bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 22
2 Chronicles 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 23 →
1
ຊາວອາຣັບບາງພວກໄດ້ເຂົ້າປຸ້ນວັງ ແລະຂ້າລູກຊາຍຂອງກະສັດເຢໂຮຣາມທຸກຄົນ ຍົກເວັ້ນແຕ່ເຈົ້າອາຮາຊີຢາຜູ້ທີ່ເປັນລູກຊາຍຫລ້າ. ບັດນີ້ ປະຊາຊົນທີ່ນະຄອນເຢຣູຊາເລັມໄດ້ແຕ່ງຕັ້ງເຈົ້າອາຮາຊີຢາໃຫ້ຂຶ້ນເປັນກະສັດປົກຄອງແທນພໍ່.
2
ເຈົ້າອາຮາຊີຢາໄດ້ຂຶ້ນເປັນກະສັດເມື່ອເພິ່ນອາຍຸໄດ້ຊາວສອງປີ ແລະໄດ້ປົກຄອງຢູ່ທີ່ນະຄອນເຢຣູຊາເລັມພຽງແຕ່ປີດຽວ. ອາຮາຊີຢາໄດ້ປະພຶດຕາມແບບຢ່າງຂອງຄອບຄົວຂອງກະສັດອາຮາບຄືກັນ; ໃນເມື່ອນາງອາທາລິຢາ ແມ່ຂອງເພິ່ນຜູ້ເປັນລູກສາວຂອງກະສັດອາຮາບ ແລະຫລານສາວຂອງກະສັດອົມຣີແຫ່ງອິດສະຣາເອນໄດ້ໃຫ້ຄຳປຶກສາ ຊຶ່ງຊັກນຳເພິ່ນໃຫ້ເຮັດຊົ່ວ.
4
ເພິ່ນໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ເພາະຫລັງຈາກທີ່ພໍ່ຂອງເພິ່ນໄດ້ຕາຍໄປແລ້ວ ສະມາຊິກຄົນອື່ນໆໃນຄອບຄົວຂອງອາຮາບກໍໄດ້ຂຶ້ນມາເປັນທີ່ປຶກສາ ແລະພວກເຂົາໄດ້ນຳເພິ່ນໄປສູ່ຄວາມຈິບຫາຍ.
5
ໂດຍກະທຳຕາມຄຳແນະນຳຂອງພວກເຂົາ ເພິ່ນໄດ້ຮ່ວມກັບກະສັດໂຢຣາມລູກຊາຍຂອງອາຮາບແຫ່ງອິດສະຣາເອນເຮັດເສິກຕໍ່ສູ້ກະສັດຮາຊາເອນແຫ່ງຊີເຣຍ. ກອງທັບທັງສອງໄດ້ປະທະກັນທີ່ເມືອງຣາໂມດໃນກີເລອາດ ແລະກະສັດໂຢຣາມໄດ້ຮັບບາດເຈັບໃນສະໜາມຮົບ.
6
ເພິ່ນໄດ້ກັບຄືນມາສູ່ນະຄອນຢິດຊະເຣນເພື່ອປິ່ນປົວບາດແຜ ແລະອາຮາຊີຢາໄດ້ໄປຢ້ຽມຢາມເພິ່ນຢູ່ທີ່ນັ້ນ.
7
ພຣະເຈົ້າໄດ້ໃຊ້ການມາຢ້ຽມຢາມໂຢຣາມໃນຄັ້ງນີ້ ນຳເອົາຄວາມຈິບຫາຍມາສູ່ອາຮາຊີຢາ. ໃນຂະນະທີ່ອາຮາຊີຢາພັກຢູ່ໃນທີ່ນັ້ນ ເພິ່ນເອງແລະໂຢຣາມໄດ້ປະເຊີນໜ້າກັບຊາຍຄົນໜຶ່ງຊື່ວ່າ ເຢຮູລູກຊາຍຂອງນິມຊີ. ພຣະເຈົ້າຢາເວໄດ້ເລືອກເອົາລາວຂຶ້ນມາ ເພື່ອທຳລາຍເຊື້ອວົງຂອງອາຮາບ.
