bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 4
2 Chronicles 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 5 →
1
ກະສັດໂຊໂລໂມນມີແທ່ນບູຊາແທ່ນໜຶ່ງທີ່ເຮັດດ້ວຍທອງສຳຣິດ ຊຶ່ງແຕ່ລະຂ້າງແທກໄດ້ເກົ້າແມັດ ແລະສູງສີ່ແມັດເຄິ່ງ.
2
ເພິ່ນຍັງໄດ້ເຮັດຂັນເປັນທອງສຳຣິດເລິກສອງແມັດຊາວເຊັນ ແລະເສັ້ນຜ່ານກາງຍາວສີ່ແມັດສີ່ສິບເຊັນ ແລະລວງອ້ອມມີສິບສາມແມັດຊາວເຊັນ.
3
ທີ່ຂອບອ້ອມຮອບຂັນດ້ານນອກ ມີການຕົບແຕ່ງເປັນສອງແຖວ ຄືແຖວເທິງຢອງແຖວລຸ່ມ. ການຕົບແຕ່ງນີ້ແມ່ນໄດ້ຫລໍ່ຮູບງົວໃຫ້ເປັນເນື້ອດຽວກັນກັບຂັນ.
4
ຂັນນັ້ນຕັ້ງຢູ່ເທິງຫລັງງົວສິບສອງໂຕທີ່ຫລໍ່ເປັນທອງສຳຣິດ ໂດຍສາມໂຕໃດໄດ້ປິ່ນໜ້າໄປສູ່ແຕ່ລະທິດ.
5
ຂັນນັ້ນໜາເຈັດສິບຫ້າມີລີແມັດ. ຂອບຂອງຂັນຄືກັນກັບຂອບຂອງຈອກ ມັນໂຄ້ງອອກເໝືອນກີບດອກໄມ້. ຂັນນັ້ນບັນຈຸນໍ້າໄດ້ປະມານຫົກສິບພັນລິດ.
6
ພວກເຂົາໄດ້ເຮັດຂັນສິບໜ່ວຍ ຄືຫ້າໜ່ວຍຕັ້ງໄວ້ຢູ່ທາງດ້ານໃຕ້ຂອງພຣະວິຫານ ແລະອີກຫ້າໜ່ວຍຕັ້ງໄວ້ທາງດ້ານເໜືອຂອງພຣະວິຫານ. ຂັນເຫຼົ່ານີ້ມີໄວ້ເພື່ອລ້າງສ່ວນຕ່າງໆຂອງສັດທີ່ນຳມາເຜົາຖວາຍບູຊາ. ນໍ້າທີ່ຢູ່ໃນຖັງໃຫຍ່ແມ່ນໃຫ້ປະໂຣຫິດໃຊ້ສຳລັບຊຳລະລ້າງ.
7
ພວກເຂົາໄດ້ໃຊ້ຄຳເຮັດຕີນຮອງໂຄມໄຟສິບອັນ ຕາມແບບທີ່ໃຊ້ກັນທົ່ວໄປ ແລະໄດ້ນຳໄປວາງໄວ້ໃນຫ້ອງໂຖງຂອງພຣະວິຫານ, ຂ້າງຂວາຫ້າໜ່ວຍ ແລະຂ້າງຊ້າຍຫ້າໜ່ວຍ.
8
ພວກເຂົາໄດ້ເຮັດໂຕະ ສິບໜ່ວຍ ແລະໄດ້ນຳໄປຕັ້ງໄວ້ໃນຫ້ອງໂຖງຂອງພຣະວິຫານຄືກັນ ຂ້າງຂວາຫ້າໜ່ວຍ ແລະຂ້າງຊ້າຍຫ້າໜ່ວຍ. ພວກເຂົາຍັງໄດ້ເຮັດຖ້ວຍຄຳໜຶ່ງຮ້ອຍໃບ.
9
ພວກເຂົາໄດ້ເຮັດເດີ່ນຂ້າງໃນສຳລັບປະໂຣຫິດ ແລະເດີ່ນຂ້າງນອກໃຫ້ອີກດ້ວຍ. ປະຕູຂັ້ນລະຫວ່າງເດີ່ນທັງສອງນັ້ນເຮັດດ້ວຍທອງສຳຣິດ.
