bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 12
Job 12
Lao Bible 2012 (ພຣະຄຳພີສັກສິ)
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 13 →
1
“ແມ່ນແລ້ວ ພວກເຈົ້າຄືສຽງຂອງປະຊາຊົນ. ເມື່ອພວກເຈົ້າຕາຍປັນຍາກໍຈະຕາຍກັບພວກເຈົ້າ.
3
ແຕ່ຂ້ອຍນີ້ກໍຮູ້ຈັກຄິດດັ່ງພວກເຈົ້າຄືກັນ ຂ້ອຍກໍບໍ່ມີທາງທີ່ຈະອ່ອນແຕ້ມໃຫ້ພວກເຈົ້າ; ສິ່ງທັງໝົດທີ່ພວກເຈົ້າໄດ້ພາກັນເວົ້າມາ ໃຜໆກໍຮູ້ຈັກກັນດີທັງໝົດສາແລ້ວ.
4
ແມ່ນວ່າໝູ່ຄູ່ເຍາະເຍີ້ຍຂ້ອຍເວລານີ້ກໍຕາມ ຫົວຫຍໍ້ຫຍັນແມ່ນວ່າຂ້ອຍເປັນຜູ້ຖືກຕ້ອງ; ທັງໆທີ່ຂ້ອຍນີ້ບໍ່ມີຂໍ້ຕຳໜິຫຍັງໝົດ ແຕ່ຄົງມີເວລາທີ່ພຣະເຈົ້າຈະຕອບ ຄຳພາວັນນາອະທິຖານຂອງຂ້ອຍ.
5
ພວກເຈົ້າບໍ່ໄດ້ທົນທຸກແຕ່ກໍຫົວຂວັນໃສ່ຂ້ອຍນໍ, ພວກເຈົ້າຕ່ອຍຕົບຕີຄົນທີ່ໃກ້ຈະລົ້ມຢູ່ແລ້ວ.
6
ແຕ່ຄົນຂີ້ລັກ ແລະບໍ່ມີພຣະເຈົ້າກໍຍັງມີສັນຕິສຸກ, ແມ່ນວ່າພະຂອງເຂົາຄືກຳລັງຂອງເຂົາເອງ.
7
ແມ່ນແຕ່ຝູງນົກແລະຝູງສັດ ກໍຍັງສາມາດສອນພວກເຈົ້າໄດ້ຫລາຍຢ່າງ;
8
ຈົ່ງຖາມສັດທີ່ເທິງໂລກແລະສັດໃນທະເລ ເຖິງປັນຍາຊຶ່ງສັດເຫຼົ່ານັ້ນມີແດ່.
9
ສັດເຫຼົ່ານັ້ນທັງໝົດຕ່າງກໍຮູ້ເຖິງຄວາມຈິງ ວ່າພຣະເຈົ້າຢາເວໄດ້ສ້າງພວກເຂົາມາທັງສິ້ນ.
10
ແມ່ນມືຂອງພຣະອົງທີ່ຊີ້ນຳສັບພະທຸກສິ່ງທີ່ສ້າງມາ ຊີວິດຂອງທຸກໆຄົນຢູ່ໃນຣິດອຳນາດຂອງພຣະອົງ.
11
ແຕ່ດັ່ງລີ້ນພວກເຈົ້າມັກຊີມຣົດອາຫານສັນໃດ ຫູພວກເຈົ້າກໍຄັນມັກຟັງຄຳຄົນເວົ້າສັນນັ້ນ.
12
ຄົນເຖົ້າແກ່ແລ້ວ ກໍຖືວ່າມີປັນຍາ ແຕ່ພຣະເຈົ້າມີທັງສະຕິປັນຍາແລະຣິດເດດ. ຄົນເຖົ້າແກ່ແລ້ວ ກໍຖືວ່າມີຄວາມເຂົ້າໃຈຢ່າງເລິກເຊິ່ງ ແຕ່ພຣະເຈົ້າເຂົ້າໃຈຢ່າງເລິກເຊິ່ງດີ ແລະທັງມີຣິດເດດທີ່ກະທຳການໄດ້.
14
ເມື່ອພຣະອົງມ້າງລົງແລ້ວ ມີຜູ້ໃດເດຈະກໍ່ຂຶ້ນໃໝ່ໄດ້ແດ່? ແລະຜູ້ທີ່ພຣະອົງຄຸມຂັງ ໃຜຈະປົດປ່ອຍໄດ້?
15
ເມື່ອພຣະອົງກັກຝົນ ຄວາມແຫ້ງແລ້ງກໍມີຂຶ້ນ; ເມື່ອພຣະອົງໃຫ້ຝົນລິນຫລັ່ງ ນໍ້າຖ້ວມກໍມາເຖິງ.
16
ພຣະອົງເຂັ້ມແຂງແລະໄຊຊະນະສະເໝີໄປ ຜູ້ຖືກລໍ້ລວງ ແລະຜູ້ຫລອກລວງກໍຢູ່ໃນພຣະອົງ.
17
ພຣະອົງເອົາປັນຍາໄປຈາກພວກຜູ້ປົກຄອງ ແລະໃຫ້ພວກຜູ້ນຳເຮັດເໝືອນຄົນໂງ່ຈ້າ.
18
ພຣະອົງປົດບັນດາກະສັດລົງຈາກບັນລັງ ແລະເຮັດໃຫ້ພວກເຂົາຕົກເປັນຊະເລີຍທັງນັ້ນ;
19
ພຣະອົງເຮັດໃຫ້ພວກປະໂຣຫິດຍ່າງໄປຕີນເປົ່າ ແລະໂຄ່ນລົ້ມຜູ້ມີອຳນາດລົງໃນທັນທີ.
20
ພຣະອົງເຮັດໃຫ້ຄຳເວົ້າຈາກປາກຂອງຜູ້ໃຫ້ຄຳປຶກສາມິດງຽບໄປ ແລະເຮັດໃຫ້ສະຕິປັນຍາໜີໄປຈາກຊາຍຊະຣາດ້ວຍ.
21
ພຣະອົງເຮັດໃຫ້ຜູ້ມີອຳນາດໄດ້ຮັບຄວາມອັບອາຍ ແລະເຮັດໃຫ້ພວກນັກປົກຄອງໝົດກຳລັງໄປສິ້ນ.
22
ພຣະອົງເຮັດໃຫ້ແສງແຈ້ງສ່ອງໃນບ່ອນມືດມົນ ແລະບ່ອນທີ່ມີຄວາມຕາຍໄດ້ຮັບຊີວິດ.
23
ພຣະອົງເຮັດໃຫ້ຊົນຊາດເຂັ້ມແຂງແລະຍິ່ງໃຫຍ່ ແຕ່ເຮັດໃຫ້ພວກເຂົາພ່າຍແພ້ ແລະທຳລາຍພວກເຂົາຕໍ່ມາ.
24
ພຣະອົງເຮັດໃຫ້ພວກຜູ້ນຳໂງ່ຈ້າໄປໝົດ; ແລະເຮັດໃຫ້ສັບສົນວຸ້ນວາຍເສຍສະຕິໄປໝົດສິ້ນ;
25
ພວກເຂົາງົມທາວໄປໃນຄວາມມືດແລະໂຊເຊ ດັ່ງນັກດື່ມສຸຣາມືນເມົາທີ່ຍ່າງເຊຊັດໄປນັ້ນ.
← Chapter 11
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 13 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42