bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 20
2 Chronicles 20
Lao Bible 2012 (ພຣະຄຳພີສັກສິ)
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 21 →
1
ຊ່ວງເວລາຕໍ່ມາ ໄດ້ມີກອງທັບຂອງພວກໂມອາບ ແລະຂອງພວກອຳໂມນພ້ອມດ້ວຍພວກເມີນິດ ພັນທະມິດຂອງພວກເຂົາໄດ້ເຂົ້າມາຮຸກຮານຢູດາຍ.
2
ມີຜູ້ນຳຂ່າວບາງຄົນໄດ້ເຂົ້າມາແຈ້ງຕໍ່ກະສັດເຢໂຮຊາຟັດວ່າ, “ມີກອງທັບໃຫຍ່ຈາກເອໂດມໄດ້ເຄື່ອນມາທາງຟາກໜຶ່ງອີກຂອງທະເລຕາຍ ເພື່ອໂຈມຕີທ່ານ. ພວກເຂົາໄດ້ຢຶດເມືອງຮາຊາໂຊນຕາມາໄດ້ແລ້ວ.” (ແມ່ນຊື່ໜຶ່ງອີກຂອງເມືອງເອນເກດີ.)
3
ເຢໂຮຊາຟັດຢ້ານຈຶ່ງສະແຫວງຫາພຣະເຈົ້າຢາເວ. ແລ້ວເພິ່ນກໍໄດ້ສັ່ງໃຫ້ປະຊາຊົນຊາວຢູດາອົດອາຫານທົ່ວປະເທດ.
4
ປະຊາຊົນໃນຢູດາຍໄດ້ຟ້າວມາຮວມຊຸມນຸມກັນ ເພື່ອສະແຫວງຫາພຣະເຈົ້າຢາເວ ແລະພວກເຂົາໄດ້ມາຈາກແຕ່ລະເມືອງໃນຢູດາຍເພື່ອຈະໄດ້ສະແຫວງຫາພຣະເຈົ້າຢາເວ.
5
ປະຊາຊົນຢູດາແລະຊາວນະຄອນເຢຣູຊາເລັມ ໄດ້ມາເຕົ້າໂຮມກັນຢູ່ທີ່ເດີ່ນໃໝ່ຂອງວິຫານຂອງພຣະເຈົ້າຢາເວ. ເຢໂຮຊາຟັດໄດ້ລຸກຢືນຂຶ້ນຕໍ່ໜ້າປະຊາຊົນ
6
ແລະພາວັນນາອະທິຖານດ້ວຍສຽງດັງວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກຂ້ານ້ອຍເອີຍ ພຣະອົງປົກຄອງຢູ່ເທິງສະຫວັນ ເໜືອບັນດາປະຊາຊາດທັງໝົດໃນໂລກ. ພຣະອົງຊົງຣິດອຳນາດ, ຊົງຣິດເດດ ແລະຊົງຍິ່ງໃຫຍ່ ທັງບໍ່ມີຜູ້ໃດຕໍ່ຕ້ານພຣະອົງໄດ້.
7
ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ. ເມື່ອປະຊາຊົນອິດສະຣາເອນຂອງພຣະອົງໄດ້ຍ້າຍເຂົ້າມາໃນດິນແດນນີ້ ພຣະອົງໄດ້ຂັບໄລ່ປະຊາຊົນທີ່ອາໄສຢູ່ທີ່ນີ້ອອກໄປ ແລະໄດ້ມອບດິນແດນໃຫ້ແກ່ເຊື້ອສາຍຂອງອັບຣາຮາມ ມິດສະຫາຍຂອງພຣະອົງ ໃຫ້ເປັນມໍຣະດົກຂອງພວກເພິ່ນຕະຫລອດໄປ.
