bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 7
Job 7
Lao Bible 2012 (ພຣະຄຳພີສັກສິ)
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 8 →
1
ຊີວິດມະນຸດຍາກລຳບາກດັ່ງເປັນທະຫານ ຄືຊີວິດກຳມະກອນທຳງານແສນລຳບາກ
2
ເໝືອນຄົນເປັນທາດທີ່ເຮັດວຽກໜັກ ຫາທີ່ຮົ່ມເພິ່ງເຢັນໆ ດັ່ງຜູ້ອອກແຮງງານລໍຄອຍເອົາຄ່າຈ້າງ.
3
ເດືອນແລ້ວເດືອນເລົ່າ ຊີວິດຂ້ອຍບໍ່ມີຫຍັງໝົດ; ຄືນແລ້ວຄືນເລົ່າ ນຳຄວາມເສົ້າໂສກມາໃຫ້.
4
ເວລາຜ່ານໄປຊ້າໆ ເມື່ອຂ້ອຍລົ້ມລົງນອນ; ຂ້ອຍກິ້ງໄປກິ້ງມາ ລໍເວລາໃຫ້ຮອດແຈ້ງ.
5
ທົ່ວຮ່າງກາຍຂ້ອຍມີແຕ່ໂຕໜອນໄຕ່ໄປມາ; ມີແຕ່ເກັດບາດແຜບວມຊໍ້ານໍ້າໜອງຍ້ອຍ.
6
ວັນເວລາຂອງຂ້ອຍຜ່ານໄປໂດຍສິ້ນຫວັງ ຟ້າວຜ່ານໄປໄວກວ່າກະສວຍຕໍ່າຜ້າ.
7
ຂ້າແດ່ພຣະເຈົ້າ ໂຜດຈົ່ງຈົດຈຳຊີວິດຂອງຂ້ານ້ອຍວ່າ ເປັນພຽງແຕ່ລົມຫາຍໃຈ ຄວາມຊົມຊື່ນຍິນດີຂອງຂ້ານ້ອຍນັ້ນ ໄດ້ສິ້ນສຸດໄປໝົດສາແລ້ວ.
8
ດຽວນີ້ພຣະອົງເຫັນຂ້ານ້ອຍແລ້ວ ແຕ່ພຣະອົງຈະບໍ່ເຫັນອີກຕໍ່ໄປ. ຖ້າພຣະອົງແນມຫາຂ້ານ້ອຍ ຂ້ານ້ອຍກໍຈະຈາກໄປສາແລ້ວ.
9
ດັ່ງເມກໝອກເລື່ອນລອຍຫາຍຈາກໄປ ດັ່ງມະນຸດເຮົາທີ່ຈຳຕ້ອງພາກຈາກໄປນັ້ນ ຄັນຈາກໄປແລ້ວ ກໍຈະບໍ່ກັບຄືນມາເລີຍ ທຸກຄົນທີ່ຮູ້ເຂົາກໍຈະລືມໄລເຂົາໄປສິ້ນ.
11
ຂ້ານ້ອຍຈະມິດງຽບຢູ່ຢ່າງນີ້ບໍ່ໄດ້ຕີ້ ຂ້ານ້ອຍລະທົມທຸກຈຶ່ງຈຳໃຈເວົ້າເຊັ່ນນີ້.
12
ເປັນຫຍັງຈຶ່ງເຝົ້າຍາມຂ້ານ້ອຍຢູ່ຢ່າງນີ້ນໍ? ຄິດວ່າຂ້ານ້ອຍເປັນມັງກອນ ວົນວຽນໃນທະເລຫລືນີ້?
13
ເມື່ອຂ້ານ້ອຍເອ່ນຕົວເນີ້ງລົງພັກຜ່ອນຈັກຄາວ ແລະຊາວຫາທີ່ບັນເທົາຄວາມເຈັບປວດນັ້ນ.
14
ແຕ່ພຣະອົງໃຫ້ຝັນເຫັນແຕ່ແນວຢ້ານກົວ ໂດຍສົ່ງນິມິດກວ່າໜຶ່ງອັນເຮັດໃຫ້ຝັນຮ້າຍ.
15
ຂໍພຣະອົງບີບຄໍຂ້ານ້ອຍໃຫ້ຕາຍສາກໍດີກວ່າ ທົນທຸກຢູ່ໃນຮ່າງກາຍນີ້ທີ່ແສນເວດທະນາ.
16
ຂ້ານ້ອຍຍອມແລ້ວ ທັງເບື່ອໜ່າຍທີ່ຈະຢູ່ຕໍ່ໄປ; ຊີວິດຂາດຄວາມໝາຍ ປ່ອຍໃຫ້ຢູ່ຜູ້ດຽວສາເຖີດ.
17
ເປັນຫຍັງມະນຸດຈຶ່ງສຳຄັນຕໍ່ພຣະອົງແທ້ນໍ? ເປັນຫຍັງຈຶ່ງເອົາໃຈໃສ່ຕໍ່ສິ່ງທີ່ພວກເຂົາເຮັດນັ້ນ?
18
ພຣະອົງກວດເບິ່ງພວກເຂົາທຸກໆເຊົ້າແຕ່ຮຸ່ງອາລຸນ ແລະທົດສອບເບິ່ງພວກເຂົາທຸກໆນາທີອີກຊໍ້າ.
19
ພຣະອົງເບິ່ງຂ້ານ້ອຍດົນແລ້ວຍັງບໍ່ພໍບໍ? ຈົນຂ້ານ້ອຍບໍ່ມີເວລາກືນນໍ້າລາຍລົງຊໍ້າ.
20
ຖ້າຂ້ານ້ອຍເຮັດບາບຕໍ່ສູ້ພຣະອົງ ຈົ່ງບອກມາເບິ່ງດູວ່າໄດ້ເຮັດບາບຫຍັງແດ່? ເປັນຫຍັງຈຶ່ງເອົາຂ້ານ້ອຍເປັນເປົ້າໃຫ້ພຣະອົງທົດລອງ? ເພາະຂ້ານ້ອຍເປັນພາລະໜັກແກ່ພຣະອົງຫລືນີ້?
21
ຈົນວ່າພຣະອົງຍົກໂທດໃຫ້ຂ້ານ້ອຍບໍ່ໄດ້ບໍ? ຈົນພຣະອົງອະໄພຄວາມຜິດໃຫ້ຂ້ານ້ອຍບໍ່ໄດ້. ຍັງບໍ່ດົນດອກ ຂ້ານ້ອຍຈະໄປຢູ່ໃນຂຸມຝັງສົບ ຈາກໄປເມື່ອພຣະອົງແນມຫາຂ້ານ້ອຍຢູ່.”
← Chapter 6
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 8 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42