bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 9
2 Chronicles 9
Lao Bible 2012 (ພຣະຄຳພີສັກສິ)
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 10 →
1
ຣາຊີນີແຫ່ງເຊບາໄດ້ຍິນເຖິງຊື່ສຽງຂອງກະສັດໂຊໂລໂມນ; ສະນັ້ນ ຣາຊີນີຈຶ່ງໄດ້ເດີນທາງມາທີ່ນະຄອນເຢຣູຊາເລັມ ເພື່ອຖາມເຖິງບັນຫາທີ່ຍາກຫລາຍບັນຫາເພື່ອເປັນການທົດສອບ. ມີຄະນະຜູ້ຕິດຕາມຣາຊີນີມາຢ່າງຫລວງຫລາຍ ພ້ອມທັງນຳເອົາເຄື່ອງເທດ, ເພັດພອຍແລະຄຳ ເປັນຈຳນວນຫລວງຫລາຍຂົນໃສ່ຫລັງອູດມາດ້ວຍ. ເມື່ອຣາຊີນີໄດ້ພົບກັບໂຊໂລໂມນ ຣາຊີນີກໍໄດ້ຖາມເພິ່ນທຸກບັນຫາທີ່ຣາຊີນີສາມາດຄິດໄດ້.
2
ເພິ່ນໄດ້ຕອບຣາຊີນີທຸກບັນຫາ; ບໍ່ມີບັນຫາໃດຍາກເກີນກວ່າທີ່ເພິ່ນຈະອະທິບາຍບໍ່ໄດ້.
3
ຣາຊີນີແຫ່ງເຊບາໄດ້ຍິນເຖິງປັນຍາຂອງກະສັດໂຊໂລໂມນ ແລະເຫັນຣາຊວັງທີ່ເພິ່ນໄດ້ສ້າງ.
4
ຣາຊີນີໄດ້ເຫັນອາຫານທີ່ເທິງໂຕະຂອງເພິ່ນ, ທີ່ພັກອາໄສຂອງບັນດາຂ້າຣາຊການຂອງເພິ່ນ, ການຈັດຕັ້ງຕ່າງໆຂອງພະນັກງານໃນພະຣາຊວັງ ແລະເຄື່ອງແບບທີ່ພວກເຂົາໃສ່, ເຄື່ອງນຸ່ງຫົ່ມຂອງຄົນຮັບໃຊ້ທີ່ຢືນລໍບໍລິການໃນງານຕ່າງໆ ແລະເຄື່ອງບູຊາທີ່ເພິ່ນໄດ້ຖວາຍ ໃນວິຫານຂອງພຣະເຈົ້າຢາເວ. ສິ່ງທັງໝົດນີ້ເຮັດໃຫ້ຣາຊີນີປະທັບໃຈຫລາຍທີ່ສຸດ.
5
ຣາຊີນີກ່າວຕໍ່ກະສັດວ່າ, “ຄຳເລົ່າລືທີ່ຂ້ານ້ອຍໄດ້ຍິນທີ່ປະເທດຂອງຂ້ານ້ອຍກ່ຽວກັບທ່ານ ແລະປັນຍາຂອງທ່ານນັ້ນກໍເປັນຄວາມຈິງແທ້ທຸກຢ່າງ
6
ຂ້ານ້ອຍບໍ່ໄດ້ເຊື່ອຄຳບອກເລົ່າຂອງພວກເຂົາ ຈົນກວ່າຂ້ານ້ອຍໄດ້ມາເຫັນໂດຍຕົນເອງ. ສິ່ງທີ່ຂ້ານ້ອຍໄດ້ຍິນມານັ້ນ ບໍ່ຮອດເຄິ່ງໜຶ່ງຂອງປັນຍາຂອງທ່ານເລີຍ. ທ່ານສະຫລຽວສະຫລາດຫລາຍກວ່າທີ່ພວກເຂົາໄດ້ເວົ້າມາ.
7
ພະນັກງານຜູ້ທີ່ຮັບໃຊ້ທ່ານນັ້ນກໍມີຄວາມສຸກທີ່ໄດ້ເຂົ້າພົບທ່ານ ແລະໄດ້ຮັບສິດພິເສດ ຟັງຖ້ອຍຄຳອັນສະຫລຽວສະຫລາດຂອງທ່ານກໍມີຄວາມສຸກຫລາຍ
8
ສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ພຣະອົງສຳແດງໃຫ້ທ່ານເຫັນວ່າ ພຣະອົງພໍໃຈໃນຕົວທ່ານຫລາຍສໍ່າໃດຈຶ່ງແຕ່ງຕັ້ງທ່ານໃຫ້ເປັນກະສັດສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ເພາະພຣະເຈົ້າຂອງທ່ານຮັກປະຊາຊົນອິດສະຣາເອນຂອງພຣະອົງ ແລະຢາກຈະຮັກສາພວກເຂົາໄວ້ຕະຫລອດໄປ ພຣະອົງຈຶ່ງໄດ້ແຕ່ງຕັ້ງທ່ານໃຫ້ເປັນກະສັດ ເພື່ອຖືຮັກສາກົດບັນຍັດແລະຄວາມຍຸດຕິທຳໄວ້.”