8
ພວກເພິ່ນໄດ້ອາໄສຢູ່ທີ່ນີ້ ແລະໄດ້ສ້າງພຣະວິຫານແຫ່ງໜຶ່ງ ເພື່ອຍ້ອງຍໍໃຫ້ກຽດພຣະອົງ
9
ໂດຍຮູ້ວ່າຖ້າມີໄພພິບັດໃດໆຈະມາທຳລາຍເພື່ອລົງໂທດພວກເພິ່ນເຊັ່ນ: ເສິກ, ພະຍາດລະບາດ, ຫລືຄວາມອຶດຢາກ; ແລ້ວພວກເພິ່ນກໍມາ ແລະຢືນຢູ່ຕໍ່ໜ້າພຣະວິຫານນີ້ໄດ້ ຄືບ່ອນທີ່ພວກເພິ່ນນະມັດສະການພຣະອົງ. ພວກເພິ່ນພາວັນນາອະທິຖານຫາພຣະອົງໄດ້ໃນເວລາມີຄວາມເດືອດຮ້ອນ ແລະພຣະອົງກໍຈະຟັງພວກເພິ່ນພ້ອມທັງຈະຊ່ວຍກູ້ເອົາພວກເພິ່ນໄວ້.
10
ບັດນີ້ຊາວອຳໂມນ, ຊາວໂມອາບ ແລະຊາວເອໂດມໄດ້ມາໂຈມຕີພວກຂ້ານ້ອຍ. ເມື່ອບັນພະບຸລຸດຂອງພວກຂ້ານ້ອຍໄດ້ອອກມາຈາກປະເທດເອຢິບ ພຣະອົງບໍ່ອະນຸຍາດໃຫ້ພວກເພິ່ນເຂົ້າໄປໃນດິນແດນເຫຼົ່ານີ້; ດັ່ງນັ້ນ ບັນພະບຸລຸດຂອງພວກຂ້ານ້ອຍຈຶ່ງໄດ້ໂຄ້ງຜ່ານໄປໂດຍບໍ່ໄດ້ທຳລາຍພວກເຂົາ.
11
ພວກເຂົາຕອບແທນພວກຂ້ານ້ອຍໂດຍວິທີນີ້ບໍ? ພວກເຂົາມາເພື່ອຂັບໄລ່ພວກຂ້ານ້ອຍໃຫ້ອອກໄປຈາກດິນແດນ ຊຶ່ງພຣະອົງໄດ້ມອບໃຫ້ພວກຂ້ານ້ອຍ.
12
ພຣະອົງເປັນພຣະເຈົ້າຂອງພວກຂ້ານ້ອຍ ຈົ່ງລົງໂທດພວກເຂົາເຖີດ ສຳລັບພວກຂ້ານ້ອຍນັ້ນເຮັດຫຍັງບໍ່ໄດ້ແລ້ວກັບກອງທັບອັນໃຫຍ່ໂຕ ຊຶ່ງກຳລັງມາໂຈມຕີພວກຂ້ານ້ອຍ. ພວກຂ້ານ້ອຍບໍ່ຮູ້ຈັກຈະເຮັດຢ່າງໃດ ໄດ້ແຕ່ຂໍເພິ່ງພຣະອົງໃຫ້ຊ່ວຍເຫລືອເທົ່ານັ້ນ.”
13
ຜູ້ຊາຍຊາວຢູດາທັງໝົດພ້ອມທັງເມຍ ແລະລູກຂອງພວກເຂົາ ຕ່າງກໍພາກັນຢືນຢູ່ຊ້ອງພຣະພັກຂອງພຣະເຈົ້າຢາເວ.
14
ພຣະວິນຍານຂອງພຣະເຈົ້າຢາເວໄດ້ລົງມາເທິງຄົນເລວີຜູ້ໜຶ່ງ ທີ່ຢູ່ໃນທ່າມກາງປະຊາຊົນນັ້ນ. ລາວຊື່ວ່າຢາຮາຊີເອນລູກຊາຍຂອງເຊກາຣີຢາ; ລາວເປັນສະມາຊິກຢູ່ໃນຕະກຸນຂອງອາສັບ ແລະສືບເຊື້ອສາຍມາຈາກອາສັບ ທາງມັດຕານີຢາ, ເຢອີເອນ ແລະເບນາອີຢາ.
