bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
2 Chronicles 31
2 Chronicles 31
Lao Bible 2012 (ພຣະຄຳພີສັກສິ)
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 32 →
1
ຫລັງຈາກເທດສະການສະຫລອງສິ້ນສຸດລົງແລ້ວ ປະຊາຊົນອິດສະຣາເອນທັງໝົດໄດ້ໄປທີ່ເມືອງຕ່າງໆໃນຢູດາຍ ແລະໄດ້ທັບເສົາຫີນ, ຟັນສັນຍາລັກຂອງເຈົ້າແມ່ອາເຊຣາ ແລະທຳລາຍແທ່ນບູຊາພ້ອມທັງບ່ອນຂາບໄຫວ້ອື່ນໆຖິ້ມໝົດ. ຕາມເມືອງຕ່າງໆຂອງຢູດາຍ ແລະເຂດແດນຕ່າງໆຂອງເຜົ່າເບັນຢາມິນ, ເອຟຣາອິມ ແລະມານາເຊ ພວກເຂົາກໍໄດ້ເຮັດຄືກັນ; ແລ້ວພວກເຂົາກໍແຍກຍ້າຍກັນກັບຄືນເມືອເຮືອນຂອງໃຜລາວ.
2
ກະສັດເຮເຊກີຢາໄດ້ຈັດຕັ້ງຄະນະປົກຄອງປະໂຣຫິດແລະຊາວເລວີຂຶ້ນໃໝ່ ຕາມໜ້າທີ່ສະເພາະຂອງໃຜລາວ. ໜ້າທີ່ເຫຼົ່ານັ້ນລວມເອົາທັງການເຜົາຖວາຍບູຊາແລະການຖວາຍເພື່ອຄວາມສາມັກຄີທຳ, ການປະກອບສ່ວນໃນພິທີນະມັດສະການທີ່ພຣະວິຫານແລະການຖວາຍຄຳຍົກຍໍສັນລະເສີນ ແລະການໂມທະນາຂອບພຣະຄຸນໃນເດີ່ນລານຕ່າງໆຂອງພຣະເຈົ້າຢາເວ.
3
ເພິ່ນໄດ້ຈັດຫາສັດຈາກຝູງແກະແລະຝູງງົວຂອງເພິ່ນເອງມາ ເພື່ອເຜົາຖວາຍບູຊາທຸກໆເຊົ້າແລະທຸກໆແລງ ສຳລັບຖວາຍໃນວັນຊະບາໂຕ, ໃນວັນສະຫລອງເດືອນຂຶ້ນໃໝ່ ແລະໃນເທດສະການອື່ນໆທີ່ກົດບັນຍັດຂອງພຣະເຈົ້າຢາເວໄດ້ກຳນົດໄວ້.
4
ນອກຈາກນີ້ອີກ ກະສັດຍັງບອກປະຊາຊົນໃນນະຄອນເຢຣູຊາເລັມ ໃຫ້ນຳເຄື່ອງຖວາຍຊຶ່ງໄດ້ກຳນົດໄວ້ສຳລັບພວກປະໂຣຫິດແລະຊາວເລວີນັ້ນມາ ເພື່ອພວກເຂົາຈະໄດ້ອຸທິດເວລາທັງໝົດໃສ່ການປະຕິບັດ ຕາມກົດບັນຍັດຂອງພຣະເຈົ້າຢາເວ.
5
ພໍກະສັດໄດ້ປະກາດອອກເທົ່ານັ້ນ ປະຊາຊົນອິດສະຣາເອນກໍໄດ້ນຳຂອງຂວັນມາຖວາຍດັ່ງນີ້: ເຂົ້າເມັດງາມ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ນໍ້າເຜິ້ງ ແລະພືດຜົນຊະນິດຕ່າງໆຈາກທົ່ງນາ ແລະພວກເຂົາຍັງໄດ້ນຳໜຶ່ງສ່ວນສິບ ຂອງສັບພະທຸກສິ່ງທີ່ພວກເຂົາມີ ມາຖວາຍຄືກັນ.
6
ປະຊາຊົນທຸກຄົນທີ່ໄດ້ອາໄສຢູ່ໃນເມືອງຕ່າງໆຂອງຢູດາຍ ຕ່າງກໍນຳໜຶ່ງສ່ວນສິບຂອງງົວ ແລະແກະໃນຝູງມາຖວາຍ ແລະພວກເຂົາຍັງໄດ້ນຳຂອງຂວັນຢ່າງຫລວງຫລາຍ ມາອຸທິດຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ.
