bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 23
2 Chronicles 23
Lao Bible 2012 (ພຣະຄຳພີສັກສິ)
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 24 →
1
ຫລັງຈາກທີ່ຖ້າຢູ່ເປັນເວລາຫົກປີ ປະໂຣຫິດເຢໂຮຍອາດາກໍເຫັນວ່າ ເຖິງເວລາແລ້ວທີ່ຈະດຳເນີນການຢ່າງໃດຢ່າງໜຶ່ງ. ເພິ່ນໄດ້ເຮັດສັນຍາລັບກັບນາຍທະຫານຫ້າຄົນ ມີດັ່ງນີ້: ອາຊາຣີຢາລູກຊາຍຂອງເຢໂຣຮາມ, ອິດຊະມາເອນລູກຊາຍຂອງເຢໂຮຮານານ, ອາຊາຣີຢາລູກຊາຍຂອງໂອເບັດ, ມາອາເສອີຢາລູກຊາຍຂອງອາດາອີຢາ ແລະເອລີຊາຟັດລູກຊາຍຂອງຊີກະຣີ.
2
ພວກເຂົາໄດ້ເດີນທາງໄປເມືອງຕ່າງໆທົ່ວຢູດາຍ ແລະໄດ້ນຳເອົາຊາວເລວີພ້ອມທັງຫົວໜ້າທຸກຄົນ ມາທີ່ນະຄອນເຢຣູຊາເລັມກັບພວກເຂົາ.
3
ພວກເຂົາທັງໝົດໄດ້ມາເຕົ້າໂຮມກັນທີ່ວິຫານຂອງພຣະເຈົ້າ ແລະໃນທີ່ນັ້ນ ພວກເຂົາໄດ້ເຮັດພັນທະສັນຍາກັບໂຢອາດລູກຊາຍຂອງກະສັດ. ເຢໂຮຍອາດາໄດ້ກ່າວແກ່ພວກເຂົາວ່າ, “ນີ້ເປັນລູກຊາຍຂອງກະສັດຄົນທີ່ຜ່ານມາແລ້ວ. ບັດນີ້ ລາວຈະຕ້ອງຂຶ້ນເປັນກະສັດຕາມທີ່ພຣະເຈົ້າຢາເວໄດ້ສັນຍາໄວ້ວ່າ ເຊື້ອສາຍຂອງກະສັດດາວິດຈະຕ້ອງເປັນດັ່ງນັ້ນ.
4
ນີ້ແມ່ນສິ່ງທີ່ພວກເຮົາຈະຕ້ອງເຮັດ: ເມື່ອພວກປະໂຣຫິດກັບພວກເລວີມາປະຕິບັດໜ້າທີ່ໃນວັນຊະບາໂຕ ໃຫ້ແບ່ງພວກເຂົາອອກເປັນສາມໝວດດັ່ງນີ້: ໝວດທີໜຶ່ງໃຫ້ຮັກສາປະຕູພຣະວິຫານ
5
ໝວດທີສອງໃຫ້ຮັກສາປະຕູຣາຊວັງ ແລະສ່ວນທີ່ເຫຼືອຢູ່ນັ້ນໃຫ້ປະຈຳທີ່ປະຕູໂຂງ. ປະຊາຊົນທຸກຄົນຈະຕ້ອງມາໂຮມກັນທີ່ເດີ່ນຂອງວິຫານຂອງພຣະເຈົ້າຢາເວ.
6
ຢ່າໃຫ້ຜູ້ໃດເຂົ້າໄປໃນວິຫານຂອງພຣະເຈົ້າຢາເວເດັດຂາດ ນອກຈາກພວກປະໂຣຫິດກັບພວກເລວີທີ່ປະຕິບັດໜ້າທີ່ຂອງພວກເຂົາເທົ່ານັ້ນ. ພວກເຂົາອາດເຂົ້າໄປໄດ້ເພາະພວກເຂົາໄດ້ອຸທິດຕົວແລ້ວ ສ່ວນປະຊາຊົນຄົນອື່ນໆຕ້ອງຄອຍຖ້າຟັງຄຳແນະນຳຂອງພຣະເຈົ້າຢາເວຢູ່ຂ້າງນອກ.
