bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 32
2 Chronicles 32
Lao Bible 2012 (ພຣະຄຳພີສັກສິ)
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 33 →
1
ຫລັງຈາກທີ່ກະສັດເຮເຊກີຢາໄດ້ຮັບໃຊ້ພຣະເຈົ້າຢ່າງສັດຊື່ ຕາມທີ່ກ່າວມາແລ້ວນັ້ນ; ກະສັດເຊັນນາເກຣິບແຫ່ງອັດຊີເຣຍ ກໍໄດ້ມາຮຸກຮານອານາຈັກຢູດາຍ. ເພິ່ນໄດ້ປິດລ້ອມເມືອງຕ່າງໆທີ່ມີປ້ອມປ້ອງກັນ ແລະສັ່ງໃຫ້ກອງທັບຂອງເພິ່ນທະລຸກຳແພງເມືອງ.
2
ເມື່ອເຮເຊກີຢາເຫັນວ່າ ເຊັນນາເກຣິບຕັ້ງໃຈຈະໂຈມຕີນະຄອນເຢຣູຊາເລັມຄືກັນ
3
ເພິ່ນແລະບັນດາຂ້າຣາຊການຂອງເພິ່ນໄດ້ຕັດສິນໃຈ ຕັນບ່ອນລຳລຽງນໍ້າທີ່ນອກເມືອງ ເພື່ອບໍ່ໃຫ້ພວກອັດຊີເຣຍມີນໍ້າດື່ມ ເມື່ອພວກເຂົາຍົກທັບເຂົ້າມາໃກ້ນະຄອນເຢຣູຊາເລັມ. ດັ່ງນັ້ນ ບັນດາຂ້າຣາຊການຈຶ່ງນຳປະຊາຊົນຈຳນວນຫລວງຫລາຍ ໄປຖົມບໍ່ນໍ້າທັງໝົດເພື່ອບໍ່ໃຫ້ມີນໍ້າໄຫລອອກມາ.
5
ກະສັດຍັງໄດ້ສ້ອມແປງກຳແພງປ້ອງກັນເມືອງໃຫ້ເຂັ້ມແຂງຂຶ້ນ ໂດຍສ້າງຫໍຄອຍໄວ້ຕາມເທິງກຳແພງ ແລະກໍ່ສ້າງກຳແພງຮອບນອກອີກ. ນອກຈາກນີ້ ເພິ່ນຍັງໄດ້ສ້ອມແປງບ່ອນປ້ອງກັນທີ່ມີຢູ່ທົ່ວໄປ ທາງດ້ານທິດຕາເວັນອອກຂອງນະຄອນເຢຣູຊາເລັມ ຕາມບໍລິເວນທີ່ເກົ່າແກ່. ເພິ່ນຍັງເຮັດຫອກແລະໂລ້ເປັນຈຳນວນຫລວງຫລາຍໄວ້ອີກ.
6
ເພິ່ນໄດ້ເກນຜູ້ຊາຍໃນນະຄອນທຸກຄົນໃຫ້ເຂົ້າປະຈຳການ ໂດຍໃຫ້ຢູ່ໃຕ້ການບັນຊາຂອງນາຍທະຫານໃນກອງທັບ ແລະເອີ້ນພວກເຂົາໃຫ້ມາປະຊຸມກັນທີ່ສີ່ແຍກໃຈກາງເມືອງ. ແລ້ວເພິ່ນກໍໄດ້ກ່າວໜູນໃຈພວກເຂົາວ່າ,
7
“ຈົ່ງເດັດດ່ຽວແລະກ້າຫານ ແລະຢ່າສູ່ຢ້ານຈັກກະພັດອັດຊີເຣຍ ຫລືກອງທັບທີ່ລາວນຳມາ. ພວກເຮົາມີອຳນາດຫລາຍກວ່າພວກເຂົາ.
8
ພວກເຂົາມີອຳນາດຂອງມະນຸດ ແຕ່ພວກເຮົາມີພຣະເຈົ້າຢາເວ ພຣະເຈົ້າຂອງພວກເຮົາຊ່ວຍເຫຼືອ ແລະຕໍ່ສູ້ເພື່ອພວກເຮົາ.” ເມື່ອໄດ້ຍິນຖ້ອຍຄຳທີ່ກະສັດຂອງພວກເຂົາກ່າວ ປະຊາຊົນກໍມີກຳລັງໃຈຂຶ້ນ.
