bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 18
2 Chronicles 18
Lao Bible 2012 (ພຣະຄຳພີສັກສິ)
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 19 →
1
ເມື່ອກະສັດເຢໂຮຊາຟັດແຫ່ງຢູດາຍໄດ້ຮັ່ງມີແລະມີຊື່ສຽງໂດ່ງດັງຂຶ້ນ ເພິ່ນໄດ້ຈັດໃຫ້ຄົນໃນຣາຊວົງຂອງຕົນ ແຕ່ງງານກັບຄົນໃນຣາຊວົງຂອງກະສັດອາຮາບແຫ່ງອິດສະຣາເອນ.
2
ຫລາຍປີຕໍ່ມາ ເຢໂຮຊາຟັດໄດ້ໄປທີ່ນະຄອນຊາມາເຣຍເພື່ອຢ້ຽມຢາມອາຮາບ. ເພື່ອເປັນກຽດແກ່ເຢໂຮຊາຟັດແລະຜູ້ທີ່ຕິດຕາມ, ອາຮາບໄດ້ຂ້າແກະແລະງົວຫລາຍໂຕ ເພື່ອຈັດງານຮັບຕ້ອນ. ເພິ່ນໄດ້ພະຍາຍາມຊັກຊວນເຢໂຮຊາຟັດໃຫ້ຮ່ວມກັບຕົນ ໂຈມຕີເມືອງຣາໂມດໃນແຂວງກີເລອາດ.
3
ເພິ່ນຖາມວ່າ, “ທ່ານຈະໄປໂຈມຕີເມືອງຣາໂມດນຳຂ້າພະເຈົ້າບໍ?” ເຢໂຮຊາຟັດຕອບວ່າ, “ຖ້າທ່ານພ້ອມເມື່ອໃດ ຂ້າພະເຈົ້າແລະກອງທັບຂອງຂ້າພະເຈົ້າກໍພ້ອມເຊັ່ນກັນ. ພວກເຮົາຈະຮ່ວມກັບພວກທ່ານ.”
4
ແລ້ວເພິ່ນກໍເວົ້າຕື່ມວ່າ, “ແຕ່ກ່ອນອື່ນ ຂໍໃຫ້ພວກເຮົາປຶກສາຖ້ອຍຄຳຂອງພຣະເຈົ້າຢາເວກ່ອນ.”
5
ສະນັ້ນ ອາຮາບຈຶ່ງໄດ້ເອີ້ນບັນດາຜູ້ທຳນວາຍທັງໝົດມາ ມີປະມານສີ່ຮ້ອຍຄົນ ແລະຖາມພວກເຂົາວ່າ, “ພວກເຮົາຄວນຈະໄປໂຈມຕີເມືອງຣາໂມດຫລືບໍ່?” ພວກເຂົາຕອບວ່າ, “ໄປໂຈມຕີໂລດ ພຣະເຈົ້າຈະໃຫ້ທ່ານມີໄຊຊະນະ.”
6
ແຕ່ເຢໂຮຊາຟັດຖາມວ່າ, “ບໍ່ມີຜູ້ທຳນວາຍຄົນອື່ນໆອີກບໍ ທີ່ພວກເຮົາຈະປຶກສາພຣະເຈົ້າຢາເວໄດ້?”
7
ອາຮາບຕອບວ່າ, “ຍັງມີອີກຜູ້ໜຶ່ງທີ່ຈະປຶກສາພຣະເຈົ້າຢາເວໄດ້ ຊື່ວ່າມີກາອີຢາລູກຊາຍຂອງອິມລາ. ແຕ່ຂ້າພະເຈົ້າກຽດຊັງລາວ ເພາະລາວບໍ່ເຄີຍທຳນວາຍສິ່ງທີ່ດີສຳລັບຂ້າພະເຈົ້າຈັກເທື່ອ; ລາວມີແຕ່ທຳນວາຍສິ່ງທີ່ບໍ່ດີສຳລັບຂ້າພະເຈົ້າສະເໝີ.” ເຢໂຮຊາຟັດຕອບວ່າ, “ທ່ານບໍ່ຄວນກ່າວຢ່າງນັ້ນ.”
8
ດັ່ງນັ້ນ ກະສັດອາຮາບຈຶ່ງເອີ້ນເຈົ້າໜ້າທີ່ປະຈຳຣາຊວັງມາ ແລະບອກລາວໃຫ້ໄປນຳມີກາອີຢາເຂົ້າມາພົບໃນທັນທີ.
