bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 25
2 Chronicles 25
Lao Bible 2012 (ພຣະຄຳພີສັກສິ)
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 26 →
1
ເຈົ້າອາມາຊີຢາຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ຊາວຫ້າປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາຊາວເກົ້າປີ. ແມ່ຂອງເພິ່ນຊື່ວ່າເຢໂຮອັດດານ ຊາວນະຄອນເຢຣູຊາເລັມ.
2
ເພິ່ນໄດ້ເຮັດສິ່ງທີ່ພຣະເຈົ້າຢາເວພໍໃຈ ແຕ່ບໍ່ໄດ້ເຮັດດ້ວຍຄວາມເຕັມໃຈ.
3
ເມື່ອເພິ່ນໄດ້ຂຶ້ນກຳອຳນາດຢ່າງໝັ້ນຄົງແລ້ວ ເພິ່ນກໍສັງຫານຂ້າຣາຊການທີ່ໄດ້ຂ້າພໍ່ຂອງເພິ່ນ.
4
ເຖິງຢ່າງໃດກໍຕາມ ເພິ່ນບໍ່ໄດ້ຂ້າລູກຂອງພວກເຂົາ, ແຕ່ເພິ່ນໄດ້ປະຕິບັດຕາມກົດບັນຍັດຂອງໂມເຊ ທີ່ພຣະເຈົ້າຢາເວໄດ້ສັ່ງໄວ້ວ່າ, “ພໍ່ແມ່ຈະບໍ່ຖືກປະຫານຍ້ອນລູກເຮັດຜິດ ແລະລູກກໍຈະບໍ່ຖືກປະຫານຍ້ອນພໍ່ແມ່ເຮັດຜິດ; ຜູ້ໃດເຮັດຜິດໃຫ້ປະຫານຜູ້ນັ້ນ.”
5
ກະສັດອາມາຊີຢາໄດ້ເກນເອົາຜູ້ຊາຍທັງໝົດຈາກເຜົ່າຢູດາແລະເຜົ່າເບັນຢາມິນເຂົ້າເປັນທະຫານໃນກອງທັບ ຕາມຕະກຸນຂອງພວກເຂົາ ແລະຕັ້ງນາຍທະຫານບັນຊາການປະຈຳກອງພັນແລະກອງຮ້ອຍ. ການເກນນີ້ໄດ້ລວມເອົາຜູ້ຊາຍທັງໝົດ ຕັ້ງແຕ່ອາຍຸຊາວປີຂຶ້ນໄປ ຊຶ່ງລວມແລ້ວມີສາມແສນຄົນ. ພວກເຂົາເປັນທະຫານທີ່ໄດ້ຖືກຄັດເລືອກເອົາສະເພາະໃຫ້ຕຽມພ້ອມເພື່ອສູ້ຮົບ ແລະຊຳນິຊຳນານໃນການໃຊ້ຫອກແລະໃຊ້ໂລ້.
6
ນອກຈາກນີ້ ເພິ່ນຍັງໄດ້ຈ້າງທະຫານມາຈາກອິດສະຣາເອນໜຶ່ງແສນຄົນ ໃນລາຄາເງິນປະມານສີ່ໂຕນ.
7
ແຕ່ມີຜູ້ທຳນວາຍຄົນໜຶ່ງໄດ້ໄປພົບກະສັດ ແລະບອກເພິ່ນວ່າ, “ຢ່າເອົາທະຫານອິດສະຣາເອນເຫຼົ່ານີ້ໄປກັບທ່ານເລີຍ. ພຣະເຈົ້າຢາເວຈະບໍ່ສະຖິດຢູ່ກັບທະຫານທີ່ມາຈາກອານາຈັກເໜືອ.
