bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 28
Job 28
Lao Bible 2012 (ພຣະຄຳພີສັກສິ)
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 29 →
1
“ກ່ອນຈະຂຸດເອົາເງິນໄດ້ມັນຕ້ອງມີເໝືອງແຮ່ ກ່ອນຈະເຮັດໃຫ້ຄຳບໍຣິສຸດໄດ້ຕ້ອງມີບ່ອນຫລອມ.
2
ມະນຸດຂຸດເອົາເຫຼັກອອກມາຈາກພື້ນດິນ ແລະຈາກກ້ອນຫີນ, ມະນຸດຂຸດເອົາທອງແດງໄດ້.
3
ມະນຸດສຳຫລວດກວດເບິ່ງຄວາມມືດອັນຕຶບໜາ ຄົ້ນຫາໃນຄວາມເລິກຂອງຫີນຢູ່ພື້ນແຜ່ນດິນໂລກ.
4
ໄກຈາກທີ່ຄົນຢູ່ ຫລືຕີນຍ່າງຍ້າຍໄປມາ ມະນຸດຊອກຫາບໍ່ແຮ່ໂດຍຂຸດເປັນທາງລອດພື້ນ ທີ່ນັ້ນ ພວກເຂົາເຮັດວຽກຢ່າງໂດດດ່ຽວປ່ຽວໃຈ ຕິດຫ້ອຍຢູ່ກັບເຊືອກທີ່ຢ່ອນພວກເຂົາລົງໃນຫລຸມນັ້ນ.
5
ອາຫານການກິນເກີດຈາກພື້ນແຜ່ນດິນ ແຕ່ໃນບ່ອນດຽວກັນ, ທຸກສິ່ງກໍຖືກຈີກໃຫ້ໝຸ່ນ.
6
ຫີນຂອງແຜ່ນດິນໂລກບັນຈຸແກ້ວໄພທູນ ແລະຝຸ່ນຂອງຂີ້ດິນກໍບັນຈຸຄຳດ້ວຍ.
7
ບໍ່ມີແຫລວໂຕໃດດອກເຫັນທາງໄປສູ່ບໍ່ແຮ່ ບໍ່ມີແຮ້ງໂຕໃດດອກບິນຜ່ານເທິງມັນໄດ້ເລີຍ.
8
ບໍ່ມີໂຕສິງຫລືສັດຮ້າຍອື່ນໆໂຕໃດເລີຍ ທີ່ເຄີຍທ່ຽວໄປຜ່ານທາງທີ່ໂດດດ່ຽວນີ້ໄດ້.
9
ແຕ່ມະນຸດນັ້ນກ້າຂຸດໂງ່ນຫີນອັນແຂງ ທັງກ້າຂຸດພູເຂົາຫລາຍໆໜ່ວຍອອກຈາກຕີນພູໄດ້.
10
ເມື່ອພວກເຂົາຂຸດເປັນຖໍ້າຜ່ານໂງ່ນຫີນເຂົ້າໄປ ພວກເຂົາກໍໄດ້ຄົ້ນພົບຫີນນາໆຊະນິດທີ່ປະເສີດ.
11
ພວກເຂົາຂຸດໄປສູ່ແຫລ່ງເກີດແມ່ນໍ້າທັງຫລາຍ ແລະນຳສິ່ງທີ່ຖືກປິດບັງອອກສູ່ແສງແຈ້ງໄດ້.
12
ແຕ່ປັນຍານັ້ນຈະຊອກຫາໄດ້ຢູ່ໃສ? ຢູ່ທີ່ໃດພວກເຮົາຈະຮຽນເອົາຄວາມເຂົ້າໃຈໄດ້?
13
ປັນຍາຊອກຫາພົບບໍ່ໄດ້ໃນທ່າມກາງມະນຸດເດີ ບໍ່ມີຜູ້ໃດເຄີຍຮູ້ຈັກຄຸນຄ່າອັນແທ້ຈິງຂອງປັນຍາໄດ້.
