bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 33
2 Chronicles 33
Lao Bible 2012 (ພຣະຄຳພີສັກສິ)
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 34 →
1
ເຈົ້າມານາເຊໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸສິບສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາຫ້າສິບຫ້າປີ.
2
ເພິ່ນໄດ້ປະຕິບັດຕາມພິທີການຕ່າງໆຂອງຊົນຊາດທີ່ພຣະເຈົ້າຢາເວໄດ້ຂັບໄລ່ອອກໄປຕໍ່ໜ້າປະຊາຊົນອິດສະຣາເອນ. ມານາເຊໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ.
3
ເພິ່ນໄດ້ສ້າງບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ຊຶ່ງເຮເຊກີຢາພໍ່ຂອງເພິ່ນໄດ້ທຳລາຍນັ້ນຂຶ້ນໃໝ່. ເພິ່ນຍັງສ້າງແທ່ນບູຊາສຳລັບຂາບໄຫວ້ພະບາອານ, ສ້າງຮູບເຈົ້າແມ່ອາເຊຣາ ແລະຂາບໄຫວ້ຕາເວັນ, ເດືອນ, ດາວ.
4
ເພິ່ນຍັງສ້າງແທ່ນບູຊາຂອງຄົນບໍ່ນັບຖືພຣະເຈົ້າຂຶ້ນໃນວິຫານຂອງພຣະເຈົ້າຢາເວ ບ່ອນທີ່ພຣະເຈົ້າຢາເວໄດ້ກ່າວໄວ້ວ່າ ໃນເຢຣູຊາເລັມນາມຊື່ຂອງເຮົາຈະຕັ້ງຢູ່ຕະຫລອດໄປ.
5
ຢູ່ໃນເດີ່ນສອງບ່ອນຂອງວິຫານຂອງພຣະເຈົ້າຢາເວ ເພິ່ນໄດ້ສ້າງແທ່ນບູຊາສຳລັບຂາບໄຫວ້ຕາເວັນ, ເດືອນ, ດາວ.
6
ເພິ່ນຍັງເຜົາລູກຊາຍຂອງຕົນເປັນເຄື່ອງບູຊາຢູ່ໃນຮ່ອມພູຮິນໂນມ. ເພິ່ນໄດ້ຝຶກເວດມົນຄາຖາ ແລະປຶກສາໝໍມໍ. ເພິ່ນໄດ້ເຮັດບາບຢ່າງໃຫຍ່ຫລວງຕໍ່ສູ້ພຣະເຈົ້າຢາເວ ແລະເຮັດໃຫ້ພຣະອົງໂກດຮ້າຍ.
7
ເພິ່ນຍັງເອົາເທວະຮູບມາໄວ້ໃນວິຫານຂອງພຣະເຈົ້າ ບ່ອນທີ່ພຣະເຈົ້າໄດ້ກ່າວແກ່ດາວິດແລະໂຊໂລໂມນລູກຊາຍຂອງເພິ່ນວ່າ, “ໃນນະຄອນເຢຣູຊາເລັມ ຄືໃນວິຫານນີ້ ແມ່ນບ່ອນທີ່ເຮົາໄດ້ເລືອກເອົາໃນທ່າມກາງເຂດແດນທັງໝົດ ໃນສິບສອງເຜົ່າຂອງຊາດອິດສະຣາເອນ ໃຫ້ເປັນບ່ອນທີ່ນາມຊື່ຂອງເຮົາຈະຕັ້ງຢູ່ຕະຫລອດໄປ.
8
ແລະຖ້າປະຊາຊົນອິດສະຣາເອນເຮັດຕາມຂໍ້ຄຳສັ່ງທັງໝົດຂອງເຮົາ ແລະຮັກສາກົດບັນຍັດທີ່ໂມເຊ ຂ້າຮັບໃຊ້ຂອງເຮົາໄດ້ມອບໃຫ້ແກ່ພວກເຂົາ ແລ້ວເຮົາກໍຈະບໍ່ອະນຸຍາດໃຫ້ພວກເຂົາຖືກຂັບໄລ່ອອກໜີໄປຈາກດິນແດນທີ່ເຮົາໄດ້ມອບໃຫ້ແກ່ບັນພະບຸລຸດຂອງພວກເຂົາ.”