15
ຢາຮາຊີເອນໄດ້ເວົ້າວ່າ, “ຂ້າແດ່ພະຣາຊາ ຕະຫລອດທັງປະຊາຊົນຊາວຢູດາແລະຊາວເຢຣູຊາເລັມດ້ວຍ ພຣະເຈົ້າຢາເວກ່າວຕໍ່ທ່ານທັງຫລາຍດັ່ງນີ້ວ່າ, ‘ບໍ່ຕ້ອງຢ້ານ ແລະຢ່າສູ່ຕົກໃຈຕໍ່ກອງທັບໃຫຍ່ນັ້ນ. ການສູ້ຮົບຂຶ້ນຢູ່ກັບພຣະເຈົ້າ ແຕ່ບໍ່ແມ່ນຂຶ້ນຢູ່ກັບພວກທ່ານ.’
16
ຈົ່ງໂຈມຕີພວກເຂົາໃນມື້ອື່ນ ເມື່ອພວກເຂົາຍົກທັບມາຮອດຊ່ອງແຄບຂອງແດນຊີຊະ. ພວກທ່ານຈະພົບພວກເຂົາທີ່ສົ້ນສຸດຂອງຮ່ອມພູ ທີ່ນຳໄປສູ່ຖິ່ນແຫ້ງແລ້ງກັນດານຂອງເມືອງເຢຣູເອນ.
17
ພວກທ່ານບໍ່ຈຳເປັນຕ້ອງອອກໄປສູ້ຮົບໃນຄັ້ງນີ້. ໃຫ້ທ່ານພຽງແຕ່ປະຈຳທີ່ລໍຄອຍຢູ່ທີ່ນັ້ນ ແລະທ່ານຈະເຫັນວ່າແມ່ນພຣະເຈົ້າຢາເວທີ່ໄດ້ໃຫ້ພວກທ່ານມີໄຊຊະນະ. ຊາວຢູດາແລະຊາວນະຄອນເຢຣູຊາເລັມເອີຍ ຢ່າສົງໄສ ຫລືຢ້ານກົວເລີຍ. ຈົ່ງອອກໄປສູ້ຮົບແລະພຣະເຈົ້າຢາເວຈະສະຖິດຢູ່ກັບພວກທ່ານ.”
18
ແລ້ວກະສັດເຢໂຮຊາຟັດກໍໄດ້ກົ້ມຂາບລົງກັບພື້ນດິນ ແລະປະຊາຊົນຢູດາແລະປະຊາຊົນເຢຣຊາເລັມທັງໝົດໄດ້ກົ້ມຂາບລົງຊ້ອງພຣະພັກພຣະເຈົ້າຢາເວແລະນະມັດສະການພຣະເຈົ້າຢາເວ.
19
ບັນດາສະມາຊິກຊາວເລວີໃນຕະກຸນໂກຮາດ ແລະໂກຣາໄດ້ລຸກຢືນຂຶ້ນ ແລະສັນລະເສີນພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນດ້ວຍສຽງດັງ.
20
ວັນຕໍ່ມາແຕ່ເຊົ້າໆ ປະຊາຊົນໄດ້ອອກໄປຖິ່ນແຫ້ງແລ້ງກັນດານທີ່ເຕກົວ. ກ່ອນພວກເຂົາຈະອອກໄປ ກະສັດເຢໂຮຊາຟັດໄດ້ກ່າວແກ່ພວກເຂົາ ດ້ວຍຖ້ອຍຄຳເຫຼົ່ານີ້: “ນັກຮົບຊາວຢູດາ ແລະຊາວນະຄອນເຢຣູຊາເລັມເອີຍ ຈົ່ງໄວ້ວາງໃຈໃນພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ ແລະພວກທ່ານຈະຢືນຢູ່ໄດ້ຢ່າງໝັ້ນຄົງ. ຈົ່ງເຊື່ອໝັ້ນສິ່ງທີ່ຜູ້ທຳນວາຍບອກພວກທ່ານ ແລະພວກທ່ານຈະເຮັດສຳເລັດໜ້າທີ່.”
