bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 35
2 Chronicles 35
Lao Bible 2012 (ພຣະຄຳພີສັກສິ)
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 36 →
1
ກະສັດໂຢສີຢາໄດ້ສະຫລອງປັດສະຄາທີ່ນະຄອນເຢຣູຊາເລັມ ເພື່ອຍ້ອງຍໍໃຫ້ກຽດພຣະເຈົ້າຢາເວ; ໃນມື້ທີສິບສີ່ຂອງເດືອນທີໜຶ່ງ, ເພິ່ນໄດ້ຂ້າສັດສຳລັບການສະຫລອງ.
2
ເພິ່ນໄດ້ມອບໝາຍໜ້າທີ່ໃຫ້ພວກປະໂຣຫິດຜູ້ທີ່ເຮັດວຽກໃນວິຫານຂອງພຣະເຈົ້າຢາເວ ແລະໃຫ້ກຳລັງໃຈພວກເຂົາເພື່ອໃຫ້ເຮັດໄດ້ດີ.
3
ເພິ່ນຍັງໄດ້ແນະນຳຊາວເລວີ ຄູສອນຂອງຊາດອິດສະຣາເອນ ຜູ້ທີ່ໄດ້ຊຳລະຕົວໃຫ້ບໍຣິສຸດແກ່ພຣະເຈົ້າຢາເວວ່າ, “ຈົ່ງເອົາຫີບອັນບໍຣິສຸດເຂົ້າໄປໄວ້ໃນວິຫານທີ່ເຈົ້າໂຊໂລໂມນລູກຊາຍຂອງດາວິດກະສັດແຫ່ງອິດສະຣາເອນໄດ້ສ້າງຂຶ້ນ. ພວກເຈົ້າບໍ່ຕ້ອງເອົາໄປທີ່ນັ້ນທີ່ນີ້ອີກຕໍ່ໄປ, ແຕ່ໃຫ້ພວກເຈົ້າບົວລະບັດຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ແລະປະຊາຊົນອິດສະຣາເອນຂອງພຣະອົງ.
4
ຈົ່ງເຂົ້າໄປປະຈຳຕຳແໜ່ງຂອງພວກເຈົ້າຢູ່ໃນວິຫານເປັນຕະກຸນ ຕາມການບັນທຶກທີ່ກະສັດດາວິດແຫ່ງອິດສະຣາເອນ ແລະການບັນທຶກທີ່ກະສັດໂຊໂລໂມນ ລູກຊາຍຂອງເພິ່ນ;
5
ແລະຈົ່ງຕຽມການພວກເຈົ້າຢູ່ໃນສະຖານທີ່ສັກສິດ ເພື່ອວ່າພວກເຈົ້າບາງຄົນຈະໄດ້ມີໂອກາດ ຊ່ວຍແຕ່ລະຄອບຄົວຂອງຊາວອິດສະຣາເອນ.
6
ໃຫ້ພວກເຈົ້າຂ້າລູກແກະແລະລູກແບ້ເຖິກສຳລັບປັດສະຄາ. ບັດນີ້ ຈົ່ງເຮັດພິທີຊຳລະພວກເຈົ້າເອງໃຫ້ໝົດມົນທິນ ແລະຈົ່ງຕຽມເຄື່ອງເຜົາບູຊາ ເພື່ອພີ່ນ້ອງຊາວອິດສະຣາເອນຂອງພວກເຈົ້າຈະເຮັດຕາມຄຳແນະນຳ ຊຶ່ງພຣະເຈົ້າຢາເວໄດ້ມອບໃຫ້ຜ່ານທາງໂມເຊນັ້ນ.”
7
ເພື່ອໃຫ້ປະຊາຊົນໃຊ້ສຳລັບສະຫລອງປັດສະຄາ ກະສັດໂຢສີຢາໄດ້ບໍລິຈາກສັດຈາກຝູງສັດຂອງເພິ່ນ ມີດັ່ງນີ້: ລູກແກະແລະລູກແບ້ເຖິກສາມສິບພັນໂຕ ແລະງົວເຖິກສາມພັນໂຕ.
