bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 11
Job 11
Lao Bible 2012 (ພຣະຄຳພີສັກສິ)
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 12 →
1
“ຈະບໍ່ມີຜູ້ໃດຕອບຄຳເວົ້າອັນໄຮ້ປະໂຫຍດນີ້ບໍ? ຄົນທີ່ເວົ້າຫລາຍຈະນັບວ່າຖືກຕ້ອງບໍ່ຫ່ອນໄດ້?
3
ໂຢບເອີຍ ເຈົ້າຄິດວ່າ ພວກເຮົາຕອບເຈົ້າບໍ່ໄດ້ຊັ້ນບໍ? ຄຳທີ່ເຈົ້າເວົ້າຫຍໍ້ຫຍັນ ເຮັດໃຫ້ພວກເຮົາເວົ້າຫຍັງບໍ່ໄດ້ບໍ?
4
ເຈົ້າອ້າງວ່າ, ‘ສິ່ງທີ່ຂ້ອຍເວົ້າລ້ວນແຕ່ເປັນຄວາມຈິງ’; ເຈົ້າອ້າງວ່າ, ‘ຂ້ອຍບໍຣິສຸດຕໍ່ສາຍຕາຂອງພຣະເຈົ້າ.’
5
ຂ້ອຍຢາກໃຫ້ພຣະເຈົ້າຕອບເຈົ້າຫລາຍສໍ່າໃດ ພຣະອົງຈະໄດ້ບອກເຖິງປັນຍາຫລາຍຢ່າງກໍໄດ້; ມີຫລາຍສິ່ງເລິກໂພດສຳລັບມະນຸດທີ່ຈະເຂົ້າໃຈ ພຣະເຈົ້າລົງໂທດໜ້ອຍກວ່າທີ່ເຈົ້າຄວນຈະໄດ້ຮັບ.
7
ເຈົ້າຢັ່ງຮູ້ເຖິງຂອບເຂດແລະຄວາມຈຳກັດ ຄວາມຍິ່ງໃຫຍ່ແລະຣິດອຳນາດຂອງພຣະເຈົ້າໄດ້ຫລືບໍ່?
8
ທ້ອງຟ້າມີຂອບເຂດເມື່ອໃດສຳລັບພຣະເຈົ້ານໍ? ມັນກວ້າງໄກເກີນກວ່າເຈົ້າຈະຢື້ເຖິງໄດ້. ພຣະເຈົ້າຮູ້ທຸກສິ່ງໃນໂລກແຫ່ງຄວາມຕາຍ ແຕ່ສຳລັບເຈົ້າບໍ່ອາດຮູ້ເຖິງມັນໄດ້.
9
ຄວາມຍິ່ງໃຫຍ່ຂອງພຣະເຈົ້າໃຫຍ່ກວ່າໂລກາ ກວ້າງຂວາງກວ່າທ້ອງມະຫາສະໝຸດເລິກ.
10
ຖ້າພຣະເຈົ້າຈັບເຈົ້າ ແລະນຳເຈົ້າຂຶ້ນສານ ຜູ້ໃດຈະກ້າຂັດຂວາງພຣະອົງໄດ້?
11
ພຣະເຈົ້າຮູ້ວ່າມະນຸດບໍ່ມີຄຸນຄ່າ; ພຣະອົງເຫັນທຸກການກະທຳຊົ່ວຂອງພວກເຂົາເຈົ້າ.
12
ຄົນໂງ່ເລີ່ມຈະມີປັນຍາໄດ້ກໍຕໍ່ເມື່ອໂຕລໍປ່າ ຖືກຄົນນຳມັນມາຝຶກຫັດໃຫ້ຮູ້ຄວາມໄດ້.
13
ໂຢບເອີຍ ຈົ່ງມີຈິດໃຈຖືກຕ້ອງ ແລະໃຫ້ເຈົ້າສະແຫວງຫາພຣະເຈົ້າສາ
14
ຈົ່ງກຳຈັດຄວາມຊົ່ວຊ້າທັງໝົດ ແລະຄວາມຜິດອອກຈາກເຮືອນຂອງເຈົ້າ.
15
ແລ້ວຈົ່ງປະເຊີນໜ້າກັບໂລກອີກຄັ້ງ ຢ່າງໜັກແໜ້ນໝັ້ນຄົງ ແລະກ້າຫານ.
16
ແລ້ວຄວາມທຸກລຳບາກກໍຈະຫາຍໄປໝົດ ດັ່ງນໍ້າຖ້ວມທີ່ບົກລົງ ແລະບໍ່ມີຜູ້ໃດຈົດຈຳອີກ.
17
ຊີວິດເຈົ້າຈະສົດຊື່ນກວ່າແສງຕາເວັນ ແລະຊີວິດອັນມືດດຳກໍຈະເປັນດັ່ງຮຸ່ງອາລຸນຍາມເຊົ້າ.
18
ພຣະເຈົ້າຈະປົກປັກຮັກສາ ແລະໃຫ້ເຈົ້າໄດ້ພັກຜ່ອນ ເຈົ້າຈະຢູ່ຢ່າງປອດໄພໄດ້ ແລະເຕັມໄປດ້ວຍຄວາມຫວັງ.
19
ເຈົ້າກໍບໍ່ຕ້ອງຢ້ານເຫຼົ່າສັດຕູອີກຕໍ່ໄປ; ແລະຈະມີຫລາຍຄົນໃຫ້ຄວາມຊ່ວຍເຫລືອເຈົ້າ.
20
ສ່ວນຄົນຊົ່ວຊ້ານັ້ນ ຈະແນມຫາຜູ້ຊ່ວຍຊູ ຜູ້ທີ່ພວກເຂົາຫວັງອາໄສ ກໍຈະເຮັດໃຫ້ຜິດຫວັງເທົ່ານັ້ນ ແລະທາງທີ່ຈະຫລີກໜີຈາກໂພຍໄພກໍຈະບໍ່ມີ; ຄວາມຫວັງຢ່າງດຽວຂອງພວກເຂົາກໍຄືຕາຍເທົ່ານັ້ນ.”
← Chapter 10
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 12 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42