14
ທະເລເລິກກວ້າງ ແລະມະຫາສະໝຸດກວ້າງໃຫຍ່ ເວົ້າວ່າ, ‘ປັນຍາກໍບໍ່ອາດຫາພົບໄດ້ຢູ່ໃນທີ່ນັ້ນ.’
15
ປັນຍາຊື້ເອົາບໍ່ໄດ້ດ້ວຍເງິນຫລືຄຳ ຄຳຈາກໂອເຟຍກັບເພັດພອຍບໍຣິສຸດ ກໍມີຄ່າທຽບປັນຍາບໍ່ໄດ້.
17
ປັນຍານັ້ນມີຄຸນຄ່າຫລາຍກວ່າຄຳ ກວ່າອ່າງຄຳຢ່າງດີຫລືແກ້ວບໍຣິສຸດທີ່ໃສແຈ້ງ.
18
ຄຸນຄ່າຂອງປັນຍານັ້ນມີຫລາຍເຫລືອລົ້ນ ກວ່າເພັດນິນຈິນດາຫລືທັບທີມດ້ວຍ.
19
ພອຍສີເຫລືອງນໍ້າໜຶ່ງທັງຄຳນໍ້າໜຶ່ງກໍດີ ກໍທຽບເທົ່າກັບຄຸນຄ່າຂອງປັນຍາບໍ່ໄດ້.
20
ຖ້າດັ່ງນັ້ນ ແຫລ່ງຂອງປັນຍານັ້ນຢູ່ບ່ອນໃດ? ພວກເຮົາຈະຮຽນເອົາຄວາມເຂົ້າໃຈຢູ່ທີ່ໃດໄດ້?
21
ບໍ່ມີສິ່ງທີ່ມີຊີວິດຢູ່ຈະສາມາດເຫັນປັນຍາ ແມ່ນແຕ່ນົກບິນໄປມາໃນທ້ອງຟ້າອາກາດ.
22
ແມ່ນແຕ່ຄວາມຕາຍ ແລະການທຳລາຍກໍດີ ‘ກໍຍັງຮັບວ່າໄດ້ຍິນພຽງແຕ່ສຽງເລົ່າລືກັນເທົ່ານັ້ນ.’
23
ພຣະເຈົ້າເທົ່ານັ້ນທີ່ຮູ້ຈັກຊ່ອງທາງ ຮູ້ຈັກບ່ອນທີ່ມະນຸດຈະຫາພົບປັນຍາໄດ້.
24
ເພາະພຣະອົງເຫັນທີ່ສຸດປາຍແຜ່ນດິນໂລກ, ເຫັນສິ່ງທັງຫລາຍທີ່ຢູ່ກ້ອງຟ້າສະຫວັນ.
25
ເມື່ອພຣະເຈົ້າໄດ້ໃຫ້ອຳນາດແກ່ລົມພັດຜ່ານ ແລະໄດ້ກຳນົດເຂດໝາຍຂອງທ້ອງທະເລກວ້າງ.
26
ເມື່ອພຣະເຈົ້າຕັດສິນຊີ້ຂາດບ່ອນທີ່ຝົນຈະຕົກ ກຳນົດທິດທາງແສງຟ້າແມບຜ່າຜ່ານໄປນັ້ນ.
27
ເມື່ອນັ້ນ ພຣະອົງໄດ້ເຫັນຊອບຕໍ່ສິ່ງນີ້ທັງໝົດ ຍ້ອນເຫັນປັນຍາ ແລະພິສູດຄຸນຄ່າຂອງປັນຍານັ້ນ.
28
ພຣະເຈົ້າໄດ້ກ່າວອອກເປັນຖ້ອຍເປັນຄຳ ແກ່ມວນມະນຸດທັງຫລາຍດັ່ງຕໍ່ລົງໄປນີ້: ‘ເພື່ອຈະມີປັນຍາຕ້ອງຢຳເກງອົງພຣະຜູ້ເປັນເຈົ້າ ເພື່ອຈະເຂົ້າໃຈຕ້ອງຫັນໜີຈາກຄວາມຊົ່ວຊ້າ.”’
← Chapter 27
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 29 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42