bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 28
2 Chronicles 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 29 →
1
ເຈົ້າອາຮາດໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸຊາວປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບຫົກປີ. ເພິ່ນບໍ່ໄດ້ເຮັດຕາມແບບຢ່າງຂອງກະສັດດາວິດ ບັນພະບຸລຸດຂອງເພິ່ນ; ແຕ່ເພິ່ນໄດ້ເຮັດສິ່ງທີ່ພຣະເຈົ້າຢາເວບໍ່ພໍພຣະໄທ
2
ຄືເຮັດຕາມແບບຢ່າງຂອງບັນດາກະສັດແຫ່ງອິດສະຣາເອນ. ເພິ່ນສ້າງຮູບພະບາອານເປັນໂລຫະຂຶ້ນ,
3
ເຜົາເຄື່ອງຫອມບູຊາຢູ່ໃນຮ່ອມພູຮິນໂນມ ແລະເຜົາແມ່ນແຕ່ລູກຊາຍຂອງຕົນເອງເປັນເຄື່ອງບູຊາໃຫ້ຮູບເຄົາຣົບ ຕາມຮີດຄອງອັນໜ້າລັງກຽດຂອງຊາວຕ່າງຊາດ ຊຶ່ງພຣະເຈົ້າຢາເວໄດ້ຂັບໄລ່ອອກໄປຕໍ່ໜ້າປະຊາຊົນອິດສະຣາເອນ.
4
ຢູ່ຕາມບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ, ຢູ່ຕາມເນີນພູ ແລະຢູ່ຕາມຮົ່ມກົກໄມ້ໃບຂຽວຕ່າງໆ ອາຮາດໄດ້ເຜົາສັດ ແລະເຄື່ອງຖວາຍບູຊາ.
5
ຍ້ອນກະສັດອາຮາດໄດ້ເຮັດບາບ, ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ຈຶ່ງໄດ້ໃຫ້ກະສັດຊີເຣຍຮົບຊະນະເພິ່ນ ແລະນຳເອົາຊາວຢູດາຈຳນວນຫລວງຫລາຍໄປເປັນຊະເລີຍທີ່ນະຄອນດາມັສກັດ. ພຣະອົງໄດ້ໃຫ້ເປກາລູກຊາຍຂອງເຣມາລີຢາກະສັດແຫ່ງອິດສະຣາເອນ ຮົບຊະນະອາຮາດຄືກັນ
6
ແລະໄດ້ຂ້າທະຫານຢູດາທີ່ເກັ່ງກ້າ ໜຶ່ງຮ້ອຍຊາວພັນຄົນໃນມື້ດຽວ. ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ໄດ້ອະນຸຍາດໃຫ້ສິ່ງເຫຼົ່ານີ້ເກີດຂຶ້ນ, ເພາະປະຊາຊົນຢູດາໄດ້ປະຖິ້ມພຣະອົງ.
7
ມີທະຫານອິດສະຣາເອນຄົນໜຶ່ງຊື່ວ່າ ຊີກະຣີ; ລາວໄດ້ຂ້າມາອາເສອີຢາລູກຊາຍຂອງກະສັດອາຮາດ, ອາຊະຣີກຳເປັນຫົວໜ້າກົມປົກຄອງປະຈຳວັງ ແລະເອນການາເປັນຜູ້ຮອງກະສັດ.
8
ເຖິງແມ່ນວ່າ ຊາວຢູດາເປັນພີ່ນ້ອງຮ່ວມຊາດດຽວກັນກໍຕາມ ແຕ່ກອງທັບອິດສະຣາເອນກໍໄດ້ຈັບຜູ້ຍິງພ້ອມທັງເດັກນ້ອຍສອງຮ້ອຍພັນຄົນໄປເປັນຊະເລີຍ ແລະນຳພວກເຂົາກັບຄືນມາທີ່ນະຄອນຊາມາເຣຍ ຮ່ວມກັບສິ່ງຂອງເປັນຈຳນວນຫລວງຫລາຍ ຊຶ່ງພວກເຂົາຢຶດມາໄດ້ນັ້ນ.
9
ມີຊາຍຜູ້ໜຶ່ງຊື່ວ່າ ໂອເດັດ. ລາວເປັນຜູ້ທຳນວາຍຂອງພຣະເຈົ້າຢາເວທີ່ນະຄອນຊາມາເຣຍ. ລາວມາພົບກອງທັບອິດສະຣາເອນ ທີ່ກຳລັງກັບເຂົ້າມາໃນເມືອງ ພ້ອມທັງຊະເລີຍເສິກຊາວຢູດາ. ເພິ່ນກ່າວວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກທ່ານໄດ້ໂກດຮ້າຍຊາວຢູດາ ແລະໃຫ້ພວກທ່ານເອົາຊະນະພວກເຂົາ. ແຕ່ບັດນີ້ ພຣະອົງໄດ້ຍິນວ່າ ພວກທ່ານໄດ້ສັງຫານພວກເຂົາຢ່າງໂຫດຮ້າຍ.
