bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 14
Job 14
Lao Bible 2012 (ພຣະຄຳພີສັກສິ)
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 15 →
1
ແຕ່ເກີດ ພວກເຮົາກໍອ່ອນແອ ແລະຢູ່ແຕ່ໜ້ອຍວັນ ທັງເຕັມໄປດ້ວຍຄວາມຫຍຸ້ງຍາກໃຈ.
2
ພວກເຮົາໃຫຍ່ ແລະຫ່ຽວແຫ້ງໄປດັ່ງດອກໄມ້ປ່າ ພວກເຮົາສູນສິ້ນຫາຍໄປເໝືອນດັ່ງເງົາ.
3
ຂ້າແດ່ພຣະເຈົ້າ ພຣະອົງຈ້ອງເບິ່ງຂ້ານ້ອຍຢູ່ຢ່າງນີ້ບໍ? ຫລືຈະນຳຂຶ້ນສານແລະພິຈາລະນາລົງໂທດ?
4
ບໍ່ມີຜູ້ໃດຫ່ອນນຳເອົາສິ່ງສະອາດ ອອກມາຈາກສິ່ງທີ່ເປື້ອນເປິໄດ້.
5
ຊົ່ວຊີວິດຂອງພວກຂ້ານ້ອຍນັ້ນ ຖືກກຳນົດໄວ້ແຕ່ຫົວທີ ຄືຈຳນວນເດືອນປີ ທີ່ພວກຂ້ານ້ອຍຈະມີຊີວິດຢູ່.
6
ໂຜດປິ່ນໜ້າໜີຈາກພວກຂ້ານ້ອຍ ແລະປ່ອຍພວກຂ້ານ້ອຍໃຫ້ຢູ່ໂດດດ່ຽວສາ ໃຫ້ພວກຂ້ານ້ອຍຊື່ນບານໃຈກັບຊີວິດອັນລຳບາກຢູ່ນັ້ນ.
7
ສຳລັບຕົ້ນໄມ້ເມື່ອຖືກປໍ້າແລ້ວ ກໍຍັງມີຄວາມຫວັງ; ມັນຄືນມີຊີວິດ ແລະງອກງາມຂຶ້ນໃໝ່ໄດ້.
8
ເຖິງແມ່ນວ່າຮາກເຫງົ້າຂອງມັນຈະເຖົ້າແກ່ ແລະຕໍຕາຍແລ້ວໃນພື້ນດິນກໍຕາມ.
9
ເມື່ອຖືກນໍ້າໜ້ອຍໜຶ່ງຮວດ ກໍມີຊີວິດເປັນຄືນມາ ແລະເບີກບານແຈ່ມໃສ ຄືກັບເວລາຍັງໜຸ່ມນ້ອຍ.
10
ແຕ່ເມື່ອມະນຸດຕາຍແລ້ວ ແມ່ນໄປສູ່ຈຸດຈົບ; ຄັນເຂົາຕາຍໄປແລ້ວ ເຂົາຈະໄປໃສຕໍ່ອີກ?
11
ເໝືອນດັ່ງຫ້ວຍນໍ້າທີ່ເຊົາຢຸດໄຫລ ແລະດັ່ງໜອງບຶງທີ່ເຫືອດແຫ້ງໄປໝົດສິ້ນ
12
ຄົນຕາຍແລ້ວ ຢ່າຫວັງເລີຍຈະເປັນຄືນມາໃໝ່ ໃນເມື່ອຟ້າສະຫວັນຄົງຢູ່ຢ່າງນີ້ ເຂົາຈະບໍ່ຕື່ນມາເລີຍ ເຂົາຈະບໍ່ເໜັງຕີງ ແລະບໍ່ກະດິກກະດຽມ ແລະຈະບໍ່ຕື່ນຂຶ້ນຈາກນອນຫລັບຈັກເທື່ອ.
13
ຂ້ານ້ອຍຢາກໃຫ້ຖືກເຊື່ອງໄວ້ທີ່ໂລກຄົນຕາຍ ຄືເຊື່ອງຂ້ານ້ອຍໄວ້ໃນແດນມໍຣະນາພຸ້ນ; ຈົນໃຫ້ເຖິງວັນທີ່ພຣະອົງເຊົາໂກດຮ້າຍຂ້ານ້ອຍ ຊຶ່ງພຣະອົງຈະຈົດຈຳຂ້ານ້ອຍໄດ້ຄືເກົ່າ.
14
ຖ້າຄົນຕາຍແລ້ວ ເຂົາຈະຄືນມີຊີວິດອີກບໍ? ແຕ່ຂ້ານ້ອຍຈະລໍຄອຍໃຫ້ວັນເວລານັ້ນດີຂຶ້ນ ລໍຄອຍຢູ່ຈົນກວ່າວັນເວລານັ້ນຈະມາເຖິງ ຄືວັນຄວາມທຸກລະທົມຈະສິ້ນສູນຈາກໄປ.
15
ແລ້ວພຣະອົງຈະເອີ້ນ ແລະຂ້ານ້ອຍກໍຈະຕອບພຣະອົງ, ພຣະອົງຈະພໍໃຈນຳຜູ້ທີ່ພຣະອົງໄດ້ສ້າງຂຶ້ນນັ້ນ.
16
ແລ້ວພຣະອົງຈະຈ້ອງເບິ່ງຂ້ານ້ອຍ ທຸກບາດຍ່າງບາດຕີນ ແຕ່ຈະບໍ່ເບິ່ງການບາບ ທີ່ຂ້ານ້ອຍເຄີຍກະທຳນັ້ນ
17
ພຣະອົງຈະອະໄພການບາບ ແລະເອົາມັນໜີໄປ; ພຣະອົງຈະລຶບໃຫ້ກ້ຽງຄວາມຜິດ ທີ່ຂ້ານ້ອຍໄດ້ກະທຳນັ້ນ.
18
ຄົງມີເວລາທີ່ພູຜາທະລາຍໄປເປັນປ່ຽງໆໃດ ແລະໜ້າຜາຖືກຍ້າຍໄປຈາກບ່ອນຂອງມັນນັ້ນ.
19
ນໍ້າຈະໄຫລເຊາະໂງ່ນຫີນໃຫ້ທະລາຍລົງ ແລະຝົນຫ່າໃຫຍ່ຈະລ້າງພື້ນດິນລົງດ້ວຍ; ດັ່ງນັ້ນ ພຣະອົງຈະທຳລາຍທຸກຄວາມຫວັງ ທີ່ມະນຸດຄິດຄອບຄອງຢູ່ໃນຊີວິດຂອງເຂົາເຈົ້າ.
20
ພຣະອົງຊະນະໄດ້ແລະສົ່ງເຂົາລ່ວງລັບໄປເລີຍ; ພຣະອົງປ່ຽນແປງສີໜ້າເຂົາ ແລະສົ່ງເຂົາໄປເສຍ.
21
ພວກລູກຊາຍລາວໄດ້ກຽດ ແຕ່ລາວພັດບໍ່ຮູ້ນຳ ທັງບໍ່ມີຜູ້ໃດບອກລາວ ເມື່ອເຂົາຖືກຂາຍຂີ້ໜ້າ.
22
ລາວຮູ້ສຶກເຈັບປວດພຽງແຕ່ໃນຕົນຕົວເອງ ແລະໂສກເສົ້າຢູ່ໃນຈິດໃຈລາວເອງເທົ່ານັ້ນ.”
← Chapter 13
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 15 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42