9
ມານາເຊໄດ້ນຳພາປະຊາຊົນຊາວຢູດາ ເຮັດບາບໜັກຫລາຍຂຶ້ນກວ່າຊົນຊາດອື່ນໆທີ່ພຣະເຈົ້າຢາເວໄດ້ທຳລາຍໄປຕໍ່ໜ້າປະຊາຊົນອິດສະຣາເອນ.
10
ເຖິງແມ່ນວ່າ ພຣະເຈົ້າຢາເວໄດ້ເຕືອນມານາເຊແລະປະຊາຊົນຂອງພຣະອົງແລ້ວກໍດີ ແຕ່ພວກເຂົາກໍບໍ່ຍອມຟັງ.
11
ສະນັ້ນ ພຣະເຈົ້າຢາເວຈຶ່ງໄດ້ນຳຜູ້ບັນຊາການກອງທັບຂອງກະສັດແຫ່ງອັດຊີເຣຍ ມາຮຸກຮານຢູດາຍ. ພວກເຂົາໄດ້ຈັບມານາເຊ ເອົາເບັດເກາະຄໍເພິ່ນ ທັງລ່າມໂສ້ແລະນຳເພິ່ນໄປສູ່ນະຄອນບາບີໂລນ.
12
ເມື່ອໄດ້ທົນທຸກຢູ່ເຊັ່ນນັ້ນ ເພິ່ນຈຶ່ງຖ່ອມຕົວລົງ ແລະຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ແລະຖ່ອມຕົວລົງຫລາຍຕໍ່ໜ້າພຣະເຈົ້າຂອງບັນພະບຸລຸດຂອງເພິ່ນ ແລະໄດ້ພາວັນນາອະທິຖານຕໍ່ພຣະອົງ.
13
ພຣະເຈົ້າຮັບເອົາຄຳພາວັນນາອະທິຖານຂອງມານາເຊ ໂດຍເຮັດໃຫ້ເພິ່ນກັບຄືນມາສູ່ນະຄອນເຢຣູຊາເລັມ ເພື່ອປົກຄອງອານາຈັກອີກ. ເຫດການນີ້ໄດ້ເຮັດໃຫ້ເພິ່ນມີຄວາມແນ່ໃຈວ່າ ພຣະເຈົ້າຢາເວແມ່ນພຣະເຈົ້າ.
14
ຫລັງຈາກນີ້ ມານາເຊໄດ້ຕໍ່ກຳແພງຮອບນອກຂອງເມືອງດາວິດ ທາງດ້ານຕາເວັນອອກໃຫ້ສູງຂຶ້ນ ຕັ້ງແຕ່ຈຸດໜຶ່ງໃນຮ່ອມພູໃກ້ກັບນໍ້າພຸກີໂຮນທາງທິດເໜືອ ຈົນເຖິງປະຕູໜອງປາ ແລະຮອດບໍລິເວນຂອງເມືອງທີ່ມີຊື່ວ່າ ໂອເຟນ. ເພິ່ນຍັງໃຫ້ນາຍທະຫານໃນກອງທັບປະຈຳການ ຢູ່ຕາມແຕ່ລະເມືອງໃນຢູດາຍທີ່ມີປ້ອມປ້ອງກັນ.
15
ເພິ່ນໄດ້ຮື້ພະຕ່າງຊາດແລະເທວະຮູບ ທີ່ຕົນໄດ້ນຳມາໄວ້ໃນທີ່ນັ້ນ ອອກໄປຈາກວິຫານຂອງພຣະເຈົ້າຢາເວ; ເພິ່ນໄດ້ຮື້ແທ່ນບູຊາທັງໝົດທີ່ເພິ່ນໄດ້ສ້າງເທິງພູ ບ່ອນທີ່ວິຫານຂອງພຣະເຈົ້າຢາເວຕັ້ງຢູ່ ແລະທີ່ອື່ນໆອີກໃນນະຄອນເຢຣູຊາເລັມ ເອົາໄປຖິ້ມທີ່ນອກເມືອງ.
