bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 36
2 Chronicles 36
Lao Bible 2012 (ພຣະຄຳພີສັກສິ)
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
1
ປະຊາຊົນຊາວຢູດາຍໄດ້ເລືອກເຈົ້າເຢໂຮອາຮາດລູກຊາຍຂອງກະສັດໂຢສີຢາໂດຍໃຊ້ນໍ້າມັນສັກສິດຫົດສົງເພິ່ນ ໃຫ້ຂຶ້ນເປັນກະສັດປົກຄອງໃນນະຄອນເຢຣູຊາເລັມ.
2
ເມື່ອເຈົ້າເຢໂຮອາຮາດໄດ້ຂຶ້ນເປັນກະສັດແຫ່ງຢູດາຍນັ້ນ ເພິ່ນອາຍຸຊາວສາມປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມພຽງສາມເດືອນ.
3
ກະສັດແຫ່ງເອຢິບໄດ້ຈັບເພິ່ນໄປເປັນຊະເລີຍ ແລະບັງຄັບໃຫ້ຢູດາຈ່າຍເງິນຈຳນວນສາມພັນສີ່ຮ້ອຍກິໂລກຼາມ ແລະ ຄຳ ສາມສິບສີ່ກິໂລກຼາມ ເປັນຄ່າໜີ້ສິນ.
4
ກະສັດແຫ່ງເອຢິບໄດ້ແຕ່ງຕັ້ງເຈົ້າເອລີອາກິມ ນ້ອງຊາຍຂອງເຢໂຮອາຮາດໃຫ້ຂຶ້ນເປັນກະສັດແຫ່ງຢູດາຍ ໂດຍປ່ຽນຊື່ໃໝ່ໃຫ້ເພິ່ນວ່າ ເຢໂຮຍອາກິມ. ສ່ວນເຢໂຮອາຮາດນັ້ນໄດ້ຖືກເນໂກນຳຕົວໄປທີ່ເອຢິບ.
5
ເຈົ້າເຢໂຮຍອາກິມໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບເອັດປີ. ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.
6
ກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຮຸກຮານຢູດາຍ, ຈັບເຢໂຮຍອາກິມ ແລະລ່າມໂສ້ເພິ່ນນຳໄປສູ່ບາບີໂລນ.
7
ເນບູກາດເນັດຊາໄດ້ນຳຊັບສົມບັດບາງສ່ວນຢູ່ໃນວິຫານຂອງພຣະເຈົ້າຢາເວ ໄປໄວ້ທີ່ວັງຂອງຕົນໃນນະຄອນບາບີໂລນ.
8
ທຸກໆສິ່ງທີ່ກະສັດເຢໂຮຍອາກິມໄດ້ເຮັດ ລວມທັງການກະທຳອັນໜ້າກຽດໜ້າຊັງ ແລະອັນຊົ່ວຮ້າຍຕ່າງໆ ແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງກະສັດແຫ່ງອິດສະຣາເອນແລະຢູດາຍ. ເຈົ້າເຢໂຮຍອາກິນລູກຊາຍຂອງເພິ່ນໄດ້ຂຶ້ນປົກຄອງແທນ.
9
ເຈົ້າເຢໂຮຍອາກິນຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸສິບແປດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສາມເດືອນກັບສິບວັນ. ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.
10
ເມື່ອຮອດລະດູໃບໄມ້ປົ່ງ ກະສັດເນບູກາເນັດຊາໄດ້ນຳເຢໂຮຍອາກິນໄປເປັນຊະເລີຍທີ່ບາບີໂລນ ພ້ອມທັງນຳຊັບສົມບັດອັນມີຄ່າໃນວິຫານຂອງພຣະເຈົ້າຢາເວໄປກ້ຽງ. ແລ້ວເພິ່ນກໍແຕ່ງຕັ້ງເຊເດກີຢາ ລູງ ຂອງເຢໂຮຍອາກິນ ໃຫ້ຂຶ້ນເປັນກະສັດປົກຄອງຢູດາຍແລະເຢຣູຊາເລັມແທນ.
