bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 19
Job 19
Lao Bible 2012 (ພຣະຄຳພີສັກສິ)
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 20 →
1
“ເປັນຫຍັງພວກເຈົ້າຈຶ່ງສືບຕໍ່ເວົ້າທໍລະມານຂ້ອຍນໍ? ແລະເຮັດໃຫ້ຂ້ອຍລະທົມໃຈດ້ວຍຄຳເວົ້າເຫຼົ່ານັ້ນ.
3
ພວກເຈົ້າໝິ່ນປະໝາດຂ້ອຍຊໍ້າຕື່ມຢ່າງເຖິງໃຈ ແລະບໍ່ອັບອາຍຕໍ່ສິ່ງທີ່ພວກເຈົ້າໄດ້ກ່າວຮ້າຍນັ້ນ.
4
ເຖິງແມ່ນວ່າຖ້າຂ້ອຍເຮັດຜິດພາດກໍຕາມ ເຮັດໃຫ້ພວກເຈົ້າເຄືອງຈິດແລະຊໍ້າໃຈຫຍັງຍ້ອນ?
5
ທີ່ຈິງແລ້ວ ພວກເຈົ້າຂົ່ມຂ້ອຍເພື່ອຍົກພວກເຈົ້າເອງ ໃຊ້ຄວາມທົນທຸກທີ່ຂ້ອຍມີ ເປັນພິລຸດຈັບຜິດຂ້ອຍ.
6
ພວກເຈົ້າບໍ່ເຫັນບໍວ່າ ແມ່ນພຣະເຈົ້າທີ່ໄດ້ທຳການ ພຣະອົງໄດ້ວາງແຜນເພື່ອດັກຈັບຂ້ອຍຢ່າງນີ້.
7
ຂ້ອຍປະທ້ວງຕໍ່ຄວາມຮຸນແຮງ ແຕ່ບໍ່ມີຜູ້ໃດຟັງເລີຍ ບໍ່ມີຜູ້ໃດໄດ້ຍິນຄຳຮ້ອງຂໍຄວາມຍຸດຕິທຳສຳລັບຂ້ອຍ.
8
ພຣະເຈົ້າກີດກັ້ນຫົນທາງຂ້ອຍຈຶ່ງຜ່ານໄປບໍ່ໄດ້ ພຣະອົງອັດຫົນທາງຂອງຂ້ອຍໃນຄວາມມືດ.
9
ພຣະອົງໄດ້ເອົາຊັບສິນທັງໝົດຂອງຂ້ອຍໜີໄປ ທັງໄດ້ທຳລາຍຊື່ສຽງຂອງຂ້ອຍດ້ວຍ.
10
ພຣະອົງໃຊ້ໄມ້ຕີຂ້ອຍທຸກປ່ອງທຸກແຈ ແລະໃຫ້ຄວາມຫວັງຫ່ຽວແຫ້ງຕາຍດັ່ງຕົ້ນໄມ້.
11
ພຣະເຈົ້າໂກດຮ້າຍແລະຕໍ່ສູ້ຂ້ອຍຢ່າງໂມໂຫ ພຣະອົງເຮັດກັບຂ້ອຍ ດັ່ງເປັນສັດຕູຄູ່ອາຄາດ.
12
ພຣະອົງສົ່ງກອງທັບມາໂຈມຕີຂ້ອຍໂດຍກົງ ພວກເຂົາຂຸດຕະຄອງລົງປິດລ້ອມຜ້າເຕັນຂ້ອຍໄວ້.
13
ພຣະເຈົ້າໄດ້ເຮັດໃຫ້ຄອບຄົວຂອງຂ້ອຍ ປະຖິ້ມຂ້ອຍໝົດ ຂ້ອຍເປັນຄົນແປກໜ້າ ຕໍ່ຜູ້ທີ່ເຄີຍຮູ້ຈັກຂ້ອຍນັ້ນ;
14
ຍາດຕິພີ່ນ້ອງແລະໝູ່ເພື່ອນມິດສະຫາຍຂອງຂ້ອຍ ຕ່າງກໍພາກັນໜີໄປຈາກຂ້ອຍຢ່າງໝົດສິ້ນ.
15
ຜູ້ທີ່ເຄີຍເປັນແຂກໃນບ້ານຂອງຂ້ອຍ ກໍລືມຂ້ອຍໝົດ ສາວໃຊ້ຖືຂ້ອຍເປັນຄົນແປກໜ້າແລະຕ່າງດ້າວ.
16
ເມື່ອຂ້ອຍເອີ້ນຫາຄົນຮັບໃຊ້ ເຂົາກໍບໍ່ຍອມຂານ ເຖິງແມ່ນຂ້ອຍຮ້ອງຂໍໃຫ້ຊ່ວຍກໍຕາມ.
