bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 33
Job 33
Lao Bible 2012 (ພຣະຄຳພີສັກສິ)
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 34 →
1
ໂຢບເອີຍ ບັດນີ້ຈົ່ງຕັ້ງໃຈຟັງໃຫ້ດີໆ ຟັງສິ່ງທັງໝົດທີ່ຂ້ອຍຕ້ອງເວົ້າ.
2
ຂ້ອຍກຳລັງອ້າປາກກ່າວໄຂວາຈາ ຖ້ອຍຄຳຕ່າງໆນາໆກໍຢູ່ທີ່ຮີມສົບຂອງຂ້ອຍ.
3
ຄຳເວົ້າທັງໝົດຂອງຂ້ອຍຈິງໃຈແລະສັດຊື່ ຄືຂ້ອຍກຳລັງຈະເວົ້າຄວາມຈິງທຸກປະການ.
4
ວິນຍານຂອງພຣະເຈົ້າໄດ້ສ້າງຂ້ອຍຂຶ້ນມາ ວິນຍານຂອງພຣະອົງໄດ້ໃຫ້ຊີວິດແກ່ຂ້ອຍ.
5
ຈົ່ງຕອບຂ້ອຍມາໂລດ ຖ້າເຈົ້າຕອບໄດ້ຄືນ ຈົ່ງຈັດຕຽມໃຫ້ດີໆຫຼັກຖານຢືນຢັນຂອງເຈົ້າ.
6
ຕໍ່ສາຍຕາພຣະເຈົ້າ ເຈົ້າແລະຂ້ອຍເທົ່າທຽມກັນ ເຮົາທັງສອງຖືກສ້າງມາຈາກດິນໜຽວທັງນັ້ນ.
7
ສະນັ້ນ ບໍ່ຕ້ອງຢ້ານຂ້ອຍດ້ວຍເຫດຜົນໃດໆເລີຍ ຂ້ອຍຈະບໍ່ໃຊ້ອຳນາດໃດໆເກີນຂອບເຂດກັບເຈົ້າ.
8
ບັດນີ້ ຫູຂ້ອຍໄດ້ຍິນສິ່ງທີ່ເຈົ້າໄດ້ເວົ້າມາ ທຸກໆຖ້ອຍວາຈາຈາກສົບປາກຂອງເຈົ້າວ່າ:
9
‘ຂ້ອຍເປັນຝ່າຍຖືກເພາະບໍ່ໄດ້ເຮັດຜິດຫຍັງ ຂ້ອຍເປັນຜູ້ບໍຣິສຸດ ແລະບໍ່ໄດ້ເຮັດບາບໃດໆທັງນັ້ນ.
10
ແຕ່ພຣະເຈົ້າຫາເລື່ອງໃສ່ຂ້ອຍສຳລັບໂຈມຕີ ແລະໃສ່ຮ້າຍປ້າຍສີດັ່ງຂ້ອຍເປັນສັດຕູຜູ້ໜຶ່ງ.
11
ພຣະອົງລ່າມໂສ້ຂ້ອຍໄວ້ ແລະບໍ່ໃຫ້ຂ້ອຍໄປໃສ ພຣະອົງເບິ່ງຂ້ອຍເຄື່ອນໄຫວທຸກໆບາດກ້າວ.’
12
ໂຢບເອີຍ ແຕ່ຂ້ອຍຂໍບອກວ່າ ເຈົ້າເປັນຝ່າຍຜິດ ພຣະເຈົ້າຊົງຣິດໃຫຍ່ຍິ່ງກວ່າມະນຸດໃດໆທັງນັ້ນ.
13
ເປັນຫຍັງເຈົ້າຫາເລື່ອງໃສ່ພຣະເຈົ້າຢ່າງນັ້ນນໍ? ວ່າພຣະອົງບໍ່ຕອບຄຳຮ້ອງທຸກຂອງຜູ້ໃດທັງນັ້ນ?
14
ເຖິງວ່າພຣະເຈົ້າເວົ້າແລ້ວເວົ້າອີກພຽງໃດກໍດີ ກໍບໍ່ມີຜູ້ໃດໃສ່ໃຈຕໍ່ສິ່ງທີ່ພຣະອົງເວົ້ານັ້ນ.
15
ຕອນກາງຄືນເມື່ອມະນຸດນອນຫລັບສະໜິດ ພຣະເຈົ້າເວົ້າໃນຄວາມຝັນ ແລະໃນນິມິດຕ່າງໆ.
16
ພຣະອົງເຮັດໃຫ້ພວກເຂົາຟັງຖ້ອຍຄຳຂອງພຣະອົງ ພວກເຂົາກໍຢ້ານກົວຈົນງົງໃນຄຳເຕືອນຂອງພຣະເຈົ້າ.
17
ພຣະເຈົ້າເວົ້າເພື່ອໃຫ້ພວກເຂົາຢຸດເຮັດຊົ່ວເສຍທີ ຊ່ວຍພວກເຂົາໃຫ້ພົ້ນຈາກການເປັນຜູ້ຈອງຫອງພອງຕົວຂຶ້ນ.
18
ພຣະອົງຈະບໍ່ປ່ອຍໃຫ້ພວກເຂົາຖືກທຳລາຍໄປ ພຣະອົງໄດ້ຊ່ວຍພວກເຂົາໃຫ້ລອດຕາຍມາໄດ້.