7
ເຄື່ອງຖວາຍນັ້ນໄດ້ເລີ່ມກອງສູງຂຶ້ນໃນເດືອນທີສາມ ແລະສືບຕໍ່ນຳມາຈົນຮອດເດືອນທີສີ່.
8
ເມື່ອກະສັດເຮເຊກີຢາແລະຂ້າຣາຊການຂອງເພິ່ນເຫັນເຄື່ອງຖວາຍທີ່ຄົນນຳມາຢ່າງຫລວງຫລາຍເຊັ່ນນີ້ ຈຶ່ງສັນລະເສີນພຣະເຈົ້າຢາເວ ແລະຊົມເຊີຍປະຊາຊົນອິດສະຣາເອນຂອງພຣະອົງ.
9
ກະສັດໄດ້ຖາມບັນດາປະໂຣຫິດແລະຊາວເລວີເຖິງເຄື່ອງຖວາຍນັ້ນ;
10
ແລະອາຊາຣີຢາກັບມະຫາປະໂຣຫິດ ຜູ້ທີ່ສືບເຊື້ອສາຍຈາກຊາດົກໄດ້ກ່າວແກ່ກະສັດວ່າ, “ນັບຕັ້ງແຕ່ປະຊາຊົນເລີ່ມນຳເຄື່ອງມາຖວາຍໃນວິຫານຂອງພຣະເຈົ້າຢາເວ ພວກເຮົາມີອາຫານການກິນຢ່າງພຽງພໍ ແລະຍັງມີໄວ້ສຳລອງອີກຢ່າງຫລວງຫລາຍ. ພວກເຮົາມີເຄື່ອງຂອງທັງໝົດນີ້ ເພາະພຣະເຈົ້າຢາເວໄດ້ອວຍພອນປະຊາຊົນຂອງພຣະອົງ.”
11
ຕາມຄຳສັ່ງຂອງກະສັດ, ພວກເຂົາໄດ້ຕຽມຫ້ອງມ້ຽນເຄື່ອງໄວ້ໃນບໍລິເວນວິຫານຂອງພຣະເຈົ້າຢາເວ
12
ແລະເອົາຂອງຂວັນກັບໜຶ່ງສ່ວນສິບທັງໝົດ ທີ່ຄົນໄດ້ນຳມາຖວາຍສະສົມໄວ້ໃນທີ່ນັ້ນ. ພວກເຂົາໄດ້ແຕ່ງຕັ້ງຊາວເລວີຄົນໜຶ່ງ ໃຫ້ເປັນຜູ້ຮັບຜິດຊອບຊື່ວ່າ ໂກນານີຢາ ແລະໃຫ້ຊີເມອີນ້ອງຊາຍຂອງລາວເປັນຜູ້ຊ່ວຍ.
13
ພວກເຂົາມອບໝາຍໜ້າທີ່ໃຫ້ຊາວເລວີສິບຄົນເຮັດວຽກນຳພວກເຂົາມີດັ່ງນີ້: ເຢຮີເອນ, ອາຊາຊີຢາ, ນາຮາດ, ອາສາເຮນ, ເຢຣິໂມດ, ໂຢຊາບັດ, ເອລີເອນ, ອິດຊະມາກີຢາ, ມາຮາດ ແລະເບນາອີຢາ. ຄົນທັງໝົດນັ້ນແມ່ນຢູ່ພາຍໃຕ້ອຳນາດຂອງກະສັດເຮເຊກີຢາ ແລະອາຊາຣີຢາຫົວໜ້າເຈົ້າໜ້າທີ່ປະຈຳວິຫານຂອງພຣະເຈົ້າ.
14
ມີຄົນເລວີຜູ້ໜຶ່ງຊື່ວ່າໂກເຣລູກຊາຍຂອງອີມນາ ທີ່ເປັນນາຍເຝົ້າຍາມປະຕູທາງດ້ານຕາເວັນອອກເປັນຜູ້ຮັບຜິດຊອບໃນການຮັບເຄື່ອງຖວາຍດ້ວຍເຕັມໃຈແກ່ພຣະເຈົ້າ ເພື່ອຈະແຈກຢາຍເຄື່ອງຖວາຍຂອງພຣະເຈົ້າຢາເວ ແລະສິ່ງຂອງບໍຣິສຸດທີ່ສຸດທັງຫລາຍ.
