bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 6
2 Chronicles 6
Lao Bible 2012 (ພຣະຄຳພີສັກສິ)
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 7 →
1
ແລ້ວກະສັດໂຊໂລໂມນກໍໄດ້ພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະອົງກ່າວວ່າ ພຣະອົງໄດ້ເລືອກທີ່ຢູ່ອາໄສ ຄືຢູ່ໃນເມກໜາແລະຄວາມມືດ.
2
ບັດນີ້ ຂ້ານ້ອຍໄດ້ສ້າງວິຫານອັນສູງສະຫງ່າ ເປັນສະຖານທີ່ໃຫ້ພຣະອົງຢູ່ຕະຫລອດໄປ.”
3
ປະຊາຊົນອິດສະຣາເອນທັງໝົດກໍຢືນຢູ່ທີ່ນັ້ນ. ກະສັດໄດ້ຫັນໜ້າມາທາງພວກເຂົາ ແລະຂໍພຣະເຈົ້າອວຍພອນພວກເຂົາ.
4
ເພິ່ນກ່າວວ່າ, “ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ພຣະອົງຖືຮັກສາພັນທະສັນຍາທີ່ພຣະອົງໄດ້ເຮັດໄວ້ກັບດາວິດພໍ່ຂອງຂ້ານ້ອຍ ເມື່ອພຣະອົງໄດ້ກ່າວແກ່ເພິ່ນວ່າ,
5
‘ຕັ້ງແຕ່ເວລານັ້ນທີ່ເຮົາໄດ້ນຳປະຊາຊົນຂອງເຮົາ ອອກມາຈາກປະເທດເອຢິບຈົນເຖິງດຽວນີ້; ເຮົາບໍ່ໄດ້ເລືອກເອົາເມືອງໃດໃນດິນແດນອິດສະຣາເອນໃຫ້ເປັນສະຖານທີ່ໃນການສ້າງວິຫານເພື່ອນະມັດສະການເຮົາ; ແລະເຮົາກໍບໍ່ໄດ້ເລືອກເອົາຜູ້ໃດໃຫ້ນຳພາປະຊາຊົນອິດສະຣາເອນຂອງເຮົາ.
6
ແຕ່ບັດນີ້ ເຮົາໄດ້ເລືອກເອົານະຄອນເຢຣູຊາເລັມໃຫ້ເປັນບ່ອນທີ່ຄົນຈະນະມັດສະການເຮົາ ແລະເຮົາໄດ້ຕັ້ງດາວິດໃຫ້ເປັນຜູ້ປົກຄອງປະຊາຊົນຂອງເຮົາ.”’
7
ຝ່າຍໂຊໂລໂມນກ່າວຕໍ່ໄປວ່າ, “ດາວິດ ພໍ່ຂອງຂ້າພະເຈົ້າເປັນຜູ້ວາງແຜນສ້າງວິຫານສຳລັບພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ
8
ແຕ່ພຣະເຈົ້າຢາເວໄດ້ກ່າວແກ່ເພິ່ນວ່າ, ‘ເປັນການຖືກຕ້ອງທີ່ເຈົ້າຢາກສ້າງວິຫານເພື່ອພຣະນາມຂອງເຮົາ,
9
ແຕ່ເຈົ້າຈະບໍ່ໄດ້ເປັນຜູ້ສ້າງ. ແມ່ນລູກຊາຍຂອງເຈົ້າເອງທີ່ຈະເປັນຜູ້ສ້າງວິຫານເພື່ອພຣະນາມຂອງເຮົາ.”’
10
“ບັດນີ້ ພຣະເຈົ້າຢາເວໄດ້ຮັກສາຄຳສັນຍາຂອງພຣະອົງແລ້ວຄື: ຂ້າພະເຈົ້າໄດ້ຂຶ້ນເປັນກະສັດຂອງຊາດອິດສະຣາເອນແທນພໍ່ຂອງຂ້າພະເຈົ້າ ແລະຂ້າພະເຈົ້າໄດ້ສ້າງວິຫານນີ້ສຳລັບພຣະນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
11
ແລະທີ່ນັ້ນ ຂ້າພະເຈົ້າໄດ້ເອົາຫີບ ຊຶ່ງບັນຈຸແຜ່ນຫີນແຫ່ງພັນທະສັນຍາຂອງພຣະເຈົ້າຢາເວໄດ້ຕັ້ງໄວ້ກັບປະຊາຊົນອິດສະຣາເອນນັ້ນມາວາງໄວ້.”
