bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 12
2 Chronicles 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 13 →
1
ພໍເຣໂຫໂບອາມໄດ້ຂຶ້ນຄອງອຳນາດເປັນກະສັດແລ້ວ ເພິ່ນເອງແລະປະຊາຊົນກໍໄດ້ປະຖິ້ມກົດບັນຍັດຂອງພຣະເຈົ້າຢາເວ.
2
ໃນຣາຊການປີທີຫ້າຂອງເຣໂຫໂບອາມ ພຣະເຈົ້າຢາເວໄດ້ລົງໂທດເພິ່ນຍ້ອນເພິ່ນບໍ່ສັດຊື່ຕໍ່ພຣະອົງ. ກະສັດຊີຊາກແຫ່ງເອຢິບໄດ້ບຸກໂຈມຕີນະຄອນເຢຣູຊາເລັມ
3
ໂດຍມີກອງທັບທີ່ປະກອບດ້ວຍລົດຮົບ ໜຶ່ງພັນສອງຮ້ອຍຄັນ, ທະຫານມ້າຫົກສິບພັນຄົນ ແລະທະຫານຫລາຍເກີນກວ່າທີ່ຈະນັບໄດ້ຄືມີທະຫານເອຢິບ, ລີເບຍ, ສຸກກິດ ແລະເອທີໂອເປຍຮ່ວມຢູ່ດ້ວຍ.
4
ເພິ່ນໄດ້ຢຶດເມືອງຕ່າງໆທີ່ມີປ້ອມປ້ອງກັນໃນຢູດາຍ ແລະບຸກໜ້າໄປຈົນເຖິງນະຄອນເຢຣູຊາເລັມ.
5
ຜູ້ທຳນວາຍເຊມາອີຢາໄດ້ເຂົ້າໄປພົບກະສັດເຣໂຫໂບອາມ ພ້ອມກັບບັນດາຜູ້ນຳຊາວຢູດາ ທີ່ໄດ້ມາເຕົ້າໂຮມກັນທີ່ນະຄອນເຢຣູຊາເລັມ ຍ້ອນປົບໜີຈາກກະສັດຊີຊາກ. ເພິ່ນໄດ້ກ່າວແກ່ພວກເຂົາວ່າ, “ຕໍ່ໄປນີ້ແມ່ນຖ້ອຍຄຳຂອງພຣະເຈົ້າຢາເວສຳລັບພວກທ່ານ: ‘ພວກເຈົ້າໄດ້ປະຖິ້ມເຮົາ; ສະນັ້ນ ເຮົາຈຶ່ງຈະປະຖິ້ມພວກເຈົ້າໃຫ້ຊີຊາກຄືກັນ.”’
6
ກະສັດແລະພວກຜູ້ນຳທັງຫລາຍໄດ້ຍອມຮັບວ່າພວກຕົນໄດ້ເຮັດບາບ ແລະພວກເຂົາເວົ້າວ່າ, “ສິ່ງທີ່ພຣະເຈົ້າຢາເວກຳລັງເຮັດຢູ່ນີ້ເປັນການຖືກຕ້ອງ.”
7
ເມື່ອພຣະເຈົ້າຢາເວໄດ້ເຫັນເຊັ່ນນີ້ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງເຊມາອີຢາ ກ່າວວ່າ, “ຍ້ອນພວກເຂົາໄດ້ຍອມຮັບວ່າພວກເຂົາໄດ້ເຮັດບາບ ເຮົາຈະບໍ່ທຳລາຍພວກເຂົາ, ແຕ່ເມື່ອຊີຊາກເຂົ້າມາໂຈມຕີ ພວກເຂົາຈະລອດຊີວິດໄປໄດ້ຍາກເຕັມທີ. ນະຄອນເຢຣູຊາເລັມຈະບໍ່ໄດ້ຮັບຄວາມໂກດຮ້າຍຂອງເຮົາຢ່າງເຕັມຂະໜາດ.
8
ແຕ່ຊີຊາກຈະເອົາຊະນະພວກເຂົາ ແລະພວກເຂົາກໍຈະໄດ້ຮຽນຮູ້ເຖິງຄວາມແຕກຕ່າງ ລະຫວ່າງການຮັບໃຊ້ເຮົາ ແລະການຮັບໃຊ້ບັນດາຜູ້ປົກຄອງຂອງໂລກນີ້.”