8
ສ່ວນຂ້າຣາຊການຂອງເພິ່ນກໍຍັງໄດ້ບໍລິຈາກໃຫ້ປະຊາຊົນ, ພວກປະໂຣຫິດ ແລະຊາວເລວີໄດ້ໃຊ້ດ້ວຍ. ສຳລັບຂ້າຣາຊການຜູ້ທີ່ຮັບຜິດຊອບວິຫານຂອງພຣະເຈົ້າ ມີດັ່ງນີ້: ມະຫາປະໂຣຫິດຮິນກີຢາ, ເຊກາຣີຢາ ແລະເຢຮີເອນ ກໍໄດ້ບໍລິຈາກລູກແກະກັບລູກແບ້ເຖິກສອງພັນຫົກຮ້ອຍໂຕ ແລະງົວເຖິກສາມຮ້ອຍໂຕ ເພື່ອເຜົາບູຊາໃນການສະຫລອງນັ້ນ.
9
ບັນດາຜູ້ນຳຂອງຊາວເລວີ ມີດັ່ງນີ້: ໂກນານີຢາ, ເຊມາອີຢາ ແລະເນທາເນນນ້ອງຊາຍຂອງຕົນ, ຮາຊາບີຢາ, ເຢອີເອນ ແລະໂຢຊາບັດ ກໍໄດ້ບໍລິຈາກລູກແກະກັບລູກແບ້ຫ້າພັນໂຕ ແລະງົວເຖິກຫ້າຮ້ອຍໂຕ ໃຫ້ຊາວເລວີເຜົາຖວາຍບູຊາ.
10
ເມື່ອໄດ້ຕຽມທຸກສິ່ງສຳລັບປັດສະຄາແລ້ວ ປະໂຣຫິດແລະຊາວເລວີກໍໄດ້ເຂົ້າປະຈຳໜ້າທີ່ຂອງໃຜລາວ ຕາມຄຳສັ່ງຂອງກະສັດ.
11
ຫລັງຈາກທີ່ໄດ້ຂ້າລູກແກະແລະລູກແບ້ເຖິກແລ້ວ ຊາວເລວີກໍໄດ້ລອກໜັງສັດອອກ ແລະປະໂຣຫິດໄດ້ຊິດເລືອດສັດນັ້ນໃສ່ເທິງແທ່ນບູຊາ.
12
ແລ້ວພວກເຂົາກໍແບ່ງປະຊາຊົນອອກເປັນໝວດຕາມຄອບຄົວ ແລະເອົາສັດທີ່ຈະເປັນເຄື່ອງບູຊານັ້ນຢາຍໃຫ້ ເພື່ອເຂົາຈະໄດ້ຖວາຍແດ່ພຣະເຈົ້າຢາເວ ຕາມທີ່ໄດ້ຂຽນໄວ້ໃນກົດບັນຍັດຂອງໂມເຊ.
13
ຊາວເລວີປີ້ງເຄື່ອງເຜົາບູຊາຂອງປັດສະຄາຕາມກົດລະບຽບ ແລະຕົ້ມເຄື່ອງບູຊາອັນບໍຣິສຸດໃນໝໍ້, ໃນການໍ້າ ແລະໃນໝໍ້ຂາງ ແລະຟ້າວຢາຍຊີ້ນນັ້ນໃຫ້ປະຊາຊົນ.
14
ຫລັງຈາກຢາຍແລ້ວ ຊາວເລວີກໍໄດ້ຈັດຕຽມຊີ້ນສຳລັບຕົນ ແລະສຳລັບພວກປະໂຣຫິດທີ່ສືບເຊື້ອສາຍຈາກອາໂຣນ. ສຳລັບພວກປະໂຣຫິດແລ້ວ ພວກເຂົາຫຍຸ້ງຢູ່ກັບວຽກນີ້ຈົນຮອດກາງຄືນ ໂດຍເຜົາສັດທັງໂຕ ແລະໄຂມັນເປັນເຄື່ອງບູຊາ.