12
ແລ້ວຢູ່ຊ້ອງໜ້າປະຊາຊົນ ໂຊໂລໂມນໄດ້ຍ່າງຂຶ້ນໄປຢືນຢູ່ທາງດ້ານໜ້າຂອງແທ່ນບູຊາຂອງພຣະເຈົ້າຢາເວ ຍົກແຂນຂຶ້ນພາວັນນາອະທິຖານ.
13
ໂຊໂລໂມນໄດ້ເຮັດແທ່ນທອງສຳຣິດ ແລະນຳເອົາແທ່ນນັ້ນໄປວາງໄວ້ທີ່ເດີ່ນ. ແທ່ນນັ້ນແຕ່ລະຂ້າງແທກໄດ້ສອງແມັດຊາວເຊັນ ແລະລວງສູງມີໜຶ່ງແມັດສາມສິບເຊັນ. ເພິ່ນໄດ້ຂຶ້ນໄປທີ່ເທິງແທ່ນນີ້ ຄຸເຂົ່າລົງຕໍ່ໜ້າປະຊາຊົນ ແລະຍົກມືຂຶ້ນສູ່ສະຫວັນ.
14
ເພິ່ນພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ທົ່ວທັງສະຫວັນກັບແຜ່ນດິນໂລກ ບໍ່ມີພະອື່ນໃດເໝືອນພຣະອົງ. ພຣະອົງຮັກສາພັນທະສັນຍາຂອງພຣະອົງທີ່ມີຕໍ່ປະຊາຊົນ ແລະສຳແດງຄວາມຮັກຂອງພຣະອົງໃຫ້ພວກເຂົາເຫັນ ເວລາພວກເຂົາດຳເນີນຊີວິດທີ່ເຊື່ອຟັງພຣະອົງດ້ວຍສຸດໃຈ.
15
ພຣະອົງໄດ້ຮັກສາຄຳສັນຍາທີ່ພຣະອົງໄດ້ກະທຳໄວ້ກັບດາວິດ ພໍ່ຂອງຂ້ານ້ອຍ; ວັນນີ້ ທຸກຖ້ອຍຄຳນັ້ນກໍໄດ້ເປັນໄປຕາມພັນທະສັນຍາແລ້ວ.
16
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ບັດນີ້ ຈົ່ງຮັກສາຄຳສັນຍາອື່ນໆທີ່ພຣະອົງໄດ້ເຮັດໄວ້ກັບພໍ່ຂອງຂ້ານ້ອຍດ້ວຍ ເມື່ອພຣະອົງໄດ້ບອກເພິ່ນວ່າ ຈະມີຜູ້ໜຶ່ງຈາກເຊື້ອສາຍຂອງເພິ່ນ ເປັນກະສັດປົກຄອງຊາດອິດສະຣາເອນສືບໄປ. ເມື່ອເຂົາໄດ້ປະຕິບັດຢ່າງຕັ້ງໜ້າຕາມກົດບັນຍັດຂອງພຣະອົງ ດັ່ງທີ່ເພິ່ນໄດ້ປະຕິບັດມານັ້ນ.
17
ດັ່ງນັ້ນ ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນເອີຍ ໂຜດໃຫ້ທຸກສິ່ງເປັນຈິງຕາມທີ່ພຣະອົງໄດ້ສັນຍາໄວ້ກັບດາວິດ ຄົນຮັບໃຊ້ຂອງພຣະອົງເທີ້ນ.
18
ແຕ່ພຣະເຈົ້າເອີຍ ພຣະອົງສະຖິດຢູ່ເທິງແຜ່ນດິນໂລກທ່າມກາງມະນຸດໄດ້ແທ້ບໍ? ແມ່ນແຕ່ສະຫວັນແລະສະຫວັນທີ່ສູງສຸດກໍບໍ່ໃຫຍ່ພໍທີ່ຈະຮັບພຣະອົງໄດ້; ສະນັ້ນ ວິຫານທີ່ຂ້ານ້ອຍໄດ້ສ້າງນີ້ຈະໃຫຍ່ພໍສຳລັບພຣະອົງໄດ້ຢ່າງໃດ?
19
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍເອີຍ ຂ້ານ້ອຍນີ້ເປັນຜູ້ຮັບໃຊ້ຂອງພຣະອົງ. ໂຜດຟັງຄຳພາວັນນາອະທິຖານຂອງຂ້ານ້ອຍ ແລະຕອບຄຳຂໍຮ້ອງຂອງຂ້ານ້ອຍດ້ວຍ.
