bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 17
2 Chronicles 17
Lao Bible 2012 (ພຣະຄຳພີສັກສິ)
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 18 →
1
ເຈົ້າເຢໂຮຊາຟັດໄດ້ຂຶ້ນເປັນກະສັດແທນກະສັດອາສາພໍ່ຂອງຕົນ ແລະໄດ້ເສີມສ້າງຖານະຂອງຕົນໃຫ້ເຂັ້ມແຂງຂຶ້ນ ເພື່ອຕໍ່ສູ້ຊາດອິດສະຣາເອນ.
2
ເພິ່ນໄດ້ວາງທະຫານປະຈຳປ້ອມປ້ອງກັນເມືອງຕ່າງໆໃນຢູດາຍ, ຕາມນອກເມືອງໃນຢູດາຍແລະຕາມເມືອງຕ່າງໆ ທີ່ອາສາຢຶດໄດ້ໃນເຂດແດນຂອງເຜົ່າເອຟຣາອິມ.
3
ພຣະເຈົ້າຢາເວໄດ້ອວຍພອນກະສັດເຢໂຮຊາຟັດ ເພາະເພິ່ນໄດ້ເຮັດຕາມແຕ່ຕອນຕົ້ນແບບຢ່າງຂອງພໍ່ເພິ່ນ ແລະບໍ່ໄດ້ຂາບໄຫວ້ພະບາອານ.
4
ເພິ່ນໄດ້ຮັບໃຊ້ພຣະເຈົ້າຂອງພໍ່ຂອງເພິ່ນ ໂດຍເຮັດຕາມຂໍ້ຄຳສັ່ງຂອງພຣະອົງ ແລະບໍ່ໄດ້ປະພຶດຕາມວິທີທາງທີ່ກະສັດອິດສະຣາເອນໄດ້ປະພຶດ.
5
ພຣະເຈົ້າຢາເວໄດ້ໃຫ້ເຢໂຮຊາຟັດຄອບຄອງທົ່ວຢູດາຍຢ່າງໝັ້ນຄົງ ແລະປະຊາຊົນທົ່ວປະເທດກໍໄດ້ນຳຂອງຂວັນມາໃຫ້ເພິ່ນ ຈົນກາຍເປັນຄົນຮັ່ງມີແລະມີກຽດຍິ່ງ.
6
ເພິ່ນພາກພູມໃຈຫລາຍທີ່ໄດ້ຮັບໃຊ້ພຣະເຈົ້າຢາເວ ແລະໄດ້ທຳລາຍບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າແລະສັນຍາລັກຂອງເຈົ້າແມ່ອາເຊຣາໃນຢູດາຍຢ່າງໝົດສິ້ນ.
7
ໃນຣາຊການປີທີສາມ ເພິ່ນໄດ້ສົ່ງພວກເຈົ້າໜ້າທີ່ໄປສັ່ງສອນຕາມເມືອງຕ່າງໆໃນຢູດາຍ ມີດັ່ງນີ້: ເບັນຮາຍ, ໂອບາດີຢາ, ເຊກາຣີຢາ, ເນທາເນນ ແລະມີກາອີຢາ.
8
ພວກເຂົາມີຊາວເລວີເກົ້າຄົນ ແລະປະໂຣຫິດສອງຄົນຕິດຕາມໄປດ້ວຍ. ຊາວເລວີມີດັ່ງນີ້: ເຊມາອີຢາ, ເນທານີຢາ, ເຊບາດີຢາ, ອາສາເຮນ, ເຊມີຣາໂມດ, ເຢໂຮນາທານ, ອາໂດນີຢາ, ໂຕບີຢາ ແລະໂຕບາໂດນີຢາ; ແລະປະໂຣຫິດມີດັ່ງນີ້: ເອລີຊາມາ ແລະເຢໂຮຣາມ.
9
ພວກເພິ່ນໄດ້ນຳໜັງສືກົດບັນຍັດຂອງພຣະເຈົ້າຢາເວໄປສັ່ງສອນປະຊາຊົນໃນເມືອງຕ່າງໆທົ່ວຢູດາຍ.