9
ຕໍ່ມາ ຂະນະທີ່ກະສັດເຊັນນາເກຣິບແຫ່ງອັດຊີເຣຍແລະກອງທັບຂອງຕົນຍັງຢູ່ທີ່ເມືອງລາກິດ ເພິ່ນໄດ້ສົ່ງສານມາຫາກະສັດເຮເຊກີຢາ ແລະປະຊາຊົນຊາວຢູດາ ທີ່ອາໄສຢູ່ໃນນະຄອນເຢຣູຊາເລັມກັບເພິ່ນ ໂດຍມີຖ້ອຍຄຳດັ່ງນີ້:
10
“ຂ້າພະເຈົ້າ ກະສັດເຊັນນາເກຣິບແຫ່ງອັດຊີເຣຍ ຂໍຖາມວ່າ ແມ່ນສິ່ງໃດທີ່ເຮັດໃຫ້ພວກເຈົ້າໝັ້ນໃຈ ຍັງຢູ່ໃນນະຄອນເຢຣູຊາເລັມທີ່ຖືກປິດລ້ອມນີ້.
11
ເຮເຊກີຢາບອກພວກເຈົ້າວ່າ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າຈະຊ່ວຍເອົາພວກເຈົ້າ ໃຫ້ພົ້ນຈາກອຳນາດຂອງພວກເຮົາ, ແຕ່ເຮເຊກີຢາກຳລັງຫລອກລວງພວກເຈົ້າ ແລະຈະພາພວກເຈົ້າຕາຍຍ້ອນອຶດເຂົ້າແລະຫິວນໍ້າ.
12
ລາວເປັນຜູ້ທີ່ທຳລາຍສະຖານທີ່ສູງ ແລະແທ່ນບູຊາຕ່າງໆຂອງພຣະອົງ ແຕ່ແລ້ວລາວກໍບອກປະຊາຊົນຊາວຢູດາກັບຊາວນະຄອນເຢຣູຊາເລັມ ນະມັດສະການ ແລະເຜົາຖວາຍບູຊາທີ່ເທິງແທ່ນບູຊາພຽງແຫ່ງດຽວ.
13
ພວກເຈົ້າບໍ່ຮູ້ບໍວ່າ ບັນພະບຸລຸດຂອງເຮົາແລະເຮົາເອງ ໄດ້ເຮັດຕໍ່ຊົນຊາດອື່ນຢ່າງໃດ? ພະຂອງຊົນຊາດອື່ນໆຊ່ວຍປະຊາຊົນຂອງພວກເຂົາ ໃຫ້ພົ້ນຈາກກຳມືຂອງຂ້ອຍໄດ້ບໍ?
14
ພະທັງໝົດຂອງຊົນຊາດເຫຼົ່ານັ້ນເຄີຍຊ່ວຍປະເທດຂອງຕົນ ຈາກພວກເຮົາເມື່ອໃດ? ແລ້ວແມ່ນຫຍັງທີ່ເຮັດໃຫ້ພວກເຈົ້າຄິດວ່າພຣະເຈົ້າຂອງພວກເຈົ້າຊ່ວຍພວກເຈົ້າພົ້ນຈາກກຳມືຂອງຂ້ອຍໄດ້?
15
ບັດນີ້ ຢ່າປ່ອຍໃຫ້ເຮເຊກີຢາຫລອກລວງ ຫລືນຳພາພວກເຈົ້າໄປໃນທາງຜິດຢ່າງນັ້ນເລີຍ. ຢ່າສູ່ເຊື່ອລາວ ບໍ່ມີພະຂອງຊົນຊາດໃດດອກ ທີ່ສາມາດຊ່ວຍປະຊາຊົນຂອງຕົນ ຈາກມືຂອງຂ້ອຍແລະຈາກມືຂອງບັນພະບຸລຸດຂອງຂ້ອຍໄດ້. ສະນັ້ນ ຈຶ່ງແນ່ນອນທີ່ສຸດວ່າ ພຣະເຈົ້າຂອງພວກເຈົ້າກໍຊ່ວຍພວກເຈົ້າໃຫ້ພົ້ນຈາກກຳມືຂອງຂ້ອຍບໍ່ໄດ້ຄືກັນ.”
16
ບັນດາຂ້າຣາຊການອັດຊີເຣຍເວົ້າສິ່ງທີ່ຕໍ່າຊ້າຕໍ່ສູ້ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ແລະຕໍ່ສູ້ກະສັດເຮເຊກີຢາຜູ້ຮັບໃຊ້ຂອງພຣະອົງ.