9
ຣາຊີນີແຫ່ງເຊບາໄດ້ມອບສິ່ງຂອງຕ່າງໆທີ່ໄດ້ນຳມານັ້ນໃຫ້ແກ່ໂຊໂລໂມນ ດັ່ງນີ້: ຄຳປະມານສີ່ໂຕນ, ເຄື່ອງເທດຈຳນວນຫລວງຫລາຍ ແລະເພັດພອຍ. ຍັງບໍ່ເຄີຍມີເຄື່ອງເທດໃດໆທີ່ດີເທົ່າທຽມກັບຂອງຣາຊີນີແຫ່ງເຊບາ ໄດ້ນຳມາມອບໃຫ້ໂຊໂລໂມນ.
10
ຄົນຂອງກະສັດຮີຣາມ ແລະຂອງກະສັດໂຊໂລໂມນ ຍັງໄດ້ນຳຄຳມາຈາກໂອເຟຍ ແລະທັງໄດ້ນຳເອົາໄມ້ຈັນ ແລະເພັດພອຍມາດ້ວຍ.
11
ກະສັດໂຊໂລໂມນໄດ້ໃຊ້ໄມ້ນັ້ນເຮັດຂັ້ນໄດວິຫານຂອງພຣະເຈົ້າຢາເວ ແລະເຮັດວັງຂອງເພິ່ນເອງ ທັງເຮັດພິນນ້ອຍ ແລະພິນໃຫຍ່ໃຫ້ພວກນັກດົນຕຼີ. ໃນດິນແດນແຫ່ງຢູດາຍບໍ່ເຄີຍເຫັນເຊັ່ນນີ້ມາກ່ອນເລີຍ.
12
ກະສັດໂຊໂລໂມນໄດ້ມອບທຸກສິ່ງໃຫ້ຕາມທີ່ຣາຊີນີແຫ່ງເຊບາຂໍຮ້ອງ. ອັນນີ້ບໍ່ໄດ້ນັບສິ່ງທີ່ເພິ່ນໃຫ້ຕອບແທນຂອງຕ້ອນ ທີ່ນາງນຳມາມອບໃຫ້ເພິ່ນ. ແລ້ວຣາຊີນີພ້ອມຄະນະຜູ້ຕິດຕາມ ກໍກັບຄືນເມືອສູ່ດິນແດນແຫ່ງເຊບາ.
13
ທຸກໆປີໃດກະສັດໂຊໂລໂມນໄດ້ຮັບຄຳໜັກກວ່າຊາວຫ້າໂຕນ
14
ໂດຍບໍ່ນັບລາຍໄດ້ທີ່ເກັບພາສີຈາກພວກພໍ່ຄ້າ. ບັນດາກະສັດແຫ່ງອາຣາເບຍແລະຜູ້ປົກຄອງເມືອງຕ່າງໆໃນອິດສະຣາເອນ ໄດ້ນຳຄຳແລະເງິນມາມອບໃຫ້ເພິ່ນຄືກັນ.
15
ກະສັດໂຊໂລໂມນໄດ້ເຮັດໂລ້ໃຫຍ່ ສອງຮ້ອຍອັນ ແຕ່ລະອັນເຄືອບດ້ວຍຄຳໜັກປະມານຫົກກິໂລກຼາມ
16
ກັບເຮັດໂລ້ນ້ອຍສາມຮ້ອຍອັນ ແຕ່ລະອັນເຄືອບດ້ວຍຄຳໜັກປະມານສາມກິໂລກຼາມ. ເພິ່ນເອົາໂລ້ທັງໝົດນັ້ນໄປວາງໄວ້ທີ່ຫ້ອງໂຖງແຫ່ງດົງເລບານອນ.
17
ກະສັດຍັງໄດ້ເຮັດບັນລັງທີ່ກວ້າງໃຫຍ່ດ້ວຍ. ບາງສ່ວນຂອງບັນລັງນັ້ນເຮັດດ້ວຍງາຊ້າງ ແລະນອກນັ້ນໂອບດ້ວຍຄຳບໍຣິສຸດ.
18
ບັນລັງນັ້ນມີຂັ້ນໄດຫົກຂັ້ນ ແລະມີອັນຮອງຕີນທີ່ໂອບດ້ວຍຄຳ. ແຕ່ລະຂ້າງຂອງບັນລັງມີອັນຮອງແຂນ ແລະມີຮູບໂຕສິງຢືນຢູ່ແຕ່ລະຂ້າງ.
19
ມີຮູບໂຕສິງສິບສອງໂຕຢູ່ເທິງຂັ້ນໄດນັ້ນ ຄືແຕ່ລະຂັ້ນມີຮູບສິງແຕ່ລະຂ້າງ. ບໍ່ເຄີຍມີບັນລັງໃດເປັນເຊັ່ນນີ້ຢູ່ໃນຣາຊອານາຈັກອື່ນໆເລີຍ.