20
ຂໍພຣະອົງດູແລວິຫານນີ້ທັງກາງເວັນແລະກາງຄືນ. ພຣະອົງໄດ້ສັນຍາວ່າທີ່ນີ້ຈະເປັນບ່ອນທີ່ນາມຊື່ຂອງພຣະອົງສະຖິດຢູ່; ສະນັ້ນ ຂໍຊົງໂຜດຟັງເມື່ອຜູ້ຮັບໃຊ້ຂອງພຣະອົງຫັນໜ້າມາສະຖານທີ່ນີ້ ແລະພາວັນນາອະທິຖານ.
21
ໂຜດຟັງຄຳພາວັນນາອະທິຖານຂອງຜູ້ຮັບໃຊ້ຂອງພຣະອົງ ແລະຂອງປະຊາຊົນອິດສະຣາເອນດ້ວຍ ເມື່ອພວກເຂົາຫັນໜ້າມາທາງສະຖານທີ່ນີ້ແລະພາວັນນາອະທິຖານ. ທີ່ຟ້າສະຫວັນບ່ອນພຣະອົງສະຖິດຢູ່, ໂຜດຟັງ ແລະຍົກໂທດໃຫ້ດ້ວຍເທີ້ນ.
22
ຖ້າມີຄົນໜຶ່ງຖືກກ່າວຫາວ່າເຮັດຜິດຕໍ່ຄົນອື່ນ ແລະຖືກນຳມາທີ່ແທ່ນບູຊາໃນວິຫານນີ້ ເພື່ອສາບານວ່າລາວບໍຣິສຸດ
23
ເມື່ອນັ້ນ ຂໍພຣະອົງໂຜດຟັງທີ່ສະຫວັນ, ກະທຳການແລະຕັດສິນບັນດາຜູ້ຮັບໃຊ້ຂອງພຣະອົງ. ຈົ່ງລົງໂທດຜູ້ເຮັດຜິດແລະປ່ອຍຕົວຜູ້ບໍຣິສຸດດ້ວຍ.
24
ເມື່ອປະຊາຊົນຂອງພຣະອົງພ່າຍແພ້ເຫຼົ່າສັດຕູຂອງພວກເຂົາ ຍ້ອນພວກເຂົາໄດ້ເຮັດບາບຕໍ່ສູ້ພຣະອົງ; ຕໍ່ມາ ເມື່ອພວກເຂົາຕ່າວຄືນມາຫາພຣະອົງ ແລະເຂົ້າມາໃນວິຫານນີ້ ກາບພາວັນນາອະທິຖານຢ່າງຖ່ອມຕົວຖ່ອມໃຈເພື່ອຂໍພຣະອົງຍົກໂທດໃຫ້;
25
ຂໍພຣະອົງໂຜດຟັງທີ່ສະຫວັນ, ໂຜດອະໄພການບາບປະຊາຊົນອິດສະຣາເອນ ແລະນຳພວກເຂົາໄປສູ່ດິນແດນ ຊຶ່ງພຣະອົງໄດ້ມອບໃຫ້ແກ່ພວກເຂົາ ແລະບັນພະບຸລຸດຂອງພວກເຂົານັ້ນດ້ວຍ.
26
ເມື່ອພຣະອົງກັກຝົນບໍ່ໃຫ້ຕົກ ເພາະປະຊາຊົນຂອງພຣະອົງໄດ້ເຮັດບາບຕໍ່ສູ້ພຣະອົງ; ຕໍ່ມາ ເມື່ອພວກເຂົາຫັນໜ້າມາທາງວິຫານນີ້ພາວັນນາອະທິຖານສາລະພາບຕໍ່ນາມຊື່ຂອງພຣະອົງ ແລະຫັນກັບຈາກການບາບທັງຫຼາຍຂອງພວກເຂົາ ຍ້ອນພຣະອົງລົງໂທດພວກເຂົາ.
27
ຂໍພຣະອົງໂຜດຟັງທີ່ສະຫວັນ, ແລະອະໄພການບາບຂອງຜູ້ເປັນຂ້າຮັບໃຊ້ຂອງພຣະອົງຄືປະຊາຊົນອິດສະຣາເອນ ແລະສັ່ງສອນພວກເຂົາໃຫ້ເຮັດໃນສິ່ງທີ່ຖືກຕ້ອງດ້ວຍ. ແລ້ວໂຜດສົ່ງຝົນລົງມາສູ່ດິນແດນນີ້ ຊຶ່ງພຣະອົງໄດ້ມອບໃຫ້ພວກບັນພະບຸລຸດຂອງພວກເຂົາ.
