bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 8
2 Chronicles 8
Lao Bible 2012 (ພຣະຄຳພີສັກສິ)
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 9 →
1
ກະສັດໂຊໂລໂມນໄດ້ໃຊ້ເວລາຊາວປີ ເພື່ອສ້າງວິຫານຂອງພຣະເຈົ້າຢາເວແລະຣາຊວັງຂອງຕົນ.
2
ເພິ່ນໄດ້ສ້າງເມືອງຕ່າງໆ ທີ່ກະສັດຮີຣາມມອບໃຫ້ເພິ່ນນັ້ນຂຶ້ນໃໝ່ ແລະໄດ້ສົ່ງຊາວອິດສະຣາເອນໄປຕັ້ງຖິ່ນຖານໃໝ່ຢູ່ທີ່ນັ້ນ.
3
ເພິ່ນໄດ້ຢຶດເຂດແດນຂອງຮາມັດ-ໂຊບາ
4
ພ້ອມທັງໄດ້ສ້າງປ້ອມປ້ອງກັນເມືອງປານມີຣາຢູ່ໃນຖິ່ນແຫ້ງແລ້ງກັນດານ. ເພິ່ນໄດ້ສ້າງເມືອງທັງໝົດໃນຮາມັດຂຶ້ນໃໝ່ ເພື່ອໃຊ້ເປັນສູນກາງສະສົມສະບຽງອາຫານ.
5
ກະສັດໂຊໂລໂມນໄດ້ສ້າງເມືອງເຫຼົ່ານີ້ຂຶ້ນໃໝ່ເຊັ່ນກັນ ດັ່ງນີ້: ເບັດໂຮໂຣນເບື້ອງເທິງ ແລະເບັດໂຮໂຣນເບື້ອງລຸ່ມ (ເມືອງທັງສອງນີ້ໄດ້ມີປ້ອມປ້ອງກັນ ແລະມີກອນປະຕູເປັນເຫລັກແທ່ງ),
6
ເມືອງບາອາລາດ, ເມືອງທັງໝົດທີ່ເພິ່ນໃຊ້ເປັນບ່ອນສະສົມສະບຽງອາຫານ ແລະເມືອງທັງຫລາຍ ບ່ອນທີ່ເພິ່ນໄດ້ສະສົມຝູງມ້າແລະລົດຮົບ. ເພິ່ນຍັງດຳເນີນແຜນການກໍ່ສ້າງທັງໝົດຂອງເພິ່ນໃນນະຄອນເຢຣູຊາເລັມ, ໃນເລບານອນ, ຕະຫລອດທົ່ວທັງເຂດແດນທີ່ເພິ່ນປົກຄອງ.
7
ໂຊໂລໂມນໄດ້ຮັບແຮງງານທັງໝົດນັ້ນ ມາຈາກເຊື້ອສາຍຂອງປະຊາຊົນການາອານທີ່ບໍ່ໄດ້ຖືກຂ້າ ເມື່ອຊາວອິດສະຣາເອນໄດ້ໄປຢຶດຄອງດິນແດນ. ປະຊາຊົນເຫຼົ່ານັ້ນມີດັ່ງນີ້: ຊາວຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະຊາວເຢບຸດ.
8
ບັນດາເຊື້ອສາຍຂອງປະຊາຊົນເຫຼົ່ານັ້ນໄດ້ສືບຕໍ່ຕົກເປັນທາດຮັບໃຊ້ ມາຈົນເຖິງສະໄໝປັດຈຸບັນນີ້.
9
ຊາວອິດສະຣາເອນບໍ່ເຄີຍເປັນກຳມະກອນອອກແຮງງານ; ແຕ່ພວກເຂົາເປັນທະຫານ, ຂ້າຣາຊການ, ຄົນຂັບລົດຮົບ ແລະທະຫານມ້າ.
10
ມີຂ້າຣາຊການທັງໝົດ ສອງຮ້ອຍຫ້າສິບຄົນ ເປັນຜູ້ຮັບຜິດຊອບຄວບຄຸມກຳມະກອນທີ່ເຮັດວຽກຕາມໂຄງການກໍ່ສ້າງຕ່າງໆ.
11
ໂຊໂລໂມນໄດ້ຍ້າຍເມຍຂອງເພິ່ນ ລູກສາວຂອງກະສັດແຫ່ງເອຢິບອອກຈາກເມືອງຂອງດາວິດ ແລະໃຫ້ໄປຢູ່ໃນເຮືອນທີ່ເພິ່ນໄດ້ສ້າງສຳລັບນາງໂດຍສະເພາະ. ເພິ່ນເວົ້າວ່າ, “ນາງບໍ່ສົມຄວນຢູ່ໃນວັງຂອງກະສັດແຫ່ງອິດສະຣາເອນ ເພາະບ່ອນໃດທີ່ມີຫີບຂອງພຣະເຈົ້າຢາເວກໍເປັນບ່ອນສັກສິດ.”