20
ຈອກທີ່ໂຊໂລໂມນໃຊ້ດື່ມເຮັດດ້ວຍຄຳທັງໝົດ ແລະເຄື່ອງໃຊ້ທັງໝົດໃນຫ້ອງໂຖງແຫ່ງດົງເລບານອນ ກໍເຮັດດ້ວຍຄຳບໍຣິສຸດທັງໝົດ. ໃນສະໄໝຂອງໂຊໂລໂມນນັ້ນ ເງິນຖືວ່າເປັນຂອງບໍ່ມີຄ່າ.
21
ເພິ່ນໄດ້ມີຂະບວນເຮືອແລ່ນທາງທະເລ ຮ່ວມກັບຂະບວນເຮືອຂອງກະສັດຮີຣາມ. ທຸກໆສາມປີໃດຂະບວນເຮືອເຫຼົ່ານີ້ ຈະກັບມາພ້ອມທັງນຳເອົາຄຳ, ເງິນ, ງາຊ້າງ, ລີງໃຫຍ່ ແລະລີງນ້ອຍມາດ້ວຍ.
22
ກະສັດໂຊໂລໂມນໄດ້ຮັ່ງມີແລະສະຫລຽວສະຫລາດກວ່າກະສັດທັງໝົດໃນໂລກ.
23
ບັນດາກະສັດທັງຫລາຍໄດ້ມາຂໍຄຳປຶກສາກັບເພິ່ນ ເພື່ອຟັງປັນຍາທີ່ພຣະເຈົ້າໄດ້ໃຫ້ແກ່ເພິ່ນ.
24
ກະສັດແຕ່ລະຄົນໄດ້ນຳສິ່ງຂອງມາມອບໃຫ້ໂຊໂລໂມນ ດັ່ງນີ້: ເຄື່ອງໃຊ້ທີ່ເຮັດດ້ວຍເງິນແລະຄຳ, ເສື້ອຜ້າ, ອາວຸດ, ເຄື່ອງເທດ, ມ້າແລະລໍ. ເຫດການເຊັ່ນນີ້ໄດ້ສືບຕໍ່ມາທຸກໆປີ.
25
ກະສັດໂຊໂລໂມນມີບ່ອນໄວ້ລົດຮົບແລະມ້າສີ່ພັນບ່ອນ ແລະມີທະຫານມ້າສິບສອງພັນຄົນ. ເພິ່ນໄດ້ຮັກສາບາງສ່ວນໄວ້ຢູ່ໃນນະຄອນເຢຣູຊາເລັມ. ແລະສ່ວນທີ່ເຫຼືອນັ້ນເພິ່ນໄດ້ປະໄວ້ຢູ່ຕາມເມືອງອື່ນໆ.
26
ເພິ່ນໄດ້ເປັນຜູ້ປົກຄອງສູງສຸດເໜືອກະສັດທັງໝົດໃນເຂດແດນ ຕັ້ງແຕ່ແມ່ນໍ້າເອີຟຣັດເຖິງດິນແດນຟີລິດສະຕິນ ແລະຮອດຊາຍແດນຂອງປະເທດເອຢິບ.
27
ໃນຣາຊການຂອງເພິ່ນ ເງິນໃນນະຄອນເຢຣູຊາເລັມຖືເປັນຂອງທຳມະດາດັ່ງກ້ອນຫີນ ແລະໄມ້ແປກກໍມີເຕັມດັ່ງໄມ້ໝາກເດື່ອຕາມເນີນພູຂອງຢູດາຍ.
28
ໂຊໂລໂມນໄດ້ສັ່ງມ້າມາຈາກມຸຊະຣີ ແລະມາຈາກປະເທດອື່ນໆດ້ວຍ.
29
ປະຫວັດຂອງກະສັດໂຊໂລໂມນຕັ້ງແຕ່ຕົ້ນຈົນຈົບ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງຜູ້ທຳນວາຍນາທານ ໃນ ປຶ້ມຄຳທຳນວາຍຂອງອາຮີຢາແຫ່ງຊີໂລ ແລະໃນ ປຶ້ມນິມິດຂອງຜູ້ທຳນວາຍອິດໂດ ທີ່ກ່າວເຖິງຣາຊການຂອງກະສັດເຢໂຣໂບອາມ ລູກຊາຍຂອງເນບັດແຫ່ງອິດສະຣາເອນເຊັ່ນກັນ.
30
ໂຊໂລໂມນໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມທົ່ວອິດສະຣາເອນເປັນເວລາສີ່ສິບປີ.
31
ເພິ່ນໄດ້ຕາຍໄປ ແລະໄດ້ຖືກຝັງໄວ້ທີ່ເມືອງຂອງດາວິດ; ເຣໂຫໂບອາມ ລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
← Chapter 8
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 10 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36