28
ເມື່ອມີການອຶດຢາກເກີດຂຶ້ນໃນດິນແດນ ຫລືມີພະຍາດລະບາດ ຫລືມີພືດຜົນຖືກທຳລາຍຍ້ອນລົມຮ້ອນພັດ ຫລືຍ້ອນຝູງຕັກແຕນທຳລາຍ ຫລືເມື່ອປະຊາຊົນຂອງພຣະອົງຖືກສັດຕູໂຈມຕີ ຫລືເມື່ອເກີດພະຍາດໂຣຄາ ຫລືການເຈັບໄຂ້ໄດ້ປ່ວຍໃນທ່າມກາງພວກເຂົາ
29
ໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ຖ້າມີປະຊາຊົນອິດສະຣາເອນຂອງພຣະອົງຄົນໃດຄົນໜຶ່ງໂສກເສົ້າເຫງົາໃຈ ແລະເມື່ອພວກເຂົາຍົກມືຂອງພວກເຂົາພາວັນນາອະທິຖານປິ່ນໜ້າມາທາງວິຫານນີ້
30
ຂໍພຣະອົງໂຜດຟັງທີ່ສະຫວັນບ່ອນພຣະອົງສະຖິດຢູ່ ແລະຍົດໂທດໃຫ້ເຂົາດ້ວຍເທີ້ນ. ພຣະອົງເທົ່ານັ້ນຮູ້ຈັກຄວາມຄິດ ແລະຈິດໃຈຂອງມະນຸດ. ໂຜດເຮັດກັບແຕ່ລະຄົນຕາມທີ່ເຂົາຄວນຈະໄດ້ຮັບເຖີດ
31
ເພື່ອວ່າປະຊາຊົນຂອງພຣະອົງຈະໄດ້ຢຳເກງແລະເຊື່ອຟັງພຣະອົງຕະຫລອດໄປຕາບໃດທີ່ພວກເຂົາຍັງອາໄສຢູ່ໃນດິນແດນ ຊຶ່ງພຣະອົງໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກຂ້ານ້ອຍນັ້ນ.
32
ເມື່ອຄົນຕ່າງດ້າວທີ່ອາໄສຢູ່ໃນແດນໄກໄດ້ຍິນວ່າ ພຣະອົງຍິ່ງໃຫຍ່ແລະມີອຳນາດສໍ່າໃດ ແລະໄດ້ຮູ້ວ່າພຣະອົງພ້ອມທີ່ຈະຊ່ວຍພວກເຂົາສະເໝີ; ແລະຕໍ່ມາ ພວກເຂົາໄດ້ມາພາວັນນາອະທິຖານທີ່ວິຫານນີ້
33
ຂໍພຣະອົງໂຜດຟັງທີ່ສະຫວັນບ່ອນພຣະອົງສະຖິດຢູ່ ໂຜດຟັງພວກເຂົາແລະເຮັດຕາມທີ່ພວກເຂົາຂໍຮ້ອງດ້ວຍ ເພື່ອວ່າປະຊາຊົນທົ່ວໂລກຈະໄດ້ຮູ້ຈັກນາມຊື່ຂອງພຣະອົງແລະຢຳເກງພຣະອົງ ເໝືອນກັນກັບປະຊາຊົນອິດສະຣາເອນຂອງພຣະອົງ. ແລ້ວພວກເຂົາກໍຈະຮູ້ໄດ້ວ່າວິຫານທີ່ຂ້ານ້ອຍໄດ້ສ້າງຂຶ້ນນີ້ແມ່ນສະຖານທີ່ທີ່ມະນຸດນະມັດສະການພຣະອົງ.
34
ເມື່ອພຣະອົງສັ່ງປະຊາຊົນຂອງພຣະອົງໃຫ້ເຂົ້າໄປໃນສະໜາມຮົບ ເພື່ອຕໍ່ສູ້ເຫຼົ່າສັດຕູ ແລະພວກເຂົາພາວັນນາອະທິຖານຫາພຣະອົງ ບໍ່ວ່າພວກເຂົາຢູ່ບ່ອນໃດກໍຕາມ ເມື່ອປິ່ນໜ້າມາທາງເມືອງນີ້ ຊຶ່ງພຣະອົງໄດ້ເລືອກໄວ້ ແລະມາທີ່ວິຫານນີ້ຊຶ່ງຂ້ານ້ອຍໄດ້ສ້າງເພື່ອພຣະນາມຂອງພຣະອົງ
35
ໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນ ໂຜດຟັງພວກເຂົາ ແລະໃຫ້ພວກເຂົາມີໄຊຊະນະດ້ວຍເຖີດ.