8
ທ່ານອາດຄິດວ່າ ພວກເຂົາຈະເຮັດໃຫ້ທ່ານເຂັ້ມແຂງຂຶ້ນ ໃນສະໜາມຮົບ, ແຕ່ແມ່ນພຣະເຈົ້າຕ່າງຫາກ ທີ່ມີອຳນາດຊີ້ຂາດຄວາມມີໄຊ ຫລືການພ່າຍແພ້ ແລະພຣະເຈົ້າຈະເຮັດໃຫ້ສັດຕູເອົາຊະນະທ່ານ.”
9
ອາມາຊີຢາຖາມຄົນຂອງພຣະເຈົ້າວ່າ, “ສ່ວນເງິນທີ່ເຮົາໄດ້ຈ່າຍໃຫ້ພວກເຂົາແລ້ວນັ້ນເດ ເຮົາຈະເຮັດຢ່າງໃດ?” ຄົນຂອງພຣະເຈົ້າຕອບວ່າ, “ພຣະເຈົ້າຢາເວສົ່ງຄືນໃຫ້ທ່ານໄດ້ຫລາຍກວ່ານັ້ນ.”
10
ດັ່ງນັ້ນ ກະສັດອາມາຊີຢາຈຶ່ງສົ່ງທະຫານທີ່ຮັບຈ້າງນັ້ນກັບຄືນເມືອ. ພວກເຂົາກັບຄືນເມືອເຮືອນໂດຍທີ່ຕ່າງຄົນຕ່າງກໍຄຽດແຄ້ນຢ່າງຂົມຂື່ນໃຫ້ປະຊາຊົນຊາວຢູດາ.
11
ອາມາຊີຢາສຸມທຸກຄວາມກ້າຫານຂອງຕົນ ແລະນຳພາກອງທັບອອກໄປສູ່ຮ່ອມພູເກືອ. ໃນທີ່ນັ້ນ ພວກເຂົາໄດ້ດຳເນີນການສູ້ຮົບ ແລະໄດ້ຂ້າທະຫານເອໂດມສິບພັນຄົນ
12
ແລະທັງຈັບເປັນຊະເລີຍໄດ້ອີກ ສິບພັນຄົນ. ພວກເຂົານຳຊະເລີຍເສິກເຫຼົ່ານັ້ນຂຶ້ນໄປເທິງຈອມຜາທີ່ເມືອງເສລາ ແລະຍູ້ພວກເຂົາໃຫ້ຕົກລົງໃນເຫວຕາຍ.
13
ໃນເວລາດຽວກັນນັ້ນ ບັນດາທະຫານອິດສະຣາເອນທີ່ອາມາຊີຢາບໍ່ຍອມໃຫ້ໄປເຮັດເສິກນຳນັ້ນ ໄດ້ໂຈມຕີເມືອງຕ່າງໆຂອງຢູດາຍ ລະຫວ່າງເມືອງຊາມາເຣຍແລະເມືອງເບັດໂຮໂຣນ. ພວກເຂົາໄດ້ຂ້າຜູ້ຊາຍສາມພັນຄົນ ແລະປຸ້ນສະດົມເອົາສິ່ງຂອງຕິດຕົວໄປນຳຢ່າງຫລວງຫລາຍ.
14
ເມື່ອກະສັດອາມາຊີຢາກັບມາແຕ່ປາບພວກເອໂດມແລ້ວ ເພິ່ນກໍໄດ້ນຳເອົາຮູບເຄົາຣົບຂອງພວກເຂົາມານຳດ້ວຍ. ເພິ່ນໄດ້ຕັ້ງມັນຂຶ້ນຂາບໄຫວ້ ແລະເຜົາເຄື່ອງຫອມບູຊາມັນ.
15
ການເຮັດເຊັ່ນນີ້ພາໃຫ້ພຣະເຈົ້າຢາເວໂກດຮ້າຍ; ສະນັ້ນ ພຣະອົງຈຶ່ງໄດ້ໃຊ້ຜູ້ທຳນວາຍຄົນໜຶ່ງໄປຫາອາມາຊີຢາ. ຜູ້ທຳນວາຍໄດ້ຖາມເພິ່ນວ່າ, “ເປັນຫຍັງທ່ານຈຶ່ງຂາບໄຫວ້ພະຕ່າງຊາດ ທີ່ຊ່ວຍແມ່ນແຕ່ປະຊາຊົນຂອງຕົນເອງຈາກອຳນາດຂອງທ່ານບໍ່ໄດ້?”