21
ຫລັງຈາກໄດ້ປຶກສາຫາລືກັບປະຊາຊົນແລ້ວ ກະສັດກໍໄດ້ສັ່ງໃຫ້ນັກດົນຕຼີນຸ່ງເສື້ອຄຸມ ຊຶ່ງພວກເຂົາໄດ້ນຸ່ງໃນໂອກາດອັນສັກສິດເທົ່ານັ້ນ ແລະຍ່າງນຳໜ້າກອງທັບໄປທັງຮ້ອງເພງສຳລັບພຣະເຈົ້າຢາເວວ່າ, “ສັນລະເສີນພຣະເຈົ້າຢາເວ ຄວາມຮັກຂອງພຣະອົງດຳລົງຢູ່ຕະຫລອດໄປເປັນນິດ.”
22
ເມື່ອພວກເຂົາເລີ່ມຕົ້ນຮ້ອງເພງແລະສັນລະເສີນແລ້ວ ພຣະເຈົ້າຢາເວກໍໄດ້ບັນດານໃຫ້ຂ້າເສິກທີ່ມາຮຸກຮານນັ້ນແຕກຕື່ນຕົກໃຈ.
23
ຊາວອຳໂມນແລະຊາວໂມອາບໄດ້ໂຈມຕີກອງທັບຂອງຊາວເອໂດມ ແລະໄດ້ທຳລາຍພວກເຂົາຈົນໝົດສິ້ນ. ແລ້ວພວກເຂົາກໍໄດ້ຫັນມາສູ້ຮົບກັນແລະກັນຢ່າງບ້າຄັ່ງ.
24
ເມື່ອກອງທັບຊາວຢູດາໄດ້ມາຮອດທີ່ຫໍຄອຍໃນຖິ່ນແຫ້ງແລ້ງກັນດານ ພວກເຂົາໄດ້ແນມເບິ່ງຂ້າເສິກ ແລະໄດ້ເຫັນວ່າທັງໝົດຕາຍນອນເດຍລະດາດຢູ່ ໂດຍບໍ່ມີຜູ້ໃດລອດຊີວິດໄປໄດ້ແມ່ນແຕ່ຄົນດຽວ.
25
ກະສັດເຢໂຮຊາຟັດແລະທະຫານຂອງເພິ່ນ ໄດ້ເຂົ້າໄປຢຶດເຄື່ອງຂອງມາໄດ້ຢ່າງຫລວງຫລາຍ ມີດັ່ງນີ້: ຝູງງົວ, ສະບຽງອາຫານ, ເຄື່ອງນຸ່ງຫົ່ມ ແລະເຄື່ອງມີຄ່າອື່ນໆ. ພວກເຂົາໃຊ້ເວລາສາມວັນເພື່ອຮິບໂຮມເອົາເຄື່ອງຂອງນັ້ນ, ແຕ່ກໍຍັງມີຫລາຍຢູ່ຈົນພວກເຂົາເກັບເອົາໝົດທຸກຢ່າງບໍ່ໄດ້.
26
ໃນວັນທີສີ່ພວກເຂົາໄດ້ມາໂຮມກັນທີ່ຮ່ອມພູເບຣາກາ ແລະໄດ້ສັນລະເສີນພຣະເຈົ້າຢາເວສຳລັບທຸກໆສິ່ງທີ່ພຣະອົງໄດ້ກະທຳການ. ດັ່ງນັ້ນ ຮ່ອມພູນີ້ຈຶ່ງໄດ້ມີຊື່ວ່າ ເບຣາກາ.
27
ເຢໂຮຊາຟັດໄດ້ຍົກທັບກັບຄືນມາສູ່ນະຄອນເຢຣູຊາເລັມຢ່າງມີໄຊ ກໍເພາະພຣະເຈົ້າຢາເວໄດ້ເອົາຊະນະເຫຼົ່າສັດຕູຂອງພວກເຂົາ.
