bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 10
2 Chronicles 10
Lao Bible 2012 (ພຣະຄຳພີສັກສິ)
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 11 →
1
ເຣໂຫໂບອາມໄດ້ໄປເມືອງຊີເຄມ ບ່ອນທີ່ປະຊາຊົນທັງໝົດທາງພາກເໜືອຂອງອິດສະຣາເອນ ໄດ້ມາເຕົ້າໂຮມກັນເພື່ອແຕ່ງຕັ້ງລາວໃຫ້ເປັນກະສັດ.
2
ເມື່ອເຢໂຣໂບອາມລູກຊາຍຂອງເນບັດ ຜູ້ໄດ້ປົບໜີຈາກກະສັດໂຊໂລໂມນໄປຢູ່ປະເທດເອຢິບໄດ້ຍິນຂ່າວດັ່ງນີ້ ລາວກໍກັບຄືນມາປະເທດ.
3
ປະຊາຊົນເຜົ່າທາງພາກເໜືອໄດ້ສົ່ງຄົນມາຫາລາວ ແລະພວກເຂົາທັງໝົດໄດ້ໄປຫາເຣໂຫໂບອາມ ແລະເວົ້າຕໍ່ເພິ່ນວ່າ,
4
“ພໍ່ຂອງທ່ານໄດ້ໃຫ້ພວກເຮົາແບກຫາບພາລະໜັກໂພດ. ຖ້າທ່ານຊ່ວຍບັນເທົາພາລະນີ້ໃຫ້ເບົາລົງ ແລະເຮັດໃຫ້ພວກເຮົາສະດວກສະບາຍຂຶ້ນ ພວກເຮົາກໍຈະເປັນປະຊາຊົນທີ່ສັດຊື່ຂອງທ່ານ.”
5
ກະສັດເຣໂຫໂບອາມຕອບວ່າ, “ໃຫ້ເຮົາພິຈາລະນາເບິ່ງເລື່ອງນີ້ສາມວັນກ່ອນ. ແລ້ວໃຫ້ພວກເຈົ້າກັບມາຫາເຮົາໃໝ່.” ດັ່ງນັ້ນ ພວກເຂົາຈຶ່ງພາກັນຈາກໄປ.
6
ກະສັດເຣໂຫໂບອາມໄດ້ປຶກສາກັບຜູ້ອາວຸໂສ ທີ່ໄດ້ຮັບໃຊ້ເປັນທີ່ປຶກສາຂອງໂຊໂລໂມນພໍ່ຂອງຕົນ. ເພິ່ນຖາມວ່າ, “ພວກທ່ານຈະແນະນຳເຮົາໃຫ້ບອກຄົນເຫຼົ່ານີ້ຢ່າງໃດ?”
7
ພວກເຂົາຕອບວ່າ, “ຖ້າທ່ານເມດຕາຄົນເຫຼົ່ານີ້ ແລະພະຍາຍາມເອົາໃຈພວກເຂົາໂດຍໃຫ້ຄຳຕອບທີ່ພວກເຂົາພໍໃຈ ພວກເຂົາກໍຈະຮັບໃຊ້ທ່ານຢ່າງສັດຊື່ເລື້ອຍໄປ.”
8
ແຕ່ເພິ່ນຊໍ້າບໍ່ເອົາໃຈໃສ່ກັບຄຳແນະນຳຂອງຜູ້ອາວຸໂສ ຈຶ່ງໄປຮັບຄຳປຶກສາຈາກຄົນໜຸ່ມທີ່ໄດ້ເຕີບໃຫຍ່ຂຶ້ນມາພ້ອມກັບຕົນ.
9
ເພິ່ນຖາມພວກເຂົາວ່າ, “ພວກເຈົ້າຈະແນະນຳເຮົາໃຫ້ເຮັດຢ່າງໃດ? ເຮົາຈະເວົ້າກັບປະຊາຊົນເຫຼົ່ານີ້ທີ່ໄດ້ມາຂໍຮ້ອງເຮົາ ຜ່ອນພາລະໜັກຂອງພວກເຂົາໃຫ້ເບົາລົງໄດ້ຢ່າງໃດ?”
10
ພວກເຂົາຈຶ່ງຕອບວ່າ, “ທ່ານຄວນຈະບອກພວກເຂົາຢ່າງນີ້: ‘ນິ້ວກ້ອຍຂອງເຮົາກໍໃຫຍ່ກວ່າບັ້ນແອວຂອງພໍ່ເຮົາ.’