12
ໂຊໂລໂມນໄດ້ຖວາຍເຄື່ອງບູຊາແກ່ພຣະເຈົ້າຢາເວທີ່ເທິງແທ່ນບູຊາຂອງພຣະເຈົ້າຢາເວ ຊຶ່ງເພິ່ນໄດ້ສ້າງຂຶ້ນຕໍ່ໜ້າລະບຽງ.
13
ເພິ່ນໄດ້ເຜົາເຄື່ອງບູຊາຖວາຍຕາມກົດບັນຍັດຂອງໂມເຊທີ່ໄດ້ກຳນົດໄວ້ ດັ່ງນີ້: ວັນຊະບາໂຕ, ວັນເດືອນອອກໃໝ່, ເທດສະການສາມປາງປະຈຳປີຄື: ວັນກິນເຂົ້າຈີ່ບໍ່ມີເຊື້ອແປ້ງ, ວັນສະຫລອງການເກັບກ່ຽວ ແລະເທດສະການປຸກຕຸບຢູ່.
14
ເພື່ອປະຕິບັດຕາມກົດລະບຽບທີ່ກະສັດດາວິດພໍ່ຂອງເພິ່ນໄດ້ວາງໄວ້ ເພິ່ນໄດ້ຈັດວຽກປະຈຳວັນໃຫ້ແກ່ພວກປະໂຣຫິດ ແລະພວກເລວີທີ່ເປັນຜູ້ຊ່ວຍຮ້ອງເພງແລະເຮັດວຽກໃຫ້ພວກປະໂຣຫິດ. ເພິ່ນຍັງໄດ້ຈັດຕັ້ງໃຫ້ມີທະຫານເຝົ້າຍາມພຣະວິຫານເປັນໝວດໆ ເພື່ອເຮັດໜ້າທີ່ປະຈຳວັນ ຢູ່ຕາມແຕ່ລະປະຕູເຂົ້າພຣະວິຫານ ຕາມຂໍ້ຄຳສັ່ງຂອງກະສັດດາວິດຄົນຂອງພຣະເຈົ້າ.
15
ຄຳແນະນຳຕ່າງໆຊຶ່ງກະສັດດາວິດໄດ້ມອບໃຫ້ແກ່ບັນດາປະໂຣຫິດແລະພວກເລວີກ່ຽວກັບຫ້ອງໄວ້ເຄື່ອງ ແລະກ່ຽວກັບເລື່ອງອື່ນໆ ກໍໄດ້ຖືກນຳມາປະຕິບັດຢ່າງຕັ້ງໜ້າໂດຍທົ່ວເຖິງກັນ.
16
ໃນທີ່ສຸດ ວຽກການທັງໝົດຂອງກະສັດໂຊໂລໂມນກໍສຳເລັດ. ຈາກການວາງຮາກຖານວິຫານຂອງພຣະເຈົ້າຢາເວຈົນເຖິງການສ້າງວິຫານຂອງພຣະເຈົ້າຢາເວແລ້ວ ວຽກງານທັງໝົດແມ່ນໄດ້ບັນລຸຜົນໂດຍດີ.
17
ແລ້ວໂຊໂລໂມນກໍໄດ້ໄປທີ່ເອຊີໂອນ-ເກເບ ແລະເອລາດ ເມືອງທ່າເຮືອທີ່ແຄມອ່າວອາກາບາຢູ່ໃນດິນແດນຂອງເອໂດມ.
18
ກະສັດຮີຣາມໄດ້ສົ່ງເຮືອຫລາຍລຳ ພາຍໃຕ້ການຄວບຄຸມຂອງຂ້າຣາຊການຂອງເພິ່ນເອງ ພ້ອມທັງລູກເຮືອທີ່ມີຄວາມຊຳນິຊຳນານທາງທະເລມາໃຫ້ກະສັດໂຊໂລໂມນ. ພວກເຂົາໄດ້ແລ່ນເຮືອໄປກັບຂ້າຣາຊການຂອງໂຊໂລໂມນ ຈົນຮອດດິນແດນຂອງໂອເຟຍ ແລະໄດ້ນຳຄຳປະມານສິບຫົກໂຕນ ມາມອບໃຫ້ກະສັດໂຊໂລໂມນ.
← Chapter 7
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 9 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36