28
ເມື່ອມາຮອດໃນເມືອງ ພວກເຂົາກໍຍ່າງມຸ່ງໜ້າສູ່ວິຫານຂອງພຣະເຈົ້າຢາເວ ພ້ອມທັງດີດພິນແລະເປົ່າແກດັງກ້ອງສະໜັ່ນ.
29
ທຸກຊົນຊາດທີ່ໄດ້ຍິນວ່າ ພຣະເຈົ້າຢາເວໄດ້ເອົາຊະນະເຫຼົ່າສັດຕູຂອງຊາດອິດສະຣາເອນຢ່າງໃດ ພວກເຂົາຕ່າງກໍຢ້ານກົວພຣະເຈົ້າ.
30
ສະນັ້ນ ເຢໂຮຊາຟັດຈຶ່ງໄດ້ປົກຄອງຢ່າງສັນຕິສຸກ ແລະພຣະເຈົ້າໄດ້ໃຫ້ເພິ່ນມີຄວາມປອດໄພຮອບດ້ານ.
31
ເຈົ້າເຢໂຮຊາຟັດໄດ້ຂຶ້ນເປັນກະສັດແຫ່ງຢູດາຍເມື່ອເພິ່ນອາຍຸໄດ້ສາມສິບຫ້າປີ ແລະປົກຄອງຢູ່ທີ່ນະຄອນເຢຣູຊາເລັມ ເປັນເວລາຊາວຫ້າປີ. ແມ່ຂອງເພິ່ນຊື່ວ່າອາຊູບາລູກສາວຂອງຊີນຮີ.
32
ເພິ່ນໄດ້ເຮັດໃນສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະເຈົ້າຢາເວ ເຊັ່ນດຽວກັນກັບອາສາພໍ່ຂອງເພິ່ນ;
33
ແຕ່ບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າຫລາຍບ່ອນ ຍັງບໍ່ໄດ້ຖືກທຳລາຍ. ສ່ວນປະຊາຊົນກໍຍັງບໍ່ທັນໄດ້ກັບມານະມັດສະການພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາຢ່າງສຸດຈິດສຸດໃຈເທື່ອ.
34
ສິ່ງອື່ນໆທີ່ກະສັດເຢໂຮຊາຟັດໄດ້ກະທຳ ຕັ້ງແຕ່ຣາຊການບັ້ນຕົ້ນຈົນເຖິງບັ້ນປາຍແມ່ນໄດ້ຖືກບັນທຶກໄວ້ໃນ ປຶ້ມປະຫວັດສາດຂອງເຢຮູ ລູກຊາຍຂອງຮານານີ ຊຶ່ງເປັນສ່ວນໜຶ່ງຂອງ ປຶ້ມປະຫວັດສາດຂອງບັນດາກະສັດແຫ່ງອິດສະຣາເອນ.
35
ມີຄັ້ງໜຶ່ງ ກະສັດເຢໂຮຊາຟັດແຫ່ງຢູດາຍໄດ້ເປັນພັນທະມິດ ກັບກະສັດອາຮາຊີຢາແຫ່ງອິດສະຣາເອນ ຜູ້ທີ່ໄດ້ກະທຳຊົ່ວໄວ້ຢ່າງຫລວງຫລາຍ.
36
ທີ່ທ່າເຮືອຂອງເມືອງເອຊີໂອນເກເບ ພວກເພິ່ນໄດ້ສ້າງເຮືອເດີນທະເລ.
37
ແຕ່ເອລີເອເຊລູກຊາຍຂອງໂດດາວາຮູ ຊາວເມືອງມາເຣຊາ ໄດ້ຕັກເຕືອນເຢໂຮຊາຟັດວ່າ, “ຍ້ອນທ່ານເປັນພັນທະມິດກັບອາຮາຊີຢາ ພຣະເຈົ້າຢາເວຈະທຳລາຍສິ່ງທີ່ທ່ານໄດ້ສ້າງຂຶ້ນມານັ້ນ.” ຕໍ່ມາ ເຮືອເຫຼົ່ານັ້ນກໍແຕກແລະແລ່ນບໍ່ໄດ້ຈັກລຳ.
← Chapter 19
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 21 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36