9
ກະສັດຊີຊາກໄດ້ມາທີ່ນະຄອນເຢຣູຊາເລັມ ແລະກວາດເອົາຊັບສົມບັດຢູ່ໃນວິຫານຂອງພຣະເຈົ້າຢາເວແລະຣາຊວັງໄປຈົນໝົດ. ເພິ່ນໄດ້ກວາດເອົາທຸກສິ່ງ ລວມທັງໂລ້ຄຳຂອງກະສັດໂຊໂລໂມນທີ່ໄດ້ເຮັດໄວ້.
10
ຕໍ່ມາ ກະສັດເຣໂຫໂບອາມໄດ້ເຮັດໂລ້ເປັນທອງສຳຣິດມາໄວ້ແທນ ແລະມອບໃຫ້ທະຫານທີ່ເຝົ້າຍາມປະຕູຣາຊວັງເປັນຜູ້ເບິ່ງແຍງ.
11
ເມື່ອໃດທີ່ກະສັດເຂົ້າໄປໃນວິຫານຂອງພຣະເຈົ້າຢາເວ, ເມື່ອນັ້ນຄົນເຝົ້າຍາມປະຕູກໍຈະຖືໂລ້; ຫຼັງຈາກນັ້ນ ກໍຈະນຳໄປໄວ້ໃນຫ້ອງທະຫານຍາມຄືເກົ່າ.
12
ຍ້ອນເພິ່ນຍອມຈຳນົນແກ່ພຣະເຈົ້າຢາເວ ພຣະອົງຈຶ່ງບໍ່ໂກດຮ້າຍເພິ່ນຮຸນແຮງຈົນຕ້ອງທຳລາຍເພິ່ນ ແລະເຫດການໃນຢູດາຍຈຶ່ງເປັນໄປໂດຍດີ.
13
ເຈົ້າເຣໂຫໂບອາມໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ແລະເປັນກະສັດທີ່ມີອຳນາດໝັ້ນຄົງດີ. ເພິ່ນໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ສີ່ສິບເອັດປີ ແລະໄດ້ປົກຄອງເປັນເວລາສິບເຈັດປີ ຢູ່ທີ່ນະຄອນເຢຣູຊາເລັມ, ເມືອງທີ່ພຣະເຈົ້າຢາເວໄດ້ເລືອກເອົາຈາກເຂດແດນທັງໝົດໃນຊາດອິດສະຣາເອນ ເພື່ອໃຫ້ນາມຊື່ຂອງພຣະອົງຕັ້ງຢູ່ທີ່ນັ້ນ. ແມ່ຂອງກະສັດເຣໂຫໂບອາມຊື່ວ່ານາອາມາຈາກດິນແດນອຳໂມນ.
14
ເພິ່ນໄດ້ເຮັດໃນສິ່ງທີ່ຊົ່ວຊ້າ ເພາະເພິ່ນບໍ່ໄດ້ເອົາໃຈໃສ່ເຮັດຕາມຄວາມປະສົງຂອງພຣະເຈົ້າຢາເວ.
15
ປະຫວັດຂອງກະສັດເຣໂຫໂບອາມພ້ອມຄອບຄົວ ຕັ້ງແຕ່ຕົ້ນຈົນຈົບແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງຜູ້ທຳນວາຍເຊມາອີຢາ ແລະ ປຶ້ມປະຫວັດສາດຂອງຜູ້ທຳນວາຍອິດໂດ. ເຣໂຫໂບອາມແລະເຢໂຣໂບອາມໄດ້ເຮັດເສິກກັນມາຕະຫລອດ.
16
ເຣໂຫໂບອາມໄດ້ຕາຍໄປ ແລະໄດ້ຖືກຝັງໄວ້ ທີ່ອຸບມຸງແຫ່ງກະສັດໃນເມືອງຂອງດາວິດ. ແລ້ວອາບີຢາ ລູກຊາຍຂອງເພິ່ນກໍໄດ້ຂຶ້ນປົກຄອງແທນ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36