9
ກະສັດທັງສອງທີ່ນຸ່ງເຄື່ອງເຕັມຍົດ ໄດ້ນັ່ງເທິງບັນລັງຂອງຕົນທີ່ລານຟາດເຂົ້ານອກປະຕູນະຄອນຊາມາເຣຍ ແລະຜູ້ທຳນວາຍກໍກຳລັງທຳນວາຍຢູ່ຕໍ່ໜ້າພວກເພິ່ນ.
10
ເຊເດກີຢາລູກຊາຍຂອງເຄນາອານາເປັນຜູ້ໜຶ່ງໃນພວກເຂົາ; ລາວໄດ້ໃຊ້ເຫຼັກເຮັດເປັນເຂົາ ແລະບອກກະສັດອາຮາບວ່າ, “ພຣະເຈົ້າຢາເວກ່າວດັ່ງນີ້: ເຈົ້າຈະຕໍ່ສູ້ຊາວຊີເຣຍດ້ວຍສິ່ງເຫຼົ່ານີ້ ແລະພວກເຂົາຈະພ່າຍແພ້ຢ່າງສິ້ນເຊີງ.”
11
ພວກຜູ້ທຳນວາຍຄົນອື່ນໆທັງໝົດກໍເວົ້າເປັນສຽງດຽວກັນວ່າ, “ຈົ່ງຍົກທັບໄປຕີເມືອງຣາໂມດທັນທີ ແລະທ່ານຈະຕີຊະນະ; ເພາະພຣະເຈົ້າຢາເວຈະໃຫ້ທ່ານມີໄຊຊະນະ.”
12
ໃນລະຫວ່າງນັ້ນ ເຈົ້າໜ້າທີ່ຜູ້ທີ່ໄດ້ໄປນຳມີກາອີຢານັ້ນ ກໍເວົ້າຕໍ່ມີກາອີຢາວ່າ, “ຜູ້ທຳນວາຍຄົນອື່ນໆ ໄດ້ທຳນວາຍຄວາມສຳເລັດໃຫ້ແກ່ກະສັດແລ້ວ ແລະເຈົ້າກໍຄວນຈະທຳນວາຍແບບດຽວກັນກັບພວກເຂົາ.”
13
ແຕ່ມີກາອີຢາຕອບວ່າ, “ພຣະເຈົ້າຢາເວຊົງພຣະຊົນຢູ່ສັນໃດ ຂ້າພະເຈົ້າຈະເວົ້າຕາມທີ່ພຣະເຈົ້າໄດ້ບອກໃຫ້ຂ້າພະເຈົ້າເວົ້າສັນນັ້ນ.”
14
ເມື່ອເພິ່ນໄດ້ມາປາກົດຕົວຢູ່ຕໍ່ໜ້າກະສັດອາຮາບແລ້ວ ກະສັດຈຶ່ງຖາມເພິ່ນວ່າ, “ມີກາອີຢາ ກະສັດເຢໂຮຊາຟັດແລະເຮົາຄວນຈະໄປໂຈມຕີເມືອງຣາໂມດຫລືບໍ່?” ມີກາອີຢາຕອບວ່າ, “ໂຈມຕີໂລດ ແນ່ນອນທ່ານຈະຕີຊະນະ. ແລະພວກເຂົາຈະຖືກມອບໄວ້ໃນກຳມືຂອງພວກທ່ານ.”
15
ແຕ່ກະສັດຕອບລາວວ່າ, “ເວລາເຈົ້າເວົ້າກັບເຮົາໃນນາມຂອງພຣະເຈົ້າຢາເວ ຈົ່ງເວົ້າຄວາມຈິງແມ ເຮົາໄດ້ບອກເຈົ້າມາຈັກເທື່ອແລ້ວ?”
16
ມີກາອີຢາຕອບວ່າ, “ຂ້າພະເຈົ້າໄດ້ເຫັນກອງທັບອິດສະຣາເອນ ແຕກກະຈັດກະຈາຍໄປທົ່ວຈ້າຍພູ ດັ່ງຝູງແກະທີ່ບໍ່ມີຜູ້ລ້ຽງ. ແລະພຣະເຈົ້າຢາເວໄດ້ເວົ້າວ່າ, ‘ຄົນເຫຼົ່ານີ້ບໍ່ມີຜູ້ນຳ; ຈົ່ງໃຫ້ພວກເຂົາກັບເມືອບ້ານເຮືອນຢ່າງສັນຕິເຖີດ.”’