15
ຕາມຄຳສັ່ງຂອງກະສັດດາວິດ ນັກດົນຕຼີຊາວເລວີໃນຕະກຸນອາສັບ ຕ່າງກໍເຂົ້າປະຈຳທີ່ຂອງຕົນ ມີດັ່ງນີ້: ອາສັບ, ເຮມານ ແລະເຢດູທູນ ຜູ້ທຳນວາຍປະຈຳກະສັດ. ຜູ້ເຝົ້າຍາມປະຕູພຣະວິຫານກໍບໍ່ໄດ້ປະລະໜ້າທີ່ຂອງຕົນ ເພາະຊາວເລວີຄົນອື່ນໆໄດ້ຈັດຕຽມປັດສະຄາເພື່ອພວກຕົນ.
16
ສະນັ້ນ ຕາມຄຳສັ່ງຂອງກະສັດໂຢສີຢາ ໃນມື້ນັ້ນ ທຸກສິ່ງທີ່ເຮັດເພື່ອຮັບໃຊ້ພຣະເຈົ້າຢາເວ ເຊັ່ນ: ຢຶດຖືພິທີສະຫລອງປັດສະຄາ ແລະເຜົາເຄື່ອງຖວາຍບູຊາທີ່ເທິງແທ່ນບູຊາຂອງພຣະເຈົ້າຢາເວກໍສຳເລັດລົງ.
17
ປະຊາຊົນທັງໝົດທີ່ໄດ້ມາທີ່ນັ້ນ ຕ່າງກໍສະຫລອງປັດສະຄາ ແລະເທດສະການກິນເຂົ້າຈີ່ບໍ່ມີເຊື້ອແປ້ງເປັນເວລາເຈັດວັນ.
18
ນັບມາແຕ່ສະໄໝຂອງຜູ້ທຳນວາຍຊາມູເອນ ບໍ່ເຄີຍໄດ້ສະຫລອງປັດສະຄາເຊັ່ນນີ້ເລີຍ. ບໍ່ມີກະສັດຄົນໃດໃນອະດີດທີ່ໄດ້ສະຫລອງປັດສະຄາ ດັ່ງທີ່ກະສັດໂຢສີຢາໄດ້ສະຫລອງ ໂດຍມີພວກປະໂຣຫິດຊາວເລວີ ແລະປະຊາຊົນຊາວຢູດາຊາວອິດສະຣາເອນ ແລະຊາວເຢຣູຊາເລັມເປັນຜູ້ໃຫ້ການຮ່ວມໄມ້ຮ່ວມມື.
19
ການສະຫລອງນີ້ໄດ້ຖືກຈັດຂຶ້ນ ໃນຣາຊການປີທີສິບແປດ ທີ່ໂຢສີຢາໄດ້ປົກຄອງ.
20
ຫລັງຈາກທີ່ກະສັດໂຢສີຢາໄດ້ເຮັດສິ່ງເຫຼົ່ານີ້ທັງໝົດສຳລັບພຣະວິຫານແລ້ວ ກະສັດເນໂກແຫ່ງເອຢິບໄດ້ຍົກທັບມາ ເພື່ອໂຈມຕີເມືອງກາກເກມິດທີ່ແມ່ນໍ້າເອີຟຣັດ. ໂຢສີຢາໄດ້ພະຍາຍາມຢັບຢັ້ງເພິ່ນໄວ້
21
ແຕ່ເນໂກໄດ້ສົ່ງສານມາຫາໂຢສີຢາ ໂດຍມີຖ້ອຍຄຳດັ່ງນີ້: “ກະສັດແຫ່ງຢູດາຍເອີຍ ເສິກທີ່ຂ້າພະເຈົ້າກຳລັງເຮັດຢູ່ນີ້ບໍ່ກ່ຽວຂ້ອງກັບທ່ານ. ຂ້າພະເຈົ້າບໍ່ໄດ້ມາຕໍ່ສູ້ທ່ານ, ແຕ່ມາຕໍ່ສູ້ເຫຼົ່າສັດຕູຂອງຂ້າພະເຈົ້າ ເພາະພຣະເຈົ້າໄດ້ບອກຂ້າພະເຈົ້າໃຫ້ຮີບລົງມືເຮັດ. ພຣະເຈົ້າຢູ່ຝ່າຍຂ້າພະເຈົ້າ; ສະນັ້ນ ຢ່າພະຍາຍາມຂັດຂວາງຂ້າພະເຈົ້າເລີຍ ທ່ານຢາກໃຫ້ພຣະອົງທຳລາຍທ່ານບໍ?”