17
ເພິ່ນຍັງໄດ້ຂຽນຈົດໝາຍໝິ່ນປະໝາດພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ມີຖ້ອຍຄຳຕໍ່ສູ້ພຣະອົງວ່າ, “ພະຂອງຊົນຊາດອື່ນນັ້ນຊ່ວຍປະຊາຊົນຂອງຕົນໃຫ້ພົ້ນຈາກກຳມືຂອງເຮົາບໍ່ໄດ້ຢ່າງໃດ ແລະພຣະເຈົ້າຂອງເຮເຊກີຢາຈະຊ່ວຍປະຊາຊົນຂອງຕົນໃຫ້ພົ້ນຈາກກຳມືຂອງເຮົາບໍ່ໄດ້ຢ່າງນັ້ນ.”
18
ຂ້າຣາຊການໄດ້ຮ້ອງກ່າວຖ້ອຍຄຳເຫຼົ່ານີ້ເປັນພາສາເຮັບເຣີ ໃສ່ປະຊາຊົນນະຄອນເຢຣູຊາເລັມທີ່ຢູ່ເທິງກຳແພງເມືອງ ເພື່ອນາບຂູ່ໃຫ້ຢ້ານ ແລະໃຫ້ເສຍກຳລັງໃຈ; ແລ້ວພວກເຂົາກໍຈະເຂົ້າຢຶດເມືອງໄດ້ຢ່າງງ່າຍດາຍ.
19
ພວກເຂົາໄດ້ເວົ້າໃສ່ພຣະເຈົ້າຂອງຊາວນະຄອນເຢຣູຊາເລັມ ຢ່າງດຽວກັບບັນດາພະຂອງຊົນຊາດອື່ນ ຄືພະເປັນຮູບປັ້ນທີ່ມືມະນຸດໄດ້ສ້າງຂຶ້ນ.
20
ແລ້ວກະສັດເຮເຊກີຢາແລະຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດ ກໍໄດ້ພາວັນນາອະທິຖານໃນເລື່ອງນັ້ນແລະຮ້ອງໄຫ້ສູ່ສະຫວັນ.
21
ພຣະເຈົ້າຢາເວຈຶ່ງໃຊ້ເທວະດາຕົນໜຶ່ງມາຂ້າທະຫານ ແລະນາຍທະຫານຂອງກອງທັບອັດຊີເຣຍ. ສະນັ້ນ ກະສັດແຫ່ງອັດຊີເຣຍຈຶ່ງໄດ້ກັບຄືນເມືອປະເທດຢ່າງອັບອາຍຂາຍໜ້າ. ມື້ໜຶ່ງ ເມື່ອເພິ່ນຍັງຢູ່ໃນວິຫານພະຂອງເພິ່ນ ລູກຊາຍເພິ່ນບາງຄົນໄດ້ໃຊ້ດາບສັງຫານເພິ່ນເສຍ.
22
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ຊ່ວຍກູ້ເອົາກະສັດເຮເຊກີຢາ ແລະປະຊາຊົນຊາວອິດສະຣາເອນຈາກກຳມືຂອງເຊັນນາເກຣິບ ກະສັດແຫ່ງອັດຊີເຣຍ ແລະຈາກເຫຼົ່າສັດຕູອື່ນໆອີກຂອງເພິ່ນ. ພຣະອົງໄດ້ເຮັດໃຫ້ປະຊາຊົນຢູ່ຢ່າງສະຫງົບສຸກ ກັບປະເທດໃກ້ຄຽງ.
23
ມີຫລາຍຄົນໄດ້ມາທີ່ນະຄອນເຢຣູຊາເລັມ ເພື່ອນຳເຄື່ອງຂອງມາຖວາຍແກ່ພຣະເຈົ້າຢາເວ ພ້ອມທັງນຳຂອງຂວັນມາໃຫ້ເຮເຊກີຢາດ້ວຍ; ສະນັ້ນ ຕັ້ງແຕ່ນັ້ນມາ ຊົນຊາດທັງຫລາຍຈຶ່ງຍ້ອງຍໍໃຫ້ກຽດເຮເຊກີຢາ.
24
ໃນເວລານັ້ນ ກະສັດເຮເຊກີຢາໄດ້ເຈັບປ່ວຍໜັກ ເກືອບຈະສິ້ນໃຈຕາຍ. ເພິ່ນຈຶ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ແລະພຣະອົງໄດ້ຕອບເພິ່ນໂດຍສຳແດງໝາຍສຳຄັນໃຫ້ຮູ້ວ່າເພິ່ນຈະດີ.