16
ອາມາຊີຢາເວົ້າຕັດບົດວ່າ, “ເຮົາແຕ່ງຕັ້ງເຈົ້າໃຫ້ເປັນທີ່ປຶກສາຂອງກະສັດເມື່ອໃດ? ຈົ່ງຢຸດເວົ້າແມ ຫລືຈະໃຫ້ເຮົາຂ້າເຈົ້າເສຍ.” ແຕ່ຜູ້ທຳນວາຍເວົ້າສວນຂຶ້ນ ແລະບອກເພິ່ນວ່າ, “ບັດນີ້ ຂ້ານ້ອຍຮູ້ວ່າພຣະເຈົ້າໄດ້ຕັດສິນໃຈທຳລາຍທ່ານແລ້ວ ເພາະທ່ານໄດ້ເຮັດສິ່ງທັງໝົດນີ້ ແລະຍັງບໍ່ຍອມຟັງຄຳຕັກເຕືອນຂອງຂ້ານ້ອຍ.”
17
ກະສັດອາມາຊີຢາແຫ່ງຢູດາຍກັບທີ່ປຶກສາຂອງເພິ່ນ ໄດ້ວາງອຸບາຍຕໍ່ສູ້ອານາຈັກອິດສະຣາເອນ. ເພິ່ນໄດ້ໃຊ້ທູດນຳຂ່າວໄປບອກກະສັດເຢໂຮອາດລູກຊາຍຂອງເຢໂຮອາຮາດ ແລະຫລານຊາຍຂອງເຢຮູແຫ່ງອິດສະຣາເອນ ໂດຍທ້າທາຍເພິ່ນໃຫ້ອອກມາຕໍ່ສູ້.
18
ເຈົ້າເຢໂຮອາດແຫ່ງອິດສະຣາເອນໄດ້ຕອບເຈົ້າອາມາຊີຢາແຫ່ງຢູດາຍຄືນໄປດັ່ງນີ້: “ມີຄັ້ງໜຶ່ງ ຕົ້ນໜາມທີ່ເທິງພູເລບານອນໄດ້ສົ່ງຂ່າວມາຫາຕົ້ນສົນສີດາວ່າ, ‘ຈົ່ງໃຫ້ລູກສາວຂອງເຈົ້າແຕ່ງງານກັບລູກຊາຍຂອງເຮົາເຖີດ.’ ແລ້ວກໍມີສັດປ່າໂຕໜຶ່ງຜ່ານມາ ແລະຢຽບຢໍ່າຕົ້ນໜາມນັ້ນລົງ.
19
ບັດນີ້ ອາມາຊີຢາເອີຍ ທ່ານຄຸຍໂມ້ວ່າທ່ານໄດ້ເອົາຊະນະຊາວເອໂດມ; ແຕ່ຂ້າພະເຈົ້າຂໍແນະນຳທ່ານໃຫ້ຢູ່ເຮືອນສາດີກວ່າ. ເປັນຫຍັງຈຶ່ງດີ້ນຮົນຫາຄວາມເດືອດຮ້ອນທີ່ຈະນຳຄວາມຈິບຫາຍ ມາສູ່ທ່ານເອງແລະປະຊາຊົນຂອງທ່ານ?”
20
ແຕ່ອາມາຊີຢາບໍ່ຍອມຟັງ. ມັນແມ່ນພຣະປະສົງຂອງພຣະເຈົ້າທີ່ຈະເຮັດໃຫ້ອາມາຊີຢາພ່າຍແພ້ ເພາະເພິ່ນໄດ້ຂາບໄຫວ້ຮູບເຄົາຣົບຂອງຊາວເອໂດມ.
