bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 15
2 Chronicles 15
Lao Bible 2012 (ພຣະຄຳພີສັກສິ)
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 16 →
1
ພຣະວິນຍານຂອງພຣະເຈົ້າໄດ້ມາຄວບຄຸມອາຊາຣີຢາລູກຊາຍຂອງໂອເດັດ
2
ແລະລາວໄດ້ເຂົ້າໄປພົບກະສັດອາສາ. ລາວຮ້ອງຂຶ້ນວ່າ, “ຂ້າແດ່ພະຣາຊາ ແລະພວກທ່ານທີ່ເປັນຊາວຢູດາແລະຊາວເບັນຢາມິນເອີຍ ຈົ່ງຟັງຂ້ານ້ອຍເຖີດ ພຣະເຈົ້າຢາເວຈະສະຖິດຢູ່ນຳພວກທ່ານ ຕາບໃດທີ່ພວກທ່ານຢູ່ກັບພຣະອົງ. ຖ້າພວກທ່ານຊອກຫາພຣະອົງ ພຣະອົງກໍຈະໃຫ້ພວກທ່ານໄດ້ພົບພຣະອົງ; ແຕ່ຖ້າພວກທ່ານຫັນໜີຈາກພຣະອົງ ພຣະອົງກໍຈະປະຖິ້ມພວກທ່ານ.
3
ດົນນານມາແລ້ວທີ່ຊາດອິດສະຣາເອນໄດ້ດຳເນີນຊີວິດ ໂດຍບໍ່ມີພຣະເຈົ້າອົງທ່ຽງແທ້, ໂດຍບໍ່ມີບັນດາປະໂຣຫິດສິດສອນພວກເຂົາແລະໂດຍບໍ່ມີກົດບັນຍັດ.
4
ແຕ່ເມື່ອພວກເຂົາພົບກັບຄວາມເດືອດຮ້ອນ, ພວກເຂົາຈຶ່ງໄດ້ຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. ພວກເຂົາຊອກຫາພຣະອົງ ແລະໄດ້ພົບພຣະອົງ.
5
ໃນສະໄໝນັ້ນບໍ່ມີຜູ້ໃດໄປມາໄດ້ຢ່າງຕະຫລອດປອດໄພ, ເພາະມີຄວາມເດືອດຮ້ອນ ແລະຄວາມວຸ້ນວາຍ ຢູ່ທົ່ວທຸກບ່ອນໃນດິນແດນ.
6
ຊົນຊາດໜຶ່ງກົດຂີ່ອີກຊົນຊາດໜຶ່ງ ແລະເມືອງໜຶ່ງກົດຂີ່ອີກເມືອງໜຶ່ງ, ເພາະພຣະເຈົ້າໄດ້ນຳຄວາມເດືອດຮ້ອນ ແລະຄວາມຍາກລຳບາກມາສູ່ພວກເຂົາ.
7
ແຕ່ພວກທ່ານຕ້ອງເຂັ້ມແຂງແລະຢ່າທໍ້ຖອຍເລີຍ. ພາລະກິດທີ່ພວກທ່ານໄດ້ເຮັດນັ້ນຈະບໍ່ຂາດບຳເໜັດ.”
8
ເມື່ອອາສາໄດ້ຍິນຖ້ອຍຄຳທັງຫຼາຍນີ້ ແລະຄຳທຳນວາຍຂອງອາຊາຣີຢາລູກຊາຍຂອງ ໂອເດັດແລ້ວ ເພິ່ນກໍມີກຳລັງໃຈຫລາຍຂຶ້ນ. ເພິ່ນໄດ້ທຳລາຍຮູບເຄົາຣົບທັງໝົດໃນດິນແດນຢູດາຍແລະເບັນຢາມິນ ພ້ອມທັງຮູບເຄົາຣົບທັງໝົດຢູ່ໃນເມືອງຕ່າງໆທີ່ເພິ່ນຢຶດໄດ້ໃນແຖບເນີນພູເອຟຣາອິມ. ເພິ່ນຍັງໄດ້ສ້ອມແປງແທ່ນບູຊາຂອງພຣະເຈົ້າຢາເວທີ່ໄດ້ຕັ້ງຢູ່ໃນລະບຽງເດີ່ນຂອງວິຫານຂອງພຣະເຈົ້າຢາເວ.
9
ມີປະຊາຊົນຫລາຍຄົນຈາກເຜົ່າເອຟຣາອິມ, ມານາເຊ ແລະຊີເມໂອນໄດ້ມາເຂົ້າກັບຝ່າຍອາສາ ແລະພວກເຂົາກໍໄດ້ອາໄສຢູ່ໃນອານາຈັກຂອງເພິ່ນ ຍ້ອນພວກເຂົາເຫັນວ່າພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນໄດ້ສະຖິດຢູ່ກັບເພິ່ນ. ອາສາໄດ້ເອີ້ນຄົນທັງໝົດນັ້ນມາ ພ້ອມດ້ວຍຊາວຢູດາແລະຊາວເບັນຢາມິນ.