11
ເຈົ້າເຊເດກີຢາເພິ່ນຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸຊາວເອັດປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສິບເອັດປີ.
12
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ແລະບໍ່ຍອມຖ່ອມໃຈລົງຕໍ່ໜ້າຜູ້ທຳນວາຍເຢເຣມີຢາຜູ້ທີ່ໄດ້ກ່າວຈາກປາກຂອງພຣະເຈົ້າຢາເວ.
13
ເຊເດກີຢາໄດ້ກະບົດຕໍ່ກະສັດເນບູກາເນັດຊາ ຜູ້ທີ່ໄດ້ບັງຄັບເພິ່ນໃຫ້ສາບານໂດຍພຣະເຈົ້າວ່າຈະຍອມສັດຊື່. ເພິ່ນດື້ດຶງບໍ່ຍອມກັບໃຈໃໝ່ ແລະຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
14
ນອກຈາກນີ້ອີກ ບັນດາຜູ້ນຳຂອງຢູດາຍ ບັນດາປະໂຣຫິດແລະປະຊາຊົນຕ່າງກໍໄດ້ເຮັດບາບຕາມແບບຢ່າງຂອງຊົນຊາດ ທີ່ອ້ອມຮອບພວກເຂົານັ້ນໂດຍຂາບໄຫວ້ຮູບເຄົາຣົບ; ສະນັ້ນ ພວກເຂົາຈຶ່ງໄດ້ເຮັດໃຫ້ວິຫານຂອງພຣະເຈົ້າຢາເວ ບ່ອນທີ່ພຣະອົງເຮັດໃຫ້ສັກສິດໃນເຢຣູຊາເລັມນັ້ນເປັນມົນທິນ.
15
ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາ ໄດ້ສືບຕໍ່ໃຊ້ຜູ້ທຳນວາຍຫລາຍຄົນມາເຕືອນປະຊາຊົນຂອງພຣະອົງ ເພາະພຣະອົງບໍ່ປະສົງຈະທຳລາຍພວກເຂົາ ແລະທີ່ສະຖິດຂອງພຣະອົງ.
16
ແຕ່ພວກເຂົາໄດ້ຫົວເຍາະເຍີ້ຍໃສ່ພວກຜູ້ນຳຂ່າວຂອງພຣະເຈົ້າ ໂດຍບໍ່ຍອມຮັບເອົາຖ້ອຍຄຳຂອງພຣະອົງ ແລະຫົວຂວັນໃສ່ຜູ້ທຳນວາຍຂອງພຣະອົງ; ຈົນໃນທີ່ສຸດ ພຣະເຈົ້າຢາເວໄດ້ໂກດຮ້າຍປະຊາຊົນຂອງພຣະອົງຫລາຍຍິ່ງຂຶ້ນ ຈົນບໍ່ມີຜູ້ໃດໜີພົ້ນໄປໄດ້.
17
ສະນັ້ນ ພຣະອົງຈຶ່ງໄດ້ນຳເອົາກະສັດແຫ່ງບາບີໂລນ ມາໂຈມຕີພວກເຂົາ. ກະສັດໄດ້ຂ້າຊາຍໜຸ່ມຊາວຢູດາແມ່ນແຕ່ໃນວິຫານແຫ່ງສະຖານທີ່ສັກສິດຂອງພວກເຂົາ. ເພິ່ນບໍ່ໄດ້ເມດຕາຕໍ່ຜູ້ໃດຜູ້ໜຶ່ງເລີຍ, ບໍ່ວ່າໜຸ່ມຫລືແກ່, ຊາຍຫລືຍິງ, ເຈັບປ່ວຍຫລືຢູ່ດີມີແຮງ. ພຣະເຈົ້າໄດ້ມອບພວກເຂົາໃຫ້ຢູ່ໃຕ້ອຳນາດຂອງເພິ່ນ.