36
ເມື່ອປະຊາຊົນຂອງພຣະອົງເຮັດບາບຕໍ່ສູ້ພຣະອົງ ແລະຕາມຄວາມຈິງແລ້ວບໍ່ມີຜູ້ໃດເລີຍທີ່ບໍ່ເຮັດບາບ ໂດຍຄວາມໂກດຮ້າຍພຣະອົງໄດ້ປ່ອຍໃຫ້ເຫຼົ່າສັດຕູເອົາຊະນະພວກເຂົາ ແລະຈັບພວກເຂົາໄປເປັນຊະເລີຍໃນດິນແດນແຫ່ງອື່ນ ເຖິງແມ່ນວ່າດິນແດນນັ້ນຈະຫ່າງໄກພຽງໃດກໍຕາມ
37
ໂຜດຟັງຄຳພາວັນນາອະທິຖານຂອງປະຊາຊົນຂອງພຣະອົງດ້ວຍ. ໃນດິນແດນນັ້ນ ຖ້າພວກເຂົາກັບໃຈແລະພາວັນນາອະທິຖານຫາພຣະອົງ ໂດຍສາລະພາບວ່າພວກເຂົາໄດ້ເຮັດບາບແລະຊົ່ວຊ້າສໍ່າໃດແລ້ວ; ຂໍພຣະອົງໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ.
38
ທີ່ດິນແດນນັ້ນ ຖ້າພວກເຂົາຈິງໃຈກັບໃຈໃໝ່ແທ້ ແລະພາວັນນາອະທິຖານຫາພຣະອົງໂດຍປິ່ນໜ້າມາທາງເມືອງນີ້ ຊຶ່ງພຣະອົງໄດ້ເລືອກໄວ້ ແລະມາທີ່ວິຫານນີ້ ຊຶ່ງຂ້ານ້ອຍໄດ້ສ້າງເພື່ອພຣະນາມຂອງພຣະອົງ
39
ຂໍຊົງໂຜດຟັງຄຳພາວັນນາອະທິຖານຂອງພວກເຂົາດ້ວຍ. ທີ່ສະຫວັນບ່ອນພຣະອົງສະຖິດຢູ່ ໂຜດຟັງແລະເມດຕາພວກເຂົາພ້ອມທັງອະໄພຄວາມຜິດບາບຂອງປະຊາຊົນຂອງພຣະອົງດ້ວຍ.
40
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍເອີຍ ບັດນີ້ຂໍໂຜດຫລິງເບິ່ງ ແລະຟັງຄຳພາວັນນາອະທິຖານ ທີ່ຂ້ານ້ອຍອຸທິດຖວາຍໃນທີ່ນີ້ດ້ວຍ.
41
ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າເອີຍ ໂຜດລຸກຂຶ້ນ ແລະໂດຍຫີບພັນທະສັນຍາທີ່ເປັນສັນຍາລັກແຫ່ງຣິດອຳນາດຂອງພຣະອົງ ໂຜດເຂົ້າໄປໃນພຣະວິຫານ ແລະສະຖິດຢູ່ໃນທີ່ນັ້ນຕະຫລອດໄປເຖີດ. ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າເອີຍ ໂຜດອວຍພອນບັນດາປະໂຣຫິດຂອງພຣະອົງໃນທຸກໆສິ່ງທີ່ພວກເຂົາເຮັດ ແລະໂຜດໃຫ້ປະຊາຊົນຂອງພຣະອົງຊົມຊື່ນຍິນດີ ຍ້ອນຄຸນຄວາມດີຂອງພຣະອົງທີ່ມີຕໍ່ພວກເຂົານັ້ນ.
42
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າເອີຍ ໂຜດຢ່າໄດ້ປະຖິ້ມກະສັດທີ່ພຣະອົງໄດ້ເລືອກເອົາເລີຍ. ໂຜດຈົດຈຳຄວາມຮັກທີ່ພຣະອົງໄດ້ມີຕໍ່ດາວິດຜູ້ຮັບໃຊ້ຂອງພຣະອົງແດ່ທ້ອນ.”
← Chapter 5
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 7 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36