bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 4
Job 4
Lao Bible 2012 (ພຣະຄຳພີສັກສິ)
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 5 →
1
“ໂຢບເອີຍ ຖ້າຂ້ອຍເວົ້າຈະບໍ່ລົບກວນເຈົ້າບໍ? ຂ້ອຍອົດມິດເສີຍຕໍ່ໄປອີກບໍ່ໄດ້ແລ້ວ.
3
ເຈົ້າເຄີຍສອນຄົນມາແລ້ວຕັ້ງຫລວງຫລາຍ ແລະຊ່ວຍຊູຜູ້ອ່ອນແຮງໃຫ້ເຂັ້ມແຂງຂຶ້ນ.
4
ເມື່ອຄົນໜຶ່ງສະດຸດລົ້ມໝົດແຮງແລະເມື່ອຍອ່ອນ, ຄຳບອກສອນຂອງເຈົ້າກໍຊ່ວຍຍູ້ໃຫ້ເຂົາຢືນຂຶ້ນ.
5
ບັດນີ້ ແມ່ນທີຂອງເຈົ້າທີ່ລຳບາກຂັດສົນ ເຈົ້າສູ້ຈົນບໍ່ໄຫວຈຶ່ງເຮັດໃຫ້ເຈົ້າມຶນງົງຢູ່.
6
ເຈົ້າຢຳເກງພຣະເຈົ້າແລະຊີວິດກໍບໍ່ດ່າງພອຍ, ສະນັ້ນ ເຈົ້າຈົ່ງໝັ້ນໃຈ ແລະຫວັງໃຈເອົາໄວ້.
7
ບັດນີ້ ເຈົ້າຈົ່ງຄິດທົບທວນເບິ່ງດູວ່າ ມີຄົນທຳຊອບຜູ້ໃດເຄີຍພົບໄພພິບັດ.
8
ຂ້ອຍເຄີຍເຫັນຄົນໄຖຄາດຄວາມຊົ່ວນາໆ ແລະປູກຝັງຄວາມຜິດດັ່ງເມັດຂອງພັນພືດ; ບັດນີ້ ກໍເລີຍເກັບກ່ຽວໄດ້ສິ່ງຊົ່ວຮ້າຍແລະຜິດໆ ພຣະເຈົ້າໂກດຮ້າຍທັງທຳລາຍພວກເຂົາດັ່ງພະຍຸກ້າ.
10
ຄົນຊົ່ວແຜດສຽງຮ້ອງດັງກ້ອງດັ່ງໂຕສິງ, ແຕ່ພຣະເຈົ້າໃຫ້ພວກເຂົາມິດແລະຫັກແຂ້ວພວກເຂົາຖິ້ມ.
11
ດັ່ງສິງໂຕມີແຮງ ກໍຍັງພິນາດເພາະຂາດເຫຍື່ອ ແລະລູກຂອງສິງກໍແຕກກະຈັດກະຈາຍໄປ.
12
ຄັ້ງໜຶ່ງ ມີຖ້ອຍຄຳມາເຖິງຂ້ອຍຢ່າງງຽບໆ ສຽງດັງຄ່ອຍໆ ຈົນຂ້ອຍເກືອບບໍ່ໄດ້ຍິນ.
13
ດັ່ງຝັນຮ້າຍທີ່ກຸກກວນຂ້ອຍຕອນນອນຫລັບ ຂ້ອຍນອນຫລັບໆຕື່ນໆສັບສົນວຸ້ນວາຍໃຈຍ້ອນ.
14
ຂ້ອຍຈຶ່ງມົວແຕ່ຢ້ານ ແລະຂົນລຸກເຕັມຕົວ; ທົ່ວທັງຮ່າງກາຍສັ່ນເຊັນດ້ວຍຄວາມຢ້ານ.
15
ລົມເບົາໆພັດມາແຕະຕ້ອງໃບໜ້າຜ່ານໄປ ແລະຂົນລຸກຕາມຕົນຕົວສັ່ນເຊັນດ້ວຍຄວາມຢ້ານ.
16
ຂ້ອຍເຫັນສິ່ງໜຶ່ງຢູ່ຫັ້ນຢືນຈຶ້ງຢູ່ບໍ່ເໜັງຕີງ; ຂ້ອຍສັກຕາເບິ່ງແຕ່ບອກບໍ່ໄດ້ວ່າແມ່ນຫຍັງແທ້. ແລ້ວຂ້ອຍກໍໄດ້ຍິນສຽງໜຶ່ງພວມເວົ້າອອກມາ ເປັນສຽງທີ່ດັງມາຈາກຄວາມງຽບດັ່ງນີ້:
17
ມີຜູ້ໃດແດ່ຊອບທຳໃນສາຍຕາ ຂອງພຣະເຈົ້ານໍ ຫລືມີຜູ້ໃດແດ່ບໍຣິສຸດຕໍ່ໜ້າ ອົງພຣະຜູ້ສ້າງຂອງຕົນໄດ້?
18
ພຣະເຈົ້າບໍ່ໄວ້ໃຈຜູ້ຮັບໃຊ້ພຣະອົງໃນສະຫວັນ; ຊົງພົບແມ່ນແຕ່ຄວາມຜິດໃນຝູງເທວະດານັ້ນ.
19
ເຈົ້າຄິດວ່າພຣະອົງຈະໄວ້ວາງໃຈຕໍ່ ສິ່ງທີ່ຖືກສ້າງຈາກດິນໜຽວຊັ້ນບໍ? ສິ່ງທີ່ເປັນຂີ້ດິນອາດຖືກຢຽບໝຸ່ນ ໃຫ້ທະລາຍໄປດັ່ງແມງເມົ່າກໍໄດ້.
20
ຄົນໜຶ່ງອາດມີຊີວິດຢູ່ໄດ້ໃນຍາມເຊົ້າ ແຕ່ຕາຍຢ່າງບໍ່ຄາດຄິດ ເມື່ອຕອນແລງມາຮອດ.
21
ສິ່ງທັງໝົດທີ່ລາວມີຢູ່ ກໍສູນເສຍໄປໝົດ; ເມື່ອລາວຕາຍໄປກໍຍັງບໍ່ມີປັນຍາຊໍ້າ.”
← Chapter 3
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 5 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42