bible
ra
🌐 Language
English
Español
Français
Deutsch
Português
Italiano
Nederlands
Русский
中文
日本語
한국어
العربية
Türkçe
Tiếng Việt
ไทย
Indonesia
All Languages
Home
/
Lao
/
Lao Bible 2012 (ພຣະຄຳພີສັກສິ)
/
Job 22
Job 22
Lao Bible 2012 (ພຣະຄຳພີສັກສິ)
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 23 →
1
“ມະນຸດທີ່ຕ້ອງຕາຍຈະເປັນປະໂຫຍດອັນໃດສຳລັບພຣະເຈົ້າ? ແມ່ນມະນຸດທີ່ສະຫລາດທີ່ສຸດ ກໍເປັນປະໂຫຍດສຳລັບລາວເອງເທົ່ານັ້ນ?
3
ທີ່ເຈົ້າເຮັດຖືກຕ້ອງນັ້ນ ເປັນປະໂຫຍດຫຍັງແກ່ພຣະເຈົ້າ? ຫລືທີ່ເຈົ້າເຮັດດີຮອບຄອບນັ້ນ ຊ່ວຍຫຍັງພຣະອົງໄດ້ແດ່?
4
ມັນບໍ່ແມ່ນຍ້ອນເຈົ້າຢຳເກງພຣະເຈົ້າດອກຫລື ທີ່ພຣະອົງຕໍ່ສູ້ເຈົ້າ ແລະນຳເຈົ້າຂຶ້ນສານນັ້ນ.
5
ແຕ່ຍ້ອນເຈົ້າຕ່າງຫາກ ທີ່ໄດ້ເຮັດບາບໄວ້ຫລາຍ ຍ້ອນຄວາມຊົ່ວທັງໝົດທີ່ເຈົ້າໄດ້ກະທຳໄວ້.
6
ເພື່ອໃຫ້ພີ່ນ້ອງຂອງເຈົ້າຄືນໜີ້ ທີ່ພວກເຂົາໄດ້ຢືມໄປ ເຈົ້າເອົາເຄື່ອງນຸ່ງຂອງພວກເຂົາ ແລະບໍ່ປະຫຍັງໃຫ້ພວກເຂົານຸ່ງ.
7
ເຈົ້າບໍ່ຍອມແມ່ນແຕ່ໃຫ້ນໍ້າແກ່ຜູ້ຫິວກະຫາຍ ແລະປະຕິເສດລ້ຽງດູແມ່ນແຕ່ຜູ້ອຶດຢາກ.
8
ເຈົ້າໄດ້ໃຊ້ອຳນາດແລະຕຳແໜ່ງຢ່າງຜິດໆ ເພື່ອຢຶດດິນດອນບ່ອນທຳມາຫາກິນທັງໝົດນັ້ນ.
9
ເຈົ້າບໍ່ພຽງແຕ່ປະຕິເສດຊ່ວຍແມ່ໝ້າຍທັງຫລາຍ ແຕ່ເຈົ້າຍັງໄດ້ປຸ້ນ ແລະຂົ່ມເຫັງເດັກກຳພ້າດ້ວຍ.
10
ສະນັ້ນ ບັດນີ້ຢູ່ອ້ອມຕົວເຈົ້າຈຶ່ງເຕັມແຕ່ສິ່ງດັກຈັບ ໃນທັນໃດ ເຈົ້າກໍເຕັມໄປແຕ່ຄວາມຢ້ານ.
11
ມັນແຮ່ງມືດມົວຍິ່ງຂຶ້ນ ຈົນເຈົ້າເບິ່ງບໍ່ເຫັນມັນ ມັນມາດັ່ງນໍ້າໄຫລພັດຖ້ວມ ທັບເທິງຕົວເຈົ້າ.
12
ພຣະເຈົ້າບໍ່ໄດ້ສະຖິດຢູ່ທີ່ຟ້າສະຫວັນບ່ອນສູງສຸດບໍ? ແລະແນມເບິ່ງໝູ່ດວງດາວທີ່ຢູ່ບ່ອນສູງໆພຸ້ນ?
13
ເຈົ້າຊໍ້າພັດຖາມວ່າ, ‘ພຣະເຈົ້າຮູ້ໄດ້ຢ່າງໃດ? ກ້ອນເມກບັງພຣະອົງໄວ້ ຈະຕັດສິນຂ້ອຍໄດ້ຢ່າງໃດ?’
14
ເຈົ້າຄິດວ່າເມກອັນໜາບັງພຣະອົງບໍ່ໃຫ້ເຫັນເຈົ້າບໍ ເມື່ອພຣະອົງຍ່າງເທິງວົງໂຄ້ງຂອງຂອບຟ້າ.
15
ເຈົ້າໄດ້ຕັດສິນໃຈຍ່າງໃນຮ່ອມແຫ່ງເສັ້ນທາງ ບ່ອນທີ່ຄົນຊົ່ວທັງຫລາຍໄດ້ເດີນຕາມສະເໝີນັ້ນ?
16
ແມ່ນວ່າກ່ອນເວລາຂອງພວກເຂົາມາຮອດມາເຖິງ ພວກເຂົາກໍຖືກນໍ້າຖ້ວມກວາດລ້າງໄປຈົນໝົດສິ້ນ.