21
ດັ່ງນັ້ນ ກະສັດເຢໂຮອາດແຫ່ງອິດສະຣາເອນ ຈຶ່ງເຮັດເສິກຕໍ່ສູ້ກະສັດອາມາຊີຢາແຫ່ງຢູດາຍ. ກອງທັບຂອງສອງຝ່າຍໄດ້ປະເຊີນໜ້າກັນຢູ່ທີ່ເມືອງເບັດເຊເມດໃນຢູດາຍ
22
ກອງທັບຂອງຢູດາໄດ້ພ່າຍແພ້ໄປ ແລະທະຫານກໍປົບເມືອເຮືອນໃຜລາວ.
23
ເຈົ້າເຢໂຮອາດແຫ່ງອິດສະຣາເອນຈັບອາມາຊີຢາລູກຊາຍຂອງໂຢອາດຫຼານຊາຍຂອງອາຮາຊີຢາແຫ່ງຢູດາຍໄດ້ທີ່ເບັດເຊເມດ ແລະນຳຕົວມາທີ່ນະຄອນເຢຣູຊາເລັມ. ໃນທີ່ນັ້ນ ເພິ່ນໄດ້ຮື້ກຳແພງເມືອງຖິ້ມ, ຕັ້ງແຕ່ປະຕູເອຟຣາອິມຈົນເຖິງປະຕູແຈເມືອງ ຊຶ່ງຍາວປະມານສອງຮ້ອຍແມັດ.
24
ເພິ່ນໄດ້ຢຶດເອົາຄຳ, ເງິນທັງໝົດຢູ່ໃນວິຫານຂອງພຣະເຈົ້າ ແລະເຄື່ອງໃຊ້ຕ່າງໆທີ່ພົບເຫັນ ຊຶ່ງເຊື້ອສາຍຂອງໂອເບັດເອໂດມເປັນຄົນເຝົ້າຮັກສາ ແລະຊັບສົມບັດໃນຣາຊວັງ. ເພິ່ນຍັງຈັບຕົວປະກັນຫລາຍຄົນກັບຄືນໄປນະຄອນຊາມາເຣຍ.
25
ກະສັດອາມາຊີຢາລູກຊາຍຂອງໂຢອາດແຫ່ງຢູດາຍມີອາຍຸຍືນຍົງຢູ່ອີກສິບຫ້າປີ ຫລັງຈາກທີ່ກະສັດເຢໂຮອາດລູກຊາຍຂອງເຢໂຮອາຮາດແຫ່ງອິດສະຣາເອນໄດ້ຕາຍໄປ.
26
ສິ່ງອື່ນໆທີ່ອາມາຊີຢາໄດ້ເຮັດໃນຣາຊການຂອງເພິ່ນ ຕັ້ງແຕ່ບັ້ນຕົ້ນຈົນເຖິງບັ້ນປາຍແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງກະສັດແຫ່ງຢູດາຍ ແລະອິດສະຣາເອນ.
27
ຕັ້ງແຕ່ສະໄໝທີ່ເພິ່ນໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ ການວາງອຸບາຍໂຄ່ນລົ້ມເພິ່ນທີ່ນະຄອນເຢຣູຊາເລັມກໍເກີດມີຂຶ້ນ. ໃນທີ່ສຸດ ເພິ່ນໄດ້ປົບໜີໄປເມືອງລາກິດ, ແຕ່ສັດຕູຂອງເພິ່ນໄດ້ຕາມໄປທີ່ນັ້ນ ແລະສັງຫານເພິ່ນເສຍ.
28
ຊາກສົບຂອງເພິ່ນໄດ້ຖືກບັນທຸກໃສ່ຫລັງມ້າ ແລະນຳກັບຄືນມານະຄອນເຢຣູຊາເລັມ. ແລ້ວກໍຖືກຝັງໄວ້ໃນອຸບມຸງແຫ່ງກະສັດໃນເມືອງຂອງດາວິດ.
← Chapter 24
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 26 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36