18
ກະສັດແຫ່ງບາບີໂລນໄດ້ປຸ້ນສະດົມວິຫານຂອງພຣະເຈົ້າ, ຊັບສົມບັດຂອງວິຫານຂອງພຣະເຈົ້າຢາເວ ແລະຊັບສົມບັດຂອງກະສັດຕະຫລອດທັງຂອງພວກຂ້າຣາຊການ ແລະນຳເອົາສິ່ງຂອງທັງໝົດໄປທີ່ນະຄອນບາບີໂລນ.
19
ເພິ່ນໄດ້ຈູດວິຫານຂອງພຣະເຈົ້າແລະທຳລາຍກຳແພງເມືອງເຢຣູຊາເລັມ, ຈູດບັນດາຣາຊວັງທັງໝົດແລະທຳລາຍຊັບສົມບັດອັນມີຄ່າໝົດກ້ຽງ.
20
ເພິ່ນໄດ້ນຳພວກທີ່ລອດຊີວິດໄປສູ່ນະຄອນບາບີໂລນ ເພື່ອເອົາໄປເປັນທາດຮັບໃຊ້ເພິ່ນ ແລະເຊື້ອສາຍຂອງເພິ່ນ ຈົນອານາຈັກເປີເຊຍຮຸ່ງເຮືອງຂຶ້ນ.
21
ເພື່ອຖ້ອຍຄຳທີ່ພຣະເຈົ້າຢາເວໄດ້ກ່າວລ່ວງໜ້າ ຜ່ານປາກຂອງຜູ້ທຳນວາຍເຢເຣມີຢາກາຍເປັນຈິງ ຄືວ່າ: ດິນແດນຈະຮ້າງວ່າງເປົ່າເປັນເວລາເຈັດສິບປີ ເພື່ອຊົດເຊີຍການພັກຜ່ອນສຳລັບວັນຊະບາໂຕ ຊຶ່ງພວກເຂົາບໍ່ໄດ້ຢຶດຖື.
22
ໃນປີທີໜຶ່ງ ຊຶ່ງກະສັດໄຊຣັດແຫ່ງເປີເຊຍໄດ້ຂຶ້ນເປັນຈັກກະພັດ ພຣະເຈົ້າຢາເວໄດ້ເຮັດຕາມຖ້ອຍຄຳທີ່ພຣະອົງໄດ້ກ່າວໄວ້ ຜ່ານທາງຜູ້ທຳນວາຍເຢເຣມີຢາ. ພຣະເຈົ້າຢາເວໄດ້ບັນດານໃຫ້ກະສັດໄຊຣັດອອກຄຳສັ່ງປະກາດໄປທົ່ວທຸກໆບ່ອນໃນອານາຈັກຂອງເພິ່ນ ໂດຍມີຖ້ອຍຄຳດັ່ງນີ້:
23
“ນີ້ແມ່ນຄຳສັ່ງຂອງກະສັດໄຊຣັດແຫ່ງເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າແຫ່ງສະຫວັນໄດ້ມອບອານາຈັກທັງໝົດທົ່ວທັງແຜ່ນດິນໂລກໃຫ້ຂ້າພະເຈົ້າ ແລະໄດ້ສັ່ງໃຫ້ຂ້າພະເຈົ້າຮັບຜິດຊອບໃນການສ້າງວິຫານຂອງພຣະອົງທີ່ນະຄອນເຢຣູຊາເລັມຂຶ້ນໃໝ່. ບັດນີ້ ພວກທ່ານທັງໝົດທີ່ເປັນປະຊາຊົນຂອງພຣະອົງເອີຍ ຈົ່ງໄປທີ່ນັ້ນ ແລະຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານສະຖິດຢູ່ກັບພວກທ່ານເທີ້ນ.”
← Chapter 35
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36