7
ໃຫ້ຊາວເລວີຢືນຢູ່ຮັກສາກະສັດຢ່າງໃກ້ຊິດ ແລະໃຫ້ຕຽມພ້ອມທີ່ຈະຊັກດາບ ແລະໃຫ້ຢູ່ກັບກະສັດໃນທຸກບ່ອນທີ່ເພິ່ນໄປ. ຜູ້ໃດຜູ້ໜຶ່ງທີ່ພະຍາຍາມເຂົ້າໄປໃນວິຫານໃຫ້ຂ້າຜູ້ນັ້ນໂລດ.”
8
ຊາວເລວີແລະຊາວຢູດາໄດ້ເຮັດຕາມຄຳແນະນຳຂອງເຢໂຮຍອາດາ. ເມື່ອພວກຜູ້ຊາຍເຮັດໜ້າທີ່ຂອງພວກເຂົາໃນວັນຊະບາໂຕແລ້ວ ພວກເຂົາບໍ່ໄດ້ກັບເມືອ; ດັ່ງນັ້ນ ນາຍທະຫານທີ່ບັນຊາການຈຶ່ງມີຄົນເຂົ້າເວນຍາມ ແລະຫວິດຈາກເວນຍາມຢູ່ຮ່ວມດ້ວຍ.
9
ເຢໂຮຍອາດາໄດ້ເອົາໂລ້ ແລະຫອກຂອງກະສັດດາວິດ ທີ່ເພິ່ນໄດ້ມອບແກ່ວິຫານຂອງພຣະເຈົ້ານັ້ນໃຫ້ພວກນາຍທະຫານ.
10
ເພິ່ນໃຫ້ຄົນຂອງຕົນປະຈຳທີ່ ຖືດາບຕຽມພ້ອມຢູ່ອ້ອມພຣະວິຫານ ເພື່ອຮັກສາກະສັດ.
11
ແລ້ວເຢໂຮຍອາດາກໍໄດ້ນຳໂຢອາດອອກມາ; ເພິ່ນສວມມົງກຸດໃຫ້ເພິ່ນ ແລະມອບກົດໝາຍປົກຄອງສະບັບໜຶ່ງໃຫ້ເພິ່ນ ແລະໄດ້ແຕ່ງຕັ້ງເພິ່ນໃຫ້ຂຶ້ນເປັນກະສັດ. ແລ້ວເຢໂຮຍອາດາແລະລູກຊາຍຂອງເພິ່ນໄດ້ໃຊ້ນໍ້າມັນສັກສິດຫົດສົງໂຢອາດ ແລະທຸກຄົນຕ່າງກໍຮ້ອງຂຶ້ນວ່າ, “ຂໍໃຫ້ກະສັດຈົ່ງໝັ້ນຍືນ!”
12
ເມື່ອນາງອາທາລີຢາໄດ້ຍິນປະຊາຊົນໂຮຮ້ອງອວຍພອນກະສັດ ນາງຈຶ່ງຟ້າວໄປທີ່ວິຫານຂອງພຣະເຈົ້າຢາເວບ່ອນທີ່ປະຊາຊົນໄດ້ມາເຕົ້າໂຮມກັນຢູ່.
13
ໃນທີ່ນັ້ນ ຍານາງໄດ້ເຫັນກະສັດຜູ້ໃໝ່ທີ່ທາງເຂົ້າພຣະວິຫານ ຢືນຢູ່ຂ້າງເສົາທີ່ໄດ້ຈັດໄວ້ສະເພາະກະສັດ ແລະມີນາຍທະຫານໃນກອງທັບ ແລະກອງດູລິຍາງຢືນອ້ອມຢູ່. ປະຊາຊົນທັງໝົດພາກັນໂຮຮ້ອງຢ່າງຊົມຊື່ນຍິນດີ ແລະສຽງແກກໍດັງຂຶ້ນ ແລະພວກນັກດົນຕຼີປະຈຳພຣະວິຫານກໍບັນເລງເພງເປັນການສະຫລອງ. ນາງໄດ້ຈີກເສື້ອຂອງຕົນຢ່າງເປັນທຸກໃຈ ແລະຮ້ອງຂຶ້ນວ່າ, “ຄົນທໍລະຍົດ ຄົນທໍລະຍົດ.”
