bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 16
2 Chronicles 16
Lao Bible 2012 (ພຣະຄຳພີສັກສິ)
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 17 →
1
ໃນຣາຊການປີທີສາມສິບຫົກຂອງກະສັດອາສາແຫ່ງຢູດາຍ, ກະສັດບາອາຊາແຫ່ງອິດສະຣາເອນໄດ້ຮຸກຮານຢູດາຍ ແລະເລີ່ມສ້າງປ້ອມປ້ອງກັນເມືອງຣາມາ ເພື່ອຕັດການສັນຈອນເຂົ້າອອກຂອງຢູດາຍ.
2
ດັ່ງນັ້ນ ອາສາຈຶ່ງໄດ້ນຳເງິນແລະຄຳຈາກຄັງຢູ່ໃນວິຫານຂອງພຣະເຈົ້າຢາເວ ແລະຈາກວັງ ສົ່ງໄປທີ່ເມືອງດາມັສກັດ, ໃຫ້ກະສັດເບັນຮາດາດແຫ່ງຊີເຣຍ ພ້ອມທັງຖ້ອຍຄຳດັ່ງນີ້:
3
“ໃຫ້ເຮົາທັງສອງມາເປັນພັນທະມິດກັນ ດັ່ງພໍ່ພວກເຮົາເຄີຍໄດ້ເປັນມາ. ເງິນແລະຄຳນີ້ເປັນຂອງຂວັນສຳລັບທ່ານ. ບັດນີ້ ຈົ່ງເຊົາເປັນພັນທະມິດກັບບາອາຊາກະສັດແຫ່ງອິດສະຣາເອນ ເພື່ອວ່າລາວຈະໄດ້ຖອນທະຫານຂອງລາວອອກໄປຈາກເຂດແດນຂອງເຮົາ.”
4
ເບັນຮາດາດໄດ້ຕົກລົງເຮັດຕາມຄຳສະເໜີຂອງອາສາ ໂດຍໄດ້ສົ່ງບັນດານາຍທະຫານຜູ້ບັນຊາການກອງທັບໄປໂຈມຕີເມືອງຕ່າງໆຂອງອິດສະຣາເອນ. ພວກເຂົາໄດ້ຢຶດເມືອງຕ່າງໆ ເຊັ່ນ: ອີໂຢນ, ດານ, ອາເບນເບັດມາອາກາ ແລະເມືອງທັງໝົດຂອງເນັບທາລີ ທີ່ເປັນບ່ອນລຳລຽງສະບຽງອາຫານ.
5
ເມື່ອກະສັດບາອາຊາໄດ້ຍິນສິ່ງທີ່ເກີດຂຶ້ນ ເພິ່ນຈຶ່ງຢຸດສ້າງປ້ອມປ້ອງກັນເມືອງຣາມາແລະປະຖິ້ມວຽກງານໄປ.
6
ແລ້ວກະສັດອາສາຈຶ່ງເຕົ້າໂຮມຄົນທົ່ວຢູດາຍໃຫ້ຂົນຫີນ ແລະໄມ້ທ່ອນທີ່ບາອາຊາໄດ້ໃຊ້ສ້າງເມືອງຣາມານັ້ນ ແລະນຳເອົາວັດຖຸທັງໝົດນີ້ໄປສ້າງປ້ອມປ້ອງກັນເມືອງເກບາແລະມີຊະປາ.
7
ໃນຄັ້ງນັ້ນ ຜູ້ທຳນວາຍຮານານີໄດ້ໄປພົບກະສັດອາສາ ແລະກ່າວວ່າ, “ຍ້ອນທ່ານໄດ້ເພິ່ງກະສັດແຫ່ງຊີເຣຍ ແທນທີ່ຈະເພິ່ງພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ ອົງທີ່ເຮັດໃຫ້ກອງທັບຂອງກະສັດແຫ່ງອິດສະຣາເອນ ຖອຍໜີໄປຈາກທ່ານ.
8
ຊາວເອທີໂອເປຍແລະຊາວລີເບຍມີກອງທັບອັນໃຫຍ່ໂຕ ພ້ອມທັງລົດຮົບເປັນຈຳນວນຫລວງຫລາຍ ບໍ່ແມ່ນບໍ? ແຕ່ຍ້ອນທ່ານໄດ້ເພິ່ງພຣະເຈົ້າຢາເວ ພຣະອົງຈຶ່ງໃຫ້ທ່ານໄດ້ມີໄຊຊະນະເໜືອພວກເຂົາ.
9
ສາຍຕາຂອງພຣະເຈົ້າຢາເວໄດ້ເຝົ້າເບິ່ງທົ່ວໂລກນີ້ທັງໝົດ ເພື່ອໃຫ້ກຳລັງແກ່ຜູ້ທີ່ມີຈິດໃຈສັດຊື່ຕໍ່ພຣະອົງ. ທ່ານໄດ້ເຮັດໃນສິ່ງທີ່ໂງ່ຈ້າທີ່ສຸດ; ສະນັ້ນ ຕັ້ງແຕ່ບັດນີ້ໄປ ທ່ານຈະເຮັດເສິກຢູ່ບໍ່ຂາດ.”
10
ເລື່ອງນີ້ໄດ້ເຮັດໃຫ້ອາສາໂກດຮ້າຍຜູ້ທຳນວາຍຫລາຍ ຈົນເພິ່ນຈັບລາວໄປຂັງຄຸກໄວ້. ໃນເວລາດຽວກັນນັ້ນ ເພິ່ນກໍຂົ່ມເຫັງປະຊາຊົນບາງຄົນຢ່າງທາລຸນ.
11
ເຫດການທັງປວງໃນຣາຊການຂອງອາສາ ຕັ້ງແຕ່ຕົ້ນຈົນຈົບແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງຢູດາຍ ແລະອິດສະຣາເອນ.
12
ໃນຣາຊການປີທີສາມສິບເກົ້າທີ່ອາສາເປັນກະສັດ, ເພິ່ນໄດ້ເປັນລ່ອຍເພາະເກີດພະຍາດຢ່າງຮ້າຍແຮງທີ່ຕີນ, ແຕ່ເຖິງປານນັ້ນ ເພິ່ນບໍ່ໄດ້ຫັນມາຫາພຣະເຈົ້າຢາເວ, ແຕ່ຫັນໄປຫາໝໍໃຫ້ປິ່ນປົວ.
13
ສອງປີຕໍ່ມາ ເພິ່ນໄດ້ຕາຍໄປ ແລະຕາຍໄປໃນປີທີສີ່ສິບເອັດຊຶ່ງຕົນໄດ້ປົກຄອງ.
14
ແລະໄດ້ຖືກຝັງໄວ້ໃນອຸບມຸງເປັນໂງ່ນຫີນ ຊຶ່ງເພິ່ນໄດ້ສັ່ງໃຫ້ເຈາະໄວ້ສຳລັບເພິ່ນເອງທີ່ເມືອງຂອງດາວິດ. ພວກເຂົາໄດ້ໃຊ້ເຄື່ອງເທດກັບນໍ້າມັນຫອມ ຕົບແຕ່ງຮ່າງກາຍຂອງເພິ່ນສຳລັບຝັງ ແລະພວກເຂົາໄດ້ສ້າງໄຟກອງໃຫຍ່ສຳລັບໄວ້ທຸກໃຫ້ເພິ່ນ.
← Chapter 15
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 17 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36