bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 3
2 Chronicles 3
Lao Bible 2012 (ພຣະຄຳພີສັກສິ)
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 4 →
1
ກະສັດດາວິດ ພໍ່ຂອງໂຊໂລໂມນໄດ້ຫ້າງຫາບ່ອນສຳລັບສ້າງວິຫານຂອງພຣະເຈົ້າຢາເວໄວ້ໃຫ້ແລ້ວ. ບ່ອນນັ້ນຢູ່ໃນນະຄອນເຢຣູຊາເລັມເທິງພູໂມຣີຢາ ຄືທີ່ລານເຂົ້າຂອງອາໂຣນາຊາວເຢບຸດ. ກະສັດໂຊໂລໂມນໄດ້ລົງມືກໍ່ສ້າງ
2
ໃນເດືອນທີສອງຂອງປີທີສີ່ທີ່ເພິ່ນໄດ້ຂຶ້ນເປັນກະສັດ.
3
ວິຫານຂອງພຣະເຈົ້າທີ່ກະສັດໂຊໂລໂມນສ້າງນັ້ນຍາວຊາວເຈັດແມັດ ແລະກວ້າງເກົ້າແມັດ.
4
ຫ້ອງຊື່ທາງເຂົ້າວິຫານກວ້າງເກົ້າແມັດ ແລະສູງສິບຫົກແມັດ. ທາງໃນຂອງຫ້ອງໂອບດ້ວຍຄຳສົດ.
5
ຫ້ອງໂຖງປູດ້ວຍໄມ້ແປກ ແລະໂອບດ້ວຍຄຳເນື້ອດີ ໂດຍເຮັດລວດລາຍຕົ້ນຕານ ແລະແບບລູກໂສ້ໃສ່ດ້ວຍ.
6
ກະສັດໄດ້ຕົບແຕ່ງວິຫານດ້ວຍຫີນອັນງົດງາມທີ່ມີຄ່າ ແລະດ້ວຍຄຳທີ່ໄດ້ມາຈາກດິນແດນຂອງຊາວປາຣະວາອິມ.
7
ເພິ່ນໃຊ້ຄຳໂອບຝາຂອງພຣະວິຫານ ຕະຫລອດທັງຂື່ກັບທາງເຂົ້າແລະປະຕູ. ພວກນາຍຊ່າງໄດ້ແກະສະຫລັກເຄຣຸບ ໃສ່ຕາມຝາ.
8
ສ່ວນຫ້ອງທາງໃນທີ່ເອີ້ນວ່າຫ້ອງສັກສິດທີ່ສຸດ ຊຶ່ງມີຂະໜາດເທົ່າກັນຄື: ຂ້າງລະເກົ້າແມັດ. ເພິ່ນໄດ້ໃຊ້ຄຳຫລາຍກວ່າຊາວໂຕນ ເພື່ອໂອບຝາຫ້ອງສັກສິດທີ່ສຸດ;
9
ເພິ່ນໄດ້ໃຊ້ຄຳໜັກປະມານຫ້າຮ້ອຍເຈັດສິບກຼາມ ເຮັດຕະປູ ແລະຝາຫ້ອງຊັ້ນເທິງກໍໂອບດ້ວຍຄຳເຊັ່ນກັນ.
10
ກະສັດຍັງໄດ້ໃຫ້ພວກຊ່າງຂອງຕົນໃຊ້ເຫຼັກເຮັດເຄຣຸບສອງຕົນ ເຄືອບດ້ວຍຄຳ ແລະເອົາໄປຕັ້ງໄວ້ໃນບ່ອນສັກສິດທີ່ສຸດ
11
ໂດຍໃຫ້ຢືນຄຽງຂ້າງກັນຫັນໜ້າໃສ່ທາງປະຕູເຂົ້າ. ແຕ່ລະໂຕມີສອງປີກ ແຕ່ລະປີກຍາວສອງແມັດຊາວຫ້າເຊັນ ຊຶ່ງພືອອກຈຸກັນທາງກາງຫ້ອງ ແລະປີກອີກເບື້ອງໜຶ່ງຈຸຝາແຕ່ລະເບື້ອງ ໂດຍກາງປີກອອກກວ້າງໄດ້ເກົ້າແມັດ.
14
ເພິ່ນໄດ້ໃຊ້ຜ້າປ່ານເນື້ອລະອຽດດີ ແລະຜ້າອື່ນໆ ເຮັດຜ້າກັ້ງສຳລັບບ່ອນສັກສິດທີ່ສຸດ ຊຶ່ງໄດ້ຍ້ອມເປັນສີຟ້າ, ສີມ່ວງ ແລະສີແດງ ໂດຍປັກຮູບເຄຣຸບໃສ່.
15
ກະສັດໄດ້ເຮັດເສົາສອງຕົ້ນ ແຕ່ລະຕົ້ນສູງສິບເຈັດແມັດ ແລະໄດ້ຕັ້ງໄວ້ທາງດ້ານໜ້າຂອງພຣະວິຫານ. ແຕ່ລະຕົ້ນມີຫົວເສົາສູງສອງແມັດເຄິ່ງ.
16
ທີ່ຍອດເສົາຖືກຕົບແຕ່ງດ້ວຍລວດລາຍລູກໂສ້ ແລະໝາກພີລາເປັນທອງສຳຣິດໜຶ່ງຮ້ອຍໜ່ວຍ.
17
ເສົານັ້ນໄດ້ຕັ້ງໄວ້ຢູ່ທາງດ້ານໜ້າທາງເຂົ້າຂອງພຣະວິຫານ ຄືເສົາຕົ້ນທີໜຶ່ງທາງເບື້ອງໃຕ້ຊື່ວ່າຢາກິນ ແລະເສົາຕົ້ນໜຶ່ງອີກທາງເບື້ອງເໜືອຊື່ວ່າໂບອາດ.
← Chapter 2
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 4 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36