17
ຄົນປະຖິ້ມພຣະເຈົ້າກໍເປັນເຊັ່ນນີ້ແຫລະ ແລະຄິດວ່າພຣະອົງຈະເຮັດຫຍັງໃຫ້ພວກເຂົາບໍ່ໄດ້.
18
ແທ້ຈິງແມ່ນພຣະເຈົ້າ ທີ່ໄດ້ເຮັດໃຫ້ພວກເຂົາຮຸ່ງເຮືອງ ຂ້ອຍຈຶ່ງບໍ່ເຂົ້າໃຈຄວາມຄິດຂອງຄົນຊົ່ວເຊັ່ນນັ້ນ.
19
ຄົນດີກໍດີໃຈໄດ້ ແລະຄົນບໍ່ຜິດກໍຫົວເລາະ ເມື່ອພວກເຂົາໄດ້ເຫັນຄົນຊົ່ວຖືກຕັດສິນ.
20
ສິ່ງຂອງທີ່ຄົນຊົ່ວມີນັ້ນ ກໍຖືກທຳລາຍຖິ້ມໝົດ ແລະໄຟກໍເຜົາຜານສິ່ງທັງປວງທີ່ຍັງເຫລືອຢູ່.
21
ໂຢບເອີຍ ບັດນີ້ຈົ່ງຄືນດີກັບພຣະເຈົ້າສາ ແລະທຸກສິ່ງກໍຈະເປັນໄປໂດຍດີສຳລັບເຈົ້າ. ຢ່າສູ່ເຮັດກັບພຣະເຈົ້າຄືພຣະອົງເປັນສັດຕູໃດ ຖ້າເຮັດໄດ້ ພຣະອົງກໍຈະອວຍພອນເຈົ້າ.
22
ຈົ່ງຮັບຄຳສັ່ງສອນທີ່ຊົງມອບໃຫ້ເຈົ້ານັ້ນສາ ແລະຮັກສາພຣະທຳໄວ້ຢູ່ໃນຈິດໃຈຂອງເຈົ້າ.
23
ຈົ່ງກັບມາຫາພຣະເຈົ້າດ້ວຍຄວາມຖ່ອມໃຈ ໃຫ້ທຸກຄວາມຊົ່ວສິ້ນສູນໄປຈາກເຮືອນຂອງເຈົ້າ.
24
ຈົ່ງໂຍນຄຳຂອງເຈົ້າຖິ້ມອອກໄປສາ ໂຍນຄຳບໍຣິສຸດທີ່ເຈົ້າມີໃສ່ຫ້ວຍທີ່ແລ້ງນໍ້າ.
25
ຈົ່ງໃຫ້ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ເປັນຄຳຂອງເຈົ້າສາ ແລະໃຫ້ພຣະອົງເປັນເງິນກອງສູງໆສຳລັບເຈົ້າ.
26
ແລ້ວເຈົ້າກໍຈະປິຕິຍິນດີໃນອົງຊົງຣິດອຳນາດຍິ່ງໃຫຍ່ ແລະຈະເງີຍໜ້າຂອງເຈົ້າຂື້ນຫາພຣະເຈົ້າ.
27
ເມື່ອເຈົ້າພາວັນນາອະທິຖານຫານັ້ນ ພຣະອົງກໍຈະຊົງຕອບ ເຈົ້າຈະຮັກສາຄຳສາບານທີ່ເຈົ້າໄດ້ເຮັດໄວ້.
28
ເຈົ້າຈະເຮັດສຳເລັດໃນທຸກສິ່ງທີ່ເຈົ້າກະທຳ ແສງແຈ້ງຈະສ່ອງໃສໃນທາງເດີນຂອງເຈົ້າ.
29
ພຣະເຈົ້າຂົ່ມຄົນຈອງຫອງ ໃຫ້ພວກເຂົາໄດ້ຕົກຕໍ່າ ແລະຊ່ວຍຊູຄົນຖ່ອມໃຈໃຫ້ຢູ່ໄດ້ຢ່າງປອດໄພ.
30
ພຣະອົງຈະຊ່ວຍກູ້ເອົາ ຖ້າເຈົ້າບໍ່ມີຄວາມຜິດ ຖ້າສິ່ງທີ່ເຈົ້າກະທຳເປັນການຖືກຕ້ອງ.”
← Chapter 21
Jump to:
Chapter 1
Chapter 2
Chapter 3
Chapter 4
Chapter 5
Chapter 6
Chapter 7
Chapter 8
Chapter 9
Chapter 10
Chapter 11
Chapter 12
Chapter 13
Chapter 14
Chapter 15
Chapter 16
Chapter 17
Chapter 18
Chapter 19
Chapter 20
Chapter 21
Chapter 22
Chapter 23
Chapter 24
Chapter 25
Chapter 26
Chapter 27
Chapter 28
Chapter 29
Chapter 30
Chapter 31
Chapter 32
Chapter 33
Chapter 34
Chapter 35
Chapter 36
Chapter 37
Chapter 38
Chapter 39
Chapter 40
Chapter 41
Chapter 42
Chapter 23 →
All chapters:
1
2
3
4
5
6
7
8
9
10
11
12
13
14
15
16
17
18
19
20
21
22
23
24
25
26
27
28
29
30
31
32
33
34
35
36
37
38
39
40
41
42