10
ມາບັດນີ້ ພວກທ່ານຕັ້ງໃຈເຮັດໃຫ້ຜູ້ຊາຍແລະຜູ້ຍິງເຢຣູຊາເລັມແລະຢູດາຕົກເປັນທາດຮັບໃຊ້ຂອງພວກທ່ານອີກ. ພວກທ່ານບໍ່ຮູ້ຫລືບໍ່ວ່າ ພວກທ່ານໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານເໝືອນກັນ?
11
ຈົ່ງຟັງໃຫ້ດີ ຊະເລີຍເສິກເຫຼົ່ານີ້ແມ່ນອ້າຍເອື້ອຍນ້ອງຂອງພວກທ່ານເອງ. ຈົ່ງປ່ອຍພວກເຂົາໄປສາ ຫລືຈະໃຫ້ພຣະເຈົ້າຢາເວໂກດຮ້າຍແລະລົງໂທດພວກທ່ານຢ່າງຮຸນແຮງ.”
12
ຜູ້ນຳຂອງອານາຈັກເໜືອສີ່ຄົນຄື: ອາຊາຣີຢາລູກຊາຍຂອງໂຢຮານານ, ເບເຣກີຢາລູກຊາຍຂອງເມຊິນເລໂມດ, ເຢຮີຊະກີຢາລູກຊາຍຂອງຊານລູມ ແລະອາມາສາລູກຊາຍຂອງຮັດໄລ ໄດ້ຄັດຄ້ານການກະທຳຂອງຝ່າຍກອງທັບເໝືອນກັນ.
13
ພວກເຂົາໄດ້ເວົ້າວ່າ, “ຢ່ານຳຊະເລີຍເສິກເຫຼົ່ານັ້ນມາທີ່ນີ້ ພວກເຮົາໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະໄດ້ເຮັດໃຫ້ພຣະອົງໂກດຮ້າຍ ພໍທີ່ພຣະອົງຈະລົງໂທດພວກເຮົາໄດ້. ບັດນີ້ ພວກທ່ານຢາກເຮັດສິ່ງທີ່ທະວີຄວາມຜິດຂອງພວກເຮົາໃຫ້ເພີ່ມຂຶ້ນອີກ.”
14
ດັ່ງນັ້ນ ກອງທັບຈຶ່ງສົ່ງພວກຊະເລີຍ ແລະສິ່ງຂອງທີ່ພວກເຂົາໄດ້ຢຶດມານັ້ນ ໃຫ້ປະຊາຊົນແລະບັນດາຜູ້ນຳຂອງພວກເຂົາ
15
ແລະຊາຍສີ່ຄົນໄດ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບຢາຍເຄື່ອງນຸ່ງຫົ່ມທີ່ຢຶດມານັ້ນໃຫ້ພວກຊະເລີຍ. ພວກເຂົາໄດ້ເອົາເຄື່ອງໃຫ້ພວກຊະເລີຍນຸ່ງ, ເອົາເກີບໃຫ້ພວກເຂົາໃສ່, ໃຫ້ພວກເຂົາກິນແລະດື່ມ ແລະທານໍ້າມັນໝາກກອກເທດໃສ່ບາດແຜໃຫ້. ຄົນທີ່ອ່ອນແຮງຍ່າງບໍ່ໄດ້ແມ່ນໃຫ້ຂີ່ລໍ ແລະພວກຊະເລີຍເສິກທັງໝົດຈຶ່ງຖືກນຳກັບຄືນເມືອສູ່ເຂດແດນຂອງຢູດາຍທີ່ເມືອງເຢຣິໂກເມືອງຕົ້ນຕານ. ແລ້ວພວກອິດສະຣາເອນກໍໄດ້ກັບຄືນມານະຄອນຊາມາເຣຍ.
16
ຊາວເອໂດມໄດ້ເລີ່ມເຂົ້າມາປຸ້ນສະດົມຢູດາຍອີກ ແລະພວກເຂົາກໍໄດ້ຈັບຫລາຍຄົນໄປເປັນຊະເລີຍ; ສະນັ້ນ ກະສັດອາຮາດຈຶ່ງຂໍໃຫ້ຕີກະລາດປີເລເສ ກະສັດແຫ່ງອັດຊີເຣຍມາຊ່ວຍເຫລືອ.
18
ໃນເວລາດຽວກັນນັ້ນ ຊາວຟີລິດສະຕິນກໍໄດ້ປຸ້ນສະດົມເມືອງຕ່າງໆ ທາງທິດຕາເວັນຕົກຂອງຕີນພູແລະທາງທິດໃຕ້ຂອງຢູດາຍ. ພວກເຂົາໄດ້ຢຶດເມືອງຕ່າງໆ ດັ່ງນີ້: ເບັດເຊເມດ, ໄອຢາໂລນ ແລະເກເດໂຣດ ແລະເມືອງຕ່າງໆຂອງໂສໂກ, ຕິມນາ ແລະກິມໂຊ, ພ້ອມທັງໝູ່ບ້ານຕ່າງໆ ແລະຕັ້ງຖິ່ນຖານຢູ່ທີ່ນັ້ນຢ່າງຖາວອນ.