10
ພຣະເຈົ້າຢາເວໄດ້ບັນດານໃຫ້ອານາຈັກຕ່າງໆທີ່ຢູ່ອ້ອມແອ້ມນັ້ນ ຢ້ານກົວຈົນບໍ່ກ້າເຮັດເສິກຕໍ່ສູ້ກະສັດເຢໂຮຊາຟັດ.
11
ຊາວຟີລິດສະຕິນບາງຄົນໄດ້ນຳເອົາເງິນແລະຂອງຂວັນຕ່າງໆ ເປັນຈຳນວນຫລວງຫລາຍມາມອບໃຫ້ເຢໂຮຊາຟັດ ແລະຊາວອາຣັບບາງຄົນກໍໄດ້ນຳແກະເຖິກຈຳນວນເຈັດພັນເຈັດຮ້ອຍໂຕ ແລະແບ້ເຖິກເຈັດພັນເຈັດຮ້ອຍໂຕມາມອບໃຫ້ເພິ່ນ.
12
ດັ່ງນັ້ນ ເຢໂຮຊາຟັດຈຶ່ງຄອງອຳນາດຫລາຍຂຶ້ນ. ເພິ່ນໄດ້ສ້າງປ້ອມປ້ອງກັນເມືອງຕ່າງໆທົ່ວຢູດາຍ
13
ເພື່ອເປັນບ່ອນສະສົມສະບຽງອາຫານໄວ້ຢ່າງຫລວງຫລາຍ. ໃນນະຄອນເຢຣູຊາເລັມ ເພິ່ນໄດ້ໃຫ້ນາຍທະຫານທີ່ເກັ່ງກ້າປະຈຳການຢູ່
14
ຕາມຕະກຸນຂອງພວກເຂົາ. ອາດນາໄດ້ເປັນຜູ້ບັນຊາການທະຫານໃນຕະກຸນຢູດາ ແລະເພິ່ນມີທະຫານຢູ່ໃຕ້ບັນຊາການຂອງເພິ່ນຈຳນວນສາມແສນຄົນ.
15
ຜູ້ທີ່ມີຕຳແໜ່ງຮອງລົງມາແມ່ນເຢໂຮຮານານ ເພິ່ນມີທະຫານຈຳນວນສອງຮ້ອຍແປດສິບພັນຄົນ
16
ແລະຜູ້ທີສາມແມ່ນອາມາສີຢາລູກຊາຍຂອງຊີກະຣີ ເພິ່ນມີທະຫານຈຳນວນສອງແສນຄົນ. (ອາມາສີຢາໄດ້ສະໝັກເຂົ້າຮັບໃຊ້ພຣະເຈົ້າຢາເວ.)
17
ຜູ້ບັນຊາການທະຫານຈາກຕະກຸນເບັນຢາມິນແມ່ນເອລີອາດາ ທະຫານຜູ້ເກັ່ງກ້າ ເພິ່ນບັນຊາທະຫານຈຳນວນສອງແສນຄົນ ຊຶ່ງປະກອບອາວຸດດ້ວຍໂລ້ແລະໜ້າທະນູ.
18
ຜູ້ບັນຊາການຄົນຮອງລົງມາແມ່ນເຢໂຮຊາບັດ ເພິ່ນມີທະຫານຈຳນວນໜຶ່ງແສນແປດສິບພັນຄົນ ຊຶ່ງໄດ້ຮັບການຝຶກອາວຸດພ້ອມເຂົ້າສູ້ຮົບ.
19
ຄົນເຫຼົ່ານີ້ໄດ້ຮັບໃຊ້ກະສັດຢູ່ໃນນະຄອນເຢຣູຊາເລັມ ແລະນອກເໜືອຈາກນີ້ອີກ ເພິ່ນໄດ້ໃຫ້ທະຫານຄົນອື່ນໆປະຈຳການຢູ່ຕາມເມືອງຕ່າງໆ ທີ່ມີປ້ອມປ້ອງກັນໃນຢູດາຍ.
← Chapter 16
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 18 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36