11
ຈົ່ງບອກພວກເຂົາວ່າ, ‘ພໍ່ຂອງເຮົາໄດ້ວາງພາລະໜັກເທິງພວກທ່ານ; ສ່ວນເຮົາຈະວາງພາລະໜັກກວ່ານັ້ນອີກ. ເພິ່ນຂ້ຽນພວກທ່ານດ້ວຍໄມ້ແສ້ທຳມະດາ; ແຕ່ເຮົາຈະຂ້ຽນພວກທ່ານດ້ວຍໄມ້ແສ້ຕີງົວ.”’
12
ສາມວັນຕໍ່ມາ ເຢໂຣໂບອາມແລະປະຊາຊົນທັງໝົດ ກໍໄດ້ກັບຄືນມາຫາກະສັດເຣໂຫໂບອາມຕາມທີ່ເພິ່ນໄດ້ບອກພວກເຂົາ.
13
ກະສັດບໍ່ໄດ້ເອົາໃຈໃສ່ຕໍ່ຄຳແນະນຳຂອງບັນດາຜູ້ອາວຸໂສ ແລະໄດ້ກ່າວຕໍ່ປະຊາຊົນຢ່າງແຂງແຮງ
14
ຕາມທີ່ພວກຄົນໜຸ່ມໄດ້ແນະນຳແກ່ເພິ່ນນັ້ນ. ເພິ່ນໄດ້ເວົ້າວ່າ, “ພໍ່ຂອງເຮົາໄດ້ວາງພາລະໜັກເທິງພວກທ່ານ; ເຮົາເອງກໍຈະວາງພາລະໃຫ້ໜັກກວ່ານັ້ນອີກ. ເພິ່ນຂ້ຽນພວກທ່ານດ້ວຍໄມ້ແສ້ທຳມະດາ; ແຕ່ເຮົາຈະຂ້ຽນພວກທ່ານດ້ວຍໄມ້ແສ້ຕີງົວ.”
15
ສະນັ້ນ ກະສັດຈຶ່ງບໍ່ໄດ້ເອົາໃຈໃສ່ຕໍ່ຄຳຮ້ອງຂໍຂອງປະຊາຊົນ. ເຫດການນີ້ເປັນມາແຕ່ພຣະເຈົ້າ ເພື່ອພຣະເຈົ້າຢາເວຈະໃຫ້ຖ້ອຍຄຳຂອງພຣະອົງສຳເລັດ ຕາມທີ່ພຣະອົງໄດ້ກ່າວແກ່ເຢໂຣໂບອາມລູກຊາຍຂອງເນບັດໂດຍຜ່ານທາງຜູ້ທຳນວາຍອາຮີຢາແຫ່ງຊີໂລກາຍເປັນຈິງ.
16
ເມື່ອປະຊາຊົນໄດ້ເຫັນວ່າກະສັດບໍ່ຍອມຟັງພວກຕົນ ພວກເຂົາກໍພາກັນຮ້ອງຂຶ້ນວ່າ, “ພວກເຮົາບໍ່ມີສ່ວນໃນດາວິດ ບໍ່ມີສ່ວນໃນມໍຣະດົກຂອງລູກຊາຍຂອງເຢຊີ ຊາວອິດສະຣາເອນເອີຍ ຈົ່ງພາກັນກັບເມືອບ້ານເຖີດ. ປະໃຫ້ເຣໂຫໂບອາມຮັບຜິດຊອບລາວເອງສາ.” ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ກະບົດ
17
ໂດຍປ່ອຍໃຫ້ເຣໂຫໂບອາມເປັນກະສັດປົກຄອງແຕ່ປະຊາຊົນທີ່ໄດ້ອາໄສຢູ່ໃນຢູດາຍເທົ່ານັ້ນ.
18
ຕໍ່ມາ ກະສັດເຣໂຫໂບອາມໄດ້ໃຊ້ອາໂດນີຣາມ ຜູ້ຮັບຜິດຊອບດ້ານແຮງງານໄປຫາປະຊາຊົນອິດສະຣາເອນ; ແຕ່ພວກເຂົາໄດ້ໃຊ້ກ້ອນຫີນແກວ່ງໃສ່ເພິ່ນຈົນຕາຍ. ເມື່ອເປັນເຊັ່ນນີ້ ເຣໂຫໂບອາມຈຶ່ງຟ້າວຂຶ້ນລົດມ້າ ແລະປົບໜີໄປນະຄອນເຢຣູຊາເລັມ.
19
ຕັ້ງແຕ່ນັ້ນມາ ປະຊາຊົນໃນທາງພາກເໜືອຂອງອິດສະຣາເອນ ຈຶ່ງໄດ້ກະບົດຕໍ່ເຊື້ອວົງຂອງດາວິດ.
← Chapter 9
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 11 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36