19
ຍ້ອນກະສັດອາຮາດແຫ່ງຢູດາຍໄດ້ຝ່າຝືນສິດຂອງປະຊາຊົນຂອງຕົນເອງ ແລະໄດ້ໝິ່ນປະໝາດພຣະເຈົ້າຢາເວ; ພຣະເຈົ້າຢາເວຈຶ່ງໄດ້ນຳເອົາຄວາມເດືອດຮ້ອນມາສູ່ຢູດາຍ.
20
ແທນທີ່ກະສັດຕີກະລາດເປເລເສແຫ່ງອັດຊີເຣຍຈະຊ່ວຍກະສັດອາຮາດ ເພິ່ນກັບຫັນມາຕໍ່ຕ້ານ ແລະໄດ້ສ້າງຄວາມເດືອດຮ້ອນໃຫ້ອີກ.
21
ສະນັ້ນ ອາຮາດຈຶ່ງໄດ້ນຳເອົາຄຳຈາກວິຫານຂອງພຣະເຈົ້າຢາເວ, ຈາກຣາຊວັງ ແລະຈາກບ້ານເຮືອນບັນດາຜູ້ນຳປະຊາຊົນຂົນໄປໃຫ້ກະສັດແຫ່ງອັດຊີເຣຍ; ແຕ່ເຖິງປານນັ້ນ ເພິ່ນກໍຍັງບໍ່ຍອມໃຫ້ຄວາມຊ່ວຍເຫລືອ.
22
ເມື່ອຄວາມເດືອດຮ້ອນມາຈົນເຖິງທີ່ສຸດ ອາຮາດກໍຍິ່ງເຮັດບາບຕໍ່ສູ້ພຣະເຈົ້າຢາເວຫລາຍຂຶ້ນ.
23
ເພິ່ນໄດ້ຖວາຍບູຊາແກ່ບັນດາພະຂອງຊາວຊີເຣຍຜູ້ຊະນະຕົນ. ເພິ່ນເວົ້າວ່າ, “ພະຂອງຊາວຊີເຣຍຊ່ວຍກະສັດຊີເຣຍໄດ້; ສະນັ້ນ ຖ້າເຮົາຖວາຍບູຊາແກ່ພະເຫຼົ່ານັ້ນ ພະເຫຼົ່ານັ້ນກໍຈະຊ່ວຍເຮົາເໝືອນກັນ.” ການກະທຳເຊັ່ນນີ້ແມ່ນນຳເອົາຄວາມຈິບຫາຍ ມາສູ່ເພິ່ນເອງ ແລະອານາຈັກຂອງເພິ່ນດ້ວຍ.
24
ນອກເໜືອໄປກວ່ານີ້ ອາຮາດໄດ້ໂຮມເອົາເຄື່ອງໃຊ້ໃນວິຫານຂອງພຣະເຈົ້າ ແລະທັບເຄື່ອງໃຊ້ໃນວິຫານຂອງພຣະເຈົ້າເປັນປ່ຽງໆ, ອັດວິຫານຂອງພຣະເຈົ້າຢາເວໄວ້ ແລະຕັ້ງແທ່ນບູຊາຂຶ້ນທົ່ວນະຄອນເຢຣູຊາເລັມ.
25
ຕາມເມືອງໃຫຍ່ແລະນ້ອຍທຸກໆແຫ່ງໃນຢູດາຍ ເພິ່ນໄດ້ສ້າງບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ເພື່ອໃຊ້ເປັນບ່ອນເຜົາເຄື່ອງຫອມຖວາຍບູຊາແກ່ພະຕ່າງຊາດ. ດ້ວຍວິທີນີ້ ເພິ່ນຈຶ່ງໄດ້ເຮັດໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງເພິ່ນໂກດຮ້າຍ.
26
ເຫດການອື່ນໆທັງໝົດໃນຣາຊການຂອງເພິ່ນ ຕັ້ງແຕ່ບັ້ນຕົ້ນຈົນເຖິງບັ້ນປາຍແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍແລະອິດສະຣາເອນ.
27
ກະສັດອາຮາດໄດ້ຕາຍໄປ ແລະຊາກສົບຂອງເພິ່ນໄດ້ຖືກຝັງໄວ້ໃນນະຄອນເຢຣູຊາເລັມ ແຕ່ບໍ່ໄດ້ຝັງໄວ້ໃນອຸບມຸງແຫ່ງກະສັດ. ເຈົ້າເຮເຊກີຢາລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36