກິ້ວໂກດພວກປະໂຣຫິດ ແລະທັນໃດນັ້ນ ພະຍາດຂີ້ທູດກໍໄດ້ແຕກອອກມາທາງໜ້າຜາກຂອງເພິ່ນ.
20
ອາຊາຣີຢາກັບບັນດາປະໂຣຫິດຄົນອື່ນໆ ຈ້ອງເບິ່ງໜ້າຜາກຂອງກະສັດດ້ວຍຄວາມຢ້ານກົວຫລາຍ ແລະບັງຄັບໃຫ້ເພິ່ນອອກໜີໄປຈາກທີ່ນັ້ນ. ຍ້ອນພຣະເຈົ້າຢາເວລົງໂທດ ເພິ່ນຈຶ່ງຮີບໜີໄປ.
21
ນັບຕັ້ງແຕ່ນັ້ນມາ ກະສັດອຸດຊີຢາກໍເປັນມົນທິນຕະຫລອດຊີວິດ ຍ້ອນພະຍາດຂອງເພິ່ນ. ໂດຍບໍ່ສາມາດເຂົ້າໄປໃນວິຫານຂອງພຣະເຈົ້າຢາເວອີກຕໍ່ໄປ ເພິ່ນຈຶ່ງພັກຢູ່ໃນວັງຕ່າງຫາກ ແລະພົ້ນຈາກໜ້າທີ່ທັງໝົດ ຊຶ່ງໃນເວລານັ້ນແມ່ນໂຢທາມ ລູກຊາຍຂອງເພິ່ນເປັນຜູ້ບໍລິຫານຣາຊການແຜ່ນດິນແທນ.
22
ຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດໄດ້ບັນທຶກສິ່ງອື່ນໆທັງໝົດ ທີ່ກະສັດອຸດຊີຢາໄດ້ເຮັດໃນຣາຊການຂອງເພິ່ນ.
23
ອຸດຊີຢາໄດ້ຕາຍໄປ ແລະຖືກຝັງໄວ້ໃນປ່າຊ້າຂອງກະສັດ, ແຕ່ຍ້ອນເປັນພະຍາດ ຊາກສົບຂອງເພິ່ນຈຶ່ງບໍ່ໄດ້ຖືກຝັງໄວ້ໃນອຸບມຸງແຫ່ງກະສັດ. ໂຢທາມ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
← Chapter 25
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 27 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36