16
ເພິ່ນຍັງໄດ້ສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວຄືນໃໝ່ ແລະເພິ່ນໄດ້ຖວາຍບູຊາເພື່ອຄວາມສາມັກຄີທຳ ແລະເພື່ອໂມທະນາຂອບພຣະຄຸນທີ່ເທິງແທ່ນບູຊານັ້ນ. ເພິ່ນໄດ້ສັ່ງໃຫ້ປະຊາຊົນຊາວຢູດາທັງໝົດ ຮັບໃຊ້ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
17
ເຖິງແມ່ນວ່າປະຊາຊົນຍັງສືບຕໍ່ຖວາຍເຄື່ອງບູຊາ ຕາມສະຖານທີ່ສູງຕ່າງໆກໍຕາມ, ແຕ່ພວກເຂົາກໍໄດ້ຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາເທົ່ານັ້ນ.
18
ສິ່ງອື່ນໆອີກທີ່ກະສັດມານາເຊໄດ້ເຮັດ ລວມທັງຄຳພາວັນນາອະທິຖານທີ່ເພິ່ນໄດ້ສະເໜີຕໍ່ພຣະເຈົ້າຂອງເພິ່ນ ແລະຖ້ອຍຄຳຂອງຜູ້ທຳນວາຍ ທີ່ໄດ້ເວົ້າກັບເພິ່ນໃນນາມຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນນັ້ນ; ທັງໝົດແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
19
ຄຳພາວັນນາອະທິຖານຂອງກະສັດພ້ອມທັງຄຳຕອບຂອງພຣະເຈົ້າ ແລະເລື່ອງການເຮັດບາບຕ່າງໆກ່ອນເພິ່ນກັບໃຈໃໝ່ ເຊັ່ນ: ການກະທຳຊົ່ວຂອງເພິ່ນ, ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ສັນຍາລັກຂອງເຈົ້າແມ່ອາເຊຣາ ຊຶ່ງເພິ່ນໄດ້ເຮັດຂຶ້ນ ແລະຮູບເຄົາຣົບທີ່ເພິ່ນຂາບໄຫວ້ ແມ່ນໄດ້ບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງພວກຜູ້ທຳນວາຍ.
20
ມານາເຊໄດ້ຕາຍໄປ ແລະຖືກຝັງໄວ້ໃນຣາຊວັງ ແລະເຈົ້າອາໂມນລູກຊາຍຂອງເພິ່ນໄດ້ຂຶ້ນເປັນກະສັດປົກຄອງແທນ.
21
ເຈົ້າອາໂມນໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸຊາວສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມເປັນເວລາສອງປີ.
22
ດັ່ງກະສັດມານາເຊຜູ້ເປັນພໍ່ ເພິ່ນເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະຂາບໄຫວ້ຮູບເຄົາຣົບທີ່ພໍ່ຂອງຕົນໄດ້ຂາບໄຫວ້.
23
ແຕ່ຕ່າງກັບພໍ່ ຄືເພິ່ນບໍ່ຍອມຖ່ອມໃຈ ແລະຫັນມາຫາພຣະເຈົ້າຢາເວ ແລະຍິ່ງເຮັດບາບຫລາຍກວ່າພໍ່ອີກຊໍ້າ.
24
ບັນດາຂ້າຣາຊການຂອງອາໂມນໄດ້ວາງແຜນສັງຫານເພິ່ນຢູ່ໃນຣາຊວັງ.
25
ຕໍ່ມາ ປະຊາຊົນຊາວຢູດາໄດ້ຂ້າພວກທີ່ສັງຫານອາໂມນ ແລ້ວພວກເຂົາກໍໄດ້ແຕ່ງຕັ້ງເຈົ້າໂຢສີຢາລູກຊາຍຂອງເພິ່ນໃຫ້ຂຶ້ນເປັນກະສັດປົກຄອງແທນ.
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 34 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36