8
ຂະນະທີ່ເຢຮູກຳລັງມາລົງໂທດຄົນໃນເຊື້ອວົງຕາມຄຳສັ່ງຂອງພຣະເຈົ້ານັ້ນ ເພິ່ນກໍມາພົບຄົນໝວດໜຶ່ງປະກອບດ້ວຍຜູ້ນຳຂອງຊາວຢູດາ ແລະພວກຫລານຊາຍຂອງອາຮາຊີຢາທີ່ຮ່ວມເດີນທາງມາດ້ວຍ. ເຢຮູໄດ້ຂ້າພວກເຂົາໝົດທຸກຄົນ.
9
ແລ້ວລາວກໍໄດ້ຄົ້ນຫາອາຮາຊີຢາ ແລະຮູ້ວ່າເພິ່ນໄດ້ໄປລີ້ຢູ່ນະຄອນຊາມາເຣຍ. ພວກເຂົາໄດ້ນຳຕົວເພິ່ນມາຫາເຢຮູ ແລະລາວໄດ້ປະຫານຊີວິດເພິ່ນເສຍ. ແຕ່ພວກເຂົາໄດ້ຝັງສົບຂອງເພິ່ນໄວ້ຢ່າງມີກຽດ ເພາະເຫັນແກ່ກະສັດເຢໂຮຊາຟັດພໍ່ປູ່ຂອງເພິ່ນ, ຜູ້ທີ່ໄດ້ເຮັດທຸກໆສິ່ງຕາມທີ່ເພິ່ນສາມາດເຮັດໄດ້ ເພື່ອຮັບໃຊ້ພຣະເຈົ້າຢາເວ. ບໍ່ມີຜູ້ໃດໃນຣາຊວົງຂອງອາຮາຊີຢາຍັງເຫລືອຢູ່ ເພື່ອໃຫ້ປົກຄອງອານາຈັກຕໍ່ໄປ.
10
ເມື່ອອາທາລີຢາແມ່ຂອງກະສັດອາຮາຊີຢາໄດ້ຮູ້ວ່າ ລູກຊາຍຂອງຕົນຖືກປະຫານແລ້ວ, ນາງຈຶ່ງສັ່ງໃຫ້ຂ້າທຸກຄົນໃນຣາຊວົງຂອງກະສັດແຫ່ງຢູດາຍ.
11
ອາຮາຊີຢາມີນ້ອງສາວຕ່າງແມ່ຜູ້ໜຶ່ງຊື່ວ່າເຢໂຮເຊບາ. ນາງໄດ້ຊ່ວຍຊີວິດຂອງໂຢອາດ, ລູກຊາຍຄົນໜຶ່ງຂອງອາຮາຊີຢາໄວ້ຢ່າງລັບໆ ໂດຍໄດ້ນຳລາວອອກໜີໄປຈາກເຈົ້າຊາຍຄົນອື່ນໆທີ່ກຳລັງຈະຖືກຂ້າ ແລະເອົາໄປລີ້ລ້ຽງໄວ້ຢູ່ໃນຫ້ອງນອນຂອງພຣະວິຫານຂອງພຣະເຈົ້າ. ນາງເຢໂຮເຊບາລູກສາວຂອງເຢໂຮຣາມເມຍຂອງປະໂຣຫິດເຢໂຮຍອາດາໄດ້ຊ່ວຍຊີວິດເຈົ້າຊາຍໂຢອາດ ໂດຍເຊື່ອງລາວໄວ້ໃຫ້ພົ້ນຈາກເງື້ອມມືຂອງນາງອາທາລີຢາ.
12
ໂຢອາດຖືກເຊື່ອງໄວ້ຢູ່ຢ່າງນັ້ນເປັນເວລາຫົກປີ ໃນເວລາທີ່ນາງອາທາລີຢາຂຶ້ນເປັນຣາຊີນີປົກຄອງອານາຈັກ.
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36