25
ແຕ່ເຮເຊກີຢາມີໃຈຈອງຫອງຂຶ້ນ, ເພິ່ນຈຶ່ງບໍ່ໄດ້ສະແດງຄວາມຮູ້ບຸນຄຸນໃນສິ່ງທີ່ເພິ່ນໄດ້ຮັບ, ຄວາມໂກດຮ້າຍຂອງພຣະອົງຈຶ່ງລົງມາເທິງເພິ່ນ, ເທິງຢູດາຍພ້ອມນະຄອນເຢຣູຊາເລັມກໍໄດ້ຮັບຄວາມລຳບາກ.
26
ແຕ່ໃນທີ່ສຸດ ເຮເຊກີຢາແລະປະຊາຊົນຊາວນະຄອນເຢຣູຊາເລັມ ໄດ້ຖ່ອມຕົວລົງ; ສະນັ້ນ ພຣະເຈົ້າຢາເວຈຶ່ງບໍ່ໄດ້ລົງໂທດປະຊາຊົນ ຈົນກວ່າເຮເຊກີຢາໄດ້ຕາຍໄປ.
27
ກະສັດເຮເຊກີຢາໄດ້ກາຍເປັນຜູ້ຮັ່ງມີ ແລະທຸກຄົນກໍຍ້ອງຍໍໃຫ້ກຽດເພິ່ນ. ເພິ່ນໄດ້ສ້າງຫ້ອງມ້ຽນຊັບສົມບັດທັງຫລາຍຄື ເງິນ, ຄຳ, ແກ້ວປະເສີດ, ເຄື່ອງເທດ, ໂລ້ ແລະຂອງມີຄ່າອື່ນໆ.
28
ນອກຈາກນີ້ ເພິ່ນຍັງສ້າງຫ້ອງມ້ຽນເຂົ້າ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ; ສ້າງຄອກງົວແລະຄອກແກະ.
29
ນອກເໜືອຈາກສິ່ງເຫຼົ່ານີ້ທັງໝົດ ພຣະເຈົ້າຍັງໃຫ້ເພິ່ນມີແກະ ແລະງົວຢ່າງຫລວງຫລາຍຕື່ມ ແລະຊັບສົມບັດອື່ນໆອີກມາກມາຍ ຈົນເພິ່ນສ້າງຫລາຍເມືອງຂຶ້ນໃໝ່.
30
ແມ່ນກະສັດເຮເຊກີຢາ ທີ່ເປັນຜູ້ອັດຮູນໍ້າທີ່ໄຫລໄປສູ່ເມືອງກີໂຮນ ແລະເຮັດຮູນໍ້າໃຫ້ໄຫລໄປຕາມອຸບມຸງ ຜ່ານກຳແພງຂອງນະຄອນເຢຣູຊາເລັມ. ເຮເຊກີຢາໄດ້ເຮັດທຸກສິ່ງເປັນຜົນສຳເລັດ
31
ແລະແມ່ນແຕ່ຄະນະທູດຊາວບາບີໂລນກໍຍັງມາສອບຖາມເພິ່ນ ກ່ຽວກັບເຫດການອັນເປັນໝາຍສຳຄັນທີ່ເກີດຂຶ້ນໃນດິນແດນຂອງເພິ່ນ. ພຣະເຈົ້າໄດ້ປ່ອຍໃຫ້ເພິ່ນດຳເນີນການໂດຍຕົນເອງ ເພື່ອລອງເບິ່ງນິໄສໃຈຄໍຂອງເພິ່ນ.
32
ສິ່ງອື່ນໆອີກທີ່ກະສັດເຮເຊກີຢາໄດ້ເຮັດ ຕະຫລອດທັງການດີທັງຫລາຍຂອງເພິ່ນແມ່ນໄດ້ຖືກບັນທຶກໄວ້ໃນ ໜັງສືນິມິດຂອງຜູ້ທຳນວາຍເອຊາຢາລູກຊາຍຂອງອາໂມດ ແລະໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍແລະອິດສະຣາເອນ.
33
ເຮເຊກີຢາໄດ້ຕາຍໄປແລະຖືກຝັງໄວ້ທີ່ສ່ວນເທິງຂອງອຸບມຸງແຫ່ງກະສັດ. ປະຊາຊົນທັງໝົດໃນຢູດາຍແລະຊາວເຢຣູຊາເລັມໄດ້ເທີດທູນໃຫ້ກຽດເພິ່ນຢ່າງສູງເມື່ອເພິ່ນຕາຍໄປ. ແລ້ວເຈົ້າມານາເຊລູກຊາຍຂອງເພິ່ນກໍຂຶ້ນປົກຄອງແທນ.
← Chapter 31
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 33 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36