14
ປະໂຣຫິດເຢໂຮຍອາດາໄດ້ເອີ້ນບັນດານາຍທະຫານໃນກອງທັບມາ ແລະສັ່ງວ່າ, “ເອົານາງອອກໄປລະຫວ່າງແຖວທະຫານສາ ແລະຂ້າທຸກຄົນທີ່ພະຍາຍາມຊ່ວຍກູ້ເອົານາງ.” ສຳລັບປະໂຣຫິດໄດ້ກ່າວວ່າ, “ຢ່າປະຫານຊີວິດນາງໃນວິຫານຂອງພຣະເຈົ້າຢາເວ.”
15
ພວກເຂົາໄດ້ຈັບນາງໄປທີ່ຣາຊວັງ ແລະໄດ້ປະຫານນາງເສຍທີ່ປະຕູຄອກມ້າຂອງຣາຊວັງນັ້ນເອງ.
16
ປະໂຣຫິດເຢໂຮຍອາດາ ໂດຍມີກະສັດໂຢອາດພ້ອມປະຊາຊົນເຂົ້າຮ່ວມ ໄດ້ເຮັດພິທີຕັ້ງພັນທະສັນຍາວ່າ ພວກເຂົາຈະເປັນປະຊາຊົນຂອງພຣະເຈົ້າຢາເວ.
17
ແລ້ວທຸກຄົນກໍໄປບ່ອນຂາບໄຫວ້ພະບາອານ ແລະມ້າງມັນລົງ. ພວກເຂົາທັບແທ່ນບູຊາ ແລະເທວະຮູບໃນທີ່ນັ້ນຖິ້ມ ແລະໄດ້ຂ້າມັດທານ ປະໂຣຫິດພະບາອານຕໍ່ໜ້າແທ່ນບູຊານັ້ນ.
18
ເຢໂຮຍອາດາໄດ້ຕັ້ງພວກປະໂຣຫິດແລະຊາວເລວີໃຫ້ດູແລວຽກງານໃນວິຫານຂອງພຣະເຈົ້າຢາເວ. ພວກເຂົາໄດ້ຮັບມອບໝາຍໃຫ້ເຮັດຕາມຄຳສັ່ງທີ່ກະສັດດາວິດໄດ້ຈັດຕັ້ງໄວ້ ໂດຍໃຫ້ເຜົາເຄື່ອງບູຊາຖວາຍແກ່ພຣະເຈົ້າຢາເວຕາມກົດບັນຍັດຂອງໂມເຊ. ນອກຈາກນີ້ແລ້ວ ພວກເຂົາຍັງເປັນຜູ້ຮັບຜິດຊອບຝ່າຍດົນຕຼີແລະພິທີສະຫລອງ.
19
ເຢໂຮຍອາດາໄດ້ຈັດໃຫ້ມີຄົນເຝົ້າຍາມວິຫານຂອງພຣະເຈົ້າຢາເວ ເພື່ອປ້ອງກັນບໍ່ໃຫ້ຜູ້ໃດຜູ້ໜຶ່ງທີ່ເປັນມົນທິນເຂົ້າໄປໃນທີ່ນັ້ນ.
20
ບັນດານາຍທະຫານໃນກອງທັບ, ພົນລະເມືອງຂັ້ນຜູ້ນຳ, ເຈົ້າໜ້າທີ່ຕ່າງໆພ້ອມທັງປະຊາຊົນທັງຫລາຍ ໄດ້ເຂົ້າຮ່ວມກັບເຢໂຮຍອາດາໃນການນຳພາກະສັດ ຈາກວິຫານຂອງພຣະເຈົ້າຢາເວໄປທີ່ພະຣາຊວັງ. ພວກເຂົາໄດ້ເຂົ້າໄປທາງປະຕູໂຂງ ແລະກະສັດກໍໄດ້ຂຶ້ນໄປນັ່ງທີ່ບັນລັງ.
21
ປະຊາຊົນທັງໝົດຕ່າງກໍຊົມຊື່ນຍິນດີຢ່າງເຕັມລົ້ນ ແລະບ້ານເມືອງຈຶ່ງມີຄວາມສະຫງົບສຸກ ຍ້ອນວ່າບັດນີ້ນາງອາທາລີຢາໄດ້ຖືກປະຫານເສຍແລ້ວ.
← Chapter 22
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 24 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36