17
ອາຮາບໄດ້ກ່າວຕໍ່ເຢໂຮຊາຟັດວ່າ, “ດັ່ງທີ່ຂ້າພະເຈົ້າໄດ້ບອກທ່ານແລ້ວວ່າ ລາວບໍ່ເຄີຍທຳນວາຍສິ່ງທີ່ດີສຳລັບຂ້າພະເຈົ້າເລີຍ; ລາວມີແຕ່ທຳນວາຍສິ່ງທີ່ບໍ່ດີສຳລັບຂ້າພະເຈົ້າສະເໝີ.”
18
ມີກາອີຢາເວົ້າຕໍ່ໄປວ່າ, “ບັດນີ້ ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ ຂ້າພະເຈົ້າໄດ້ເຫັນພຣະເຈົ້າຢາເວກຳລັງນັ່ງຢູ່ເທິງບັນລັງໃນສະຫວັນ ພ້ອມເທວະດາທັງໝົດກໍກຳລັງຢືນຢູ່ທີ່ຂ້າງຂອງພຣະອົງ.
19
ພຣະເຈົ້າຢາເວຖາມວ່າ, ‘ຜູ້ໃດຈະຫລອກລວງອາຮາບ ໃຫ້ໄປຖືກຂ້າທີ່ຣາໂມດ?’ ເທວະດາບາງຕົນເວົ້າຢ່າງນີ້ ແລະຕົນອື່ນກໍເວົ້າຢ່າງອື່ນ,
20
ແລ້ວກໍມີວິນຍານດວງໜຶ່ງກ້າວອອກໄປທາງໜ້າ ຫຍັບເຂົ້າໃກ້ພຣະເຈົ້າຢາເວ ແລະເວົ້າວ່າ, ‘ຂ້ານ້ອຍເອງຈະລໍ້ລວງລາວ.’ ພຣະເຈົ້າຢາເວຖາມວ່າ, ‘ດ້ວຍວິທີໃດ?’
21
ວິນຍານດວງນັ້ນຕອບວ່າ, ‘ຂ້ານ້ອຍຈະໄປເຮັດໃຫ້ ພວກຜູ້ທຳນວາຍຂອງອາຮາບເວົ້າຕົວະ.’ ພຣະເຈົ້າຢາເວຈຶ່ງເວົ້າວ່າ, ‘ຈົ່ງໄປລໍ້ລວງລາວສາ ເຈົ້າຈະເຮັດໄດ້ສຳເລັດ.”’
22
ແລະມີກາອີຢາກໍມ້ວນທ້າຍວ່າ, “ເຫດການກໍເປັນຢ່າງນີ້ແຫລະ ພຣະເຈົ້າຢາເວໄດ້ເຮັດໃຫ້ພວກຜູ້ທຳນວາຍເຫຼົ່ານີ້ເວົ້າຕົວະຕໍ່ທ່ານ. ແຕ່ພຣະເຈົ້າຢາເວໄດ້ປະກາດວ່າທ່ານຈະປະສົບກັບໄພພິບັດ.”
23
ແລ້ວຜູ້ທຳນວາຍເຊເດກີຢາລູກຊາຍຂອງເຄນາອານາກໍອອກໄປຫາມີກາອີຢາ ແລະໄດ້ຕົບໜ້າລາວພ້ອມທັງຖາມວ່າ, “ພຣະວິນຍານຂອງພຣະເຈົ້າຢາເວອອກຈາກຂ້ອຍໄປເວົ້າກັບເຈົ້າເມື່ອໃດ?”
24
ມີກາອີຢາຕອບວ່າ, “ເຈົ້າຈະຮູ້ ເມື່ອເຈົ້າໄປລີ້ຢູ່ໃນຫ້ອງເບື້ອງຫລັງຕຶກ.”
25
ແລ້ວກະສັດອາຮາບກໍສັ່ງເຈົ້າໜ້າທີ່ຜູ້ໜຶ່ງຂອງເພິ່ນວ່າ, “ຈັບມີກາອີຢາໄປຫາອາໂມນຜູ້ປົກຄອງເມືອງ ແລະນຳລາວໄປຫາເຈົ້າຊາຍໂຢອາດ.