19
ພຣະອົງດັດແປງຄົນໜຶ່ງໃໝ່ໂດຍໃຫ້ພວກເຂົາເຈັບປ່ວຍ ຮ່າງກາຍກັບຮູບຊົງຂອງພວກເຂົາກໍເຈັບປວດທັງນັ້ນ.
20
ຄົນເຈັບປ່ວຍນັ້ນ ເບື່ອທີ່ຈະກິນອາຫານ ແມ່ນແຕ່ອາຫານດີທີ່ສຸດກໍເບິ່ງເປັນໜ້າເບື່ອ.
21
ຮ່າງກາຍຂອງພວກເຂົານັ້ນ ຊຸດໂຊມຈົນເບິ່ງບໍ່ເຫັນຫຍັງ ມີແຕ່ກະດູກຕິດໜັງ ຈົນເບິ່ງເຫັນທຸກຊີກ.
22
ພວກເຂົາກຳລັງຍ່າງເຂົ້າໃກ້ ໄປສູ່ບ່ອນຄົນຕາຍ ສູ່ແດນມໍຣະນາ ຄືໂລກແຫ່ງຄວາມຕາຍພຸ້ນ.
23
ບາງທີ ໃນບ່ອນນັ້ນຈະມີເທວະດາຕົນໜຶ່ງ ມາຊ່ວຍກອບກູ້ເອົາພວກເຂົາໄວ້ກໍເປັນ. ຄືເທວະດາຕົນໜຶ່ງຂອງພຣະເຈົ້າ ໃນບັນດາເທວະດາຫລາຍພັນຕົນ ຜູ້ທີ່ເຮັດໃຫ້ຄົນລະນຶກຄິດເຖິງໜ້າທີ່ຂອງເຂົາເຈົ້າ.
24
ໃນຄວາມເມດຕາ ເທວະດາຈຶ່ງກ່າວວ່າ, ‘ຢ່າສູ່ກັກພວກເຂົາໄວ້ ແຕ່ຈົ່ງປ່ອຍໄປສາ ຢ່າໃຫ້ພວກເຂົາຕ້ອງລົງໄປໃນແດນມໍຣະນາ ນີ້ຄືຄ່າໄຖ່ເພື່ອປົດປ່ອຍພວກເຂົາໃຫ້ເປັນອິດສະຫລະ.’
25
ດັ່ງນັ້ນ ຕົນຕົວເພິ່ນຈຶ່ງໜຸ່ມແໜ້ນແຂງແຮງໃໝ່ ຈະກາຍເປັນດັ່ງມື້ຄາວທີ່ເພິ່ນຍັງໄວເຍົາ.
26
ເມື່ອເພິ່ນພາວັນນາອະທິຖານດ້ວຍຈິດໃຈຖ່ອມຕົວລົງ ພຣະອົງກໍຈະຕອບໂດຍກົງຄຳພາວັນນາອະທິຖານນັ້ນ; ເພິ່ນຈະນະມັດສະການພຣະເຈົ້າຢ່າງຊົມຊື່ນຍິນດີ ແລ້ວສິ່ງດີໆ ພຣະເຈົ້າຈະຈັດຫາຄືນໃຫ້ເພິ່ນອີກ.
27
ແຕ່ລະຄົນຈະກ່າວອອກມາວ່າ, ‘ຂ້ອຍໄດ້ເຮັດບາບ ຂ້ອຍບໍ່ໄດ້ເຮັດສິ່ງຊອບທຳ, ແຕ່ພຣະເຈົ້າໄດ້ໄວ້ຊີວິດ.
28
ພຣະເຈົ້າໄດ້ຮັກສາຂ້ອຍບໍ່ໃຫ້ໄປສູ່ແດນມໍຣະນາ ແລະໃຫ້ຂ້ອຍຍັງມີຊີວິດຊີວາຢູ່ຕໍ່ໄປອີກ.’
29
ສິ່ງທັງໝົດນີ້ພຣະເຈົ້າໄດ້ເຮັດຕໍ່ມະນຸດເຮົາ ເທື່ອແລ້ວເທື່ອເລົ່າ ຊໍ້າແລ້ວຊໍ້າອີກ.
30
ພຣະອົງນຳພວກເຂົາອອກມາຈາກຂຸມຝັງສົບ ແລະໃຫ້ພວກເຂົາມີແສງສະຫວ່າງແຫ່ງຊີວິດ.
31
ໂຢບເອີຍ ບັດນີ້ຈົ່ງຟັງຂ້ອຍກຳລັງເວົ້ານີ້ແມ ຈົ່ງມິດງຽບສາແລະປ່ອຍໃຫ້ຂ້ອຍເວົ້າ.
32
ແຕ່ຖ້າເຈົ້າມີສິ່ງຈະເວົ້າຈາ ໃຫ້ບອກຂ້ອຍມາ ຂ້ອຍຈະຮັບຮູ້ຢ່າງຍິນດີ ເມື່ອເຈົ້າເວົ້າຖືກຕ້ອງ.
33
ແຕ່ຖ້າບໍ່ມີ ຈົ່ງມິດງຽບແລະຟັງຂ້ອຍເວົ້າຕໍ່ໄປ ຂ້ອຍຈະສອນເຈົ້າວ່າເປັນຄົນມີປັນຍາໄດ້ຢ່າງໃດ.”
← Chapter 32
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 34 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42