10
ສ່ວນຂັນນັ້ນໄດ້ຕັ້ງໄວ້ຢູ່ໃກ້ແຈ ທາງດ້ານຕາເວັນອອກສ່ຽງໃຕ້ຂອງພຣະວິຫານ.
11
ຮູຣາມຍັງໄດ້ເຮັດໝໍ້, ຊວ້ານ ແລະຖ້ວຍ. ລາວໄດ້ເຮັດໝົດທຸກສິ່ງທີ່ຕົນໄດ້ສັນຍາໄວ້ກັບກະສັດໂຊໂລໂມນວ່າ ຈະເຮັດໃຫ້ສຳເລັດສຳລັບວິຫານຂອງພຣະເຈົ້າ ມີດັ່ງນີ້:
12
ເສົາສອງຕົ້ນ ຍອດເສົາສອງອັນສຳລັບຄໍ້າເພດານທີ່ເປັນຮູບຖ້ວຍ, ລວດລາຍເທິງຍອດເສົາແຕ່ລະອັນເປັນຮູບລູກໂສ້,
13
ໝາກພີລາເປັນທອງສຳຣິດສີ່ຮ້ອຍໜ່ວຍ ລຽນສອງແຖວອ້ອມຍອດເສົາແຕ່ລະຕົ້ນ
14
ກວຽນສິບລຳ ອ່າງສິບໜ່ວຍ, ຂັນນໍ້າ
15
ງົວສິບສອງໂຕເພື່ອຮັບຂັນນໍ້າ.
16
ໝໍ້, ຊວ້ານ ແລະສ້ອມ. ຮູຣາມນາຍຊ່າງສີມືໄດ້ເຮັດສິ່ງເຫຼົ່ານີ້ທັງໝົດ ດ້ວຍທອງສຳຣິດເພື່ອໃຊ້ໃນວິຫານຂອງພຣະເຈົ້າຢາເວ ຕາມທີ່ກະສັດໂຊໂລໂມນໄດ້ສັ່ງທຸກປະການ.
17
ກະສັດໄດ້ໃຫ້ພວກເຂົາເຮັດສິ່ງທັງໝົດນັ້ນທີ່ເຕົາຫລອມ ຢູ່ໃນຮ່ອມພູຂອງແມ່ນໍ້າຈໍແດນ ລະຫວ່າງເມືອງຊຸກໂກດແລະເມືອງເຊເຣດາ
18
ສະນັ້ນ ຈຶ່ງມີຫລາຍສິ່ງຊຶ່ງໄດ້ເຮັດໃນທີ່ນັ້ນໂດຍບໍ່ມີຜູ້ໃດກຳນົດໄດ້ວ່າ ໃຊ້ທອງສຳຣິດໜັກເທົ່າໃດ.
19
ກະສັດໂຊໂລໂມນຍັງມີເຄື່ອງຕົບແຕ່ງວິຫານຂອງພຣະເຈົ້າທີ່ເຮັດດ້ວຍຄຳເຊັ່ນກັນ ດັ່ງນີ້: ແທ່ນບູຊາແລະໂຕະໃສ່ເຂົ້າຈີ່ທີ່ຖວາຍໄວ້;
20
ຕີນຮອງໂຄມໄຟ ແລະໂຄມໄຟທີ່ເຮັດດ້ວຍຄຳນໍ້າໜຶ່ງ ຊຶ່ງໃຊ້ເພື່ອໄຕ້ຢູ່ຕໍ່ໜ້າບ່ອນສັກສິດທີ່ສຸດຕາມແຜນຜັງ;
21
ດອກໄມ້ທີ່ສຳລັບຕົບແຕ່ງ, ໂຄມໄຟ ແລະຄີມ;
22
ມີດຕັດໄສ້ຕະກຽງ, ຖ້ວຍ, ຊາມຮອງເຄື່ອງຫອມ ແລະໝໍ້ຂາງທີ່ໃສ່ຖ່ານໄຟແດງ. ສິ່ງທັງໝົດນີ້ໄດ້ເຮັດດ້ວຍຄຳສົດ. ປະຕູຂ້າງນອກຂອງພຣະວິຫານ ແລະປະຕູຂອງພຣະວິຫານເຂົ້າໄປສະຖານທີ່ສັກສິດທີ່ສຸດ ກໍໄດ້ໂອບດ້ວຍຄຳເຊັ່ນກັນ.
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36