26
ໃຫ້ເຈົ້າບອກເຂົາຈັບລາວຂັງຄຸກໄວ້ ແລະໃຫ້ກິນແຕ່ເຂົ້າກັບນໍ້າເທົ່ານັ້ນ ຈົນກວ່າເຮົາກັບຄືນມາຢ່າງປອດໄພ.”
27
ມີກາອີຢາຮ້ອງຂຶ້ນວ່າ, “ຖ້າທ່ານກັບຄືນມາຢ່າງປອດໄພ ກໍແມ່ນພຣະເຈົ້າຢາເວບໍ່ໄດ້ເວົ້າຜ່ານທາງຂ້ານ້ອຍ.” ລາວເວົ້າຕື່ມວ່າ, “ທຸກຄົນຈົ່ງຈຳສິ່ງທີ່ຂ້ານ້ອຍໄດ້ເວົ້າເຖີດ.”
28
ແລ້ວເຈົ້າອາຮາບກະສັດແຫ່ງອິດສະຣາເອນ ແລະເຈົ້າເຢໂຮຊາຟັດກະສັດແຫ່ງຢູດາຍ ກໍໄດ້ໄປໂຈມຕີເມືອງຣາໂມດໃນດິນແດນຂອງກີເລອາດ.
29
ອາຮາບໄດ້ເວົ້າກັບເຢໂຮຊາຟັດວ່າ, “ເມື່ອພວກເຮົາເຂົ້າສູ້ຮົບ ຂ້າພະເຈົ້າຈະປອມຕົວ, ແຕ່ໃຫ້ທ່ານນຸ່ງເຄື່ອງກະສັດ.” ດັ່ງນັ້ນ ກະສັດແຫ່ງອິດສະຣາເອນຈຶ່ງໄດ້ປອມຕົວອອກສູ້ຮົບ.
30
ກະສັດແຫ່ງຊີເຣຍໄດ້ສັ່ງຜູ້ບັນຊາການລົດຮົບບໍ່ໃຫ້ໂຈມຕີຄົນໃດ ນອກຈາກກະສັດແຫ່ງອິດສະຣາເອນ.
31
ສະນັ້ນ ເມື່ອພວກເຂົາໄດ້ເຫັນກະສັດເຢໂຮຊາຟັດ ທັງໝົດຈຶ່ງຄິດວ່າເພິ່ນແມ່ນກະສັດແຫ່ງອິດສະຣາເອນ; ແລະພວກເຂົາຈຶ່ງຫັນມາໂຈມຕີແຕ່ເພິ່ນ, ແຕ່ເຢໂຮຊາຟັດໄດ້ຮ້ອງຂຶ້ນ ແລ້ວພຣະເຈົ້າຢາເວກໍຊ່ວຍກູ້ເອົາເພິ່ນ ແລະພຣະເຈົ້າໄດ້ເຮັດໃຫ້ການໂຈມຕີນັ້ນຫ່າງອອກໄປຈາກເພິ່ນ.
32
ເມື່ອຜູ້ບັນຊາການລົດຮົບໄດ້ເຫັນວ່າ ເພິ່ນບໍ່ແມ່ນກະສັດແຫ່ງອິດສະຣາເອນ; ສະນັ້ນ ພວກເຂົາຈຶ່ງເຊົາໄລ່ໂຈມຕີ.
33
ແຕ່ໂດຍບັງເອີນທະຫານຊີເຣຍຜູ້ໜຶ່ງໄດ້ຍິງລູກທະນູ ໄປຖືກກະສັດອາຮາບທະລຸເຂົ້າລະຫວ່າງບ່ອນຕໍ່ຂອງເສື້ອເຫລັກ. ເພິ່ນໄດ້ຮ້ອງໃສ່ທະຫານຜູ້ທີ່ຂັບລົດຮົບຂອງເພິ່ນວ່າ, “ເຮົາຖືກຍິງ ລ້ຽວລົດອອກຈາກສະໜາມຮົບດຽວນີ້!”
34
ໃນຂະນະທີ່ການສູ້ຮົບກຳລັງດຸເດືອດຢູ່ນັ້ນ ກະສັດອາຮາບຍັງຄໍ້າຕົວຢູ່ເທິງລົດຮົບປະເຊີນໜ້າສູ້ຮົບທະຫານຊີເຣຍ. ພໍຕາເວັນຕົກດິນເພິ່ນກໍສິ້ນໃຈຕາຍ.
← Chapter 17
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 19 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36