15
ໃນເມືອງຕ່າງໆບ່ອນທີ່ມີປະໂຣຫິດອາໄສຢູ່ກໍມີຄົນເລວີອື່ນໆຮັບຜິດຊອບໜ້າທີ່ນີ້ຢ່າງສັດຊື່ ດັ່ງນີ້: ເອເດນ, ມີນີອາມິນ, ເຢຊູອາ, ເຊມາອີຢາ, ອາມາຣີຢາ ແລະເຊການີຢາ. ພວກເຂົາໄດ້ແຈກອາຫານໃຫ້ແກ່ພີ່ນ້ອງຊາວເລວີເທົ່າກັນຕາມໜ້າທີ່ການຂອງພວກເຂົາ
16
ແລະບໍ່ແມ່ນຕາມແຕ່ລະຕະກຸນ. ພວກເຂົາໄດ້ເອົາສ່ວນໜຶ່ງໃຫ້ແກ່ເພດຊາຍທຸກຄົນທີ່ມີອາຍຸສາມສິບປີ ຂຶ້ນໄປ ຄືຜູ້ທີ່ຮັບຜິດຊອບແຕ່ລະວັນໃນວິຫານຂອງພຣະເຈົ້າຢາເວຕາມຕຳແໜ່ງຂອງພວກເຂົາ.
17
ພວກປະໂຣຫິດໄດ້ຮັບມອບໝາຍໜ້າທີ່ ຕາມແຕ່ລະຕະກຸນ ແລະຊາວເລວີຜູ້ມີອາຍຸຊາວປີຂຶ້ນໄປກໍໄດ້ຮັບມອບໝາຍໜ້າທີ່ຕາມທີ່ຕົນສັງກັດຢູ່.
18
ທຸກຄົນໄດ້ຈົດຊື່ລົງທະບຽນພ້ອມກັບເມຍ, ລູກ ແລະຄົນອື່ນໆທີ່ຢູ່ໃຕ້ການເບິ່ງແຍງຂອງຕົນ; ເພື່ອຄວາມສັດຊື່ຂອງພວກເຂົາ ພວກເຂົາຈະຕ້ອງຊຳລະຕົວຂອງພວກເຂົາໃຫ້ບໍຣິສຸດ.
19
ໃນທ່າມກາງພວກປະໂຣຫິດທີ່ອາໄສຢູ່ຕາມເມືອງຕ່າງໆ ຊຶ່ງຖືກມອບໃຫ້ເປັນກຳມະສິດຂອງເຊື້ອສາຍອາໂຣນ ຫລືໃນບ່ອນລ້ຽງສັດທີ່ເປັນຂອງເມືອງນັ້ນ ກໍມີຄົນຮັບຜິດຊອບແຈກຢາຍອາຫານໃຫ້ຜູ້ຊາຍທຸກໆຄົນໃນຄອບຄົວຂອງປະໂຣຫິດ ແລະໃຫ້ທຸກໆຄົນໃນຕະກຸນເລວີທີ່ໄດ້ລົງບັນຊີລາຍຊື່ໄວ້.
20
ທົ່ວທັງຢູດາຍ ກະສັດເຮເຊກີຢາໄດ້ເຮັດສິ່ງທີ່ດີແລະຖືກຕ້ອງ ແລະພໍພຣະໄທພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ.
21
ທຸກສິ່ງທີ່ເພິ່ນໄດ້ເຮັດສຳລັບວິຫານຂອງພຣະເຈົ້າ, ໃນການປະຕິບັດຕາມກົດບັນຍັດໃນຂໍ້ຄຳສັ່ງທັງຫລາຍ, ໃນການສະແຫວງຫາພຣະເຈົ້າຂອງເພິ່ນ ເພິ່ນໄດ້ເຮັດດ້ວຍໝົດຈິດໃຈຂອງເພິ່ນ ແລະເພິ່ນໄດ້ຈະເລີນຮຸ່ງເຮືອງຂື້ນ.
← Chapter 30
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 32 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36