17
ເມຍຂອງຂ້ອຍຢືນສູ້ກັບກິ່ນລົມຫາຍໃຈບໍ່ໄດ້ເລີຍ ແລະອ້າຍນ້ອງຄີງໆຂອງຂ້ອຍເອງກໍບໍ່ກາຍມາໃກ້.
18
ແມ່ນແຕ່ພວກເດັກນ້ອຍກໍເຮັດໃສ່ຂ້ອຍຢ່າງຫຍໍ້ຫຍັນ ຖ້າຂ້ອຍອ້າປາກເວົ້າຈາ ພວກເຂົາກໍຫົວເລາະເຍາະເຍີ້ຍ.
19
ໝູ່ເພື່ອນທີ່ສະໜິດ ແນມເບິ່ງຂ້ອຍຢ່າງກຽດຊັງ ຄົນທີ່ຂ້ອຍຍັງຮັກຫລາຍທີ່ສຸດ ກໍຫັນມາຕໍ່ສູ້ຂ້ອຍ.
20
ຕາມຕົນຕົວຂອງຂ້ອຍກໍເຫັນແຕ່ກະດູກຕິດໜັງ; ຂ້ອຍຍັງລອດຊີວິດຢູ່ມາໄດ້ພຽງແຕ່ພາງໆເທົ່ານັ້ນ.
21
ພວກເຈົ້າເປັນເພື່ອນຂ້ອຍ ສົງສານຂ້ອຍແດ່ແມ ມືພຣະເຈົ້າທຸບຕີຂ້ອຍ ໃຫ້ລົ້ມລົງສາແລ້ວ.
22
ເປັນຫຍັງພວກເຈົ້າຈຶ່ງຂົ່ມເຫັງຂ້ອຍ ເໝືອນພວກເຈົ້າເປັນພຣະເຈົ້າ? ພວກເຈົ້າຍັງບໍ່ສົມໃຈຫລື ທີ່ໄດ້ທໍລະມານຂ້ອຍ?
23
ຂ້ອຍຢາກໃຫ້ມີຜູ້ໃດຜູ້ໜຶ່ງຈົດຄຳເວົ້າຂອງຂ້ອຍໄວ້ເດ ແລະບັນທຶກຄຳເວົ້າສິ່ງທັງໝົດໃສ່ໄວ້ໃນປຶ້ມ
24
ຫລືໃຊ້ປາກກາສະຫລັກຄຳເວົ້າຂອງຂ້ອຍໄວ້ສືບໄປ ແລະຂຽນໄວ້ທີ່ໂງ່ນຫີນໃຫ້ຄົງມີໄປຕະຫລອດ.
25
ແຕ່ຂ້ອຍຮູ້ຜູ້ໜຶ່ງຢູ່ໃນສະຫວັນສະຖານ ຜູ້ທີ່ຈະມາໃນທີ່ສຸດ ປ້ອງກັນຊີວິດຂ້ອຍໄວ້.
26
ແມ່ນວ່າເນື້ອກາຍຂ້ອຍຈະຖືກພະຍາດກັດກິນ ເມື່ອຍັງຢູ່ໃນຮ່າງກາຍ ຂ້ອຍຈະໄດ້ເຫັນພຣະເຈົ້າ.
27
ຂ້ອຍຈະເຫັນພຣະອົງດ້ວຍຕາຂອງຂ້ອຍເອງ ພຣະອົງຈະບໍ່ເປັນຄົນແປກໜ້າສຳລັບຂ້ອຍ. ຄວາມກ້າຫານຂອງຂ້ອຍໄດ້ເຫີຍຮາດຂາດໄປ ຍ້ອນພວກເຈົ້າໄດ້ຖາມຂ້ອຍວ່າດັ່ງນີ້:
28
‘ພວກເຮົາທໍລະມານລາວໄດ້ຢ່າງໃດນໍ?’ ພວກເຈົ້າຫາທາງແກ້ຕົວເພື່ອຈະໂຈມຕີຂ້ອຍ.
29
ແຕ່ບັດນີ້ ໃຫ້ພວກເຈົ້າພາກັນຢ້ານດາບແດ່ແມ ຄືດາບທີ່ຈະຖືກນຳສູ່ຄວາມໂກດຮ້າຍຂອງພຣະເຈົ້າ ເພື່ອຈະມາຕໍ່ສູ້ບາບກຳທີ່ພວກເຈົ້າໄດ້ກະທຳ ເພື່ອພວກເຈົ້າຈະໄດ້ຮູ້ວ່າມີຜູ້ໜຶ່ງຕັດສິນຄວາມໃຫ້.”
← Chapter 18
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 20 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42