22
ແຕ່ໂຢສີຢາຕັ້ງໃຈທີ່ຈະສູ້ຮົບ. ເພິ່ນບໍ່ຍອມຟັງສິ່ງທີ່ພຣະເຈົ້າໄດ້ກ່າວຜ່ານທາງກະສັດເນໂກ; ດັ່ງນັ້ນ ເພິ່ນຈຶ່ງປອມຕົວເຂົ້າສູ້ຮົບທີ່ທົ່ງພຽງຂອງເມືອງເມກິດໂດ.
23
ໃນລະຫວ່າງການສູ້ຮົບຢູ່ນັ້ນ ກະສັດໂຢສີຢາໄດ້ຖືກລູກໜ້າທະນູຂອງທະຫານປະເທດເອຢິບ. ເພິ່ນໄດ້ສັ່ງທະຫານທີ່ຮັບໃຊ້ຕົນວ່າ, “ຈົ່ງເອົາເຮົາໜີໄປ ເຮົາເຈັບປວດຫລາຍ”.
24
ພວກເຂົາອູ້ມເພິ່ນອອກຈາກລົດຮົບຂອງເພິ່ນ ໄປໃສ່ລົດຮົບຄັນທີສອງໃນທີ່ນັ້ນ ແລະນຳເພິ່ນກັບເມືອສູ່ນະຄອນເຢຣູຊາເລັມ. ເພິ່ນໄດ້ຕາຍໃນທີ່ນີ້ແລະໄດ້ຖືກຝັງໄວ້ໃນອຸບມຸງແຫ່ງກະສັດ. ປະຊາຊົນທັງໝົດໃນຢູດາຍ ແລະນະຄອນເຢຣູຊາເລັມໄດ້ໄວ້ທຸກໃຫ້ເພິ່ນ.
25
ຜູ້ທຳນວາຍເຢເຣມີຢາໄດ້ປະພັນບົດເພງໄວ້ອາໄລອາວອນສຳລັບກະສັດໂຢສີຢາ. ຕໍ່ມາ ໄດ້ກາຍເປັນປະເພນີໃນປະເທດອິດສະຣາເອນ ທີ່ທັງຊາຍແລະຍິງຈະໃຊ້ເພງນີ້ ເມື່ອພວກຕົນໄວ້ທຸກໃຫ້ແກ່ເພິ່ນ. ເພງນີ້ມີຢູ່ໃນຊຸດຂອງເພງອາໄລອາວອນ.
26
ທຸກໆສິ່ງທີ່ກະສັດໂຢສີຢາໄດ້ເຮັດເຊັ່ນ: ການອຸທິດຕົນໃຫ້ແກ່ພຣະເຈົ້າຢາເວ, ການທີ່ເພິ່ນເຊື່ອຟັງກົດບັນຍັດ
27
ແລະປະຫວັດຕັ້ງແຕ່ຕົ້ນຈົນເພິ່ນຕາຍໄປ, ທັງໝົດນີ້ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນແລະຢູດາຍ.
← Chapter 34
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 36 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36