10
ພວກເຂົາໄດ້ມາປະຊຸມກັນຢູ່ທີ່ນະຄອນເຢຣູຊາເລັມໃນເດືອນທີສາມຂອງຣາຊການປີທີສິບຫ້າຂອງກະສັດອາສາ.
11
ໃນມື້ນັ້ນ ພວກເຂົາໄດ້ຖວາຍບູຊາເຄື່ອງທີ່ຢຶດມາໄດ້ແກ່ພຣະເຈົ້າຢາເວ ມີດັ່ງນີ້: ງົວເຈັດຮ້ອຍໂຕ ແລະແກະເຈັດພັນໂຕ.
12
ພວກເຂົາໄດ້ຕັ້ງພັນທະສັນຍາວ່າ ພວກເຂົາຈະສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງບັນພະບຸລຸດຂອງພວກເຂົາດ້ວຍສຸດໃຈ ແລະດ້ວຍສຸດຈິດຂອງພວກເຂົາ.
13
ຜູ້ໃດຜູ້ໜຶ່ງບໍ່ວ່າໜຸ່ມຫລືແກ່ ແລະຊາຍຫລືຍິງກໍດີ ທີ່ບໍ່ສະແຫວງຫາພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຈະຖືກລົງໂທດເຖິງຕາຍ.
14
ພວກເຂົາພາກັນກ່າວຄຳສາບານໂດຍພຣະເຈົ້າຢາເວດ້ວຍສຽງດັງວ່າຈະເຮັດຕາມພັນທະສັນຍານັ້ນ ແລ້ວພວກເຂົາກໍໄດ້ໂຮຮ້ອງ, ເປົ່າແກ ແລະເປົ່າເຂົາສັດ.
15
ປະຊາຊົນຢູດາທັງໝົດຈຶ່ງມີຄວາມຍິນດີຫລາຍ ເພາະພວກເຂົາໄດ້ເຮັດພັນທະສັນຍານີ້ດ້ວຍສຸດຈິດສຸດໃຈ. ພວກເຂົານະມັດສະການພຣະເຈົ້າຢາເວດ້ວຍຄວາມຊົມຊື່ນຍິນດີ ແລະພຣະອົງໄດ້ຮັບເອົາພວກເຂົາໄວ້ ແລ້ວກໍໃຫ້ພວກເຂົາມີຄວາມສະຫງົບສຸກຮອບດ້ານ.
16
ກະສັດອາສາໄດ້ປົດນາງມາອາກາ ແມ່ເຖົ້າຂອງຕົນອອກຈາກຕຳແໜ່ງແມ່ຂອງຣາຊີນີ ເພາະນາງໄດ້ສ້າງຮູບເຄົາຣົບແຫ່ງຄວາມອຸດົມສົມບູນຂາບໄຫວ້ຄື ເຈົ້າແມ່ອາເຊຣາ. ອາສາໄດ້ຕັດຮູບເຄົາຣົບນັ້ນລົງ, ຟັນເປັນທ່ອນໆ ແລະເຜົາຖິ້ມທີ່ຮ່ອມພູກິດໂຣນ.
17
ເຖິງແມ່ນວ່າ ອາສາບໍ່ໄດ້ທຳລາຍບ່ອນຂາບໄຫວ້ຂອງຄົນບໍ່ນັບຖືພຣະເຈົ້າ ໃຫ້ໝົດສິ້ນໄປຈາກດິນແດນກໍຕາມ; ແຕ່ເພິ່ນກໍສັດຊື່ຕະຫລອດຊີວິດຂອງເພິ່ນ.
18
ເພິ່ນໄດ້ນຳເອົາສິ່ງຂອງທັງໝົດທີ່ອາບີຢາພໍ່ຂອງເພິ່ນໄດ້ຖວາຍ ມາໄວ້ຢູ່ໃນວິຫານຂອງພຣະເຈົ້າ ຕະຫລອດທັງເຄື່ອງຄຳແລະເຄື່ອງເງິນ ຊຶ່ງເພິ່ນເອງໄດ້ອຸທິດຖວາຍ.
19
ເສິກສົງຄາມບໍ່ໄດ້ເກີດຂຶ້ນອີກຈົນເຖິງຣາຊການປີທີສາມສິບຫ້າຂອງກະສັດອາສາ.
← Chapter 14
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 16 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36